1 ຊາມູເອນ 30 - ພຣະຄຳພີສັກສິດາວິດເຮັດເສິກຕໍ່ສູ້ຊາວອາມາເຫຼັກ 1 ສອງມື້ຕໍ່ມາ ດາວິດພ້ອມກັບຄົນທັງຫລາຍຂອງຕົນກໍໄດ້ກັບຄືນມາຮອດເມືອງຊິກລັກ. ພວກອາມາເຫຼັກໄດ້ມາຫລອນປຸ້ນທາງພາກໃຕ້ຂອງຢູດາຍ ແລະໂຈມຕີເມືອງຊິກລັກ. ພວກເຂົາໄດ້ຈູດເມືອງຖິ້ມ 2 ແລະຈັບເອົາພວກຜູ້ຍິງທຸກຄົນໄປ. ພວກເຂົາບໍ່ໄດ້ຂ້າຜູ້ໃດເລີຍ, ແຕ່ເມື່ອພວກເຂົາອອກໜີໄປນັ້ນ ພວກເຂົາຈັບເອົາທຸກຄົນໄປດ້ວຍ. 3 ເມື່ອດາວິດກັບຄົນທັງຫລາຍຂອງຕົນກັບມາເຖິງ ກໍເຫັນວ່າເມືອງຖືກຈູດຈົນໝົດສິ້ນ, ເມຍພ້ອມທັງລູກຊາຍກັບລູກສາວຂອງພວກເຂົາກໍຖືກຈັບໄປ. 4 ດາວິດກັບຄົນທັງຫລາຍຂອງຕົນຈຶ່ງຮ້ອງໄຫ້ຈົນອ່ອນເພຍເສຍກຳລັງໃຈ. 5 ແມ່ນແຕ່ເມຍທັງສອງຂອງດາວິດ ຄືນາງອາຮີໂນອາມຊາວຢິດຊະເຣນກັບນາງອາບີກາຍເມຍໝ້າຍຂອງນາບານຊາວກາເມນ ກໍຖືກຈັບໄປດ້ວຍ. 6 ບັດນີ້ ດາວິດເປັນທຸກໃຈຫລາຍທີ່ສຸດ ກໍເພາະຄົນທັງຫລາຍຂອງເພິ່ນເກີດມີຄວາມຂົມຂື່ນ ຍ້ອນພວກເຂົາສູນເສຍລູກເມຍ ແລະພວກເຂົາຕ່າງກໍຂູ່ວ່າຈະແກວ່ງກ້ອນຫີນໃສ່ດາວິດ, ແຕ່ດາວິດໄດ້ຊູກຳລັງໃຈຂຶ້ນໃນພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ. 7 ດາວິດເວົ້າກັບປະໂຣຫິດອາບີອາທາລູກຊາຍຂອງອາຮີເມເຫຼັກວ່າ, “ຈົ່ງເອົາເອໂຟດມາໃຫ້ຂ້ອຍ.” ອາບີອາທາກໍນຳເອົາມາໃຫ້ເພິ່ນ. 8 ດາວິດຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄລ່ຕິດຕາມພວກນັກປຸ້ນຫລືບໍ່? ຂ້ານ້ອຍຈະຕາມທັນພວກເຂົາຫລືບໍ່?” ພຣະອົງຕອບວ່າ, “ຈົ່ງໄລ່ຕິດຕາມພວກເຂົາໄປ ແລະເຈົ້າຈະຕາມທັນ ພ້ອມທັງຈະຊ່ວຍກອບກູ້ເອົາທຸກສິ່ງນັ້ນກັບຄືນມາ.” 9 ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນຈຶ່ງອອກເດີນທາງໄປ. ເມື່ອມາເຖິງຫ້ວຍນໍ້າເບໂສເຣ ຄົນຂອງດາວິດບາງຄົນກໍໄດ້ຄ້າງຢູ່ທີ່ນັ້ນ. 10 ສ່ວນດາວິດນັ້ນເດີນທາງຕໍ່ໄປ ມີຄົນປະມານສີ່ຮ້ອຍຄົນຕິດຕາມໄປດ້ວຍ. ສ່ວນອີກສອງຮ້ອຍຄົນນັ້ນຂ້າມແມ່ນໍ້າເບໂສເຣໄປບໍ່ໄຫວ ເພາະອິດເມື່ອຍເກີນໄປ. ສະນັ້ນ ພວກເຂົາຈຶ່ງພັກຢູ່ທາງແນວຫລັງ. 11 ຕໍ່ມາ ຄົນຂອງດາວິດໄດ້ພົບຊາຍໜຸ່ມຊາວເອຢິບຜູ້ໜຶ່ງຢູ່ກາງທົ່ງ ພວກເຂົາຈຶ່ງນຳລາວມາຫາດາວິດ. ພວກເຂົາໄດ້ເອົາເຂົ້າ, ນໍ້າ, 12 ໝາກເດື່ອແຫ້ງ ແລະໝາກອະງຸ່ນສອງມັດໃຫ້ລາວກິນ. ເມື່ອກິນອີ່ມແລ້ວ ລາວກໍມີແຮງຂຶ້ນເພາະລາວບໍ່ໄດ້ກິນແລະດື່ມຫຍັງ ເປັນເວລາສາມວັນແລ້ວ. 13 ດາວິດຖາມລາວວ່າ, “ເຈົ້າມາແຕ່ໃສ ນາຍຂອງເຈົ້າແມ່ນຜູ້ໃດ?” ລາວຕອບວ່າ, “ຂ້ານ້ອຍເປັນຄົນເອຢິບ ທາດຮັບໃຊ້ຂອງຊາວອາມາເຫຼັກ ນາຍຂອງຂ້ານ້ອຍປະຂ້ານ້ອຍໄວ້ສາມວັນແລ້ວເພາະຂ້ານ້ອຍໄຂ້. 14 ພວກເຮົາໄດ້ປຸ້ນເຂດແດນເນເກັບຂອງຊາວເກເຣັດທີ່ທາງພາກໃຕ້ຂອງຢູດາຍ ແລະເຂດແດນຂອງຕະກຸນກາເລັບແລະໄດ້ຈູດເມືອງຊິກລັກຖິ້ມ.” 15 ດາວິດຖາມລາວວ່າ, “ໃຫ້ເຈົ້າພາຂ້ອຍໄປຫາພວກນັກປຸ້ນນັ້ນໄດ້ບໍ່?” ລາວຕອບວ່າ, “ຖ້າທ່ານສັນຍາຕໍ່ຂ້ານ້ອຍຊ້ອງພຣະພັກພຣະເຈົ້າວ່າ ຈະບໍ່ສັງຫານຂ້ານ້ອຍຫລືມອບຂ້ານ້ອຍໃຫ້ນາຍຄືນ ຂ້ານ້ອຍກໍຈະພາທ່ານໄປ.” 16 ດັ່ງນັ້ນ ລາວຈຶ່ງພາດາວິດໄປ. ພວກນັກປຸ້ນຕ່າງກໍກະຈັດກະຈາຍກັນຢູ່ທົ່ວແຖບນັ້ນ ທັງກິນທັງດື່ມສະຫລອງ ເນື່ອງຈາກປຸ້ນເຂົ້າຂອງມາໄດ້ຢ່າງຫລວງຫລາຍຈາກຟີລິດສະຕິນແລະຢູດາຍ. 17 ໃນມື້ຕໍ່ມາພໍຮຸ່ງເຊົ້າ ດາວິດກໍໂຈມຕີພວກເຂົາແລະຕໍ່ສູ້ກັນຈົນເຖິງຄໍ່າ. ມີແຕ່ຊາຍໜຸ່ມໃນພວກປຸ້ນສີ່ຮ້ອຍຄົນເທົ່ານັ້ນ ທີ່ຂີ່ອູດປົບໜີໄປໄດ້. ນອກນັ້ນຖືກຂ້າຖິ້ມໝົດ. 18 ດາວິດໄດ້ຊ່ວຍກູ້ເອົາທຸກຄົນໄວ້ໄດ້ພ້ອມທັງສິ່ງຂອງຕ່າງໆ ທີ່ພວກອາມາເຫຼັກໄດ້ຢຶດເອົາໄປນັ້ນຄືນມາໝົດ ຕະຫລອດທັງເມຍສອງຄົນຂອງຕົນໂດຍບໍ່ມີສິ່ງໃດຂາດຫາຍໄປ. 19 ດາວິດໄດ້ທຸກສິ່ງຄືນມາ ຕະຫລອດທັງພວກລູກຊາຍ, ລູກສາວ ແລະສິ່ງຂອງທີ່ພວກອາມາເຫຼັກໄດ້ປຸ້ນໄປນັ້ນ. 20 ເພິ່ນຍັງຢຶດໄດ້ຝູງແກະແລະຝູງງົວທັງໝົດຄືນມາ; ຄົນຂອງເພິ່ນໄດ້ຕ້ອນຝູງສັດອອກໄປຂ້າງໜ້າຂອງພວກຕົນ ທັງເວົ້າວ່າ, “ສັດເຫຼົ່ານີ້ເປັນຂອງດາວິດ.” 21 ແລ້ວດາວິດກໍໄດ້ກັບຄືນເມືອຫາຄົນສອງຮ້ອຍຄົນ ທີ່ຄ້າງຢູ່ໃກ້ແມ່ນໍ້າເບໂສເຣ ເພາະພວກເຂົາອ່ອນເພຍເກີນໄປທີ່ຈະເດີນທາງຕໍ່. ພວກເຂົາອອກມາຕ້ອນຮັບດາວິດແລະທະຫານທີ່ກັບມາ. ສ່ວນດາວິດກໍອອກໄປຫາພວກເຂົາ ທັງສະແດງຄວາມຄຳນັບຢ່າງອົບອຸ່ນແກ່ທຸກໆຄົນ. 22 ແຕ່ພວກຄົນບໍ່ດີແລະມັກກໍ່ເລື່ອງບາງຄົນທີ່ໄດ້ໄປກັບດາວິດນັ້ນເວົ້າໃຫ້ດາວິດວ່າ, “ພວກເຮົາຈະບໍ່ເອົາສິ່ງຂອງທີ່ກູ້ຄືນມາໄດ້ນັ້ນ ແບ່ງປັນໃຫ້ພວກເຂົາຈັກຢ່າງ ຍ້ອນພວກເຂົາບໍ່ໄດ້ໄປນຳພວກເຮົາ. ຈົ່ງໃຫ້ພວກເຂົາເອົາລູກເມຍຄືນ ແລະໜີໄປເສຍ.” 23 ແຕ່ດາວິດຕອບວ່າ, “ບັນດາພີ່ນ້ອງຂອງຂ້າພະເຈົ້າເອີຍ ພວກເຈົ້າບໍ່ຄວນກະທຳເຊັ່ນນັ້ນກັບສິ່ງທີ່ພຣະເຈົ້າຢາເວໄດ້ໂຜດໃຫ້ແກ່ພວກເຮົາ ພຣະອົງໄດ້ປົກປັກຮັກສາພວກເຮົາໃຫ້ປອດໄພ ແລະໃຫ້ພວກເຮົາມີໄຊຊະນະເໜືອພວກນັກປຸ້ນ. 24 ບໍ່ມີຜູ້ໃດອາດເຫັນດີໃນສິ່ງທີ່ພວກເຈົ້າເວົ້າມານັ້ນດອກ ພວກທີ່ຢູ່ແນວຫລັງເພື່ອຮັກສາສິ່ງຂອງ ແລະພວກທີ່ອອກໄປຕໍ່ສູ້ໃນສະໜາມຮົບ ທຸກຄົນຕ້ອງໄດ້ຮັບສ່ວນແບ່ງເທົ່າກັນໝົດ.” 25 ດາວິດໄດ້ຕັ້ງກົດລະບຽບນີ້ຂຶ້ນ ແລະໃຫ້ໃຊ້ປະຕິບັດກັນສືບມາໃນຊາດອິດສະຣາເອນ ຈົນເຖິງເທົ່າທຸກວັນນີ້. 26 ເມື່ອດາວິດກັບຄືນມາເຖິງເມືອງຊິກລັກແລ້ວ ເພິ່ນຈຶ່ງຈັດເອົາສິ່ງຂອງທີ່ກູ້ຄືນມາໄດ້ນັ້ນສົ່ງໃຫ້ພວກໝູ່ເພື່ອນຂອງເພິ່ນ ທີ່ເປັນເຖົ້າແກ່ຢູ່ໃນຢູດາຍດ້ວຍ ແລະຝາກຖ້ອຍຄຳໄປພ້ອມວ່າ, “ອັນນີ້ແມ່ນຂອງຂວັນສຳລັບພວກເຈົ້າ ຊຶ່ງແມ່ນສິ່ງທີ່ກູ້ຄືນມາໄດ້ຈາກພວກສັດຕູຂອງພຣະເຈົ້າຢາເວ.” 27 ເພິ່ນໄດ້ສົ່ງສິ່ງຂອງເຫຼົ່ານີ້ໄປໃຫ້ຄົນຢູ່ໃນເມືອງຕ່າງໆ ເຊັ່ນ: ເບັດເອນ, ຣາມາທີ່ຢູ່ທາງພາກໃຕ້ຂອງຢູດາຍ, ຢັດຕີ, 28 ອາໂຣເອ, ສີຟະໂມດ, ເອຊະເຕມົວ, 29 ຣາການ; ສົ່ງໃຫ້ຕະກຸນເຢຣາເມເອນ, ໃຫ້ຊາວເກນິດ, 30 ແລະໃຫ້ປະຊາຊົນຕາມຫົວເມືອງຕ່າງໆຂອງໂຮມາ, ໂບຣາຊານ, ອາຕາກ, 31 ເຮັບໂຣນ ແລະໃຫ້ທົ່ວທຸກໆບ່ອນທີ່ເພິ່ນແລະຄົນທັງຫລາຍຂອງເພິ່ນໄດ້ເດີນທາງໄປໆມາໆ. |
@ 2012 United Bible Societies. All Rights Reserved.