1 ຊາມູເອນ 6 - ພຣະຄຳພີສັກສິຫີບພັນທະສັນຍາຖືກສົ່ງກັບຄືນ 1 ຫລັງຈາກຫີບຂອງພຣະເຈົ້າຢາເວຢູ່ໃນດິນແດນຟີລິດສະຕິນ ເປັນເວລາເຈັດເດືອນແລ້ວ 2 ປະຊາຊົນຈຶ່ງໄດ້ເຊີນເອົາພວກປະໂຣຫິດແລະພວກໝໍມົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າຢາເວ? ຖ້າພວກເຮົາສົ່ງກັບຄືນໄປບ່ອນເກົ່າ ພວກເຮົາຄວນສົ່ງຫຍັງໄປພ້ອມແດ່?” 3 ພວກເຂົາຕອບວ່າ, “ຖ້າພວກເຈົ້າຈະສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນໄປ ພວກເຈົ້າຕ້ອງສົ່ງເຄື່ອງຖວາຍໄປພ້ອມ ເພື່ອໃຫ້ເປັນການຊົດໃຊ້ບາບຂອງພວກເຈົ້າ. ຫີບພັນທະສັນຍານີ້ຈະຖືກສົ່ງຄືນໄປໂດຍບໍ່ມີຂອງຖວາຍບໍ່ໄດ້. ດ້ວຍການເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຫາຍດີຈາກພະຍາດ ແລະພວກເຈົ້າກໍຈະຮູ້ວ່າ ເປັນຫຍັງພຣະອົງຈຶ່ງຍັງສືບຕໍ່ລົງໂທດພວກເຈົ້າຢູ່.” 4 ປະຊາຊົນຖາມວ່າ, “ພວກເຮົາຈະສົ່ງຂອງຖວາຍຢ່າງໃດໄປໃຫ້ພຣະອົງ?” ພວກເຂົາຕອບວ່າ, “ຈົ່ງເຮັດຕຸ່ມຝີເປັນຄຳຫ້າກ້ອນແລະເປັນໜູຫ້າໂຕ ແນວລະຢ່າງສຳລັບກະສັດຫ້າຄົນ ເພາະພວກເຈົ້າທັງຫລາຍແລະກະສັດຫ້າຄົນນັ້ນ ເປັນພະຍາດຢ່າງດຽວກັນ. 5 ພວກເຈົ້າຕ້ອງເຮັດແບບຂອງຕຸ່ມຝີແລະຮູບໜູ ຊຶ່ງພວມທຳລາຍດິນແດນຂອງພວກເຈົ້ານັ້ນ ແລະພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດພຣະເຈົ້າຂອງຊາດອິດສະຣາເອນ. ບາງທີພຣະອົງຈະເຊົາລົງໂທດພວກເຈົ້າ, ບັນດາພະຂອງພວກເຈົ້າ ແລະດິນແດນຂອງພວກເຈົ້າກໍໄດ້. 6 ເປັນຫຍັງພວກເຈົ້າຈຶ່ງຈະເປັນຄົນດື້ດ້ານ ດັ່ງກະສັດເອຢິບແລະຊາວເອຢິບ. ຢ່າລືມວ່າ ພຣະເຈົ້າໄດ້ເຮັດໃຫ້ພວກເຂົາເປັນຄົນໂງ່ຈ້າສໍ່າໃດ ຈົນປ່ອຍໃຫ້ພວກອິດສະຣາເອນອອກໄປຈາກປະເທດເອຢິບ. 7 ດັ່ງນັ້ນ ຈົ່ງຈັດຕຽມເອົາກວຽນຄັນໃໝ່ໆລຳໜຶ່ງມາ ພ້ອມທັງງົວແມ່ສອງໂຕທີ່ຍັງບໍ່ທັນທຽມແອກ; ໃຫ້ເອົາງົວແມ່ນັ້ນທຽມແອກແລະໄລ່ລູກມັນເຂົ້າຄອກ. 8 ແລ້ວໃຫ້ນຳເອົາຫີບຂອງພຣະເຈົ້າຢາເວໃສ່ເທິງກວຽນ ແລະເອົາຮູບທີ່ເປັນກ້ອນຄຳຊຶ່ງພວກເຈົ້າສົ່ງໄປເປັນເຄື່ອງຖວາຍສຳລັບຊົດໃຊ້ບາບນັ້ນໃສ່ໃນກ່ອງ ແລະໃຫ້ວາງໄວ້ທີ່ຂ້າງຫີບພັນທະສັນຍາ. ແລ້ວປ່ອຍງົວແມ່ໃຫ້ແກ່ກວຽນໄປເອງ 9 ແລະໃຫ້ຊອມເບິ່ງມັນ. ຖ້າກວຽນນີ້ຕົງໄປທີ່ເມືອງເບັດເຊເມດ ກໍໝາຍຄວາມວ່າແມ່ນພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງຄວາມຈິບຫາຍອັນຮ້າຍແຮງນີ້ມາສູ່ພວກເຮົາ. ຖ້າບໍ່ເປັນເຊັ່ນນັ້ນແລ້ວ ພວກເຮົາກໍຈະຮູ້ໄດ້ວ່າບໍ່ແມ່ນພຣະອົງທີ່ໄດ້ສົ່ງໂຣກລະບາດນີ້ມາ, ແຕ່ມັນເປັນສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຮົາເທົ່ານັ້ນ.” 10 ພວກເຂົາກໍປະຕິບັດຕາມທີ່ໄດ້ຖືກແຈ້ງມານັ້ນຄື: ພວກເຂົາເອົາງົວແມ່ສອງໂຕໄປທຽມແອກ ແລະຂັງລູກມັນໄວ້ໃນຄອກ. 11 ພວກເຂົາເອົາຫີບຂອງພຣະເຈົ້າຢາເວ ພ້ອມທັງກ່ອງແບບຮູບໜູແລະຮູບຕຸ່ມຝີໃສ່ເທິງກວຽນ. 12 ແລ້ວງົວແມ່ນັ້ນກໍເລີ່ມອອກເດີນທາງໄປສູ່ເບັດເຊເມດ ແລະມຸ້ງໜ້າຕົງໄປທີ່ເມືອງນີ້ທັງຮ້ອງໄປພ້ອມ ໂດຍບໍ່ໄດ້ລ້ຽວອອກໄປຈາກທາງ. ຝ່າຍກະສັດຟີລິດສະຕິນທັງຫ້າກໍຕິດຕາມກວຽນນັ້ນໄປ ຈົນເຖິງຊາຍແດນຂອງເມືອງເບັດເຊເມດ. 13 ຊາວເບັດເຊເມດກຳລັງພາກັນກ່ຽວເຂົ້າຢູ່ໃນທົ່ງນາ; ເມື່ອຫລຽວເຫັນຫີບພັນທະສັນຍາກໍພາກັນຊົມຊື່ນຍິນດີຫຼາຍ. 14 ກວຽນນັ້ນໄດ້ມາຢຸດຢູ່ໃກ້ໂງ່ນຫີນໃຫຍ່ບ່ອນໜຶ່ງໃນນາຂອງຊາຍຜູ້ໜຶ່ງຊື່ວ່າ ໂຢຊວຍຊາວເມືອງເບັດເຊເມດ. ແລ້ວຊາວເມືອງກໍມ້າງໄມ້ກວຽນອອກເປັນທ່ອນໆ ແລະຂ້າງົວແມ່ສອງໂຕນັ້ນເຜົາເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ. 15 ພວກເລວີຈຶ່ງຍົກເອົາຫີບຂອງພຣະເຈົ້າຢາເວ ພ້ອມກັບກ່ອງທີ່ບັນຈຸກ້ອນຄຳນັ້ນໄປວາງໄວ້ຢູ່ທີ່ເທິງໂງ່ນຫີນບ່ອນໜຶ່ງ. ແລ້ວໃນມື້ນັ້ນ ຊາວເມືອງເບັດເຊເມດກໍຖວາຍເຄື່ອງເຜົາບູຊາກັບເຄື່ອງບູຊາອື່ນໆອີກແກ່ພຣະເຈົ້າຢາເວ. 16 ຝ່າຍກະສັດຟີລິດສະຕິນຫ້າຄົນນັ້ນ ຕ່າງກໍຈອບເບິ່ງເຫດການຢູ່ຕະຫລອດ ແລ້ວພວກເຂົາກໍໄດ້ກັບເມືອເມືອງເອັກໂຣນໃນມື້ນັ້ນເອງ. 17 ຄຳທີ່ເປັນຮູບຕຸ່ມຝີຫ້າກ້ອນຊຶ່ງພວກຟີລິດສະຕິນໄດ້ຈັດສົ່ງມາ ເປັນຂອງຖວາຍແກ່ພຣະເຈົ້າຢາເວເພື່ອຊົດໃຊ້ບາບນັ້ນ ແຕ່ລະກ້ອນແມ່ນສຳລັບແຕ່ລະເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະເອັກໂຣນ. 18 ສ່ວນກ້ອນຄຳທີ່ເປັນແບບຮູບໜູແມ່ນສຳລັບເມືອງຕ່າງໆຂອງພວກຟີລິດສະຕິນ ຊຶ່ງຖືກປົກຄອງໂດຍກະສັດຫ້າຄົນ ພ້ອມທັງເມືອງທີ່ມີປ້ອມປ້ອງກັນດ້ວຍ. ສ່ວນໂງ່ນຫີນໃນທົ່ງນາຂອງໂຢຊວຍທີ່ເບັດເຊເມດ ບ່ອນທີ່ຊາວເມືອງວາງຫີບຂອງພຣະເຈົ້າຢາເວໃສ່ນັ້ນ ກໍຍັງເປັນຫຼັກຖານພະຍານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນຈົນເທົ່າເຖິງທຸກວັນນີ້. 19 ພຣະເຈົ້າຢາເວໄດ້ຂ້າຊາວເມືອງເບັດເຊເມດເຈັດສິບຄົນ ຍ້ອນພວກເຂົາຊ່ອງເບິ່ງຫີບຂອງພຣະເຈົ້າຢາເວ. ປະຊາຊົນໄດ້ໄວ້ທຸກໃຫ້ ເພາະພຣະເຈົ້າຢາເວໄດ້ໃຫ້ເກີດການເຂັ່ນຂ້າເປັນໝູ່ຢ່າງໜັກໃນທ່າມກາງພວກເຂົາ. ຫີບພັນທະສັນຍາທີ່ກີຣີອາດ-ເຢອາຣິມ 20 ດັ່ງນັ້ນ ຊາວເມືອງເບັດເຊເມດຈຶ່ງເວົ້າວ່າ, “ແມ່ນຜູ້ໃດທີ່ຈະຢືນຢູ່ຊ້ອງໜ້າຂອງພຣະເຈົ້າຢາເວ ພຣະເຈົ້າອົງບໍຣິສຸດນີ້ໄດ້? ພວກເຮົາຈະສົ່ງພຣະອົງໄປໃຫ້ຜູ້ໃດໄດ້ ເພື່ອໃຫ້ພົ້ນຈາກພວກເຮົາເສຍ?” 21 ແລ້ວພວກເຂົາກໍສົ່ງຄົນນຳຂ່າວໄປຫາຊາວກີຣີອາດເຢອາຣີມວ່າ, “ພວກຟີລິດສະຕິນໄດ້ສົ່ງຫີບຂອງພຣະເຈົ້າຢາເວຄືນມາແລ້ວ ຂໍໃຫ້ລົງມາເອົາສາ.” |
@ 2012 United Bible Societies. All Rights Reserved.