Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 7 - ພຣະຄຳພີສັກສິ

1 ສະນັ້ນ ຊາວ​ກີຣີອາດ​ເຢອາຣີມ​ຈຶ່ງ​ລົງ​ມາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໄປ​ທີ່​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ອາໄສ​ຢູ່​ຕາມ​ເນີນພູ​ຊື່​ວ່າ ອາບີນາດາບ. ພວກເຂົາ​ໄດ້​ແຕ່ງຕັ້ງ​ເອເລອາຊາ​ລູກຊາຍ​ຂອງ​ລາວ ໃຫ້​ຮັບ​ໜ້າທີ່​ເບິ່ງແຍງ​ຫີບ​ຂອງ​ພຣະເຈົ້າຢາເວ.


ຊາມູເອນ​ປົກຄອງ​ຊາດ​ອິດສະຣາເອນ

2 ຫີບ​ນັ້ນ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ເວລາ​ດົນນານ​ເຖິງ​ຊາວ​ປີ. ໃນ​ເວລາ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.

3 ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”

4 ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ກຳຈັດ​ບັນດາ​ຮູບ​ພະບາອານ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ ແລະ​ໄດ້ຮັບໃຊ້​ພຣະເຈົ້າຢາເວ​ແຕ່​ເທົ່ານັ້ນ.

5 ຕໍ່ມາ ຊາມູເອນ​ໄດ້​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ໄປ​ໂຮມກັນ​ຢູ່​ທີ່​ເມືອງ​ມີຊະປາ ໂດຍ​ບອກ​ວ່າ, “ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຈົ້າ​ຢູ່​ໃນ​ທີ່ນັ້ນ.”

6 ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).

7 ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ ພວກ​ອິດສະຣາເອນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ເມືອງ​ມີຊະປາ; ກະສັດ​ຊາວ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ພ້ອມ​ກັບ​ທະຫານ​ຈຳນວນ​ໜຶ່ງ ຈຶ່ງ​ຕຽມຕົວ​ອອກ​ໄປ​ໂຈມຕີ​ພວກເຂົາ. ເມື່ອ​ພວກ​ອິດສະຣາເອນ​ໄດ້ຍິນ​ຂ່າວ​ນີ້ ພວກເຂົາ​ກໍ​ເກີດ​ຢ້ານກົວ

8 ແລະ​ເວົ້າ​ຕໍ່​ຊາມູເອນ​ວ່າ, “ຢ່າ​ຢຸດ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ພຣະອົງ​ຈະ​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ.”

9 ຊາມູເອນ​ຂ້າ​ແກະໜຸ່ມ​ໂຕໜຶ່ງ ແລະ​ເຜົາ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ​ໂຜດ​ຊ່ວຍເຫລືອ​ຊາດ​ອິດສະຣາເອນ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.

10 ໃນ​ຂະນະທີ່​ຊາມູເອນ​ກຳລັງ​ຖວາຍ​ເຄື່ອງ​ບູຊາ​ຢູ່​ນັ້ນ ພວກ​ຟີລິດສະຕິນ​ໄດ້​ເຄື່ອນທັບ​ເຂົ້າ​ມາ​ໂຈມຕີ. ແຕ່​ພຣະເຈົ້າຢາເວ​ເຮັດ​ໃຫ້​ພວກເຂົາ​ໄດ້ຍິນ​ສຽງ​ຮ້ອງ​ອັນ​ໜ້າຢ້ານກົວ​ຍິ່ງ. ສະນັ້ນ ພວກເຂົາ​ຈຶ່ງ​ສັບສົນ​ວຸ້ນວາຍ ແລະ​ແຕກ​ໜີໄປ​ດ້ວຍ​ຄວາມ​ແຕກຕື່ນ​ຕົກໃຈ.

11 ແລ້ວ​ຊາວ​ອິດສະຣາເອນ​ກໍ​ຍົກທັບ​ອອກ​ມາ​ຈາກ​ເມືອງ​ມີຊະປາ ແລະ​ໄລ່​ຕາມລ່າ​ພວກເຂົາ​ໄປ​ຈົນ​ຮອດ​ເບັດຄາ ໂດຍ​ຂ້າ​ພວກເຂົາ​ໄປ​ຕາມ​ທາງ.

12 ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”

13 ສະນັ້ນ ພວກ​ຟີລິດສະຕິນ​ຈຶ່ງ​ພ່າຍແພ້​ໄປ ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໃຫ້​ພວກເຂົາ ບຸກລຸກ​ເຂດແດນ​ຂອງ​ຊາວ​ອິດສະຣາເອນ​ອີກ ຕາບໃດ​ທີ່​ຊາມູເອນ​ຍັງ​ມີ​ຊີວິດ​ຢູ່.

14 ທຸກ​ເມືອງ​ຕັ້ງແຕ່​ເມືອງ​ເອັກໂຣນ​ຈົນ​ຮອດ​ເມືອງກາດ ຊຶ່ງ​ພວກ​ຟີລິດສະຕິນ​ຢຶດເອົາ​ໄປ​ນັ້ນ ກໍໄດ້​ຄືນ​ມາ​ເປັນ​ຂອງ​ພວກ​ອິດສະຣາເອນ ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ດິນແດນ​ທີ່​ຖືກ​ຢຶດ​ໄປ​ນັ້ນ​ຄືນມາ​ໝົດ. ຄວາມ​ສະຫງົບສຸກ​ໄດ້​ເກີດ​ມີ​ລະຫວ່າງ​ຊາວ​ອິດສະຣາເອນ​ແລະ​ຊາວ​ການາອານ​ຄືກັນ.

15 ຊາມູເອນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.

16 ທຸກໆ​ປີ​ໃດ ເພິ່ນ​ຕ້ອງ​ໄປ​ຕັດສິນ​ຕາມ​ເມືອງ​ຕ່າງໆ​ດັ່ງນີ້: ເບັດເອນ, ກິນການ, ມີຊະປາ;

17 ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan