Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 3 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ປາກົດ​ຕໍ່​ຊາມູເອນ

1 ໃນ​ສະໄໝ​ນັ້ນ ເວລາ​ທີ່​ຊາມູເອນ​ກຳລັງ​ຮັບໃຊ້​ພຣະເຈົ້າຢາເວ​ພາຍໃຕ້​ການນຳພາ​ຂອງ​ເອລີ​ນັ້ນ ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ມີໜ້ອຍ​ຫຼາຍ ແລະ​ບໍ່​ຄ່ອຍ​ມີ​ນິມິດ​ຈາກ​ພຣະອົງ​ເລີຍ.

2 ໃນຄືນໜຶ່ງ ເອລີ​ຜູ້​ທີ່​ເກືອບ​ບໍ່​ເຫັນ​ຮຸ່ງ​ແລ້ວ ພວມ​ນອນ​ຫລັບ​ຢູ່​ໃນ​ຫ້ອງ​ສ່ວນຕົວ​ຂອງ​ເພິ່ນ

3 ສ່ວນ ຊາມູເອນ​ນັ້ນ​ນອນ​ຢູ່​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ໄວ້​ຫີບ​ຂອງ​ພຣະເຈົ້າ. ກ່ອນ​ຮຸ່ງ​ເຊົ້າ​ເມື່ອ​ຕະກຽງ​ຍັງ​ໄຕ້​ຢູ່

4 ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ. ລາວ​ຂານ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້.”

5 ແລ້ວ​ລາວ​ກໍ​ແລ່ນ​ໄປ​ຫາ​ເອລີ ແລະ​ເວົ້າ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແຕ່​ເອລີ​ຕອບ​ວ່າ, “ຂ້ອຍ​ບໍ່ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບຄືນ​ໄປ​ນອນ​ສາ.” ສະນັ້ນ ຊາມູເອນ​ຈຶ່ງ​ກັບຄືນ​ໄປ​ນອນ.

6-7 ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ​ອີກ ແລະ​ເດັກຊາຍ​ຄົນ​ນີ້​ກໍ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແຕ່​ເອລີ​ຕອບ​ວ່າ, “ລູກເອີຍ ພໍ່​ບໍ່ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບຄືນ​ໄປ​ນອນ​ສາ.” ຊາມູເອນ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຈົ້າຢາເວ​ເອີ້ນ​ຕົນ ເພາະ​ພຣະເຈົ້າຢາເວ​ຍັງ​ບໍ່ເຄີຍ​ກ່າວ​ກັບ​ລາວ​ມາ​ກ່ອນ.

8 ພຣະເຈົ້າຢາເວ​ເອີ້ນ​ຊາມູເອນ​ອີກ​ເປັນ​ຄັ້ງ​ທີ​ສາມ; ລາວ​ຈຶ່ງ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແລ້ວ​ເອລີ​ກໍ​ເຂົ້າໃຈ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ເອີ້ນ​ເດັກຊາຍ​ຄົນ​ນີ້

9 ດັ່ງນັ້ນ ເພິ່ນ​ຈຶ່ງ​ບອກ​ລາວ​ວ່າ, “ຈົ່ງ​ກັບຄືນ​ໄປ​ນອນ​ສາ ແລະ​ຖ້າ​ເພິ່ນ​ເອີ້ນ​ເຈົ້າ​ອີກ ໃຫ້​ເຈົ້າ​ຕອບ​ວ່າ, ‘ພຣະເຈົ້າຢາເວ​ເອີຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”’ ດັ່ງນັ້ນ ຊາມູເອນ​ຈຶ່ງ​ກັບຄືນ​ໄປ​ນອນ.

10 ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”

11 ພຣະເຈົ້າຢາເວ​ກ່າວ​ແກ່​ຊາມູເອນ​ວ່າ, “ມື້ໜຶ່ງ ເຮົາ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຫລາຍ​ຕໍ່​ປະຊາຊົນ​ອິດສະຣາເອນ ເມື່ອ​ທຸກຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເຂົາ​ຈະ​ຕ້ອງ​ຢ້ານກົວ​ທີ່ສຸດ.

12 ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ຕໍ່​ຄອບຄົວ​ເອລີ ຕັ້ງແຕ່​ຕົ້ນ​ຈົນ​ຈົບ.

13 ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫລອດໄປ ເພາະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວຊ້າ​ຕໍ່ສູ້​ເຮົາ. ສ່ວນ​ເອລີ​ເອງ​ກໍ​ຮູ້ຈັກ​ວ່າ​ພວກເຂົາ​ເວົ້າ​ດັ່ງນັ້ນ ແຕ່​ລາວ​ບໍ່ໄດ້​ຫ້າມ​ພວກເຂົາ.

14 ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ປະກາດ​ຢ່າງ​ໜັກແໜ້ນ​ຕໍ່​ຄອບຄົວ​ຂອງ​ເອລີ​ວ່າ ບໍ່ມີ​ເຄື່ອງ​ບູຊາ ຫລື​ການ​ຖວາຍ​ໃດໆ ທີ່​ຈະ​ຍົກ​ເອົາ​ໂທດກຳ​ອັນ​ຮ້າຍແຮງ​ນີ້​ອອກ​ໄປ​ໄດ້.”

15 ຊາມູເອນ​ນອນ​ຫລັບ​ໄປ​ຈົນເຖິງ​ມື້​ເຊົ້າ ແລ້ວ​ລາວ​ກໍ​ລຸກ​ຂຶ້ນ​ໄປ​ໄຂ​ປະຕູ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ແຕ່​ລາວ​ບໍ່ກ້າ​ບອກ​ນິມິດ​ນີ້​ແກ່​ເອລີ.

16 ເອລີ​ຈຶ່ງ​ເອີ້ນ​ຫາ​ລາວ​ວ່າ, “ຊາມູເອນ ລູກເອີຍ.” ຊາມູເອນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້”.

17 ເອລີ​ຈຶ່ງ​ຖາມ​ວ່າ, “ພຣະອົງ​ໄດ້​ບອກ​ເຈົ້າ​ຫຍັງ​ແດ່? ຢ່າ​ປິດບັງ​ພໍ່​ເລີຍ. ຖ້າ​ບໍ່​ບອກ​ພໍ່​ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ແກ່​ເຈົ້າ ພຣະເຈົ້າ​ຈະ​ລົງໂທດ​ເຈົ້າ​ຢ່າງ​ຮ້າຍແຮງ.”

18 ດັ່ງນັ້ນ ຊາມູເອນ​ຈຶ່ງ​ບອກ​ເພິ່ນ​ທຸກຢ່າງ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ໝົດ. ເອລີ​ໄດ້​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າຢາເວ; ພຣະອົງ​ຈະ​ກະທຳ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ເຫັນ​ວ່າ​ດີທີ່ສຸດ.”

19 ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.

20 ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ໄດ້​ຮູ້ຈັກ​ວ່າ​ຊາມູເອນ​ເປັນ​ຜູ້ທຳນວາຍ​ແທ້​ຂອງ​ພຣະເຈົ້າຢາເວ.

21 ໃນ​ເມືອງ​ຊີໂລ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ຊາມູເອນ​ແລະ​ກ່າວ​ແກ່​ລາວ​ນັ້ນ ພຣະເຈົ້າຢາເວ​ກໍ​ສືບຕໍ່​ປາກົດ​ແກ່​ຊາມູເອນ​ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan