Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 29 - ພຣະຄຳພີສັກສິ


ພວກ​ຟີລິດສະຕິນ​ບໍ່​ໄວ້​ໃຈ​ດາວິດ

1 ພວກ​ຟີລິດສະຕິນ​ໄດ້​ນຳ​ເອົາ​ທະຫານ​ຂອງຕົນ​ໄປ​ເຕົ້າໂຮມ​ກັນ​ຢູ່​ທີ່​ອາເຟັກ ຊຶ່ງ​ໃນຂະນະ​ດຽວກັນ​ນັ້ນ​ພວກ​ອິດສະຣາເອນ​ກໍໄດ້​ຕັ້ງ​ຄ້າຍ ຢູ່​ທີ່​ນໍ້າພຸ​ໃນ​ຮ່ອມພູ​ຢິດຊະເຣນ.

2 ພວກ​ເຈົ້ານາຍ​ຟີລິດສະຕິນ​ໄດ້​ຍົກທັບ​ເປັນ​ກອງຮ້ອຍ​ແລະ​ກອງພັນ ມຸ່ງໜ້າ​ອອກ​ໄປ. ສ່ວນ​ດາວິດ​ກັບ​ຄົນ​ຂອງຕົນ​ນັ້ນ​ຢູ່​ທາງຫລັງ​ກັບ​ເຈົ້າ​ອາກີເຊ.

3 ເມື່ອ​ແມ່ທັບ​ຂອງ​ພວກ​ຟີລິດສະຕິນ​ຫລຽວເຫັນ​ພວກເຂົາ​ຈຶ່ງ​ຖາມ​ວ່າ, “ພວກ​ເຮັບເຣີ​ເຫຼົ່ານີ້​ມາ​ເຮັດ​ຫຍັງ​ຢູ່​ໃນ​ທີ່​ນີ້?” ເຈົ້າ​ອາກີເຊ​ຕອບ​ວ່າ, “ຜູ້​ນີ້​ແມ່ນ​ດາວິດ​ຜູ້ຮັບໃຊ້​ຂອງ​ໂຊນ ກະສັດ​ຂອງ​ຊາດ​ອິດສະຣາເອນ. ລາວ​ຢູ່​ນຳ​ເຮົາ​ມານານ​ພໍສົມຄວນ​ແລ້ວ. ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ມາ​ຢູ່​ນຳ​ເຮົາ ລາວ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ໃຫ້​ເຮົາ​ເຫັນ​ເລີຍ.”

4 ແຕ່​ແມ່ທັບ​ຂອງ​ພວກ​ຟີລິດສະຕິນ​ໃຈຮ້າຍ​ໃຫ້​ເຈົ້າ​ອາກີເຊ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ສົ່ງ​ຊາຍ​ຄົນ​ນີ້​ກັບ​ເມືອ​ເມືອງ​ທີ່​ທ່ານ​ໄດ້​ມອບ​ໃຫ້​ລາວ​ສາ ຢ່າ​ໃຫ້​ລາວ​ອອກ​ໄປ​ສູ່​ສະໜາມຮົບ​ກັບ​ພວກເຮົາ​ເລີຍ ເພາະ​ລາວ​ອາດ​ຫັນກັບ​ມາ​ຕໍ່ສູ້​ພວກເຮົາ​ໃນ​ເວລາ​ສູ້ຮົບ​ກັນ​ກໍໄດ້. ແມ່ນຫຍັງ​ຈະ​ດີກວ່າ​ສຳລັບ​ລາວ ຖ້າ​ບໍ່ແມ່ນ​ການ​ຂ້າ​ຄົນ​ຂອງ​ພວກເຮົາ ເພື່ອ​ໃຫ້​ນາຍ​ຂອງ​ລາວ​ພໍໃຈ​ລາວ​ຄືນ?

5 ບໍ່ແມ່ນ​ດາວິດ​ຄົນ​ນີ້​ບໍ ທີ່​ພວກຜູ້ຍິງ​ໄດ້​ຮ້ອງເພງ​ຊົມເຊີຍ ຕອນ​ທີ່​ພວກເຂົາ​ຟ້ອນລຳ​ທຳເພງ​ນັ້ນ​ວ່າ, ‘ໂຊນ​ໄດ້​ຂ້າ​ຫລາຍ​ພັນ​ຄົນ ແຕ່​ດາວິດ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ.”’

6 ດັ່ງນັ້ນ ເຈົ້າ​ອາກີເຊ​ຈຶ່ງ​ຮ້ອງ​ດາວິດ​ມາ ແລະ​ບອກ​ວ່າ, “ຂ້ອຍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ຂ້ອຍ ແລະ​ຂ້ອຍ​ກໍ​ພໍໃຈ​ໃຫ້​ເຈົ້າ​ອອກ​ໄປ​ຕໍ່ສູ້​ໃນ​ສະໜາມຮົບ​ນຳ​ຂ້ອຍ. ນັບ​ຕັ້ງແຕ່​ມື້​ທີ່​ເຈົ້າ​ໄດ້​ມາ​ຫາ​ຂ້ອຍ ຂ້ອຍ​ກໍ​ບໍ່​ເຫັນ​ຄວາມຜິດ​ໃນ​ຕົວ​ຂອງ​ເຈົ້າ​ແຕ່​ຢ່າງ​ໃດ​ເລີຍ, ແຕ່​ກະສັດ​ຄົນອື່ນ​ບໍ່​ເຫັນດີ​ໃນ​ຕົວ​ເຈົ້າ.

7 ດັ່ງນັ້ນ ຈົ່ງ​ກັບຄືນ​ເມືອ​ຢ່າງ​ສັນຕິສຸກ ແລະ​ຢ່າ​ເຮັດ​ອັນໃດ​ທີ່​ເຮັດ​ໃຫ້​ພວກ​ເຈົ້ານາຍ​ຟີລິດສະຕິນ​ບໍ່​ພໍໃຈ​ນຳ​ເຈົ້າ.”

8 ດາວິດ​ຕອບ​ເຈົ້າ​ອາກີເຊ​ວ່າ, “ທ່ານເອີຍ ຂ້ານ້ອຍ​ໄດ້​ເຮັດ​ຫຍັງ​ຜິດ​ແດ່? ທ່ານ​ມີ​ຫຍັງ​ຕ້ອງຕິ​ຂ້ານ້ອຍ? ນັບ​ຕັ້ງແຕ່​ມື້​ທີ່​ຂ້ານ້ອຍ​ເລີ່ມ​ເຂົ້າ​ຮັບໃຊ້​ທ່ານ​ມາ​ຈົນເຖິງ​ປະຈຸບັນ ກໍ​ເພື່ອ​ຂ້ານ້ອຍ​ຈະ​ໄດ້​ອອກ​ໄປ​ຕໍ່ສູ້​ເຫຼົ່າ​ສັດຕູ​ຂອງທ່ານ ບໍ່ແມ່ນ​ບໍ?”

9 ເຈົ້າ​ອາກີເຊ​ຕອບ​ດາວິດ​ວ່າ, “ຂ້ອຍເອງ​ເຫັນພ້ອມ ຂ້ອຍ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ສັດຊື່​ດັ່ງ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ, ແຕ່​ບັນດາ​ເຈົ້ານາຍ​ຟີລິດສະຕິນ​ຄົນອື່ນໆ​ໄດ້​ບອກ​ວ່າ, ເຈົ້າ​ຈະ​ໄປ​ສູ່​ສະໜາມຮົບ​ນຳ​ບໍ່ໄດ້.

10 ສະນັ້ນ ດາວິດ​ເອີຍ ໃນ​ມື້ອື່ນ​ເຊົ້າ ໃຫ້​ພວກເຈົ້າ​ທຸກຄົນ​ທີ່​ໄດ້​ໜີ​ຈາກ​ກະສັດ​ໂຊນ​ມາ​ຫາ​ຂ້ອຍ​ນັ້ນ ລຸກ​ແຕ່​ເຊົ້າໆ ແລະ​ອອກ​ໜີໄປ​ໃນທັນທີ​ທີ່​ຟ້າ​ສະຫວ່າງ.”

11 ໃນ​ມື້​ເຊົ້າ​ຕໍ່ມາ ດາວິດ​ພ້ອມ​ກັບ​ຄົນ​ຂອງ​ເພິ່ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ແຕ່​ເຊົ້າໆ ກັບຄືນ​ເມືອ​ຟີລິດສະຕິນ. ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ເດີນທາງ​ຕໍ່ໄປ​ສູ່​ຢິດຊະເຣນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan