1 ຊາມູເອນ 8 - ພຣະຄຳພີສັກສິກະສັດຂອງຊາດອິດສະຣະເອນຜູ້ທຳອິດ 1 ເມື່ອຊາມູເອນເຖົ້າແກ່ແລ້ວ ເພິ່ນໄດ້ໃຫ້ພວກລູກຊາຍຂອງຕົນ ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນແທນຕົນ. 2 ລູກຊາຍຜູ້ກົກຂອງເພິ່ນຊື່ວ່າໂຢເອນ ແລະລູກຊາຍຜູ້ຫລ້າຊື່ວ່າອາບີຢາ. ເຂົາທັງສອງເປັນຜູ້ຕັດສິນຢູ່ທີ່ເມືອງເບເອນເຊບາ. 3 ແຕ່ພວກເຂົາບໍ່ໄດ້ປະພຶດຕາມແບບຢ່າງຂອງພໍ່ ພວກເຂົາສົນໃຈນຳແຕ່ເງິນຄຳເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງຮັບສິນບົນແລະບໍ່ໄດ້ຕັດສິນຢ່າງສັດຊື່. 4 ແລ້ວພວກຜູ້ນຳຂອງຊາດອິດສະຣາເອນກໍມາປະຊຸມກັນ ແລະພາກັນໄປຫາຊາມູເອນທີ່ເມືອງຣາມາ. 5 ພວກເຂົາເວົ້າກັບເພິ່ນວ່າ, “ທ່ານເອີຍ ທ່ານກໍເຖົ້າແກ່ແລ້ວ; ພວກລູກຊາຍຂອງທ່ານບໍ່ໄດ້ປະພຶດຕາມແບບຢ່າງຂອງທ່ານເລີຍ. ສະນັ້ນ ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ເປັນຜູ້ປົກຄອງພວກຂ້ານ້ອຍສາ ເພື່ອພວກຂ້ານ້ອຍຈະມີກະສັດປົກຄອງດັ່ງປະເທດອື່ນໆ.” 6 ຊາມູເອນບໍ່ພໍໃຈໃນສິ່ງທີ່ພວກເຂົາຂໍຮ້ອງວ່າ, “ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ປົກຄອງພວກຂ້ານ້ອຍ.” ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ 7 ແລະພຣະເຈົ້າຢາເວກ່າວວ່າ, “ຈົ່ງຟັງທຸກໆສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ. ພວກເຂົາບໍ່ໄດ້ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມຮັບເອົາເຮົາເປັນເຈົ້າຊີວິດຂອງພວກເຂົາຕໍ່ໄປ. 8 ນັບຕັ້ງແຕ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບພຸ້ນ ພວກເຂົາໄດ້ເຫີນຫ່າງຈາກເຮົາແລະໄປຂາບໄຫວ້ບັນດາພະອື່ນ. ດຽວນີ້ພວກເຂົາກຳລັງປະພຶດຕໍ່ເຈົ້າດັ່ງທີ່ພວກເຂົາເຄີຍປະພຶດຕໍ່ເຮົາ. 9 ສະນັ້ນ ເຈົ້າຈົ່ງຟັງພວກເຂົາ, ແຕ່ໃຫ້ຕັກເຕືອນພວກເຂົາຢ່າງໜັກແໜ້ນ ແລະທັງອະທິບາຍສູ່ພວກເຂົາໃຫ້ຮູ້ວ່າ ກະສັດຂອງພວກເຂົານັ້ນຈະປົກຄອງພວກເຂົາຢ່າງໃດ?” 10 ຊາມູເອນຈຶ່ງບອກປະຊາຊົນທີ່ມາຂໍໃຫ້ມີກະສັດ ຕາມທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນ. 11 ເພິ່ນອະທິບາຍວ່າ, “ກະສັດຂອງພວກເຈົ້າຈະປະຕິບັດຕໍ່ພວກເຈົ້າດັ່ງນີ້: ເພິ່ນຈະເອົາລູກຊາຍຂອງພວກເຈົ້າໄປເປັນທະຫານ, ບາງຄົນຈະເປັນທະຫານປະຈຳລົດຮົບ, ບາງຄົນຈະເປັນທະຫານມ້າ ແລະບາງຄົນຈະເປັນທະຫານໜ່ວຍກ້າຕາຍ. 12 ເພິ່ນຈະແຕ່ງຕັ້ງເຂົາບາງຄົນໃຫ້ເປັນນາຍພັນ ແລະໃຫ້ບາງຄົນເປັນນາຍຮ້ອຍ. ລູກຊາຍຂອງພວກເຈົ້າຈະຕ້ອງໄຖນາແລະກ່ຽວເຂົ້າໃຫ້ເພິ່ນ ແລະເຮັດອາວຸດແລະເຄື່ອງຮົບປະຈຳລົດຮົບໃຫ້ເພິ່ນ. 13 ສ່ວນລູກສາວຂອງພວກເຈົ້າຈະຕ້ອງແຕ່ງນໍ້າຫອມໃຫ້ເພິ່ນ ແລະເຮັດວຽກເປັນແມ່ຄົວແລະເປັນຜູ້ເຮັດເຂົ້າໜົມໃຫ້ເພິ່ນ. 14 ເພິ່ນຈະຢຶດເອົານາທົ່ງດີທີ່ສຸດຂອງພວກເຈົ້າ ພ້ອມທັງສວນອະງຸ່ນແລະສວນໝາກກອກເທດຂອງພວກເຈົ້າ ໄປໃຫ້ພວກຂ້າຣາຊການຂອງເພິ່ນ. 15 ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງເຂົ້າສາລີແລະໝາກອະງຸ່ນຂອງພວກເຈົ້າ ສຳລັບນາຍທະຫານປະຈຳວັງແລະສຳລັບຂ້າຣາຊການຄົນອື່ນໆຂອງເພິ່ນ. 16 ເພິ່ນຈະເອົາບັນດາຄົນຮັບໃຊ້ທັງຊາຍຍິງກັບຝູງງົວ ແລະຝູງລໍໂຕດີທີ່ສຸດຂອງພວກເຈົ້າໄປໃຊ້ເຮັດວຽກໃຫ້ເພິ່ນ. 17 ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ ແລະພວກເຈົ້າຈະເປັນທາດຮັບໃຊ້ຂອງເພິ່ນ. 18 ເມື່ອເວລາມາເຖິງ ພວກເຈົ້າຈະຈົ່ມຢ່າງຂົມຂື່ນໃນຈິດໃຈ ເພາະກະສັດທີ່ພວກເຈົ້າໄດ້ເລືອກເອົານັ້ນ, ແຕ່ພຣະເຈົ້າຢາເວຈະບໍ່ຟັງຄຳຈົ່ມໃດໆຂອງພວກເຈົ້າທັງສິ້ນ.” 19 ຝ່າຍປະຊາຊົນບໍ່ສົນໃຈຕໍ່ຄຳເວົ້າຂອງຊາມູເອນເລີຍ ແຕ່ກັບຕອບວ່າ, “ບໍ່! ພວກຂ້ານ້ອຍຕ້ອງການກະສັດ 20 ເພື່ອວ່າພວກຂ້ານ້ອຍຈະເປັນດັ່ງຊົນຊາດອື່ນໆ ໂດຍມີກະສັດຂອງຕົນເອງເພື່ອປົກຄອງພວກຂ້ານ້ອຍ ແລະເພື່ອນຳໜ້າພວກຂ້ານ້ອຍອອກໄປສູ່ສະໜາມຮົບ.” 21 ຊາມູເອນໄດ້ຟັງເລື່ອງຕ່າງໆທີ່ພວກເຂົາໄດ້ເວົ້າມາ ແລະເພິ່ນກໍນຳເອົາເລື່ອງເຫຼົ່ານັ້ນໄປກ່າວກັບພຣະເຈົ້າຢາເວ. 22 ພຣະເຈົ້າຢາເວໄດ້ກ່າວກັບຊາມູເອນວ່າ, “ຈົ່ງເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະແຕ່ງຕັ້ງກະສັດໃຫ້ພວກເຂົາ.” ແລ້ວຊາມູເອນກໍບອກໃຫ້ພວກຜູ້ຊາຍອິດສະຣາເອນທັງໝົດກັບເມືອ. |
@ 2012 United Bible Societies. All Rights Reserved.