1 ຊາມູເອນ 5 - ພຣະຄຳພີສັກສິຫີບພັນທະສັນຍາໃນທ່າມກາງພວກຟີລິດສະຕິນ 1 ຫລັງຈາກພວກຟີລິດສະຕິນໄດ້ຢຶດຫີບຂອງພຣະເຈົ້າໄປແລ້ວ ພວກເຂົາກໍຫາມຫີບນີ້ອອກຈາກເອເບັນເອເຊ ໄປສູ່ເມືອງຂອງພວກເຂົາທີ່ອາຊະໂດດ, 2 ໄດ້ນຳໄປທີ່ວັດພະດາໂກນ ແລະຕັ້ງໄວ້ຢູ່ຂ້າງຮູບພະດາໂກນຂອງພວກເຂົາ. 3 ເມື່ອຊາວອາຊະໂດດຕື່ນຂຶ້ນມາໃນຕອນເຊົ້າໄດ້ເຫັນວ່າ ຮູບພະດາໂກນລົ້ມຂວໍ້າໜ້າລົງຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ສະນັ້ນ ພວກເຂົາຈຶ່ງຍົກເອົາຮູບພະນັ້ນໄປໄວ້ບ່ອນເກົ່າຄືນ. 4 ໃນມື້ຕໍ່ມາແຕ່ເດິກໆ ພວກເຂົາເຫັນຮູບພະນັ້ນລົ້ມຂວໍ້າໜ້າລົງ ຕໍ່ໜ້າຫີບຂອງພຣະເຈົ້າຢາເວອີກຄືເກົ່າ. ໃນເທື່ອນີ້ທັງຫົວແລະແຂນທັງສອງຂອງຮູບພະນັ້ນຫັກອອກ ແລະກອງກັນໄວ້ທີ່ປະຕູ ມີພຽງແຕ່ໂຕຂອງຮູບພະເທົ່ານັ້ນທີ່ຍັງເຫລືອຢູ່. ( 5 ດ້ວຍເຫດນີ້ ໃນທຸກມື້ນີ້ ປະໂຣຫິດຂອງພະດາໂກນ ແລະຊາວເມືອງອາຊະໂດດທຸກຄົນ ທີ່ຂາບໄຫວ້ພະດາໂກນຈຶ່ງບໍ່ຍອມຢຽບບ່ອນນັ້ນ ແຕ່ຍ່າງຂ້າມຜ່ານໄປ.) 6 ພຣະເຈົ້າຢາເວໄດ້ລົງໂທດຊາວເມືອງອາຊະໂດດຢ່າງໜັກ ທັງເຮັດໃຫ້ພວກເຂົາຢ້ານກົວພຣະອົງຫລາຍທີ່ສຸດ. ພຣະອົງຍັງໄດ້ລົງໂທດພວກເຂົາ ຕະຫລອດທັງປະຊາຊົນທີ່ຢູ່ອ້ອມແອ້ມນັ້ນໂດຍໃຫ້ເກີດຕຸ່ມຝີ. 7 ເມື່ອພວກເຂົາໄດ້ເຫັນເຫດການດັ່ງນີ້ເກີດຂຶ້ນ ຈຶ່ງເວົ້າວ່າ, “ຢ່າເອົາຫີບຂອງພຣະເຈົ້າຂອງຊາດອິດສະຣາເອນຢູ່ນຳພວກເຮົາ ເພາະວ່າມືຂອງພຣະອົງໄດ້ລົງໂທດພວກເຮົາກັບພະດາໂກນຂອງພວກເຮົາ.” 8 ສະນັ້ນ ພວກເຂົາຈຶ່ງໃຊ້ພວກຜູ້ນຳຂ່າວໄປເຊີນເອົາກະສັດຟີລິດສະຕິນຫ້າຄົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນນີ້?” ພວກເພິ່ນຕອບວ່າ, “ໃຫ້ເອົາຫີບຂອງພຣະເຈົ້າໄປທີ່ເມືອງກາດ.” ດັ່ງນັ້ນ ພວກເຂົາຈຶ່ງນຳເອົາຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງກາດ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ. 9 ແຕ່ພໍຫີບໄປເຖິງທີ່ນັ້ນແລ້ວ ພຣະເຈົ້າຢາເວກໍລົງໂທດຊາວເມືອງນີ້ເຊັ່ນກັນ ຄືເຮັດໃຫ້ພວກເຂົາສັບສົນວຸ້ນວາຍຫຼາຍ. ພຣະອົງໄດ້ລົງໂທດພວກເຂົາໃຫ້ເກີດຕຸ່ມຝີທັງຜູ້ໜຸ່ມແລະຜູ້ເຖົ້າ. 10 ເມື່ອເປັນເຊັ່ນນີ້ ພວກເຂົາຈຶ່ງສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງເອັກໂຣນ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ. ເມື່ອຫີບພັນທະສັນຍາຂອງພຣະເຈົ້ານັ້ນມາເຖິງເມືອງນີ້ແລ້ວ ປະຊາຊົນກໍພາກັນຮ້ອງຂຶ້ນວ່າ, “ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນມາທີ່ນີ້ ເພື່ອໝາຍຈະຂ້າພວກເຮົາແລະປະຊາຊົນຂອງພວກເຮົາ.” 11 ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ. 12 ແມ່ນແຕ່ພວກທີ່ລອດຕາຍມາໄດ້ກໍຍັງເປັນຕຸ່ມຝີ; ສະນັ້ນ ພວກເຂົາຈຶ່ງໄດ້ຂໍຮ້ອງໃຫ້ບັນດາພະຂອງພວກເຂົາຊ່ວຍເຫລືອ. |
@ 2012 United Bible Societies. All Rights Reserved.