Biblia Todo Logo
Bìoball air-loidhne

- Sanasan -

1 ເທສະໂລນິກ 3 - ພຣະຄຳພີສັກສິ

1 ເຫດສະນັ້ນ ເມື່ອ​ເຮົາ​ອົດ​ຢູ່​ຕໍ່ໄປ​ອີກ​ບໍ່ໄດ້ ຈຶ່ງ​ເຫັນ​ດີ​ໃຫ້​ເຂົາ​ປະ​ເຮົາ​ຜູ້​ດຽວ ຢູ່​ນະຄອນ​ອາແຖນ

2 ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,

3 ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ຫັນ​ໜີ ເພາະ​ການ​ຂົ່ມເຫັງ​ເຫຼົ່ານັ້ນ ພວກເຈົ້າ​ເອງ​ກໍ​ຮູ້​ວ່າ​ການ​ຂົ່ມເຫັງ​ເຊັ່ນນີ້ ແມ່ນ​ແຜນການ​ສ່ວນ​ໜຶ່ງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຮົາ.

4 ດ້ວຍວ່າ, ໃນ​ລະຫວ່າງ​ທີ່​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ບອກ​ພວກເຈົ້າ​ລ່ວງໜ້າ​ໄວ້​ແລ້ວ​ວ່າ ພວກເຮົາ​ຈະ​ຖືກ​ຂົ່ມເຫັງ ແລະ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ.

5 ດ້ວຍເຫດນີ້ ເມື່ອ​ເຮົາ​ທົນ​ຕໍ່​ການ​ຄອຍຖ້າ​ບໍ່ໄດ້​ອີກ​ແລ້ວ ຈຶ່ງ​ໃຊ້​ຄົນ​ໄປ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະ​ເຮົາ​ຢ້ານ​ວ່າ​ຜູ້ລໍ້ລວງ​ຈະ​ທົດລອງ​ພວກເຈົ້າ​ແລ້ວ ດ້ວຍ​ປະການ​ໃດ​ປະການ​ໜຶ່ງ ແລະ​ພາລະກິດ​ທັງ​ສິ້ນ​ທີ່​ພວກເຮົາ​ໄດ້​ກະທຳ​ໄປ​ນັ້ນ ກໍ​ຈະ​ເສຍ​ປະໂຫຍດ.

6 ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.

7 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທ່າມກາງ​ຄວາມ​ຍາກ​ລຳບາກ​ແລະ​ການ​ຂົ່ມເຫັງ​ທັງໝົດ ທີ່​ພວກເຮົາ​ປະເຊີນ​ຢູ່​ນັ້ນ ພວກເຮົາ​ກໍໄດ້​ຮັບ​ຄວາມ​ຊູໃຈ​ເພາະ​ເລື່ອງ​ຂອງ​ພວກເຈົ້າ ແມ່ນ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຊີດຊູ​ໃຈ​ພວກເຮົາ.

8 ເພາະ​ຖ້າ​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ຊີວິດ​ຂອງເຮົາ​ກໍ​ສົດຊື່ນ​ຂຶ້ນ.

9 ເຮົາ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເຈົ້າ​ທັງຫລາຍ​ຢ່າງ​ໃດ​ອີກ ຈຶ່ງ​ຈະ​ເໝາະສົມ​ກັບ​ຄວາມ​ຊົມຊື່ນ​ຍິນດີ​ທັງໝົດ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.

10 ພວກເຮົາ​ພາວັນນາ​ອະທິຖານ​ທັງ​ເວັນ​ແລະ​ຄືນ ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ ເພື່ອ​ຈະ​ໄດ້​ເຫັນ​ໜ້າ​ພວກເຈົ້າ​ອີກ​ສ່ວນ​ຕົວ ເພື່ອ​ຈະ​ເສີມສ້າງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທີ່​ບົກຜ່ອງ​ຢູ່​ນັ້ນ​ໃຫ້​ຄົບເຕັມ.

11 ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ຊົງ​ນຳ​ພວກເຮົາ​ໄປ​ຫາ​ພວກເຈົ້າ​ດ້ວຍ​ເທີ້ນ

12 ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ ແລະ​ລົ້ນ​ເຫຼືອ​ໄປ​ດ້ວຍ​ຄວາມຮັກ ທີ່​ມີ​ຕໍ່​ກັນແລະກັນ ແລະ ຕໍ່​ຄົນ​ທັງປວງ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ຄວາມຮັກ​ຕໍ່​ພວກເຈົ້າ​ນັ້ນ​ແລ້ວ

13 ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan