1 ຊາມູເອນ 4 - ພຣະຄຳພີສັກສິສັດຕູຢຶດເອົາຫີບພັນທະສັນຍາ 1 ໃນເວລານັ້ນ ພວກຟີລິດສະຕິນໄດ້ທ້ອນໂຮມກັນ ເຮັດເສິກຕໍ່ສູ້ຊົນຊາດອິດສະຣາເອນ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງຍົກທັບອອກໄປສູ້ຮົບພວກເຂົາ. ພວກອິດສະຣາເອນຕັ້ງຄ້າຍຢູ່ທີ່ເມືອງເອເບັນເອເຊ ສ່ວນພວກຟີລິດສະຕິນນັ້ນຕັ້ງຄ້າຍຢູ່ທີ່ເມືອງອາເຟັກ. 2 ພວກຟີລິດສະຕິນເປັນຝ່າຍລົງມືໂຈມຕີກ່ອນ ແລະຫລັງຈາກຕໍ່ສູ້ກັນຢ່າງດຸເດືອດແລ້ວ ພວກເຂົາຈຶ່ງຕີຊະນະພວກອິດສະຣາເອນ ໂດຍຂ້າພວກເຂົາຕາຍໃນສະໜາມຮົບປະມານສີ່ພັນຄົນ. 3 ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນຳຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຈາກເມືອງຊີໂລ ເພື່ອວ່າພຣະອົງ ຈະສະຖິດຢູ່ກັບພວກເຮົາ ແລະຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ.” 4 ດັ່ງນັ້ນ ພວກເຂົາຈຶ່ງສົ່ງຄົນໄປທີ່ເມືອງຊີໂລ ເພື່ອເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ນັ່ງເທິງບັນລັງຂອງເຄຣຸບ. ໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ ໄດ້ເດີນທາງມາພ້ອມກັບຫີບພັນທະສັນຍານີ້. 5 ເມື່ອນຳຫີບພັນທະສັນຍາຂອງພຣະເຈົ້າຢາເວມາຮອດແລ້ວ ພວກອິດສະຣາເອນກໍພາກັນໂຮຮ້ອງຍິນດີ ສຽງດັງກ້ອງສະໜັ່ນດັ່ງແຜ່ນດິນສັ່ນສະເທືອນ. 6 ເມື່ອພວກຟີລິດສະຕິນໄດ້ຍິນສຽງນັ້ນ ຈຶ່ງເວົ້າວ່າ, “ຟັງສຽງຮ້ອງໃນຄ້າຍຂອງຊາວເຮັບເຣີພຸ້ນດູ ມັນໝາຍເຖິງຫຍັງກັນແທ້?” ເມື່ອພວກຟີລິດສະຕິນຮູ້ວ່າຫີບຂອງພຣະເຈົ້າຢາເວ ໄດ້ມາຮອດຄ້າຍຂອງພວກອິດສະຣາເອນແລ້ວ 7 ພວກເຂົາຈຶ່ງຢ້ານກົວ ແລະເວົ້າວ່າ, “ມີພຣະຕົນໜຶ່ງມາຢູ່ໃນຄ້າຍຂອງພວກເຂົາແລ້ວ. ບັດນີ້ ພວກເຮົາຈະຕ້ອງເສຍໄຊເປັນແນ່ ເພາະບໍ່ເຄີຍມີເຫດການຢ່າງນີ້ເກີດຂຶ້ນກັບພວກເຮົາມາກ່ອນເລີຍ. 8 ແມ່ນຜູ້ໃດຈະຊ່ວຍພວກເຮົາໃຫ້ພົ້ນຈາກພຣະທີ່ມີຣິດອຳນາດເຫຼົ່ານັ້ນໄດ້? ແມ່ນພຣະເຫຼົ່ານີ້ແຫລະ ທີ່ໄດ້ຂ້າຊາວເອຢິບດ້ວຍໄພພິບັດນາໆປະການ ຢູ່ໃນຖິ່ນແຫ້ງແລ້ງກັນດານ. 9 ຊາວຟີລິດສະຕິນເອີຍ ຈົ່ງກ້າຫານເຖີດ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍ; ບໍ່ດັ່ງນັ້ນ ພວກເຮົາຈະຕ້ອງຕົກເປັນທາດຮັບໃຊ້ຂອງຊາວເຮັບເຣີ ດັ່ງທີ່ພວກເຂົາເຄີຍຕົກເປັນທາດຮັບໃຊ້ຂອງພວກເຮົາມາແລ້ວ. ສະນັ້ນ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍເຖີດ.” 10 ພວກຟີລິດສະຕິນຕໍ່ສູ້ຢ່າງໜັກ ຈົນພວກອິດສະຣາເອນພ່າຍແພ້ໃນທີ່ສຸດ ແລະແຕກໜີໄປບ້ານເຮືອນຂອງໃຜລາວ. ມີການເຂັ່ນຂ້າເປັນໝູ່ຢ່າງໜັກຄື: ທະຫານອິດສະຣາເອນຖືກຂ້າຕາຍສາມສິບພັນຄົນ. 11 ຫີບຂອງພຣະເຈົ້າໄດ້ຖືກຢຶດໄປ ແລະໂຮຟະນີກັບຟີເນຮາລູກຊາຍສອງຄົນຂອງເອລີກໍຖືກຂ້າດ້ວຍ. ເອລີຕາຍ 12 ໃນມື້ດຽວກັນນັ້ນ ຍັງມີຊາຍໃນເຜົ່າເບັນຢາມິນຄົນໜຶ່ງໄດ້ແລ່ນມາຈາກສະໜາມຮົບສູ່ເມືອງຊີໂລ. ເພື່ອສະແດງຄວາມໂສກເສົ້າເສຍໃຈ ລາວໄດ້ຈີກເສື້ອຂອງຕົນແລະເອົາຂີ້ດິນໂຮຍໃສ່ຫົວ. 13 ຝ່າຍເອລີກໍກຳລັງນັ່ງເຝົ້າຄອຍຢູ່ໃກ້ແຄມທາງ ພ້ອມທັງຄິດເປັນຫ່ວງນຳຫີບຂອງພຣະເຈົ້າ. ຊາຍຜູ້ນີ້ໄດ້ມາປ່າວປະກາດໄປທົ່ວເມືອງ ຈົນທຸກຄົນຮ້ອງໄຫ້ດ້ວຍຄວາມຢ້ານ. 14 ເມື່ອເອລີໄດ້ຍິນສຽງນັ້ນ ຈຶ່ງຖາມວ່າ, “ແມ່ນສຽງຫຍັງ?” ຊາຍຄົນນັ້ນຈຶ່ງຟ້າວມາບອກຂ່າວແກ່ເອລີ. ( 15 ໃນຂະນະນັ້ນ ເອລີມີອາຍຸເກົ້າສິບແປດປີ ແລະຕາກໍເກືອບບໍ່ເຫັນຮຸ່ງແລ້ວ). 16 ຊາຍຄົນນີ້ໄດ້ເວົ້າວ່າ, “ຂ້ານ້ອຍຫາກໍໜີມາຈາກສະໜາມຮົບມື້ນີ້ ແລະຟ້າວແລ່ນມາທີ່ນີ້ໂລດ.” ເອລີຈຶ່ງຖາມລາວວ່າ, “ລູກເອີຍ ມີເຫດການຫຍັງເກີດຂຶ້ນ?” 17 ຄົນນຳຂ່າວໄດ້ຕອບວ່າ, “ພວກອິດສະຣາເອນຕ່າງກໍແລ່ນປົບໜີຈາກພວກຟີລິດສະຕິນ ມັນເປັນການພ່າຍແພ້ທີ່ເຈັບແສບທີ່ສຸດສຳລັບພວກເຮົາ. ນອກຈາກນີ້ ໂຮຟະນີກັບຟີເນຮາລູກຊາຍທັງສອງຂອງທ່ານກໍຖືກຂ້າ ແລະຫີບຂອງພຣະເຈົ້າກໍຖືກຢຶດໄປດ້ວຍ.” 18 ພໍຊາຍຄົນນັ້ນເວົ້າເຖິງຫີບຂອງພຣະເຈົ້າ ເອລີຜູ້ທີ່ນັ່ງຢູ່ໃກ້ປະຕູພຣະວິຫານ ກໍຫງາຍຫລັງລົ້ມລົງຄໍຫັກຕາຍເພາະເພິ່ນເຖົ້າແກ່ແລະຕຸ້ຍ. ເອລີເປັນຜູ້ປົກຄອງຊາດອິດສະຣາເອນເປັນເວລາສີ່ສິບປີ. ເມຍໝ້າຍຂອງຟີເນຮາຕາຍ 19 ລູກໃພ້ຂອງເອລີ ເມຍຂອງຟີເນຮາກຳລັງຖືພາແລະໃກ້ຈະຄອດຢູ່ແລ້ວ. ເມື່ອນາງໄດ້ຍິນວ່າຫີບພັນທະສັນຍາຂອງພຣະເຈົ້າຖືກຢຶດໄປ ແລະພໍ່ປູ່ກັບຜົວຂອງຕົນກໍໄດ້ຕາຍໄປແລ້ວ ດ້ວຍຄວາມເສຍໃຈ ນາງຈຶ່ງເຈັບທ້ອງ ແລະຄອດລູກອອກມາໃນກະທັນຫັນ. 20 ເມື່ອນາງກຳລັງຈະສິ້ນໃຈນັ້ນ ພວກຜູ້ຍິງທີ່ມາຊ່ວຍນາງຄອດລູກກໍເວົ້າວ່າ, “ຈົ່ງເຮັດໃຈໃຫ້ເຂັ້ມແຂງເອົາໄວ້ ເຈົ້າໄດ້ລູກຜູ້ຊາຍ” ແຕ່ນາງບໍ່ສົນໃຈແລະບໍ່ຕອບ. 21 ນາງໃສ່ຊື່ເດັກນັ້ນວ່າ ອີຄາບົດ ໂດຍອະທິບາຍວ່າ, “ສະຫງ່າຣາສີໄດ້ໄປຈາກຊາດອິດສະຣາເອນ” ອັນເປັນການອ້າງເຖິງຫີບຂອງພຣະເຈົ້າທີ່ໄດ້ຖືກຢຶດໄປນັ້ນ ແລະການຕາຍຂອງພໍ່ປູ່ພ້ອມທັງຜົວຂອງນາງ. 22 ນາງເວົ້າວ່າ, “ສະຫງ່າຣາສີໄດ້ຈາກຊາດອິດສະຣາເອນໄປແລ້ວ ເພາະຫີບຂອງພຣະເຈົ້າໄດ້ຖືກຢຶດໄປ.” |
@ 2012 United Bible Societies. All Rights Reserved.