Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 31 - ພຣະຄຳພີສັກສິ


ໂຊນ​ແລະ​ພວກ​ລູກຊາຍ​ຕາຍ
( 1 ຂຄ 10:1-12 )

1 ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.

2 ແຕ່​ພວກ​ຟີລິດສະຕິນ​ໄລ່​ທັນ ຈຶ່ງ​ໄດ້​ຂ້າ​ລູກຊາຍ​ທັງ​ສາມ​ຂອງ​ກະສັດ​ໂຊນ​ເຊັ່ນ: ໂຢນາທານ, ອາບີນາດາບ ແລະ​ມັນກີຊູອາ.

3 ມີ​ການ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ຢູ່​ອ້ອມຮອບ​ກະສັດ​ໂຊນ. ສະນັ້ນ ເພິ່ນ​ຈຶ່ງ​ຖືກ​ລູກທະນູ​ຂອງ​ສັດຕູ​ແລະ​ບາດເຈັບ​ຢ່າງ​ສາຫັດ.

4 ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.

5 ເມື່ອ​ຊາຍໜຸ່ມ​ເຫັນ​ວ່າ​ກະສັດ​ໂຊນ​ໄດ້​ສິ້ນໃຈ​ຕາຍໄປ​ແລ້ວ ລາວ​ກໍ​ຊັກ​ດາບ​ອອກ​ມາ​ແລະ​ຂ້າ​ຕົນເອງ​ຕາຍໄປ​ກັບ​ກະສັດ​ໂຊນ.

6 ກະສັດ​ໂຊນ​ກັບ​ລູກຊາຍ​ສາມ​ຄົນ​ພ້ອມ​ທັງ​ຊາຍໜຸ່ມ​ຜູ້​ທີ່​ຖື​ດາບ​ໃຫ້​ເພິ່ນ​ນັ້ນ ໄດ້​ຕາຍໄປ​ຢ່າງນີ້​ແຫລະ ຄົນ​ຂອງ​ໂຊນ​ທຸກຄົນ​ໄດ້​ຕາຍໄປ​ໃນ​ວັນ​ນັ້ນ.

7 ເມື່ອ​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ຮ່ອມພູ​ຢິດຊະເຣນ​ຟາກ​ໜຶ່ງ​ອີກ ແລະ​ພວກ​ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໄດ້ຍິນ​ຂ່າວ​ວ່າ ທະຫານ​ອິດສະຣາເອນ​ໄດ້​ປົບໜີໄປ ແລະ​ກະສັດ​ໂຊນ​ກັບ​ພວກ​ລູກຊາຍ​ກໍ​ຖືກ​ຂ້າ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ປະຖິ້ມ​ບ້ານເຮືອນ​ຂອງ​ພວກ​ຕົນ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍ​ເຂົ້າ​ມາ​ຢຶດເອົາ​ເມືອງ.

8 ວັນ​ຕໍ່ມາ ຫລັງຈາກ​ການ​ສູ້ຮົບ​ຢຸດຕິລົງ​ແລ້ວ ພວກ​ຟີລິດສະຕິນ​ຈຶ່ງ​ໄປ​ຫາ​ປົດ​ເອົາ​ເຄື່ອງ​ຂອງ​ຄົນ​ທີ່​ຕາຍໄປ​ແລ້ວ. ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ ພ້ອມ​ກັບ​ຊາກສົບ​ຂອງ​ລູກຊາຍ​ທັງ​ສາມ​ຂອງ​ເພິ່ນ​ທີ່​ເທິງ​ພູ​ກິນໂບອາ.

9 ພວກເຂົາ​ຈຶ່ງ​ຕັດ​ເອົາ​ຫົວ​ກະສັດ​ໂຊນ, ແກ້​ເຄື່ອງ​ອາວຸດ​ອອກ ແລະ​ສົ່ງ​ຄົນນຳຂ່າວ​ໄປ​ທົ່ວ​ຟີລິດສະຕິນ ເພື່ອ​ແຈ້ງ​ຂ່າວດີ​ໄປ​ເຖິງ​ວັດຕ່າງໆ​ທີ່​ມີ​ຮູບເຄົາຣົບ ແລະ​ໄປ​ເຖິງ​ປະຊາຊົນ​ຂອງ​ພວກເຂົາ​ທຸກໆ​ຄົນ.

10 ແລ້ວ​ພວກເຂົາ​ກໍ​ເອົາ​ອາວຸດ​ຂອງ​ເພິ່ນ​ໄປ​ບັນຈຸ​ໄວ້​ຢູ່​ໃນ​ວັດ​ຂອງ​ເຈົ້າແມ່​ອັດສະຕາກ ແລະ​ຕອກ​ຊາກສົບ​ຂອງ​ເພິ່ນ​ໃສ່​ກັບ​ກຳແພງ​ເມືອງ​ເບັດ​ຊານ.

11 ເມື່ອ​ຊາວເມືອງ​ຢາເບັດ​ກີເລອາດ​ໄດ້ຍິນ​ວ່າ ພວກ​ຟີລິດສະຕິນ​ໄດ້​ປະຕິບັດ​ຕໍ່​ກະສັດ​ໂຊນ​ເຊັ່ນນັ້ນ,

12 ຄົນ​ທີ່​ອົງອາດ​ກ້າຫານ ກໍ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເບັດ​ຊານ​ຕະຫລອດ​ຄືນ. ພວກເຂົາ​ໄດ້​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ​ກັບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ລົງ​ມາ​ຈາກ​ກຳແພງ​ເມືອງ ແລະ​ນຳ​ຊາກສົບ​ເຫຼົ່ານັ້ນ​ໄປ​ທີ່​ເມືອງ​ຢາເບັດ ແລະ​ຈູດ​ໃນ​ທີ່ນັ້ນ.

13 ພວກເຂົາ​ເອົາ​ກະດູກ​ໄປ​ຝັງ​ໄວ້​ໃນ​ເມືອງ ຢູ່​ລຸ່ມ​ກົກໄມ້​ຕົ້ນ​ໜຶ່ງ​ຊື່​ວ່າ ຕາມາຣີ​ທີ່​ເມືອງ​ຢາເບັດ ແລະ​ພາກັນ​ອົດອາຫານ​ເປັນ​ເວລາ​ເຈັດ​ວັນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan