1 ຊາມູເອນ 28 - ພຣະຄຳພີສັກສິ1 ຢູ່ມາຄັ້ງໜຶ່ງ ພວກຟີລິດສະຕິນໄດ້ຮວບຮວມທະຫານອອກໄປຕໍ່ສູ້ກັບພວກອິດສະຣາເອນ. ເຈົ້າອາກີເຊຈຶ່ງກ່າວຕໍ່ດາວິດວ່າ, “ເຈົ້າຕ້ອງເຂົ້າໃຈວ່າ ເຈົ້າເອງກັບຄົນຂອງເຈົ້າຈະຕ້ອງສູ້ຮົບຢູ່ຝ່າຍເຮົາ.” 2 ດາວິດຕອບວ່າ, “ແນ່ນອນ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ ແລະທ່ານຈະເຫັນດ້ວຍຕາຂອງທ່ານເອງດອກວ່າຂ້ານ້ອຍຈະເຮັດຢ່າງໃດ?” ເຈົ້າອາກີເຊເວົ້າວ່າ, “ດີແລ້ວ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປ້ອງກັນຕົວເຮົາ.” ໂຊນໄປປຶກສາກັບໝໍຜີ 3 ມາບັດນີ້ ຊາມູເອນກໍໄດ້ຕາຍໄປແລ້ວ ຊາວອິດສະຣາເອນທັງໝົດໄດ້ໄວ້ທຸກໃຫ້ເພິ່ນ ແລະຝັງຊາກສົບຂອງເພິ່ນໄວ້ທີ່ຣາມາ ບ້ານເມືອງຂອງເພິ່ນເອງ. ໃນສະໄໝນັ້ນ ກະສັດໂຊນໄດ້ຂັບໄລ່ພວກໝໍມໍ ແລະພວກໝໍຜີທັງຫຼາຍໃຫ້ອອກໄປຈາກອິດສະຣາເອນ. 4 ພວກຟີລິດສະຕິນໄດ້ເຕົ້າໂຮມກຳລັງກັນ ແລະຕັ້ງຄ້າຍຢູ່ໃກ້ກັບເມືອງຊູເນມ. ສ່ວນກະສັດໂຊນນັ້ນໄດ້ເຕົ້າໂຮມເອົາຊາວອິດສະຣາເອນ ໄປຕັ້ງຄ້າຍຢູ່ທີ່ເທິງພູກິນໂບອາ. 5 ເມື່ອກະສັດໂຊນເຫັນກອງທັບຂອງພວກຟີລິດສະຕິນ ເພິ່ນກໍຢ້ານກົວຈົນຕົວສັ່ນ. 6 ສະນັ້ນ ເພິ່ນຈຶ່ງຖາມພຣະເຈົ້າຢາເວວ່າຄວນຈະເຮັດຢ່າງໃດ, ແຕ່ພຣະເຈົ້າຢາເວບໍ່ຕອບເພິ່ນຢ່າງໃດໝົດ ບໍ່ວ່າທາງຄວາມຝັນ ຫລືທາງອຸຣິມແລະທຸມມິມ ຫລືທາງຜູ້ທຳນວາຍ. 7 ແລ້ວກະສັດໂຊນກໍສັ່ງພວກຂ້າຣາຊການຂອງເພິ່ນວ່າ, “ຈົ່ງອອກໄປຊອກຫາຜູ້ຍິງທີ່ເປັນໝໍຜີໃຫ້ເຮົາເຖີດ ເພື່ອວ່າເຮົາຈະຖາມ ແລະປຶກສາກັບນາງ.” ພວກເຂົາຕອບວ່າ, “ມີຜູ້ໜຶ່ງຢູ່ທີ່ເມືອງເອນໂດເຣ.” 8 ແລ້ວກະສັດໂຊນກໍໄດ້ປອມຕົວໂດຍນຸ່ງເຄື່ອງຊຸດອື່ນ ອອກໄປຍາມຄໍ່າກັບທະຫານຂອງຕົນສອງຄົນ. ເພິ່ນເວົ້າຕໍ່ຍິງຄົນນັ້ນວ່າ, “ຂ້ອຍຢາກໃຫ້ເຈົ້າປຶກສາກັບຄົນຕາຍໃຫ້ຂ້ອຍ ແລະບອກໃຫ້ຂ້ອຍຮູ້ວ່າ ຈະມີເຫດການຫຍັງເກີດຂຶ້ນ ໃຫ້ເຈົ້າເອີ້ນເອົາວິນຍານທີ່ຂ້ອຍບອກຊື່ຂຶ້ນມາ.” 9 ຍິງຄົນນັ້ນຕອບວ່າ, “ເຈົ້າຄົງຮູ້ດີແລ້ວວ່າ ກະສັດໂຊນໄດ້ກະທຳຢ່າງໃດຕໍ່ພວກໝໍມໍແລະໝໍຜີ, ເພິ່ນໄດ້ຂັບໄລ່ພວກເຂົາໃຫ້ອອກໜີໄປຈາກຊາດອິດສະຣາເອນ. ເຫດໃດເຈົ້າຈຶ່ງພະຍາຍາມມາຫ້າງແຮ້ວໃສ່ຂ້ອຍ ແລະຈະໃຫ້ຂ້ອຍຖືກຂ້າຖິ້ມຊັ້ນບໍ?” 10 ແລ້ວກະສັດໂຊນກໍສາບານໂດຍພຣະເຈົ້າຢາເວຕໍ່ຍິງນັ້ນວ່າ, “ຂ້ອຍຂໍສັນຍາໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ເຈົ້າຈະບໍ່ຖືກລົງໂທດທີ່ເຈົ້າກະທຳເຊັ່ນນີ້.” 11 ຍິງນັ້ນຖາມວ່າ, “ເຈົ້າຢາກໃຫ້ຂ້ອຍເອີ້ນເອົາຜູ້ໃດຂຶ້ນມາ?” ເພິ່ນຕອບວ່າ, “ຊາມູເອນ.” 12 ເມື່ອຍິງນັ້ນເຫັນຊາມູເອນ ນາງກໍຮ້ອງຂຶ້ນແລະເວົ້າຕໍ່ກະສັດໂຊນວ່າ, “ທ່ານເອງແມ່ນກະສັດໂຊນ ເຫດໃດທ່ານຈຶ່ງມາຫລອກລວງຂ້ານ້ອຍ?” 13 ກະສັດເວົ້າຕໍ່ນາງວ່າ, “ຢ່າຢ້ານເລີຍ ເຈົ້າເຫັນຫຍັງແດ່?” ນາງຕອບວ່າ, “ຂ້ານ້ອຍເຫັນວິນຍານດວງໜຶ່ງພວມຂຶ້ນມາຈາກພື້ນດິນ.” 14 ກະສັດໂຊນຖາມວ່າ, “ວິນຍານດວງນັ້ນຄືຜູ້ໃດ?” ນາງຕອບວ່າ, “ເປັນຄົນເຖົ້າຜູ້ໜຶ່ງກຳລັງຂຶ້ນມາ ລາວນຸ່ງເສື້ອຄຸມ.” ເມື່ອກະສັດໂຊນຮູ້ວ່າແມ່ນຊາມູເອນ ເພິ່ນຈຶ່ງກົ້ມຂາບລົງດ້ວຍຄວາມນັບຖື. 15 ຊາມູເອນກ່າວຕໍ່ກະສັດໂຊນວ່າ, “ເປັນຫຍັງເຈົ້າຈຶ່ງລົບກວນຂ້ອຍ? ເປັນຫຍັງຈຶ່ງເຮັດໃຫ້ຂ້ອຍກັບມາ?” ກະສັດໂຊນຕອບວ່າ, “ຂ້ານ້ອຍມີບັນຫາໜັກ ພວກຟີລິດສະຕິນເຮັດເສິກຕໍ່ສູ້ຂ້ານ້ອຍ ແລະພຣະເຈົ້າໄດ້ປະຖິ້ມຂ້ານ້ອຍ. ພຣະອົງບໍ່ຕອບຂ້ານ້ອຍເລີຍ ບໍ່ວ່າທາງຜູ້ທຳນວາຍ ຫລືທາງຄວາມຝັນ. ດັ່ງນັ້ນ ຂ້ານ້ອຍຈຶ່ງເອີ້ນທ່ານມາ ເພື່ອຢາກຮູ້ວ່າຂ້ານ້ອຍຈະຕ້ອງເຮັດຢ່າງໃດ?” 16 ຊາມູເອນກ່າວວ່າ, “ເມື່ອພຣະເຈົ້າຢາເວປະຖິ້ມເຈົ້າແລະກາຍເປັນສັດຕູຂອງເຈົ້າແລ້ວ ເປັນຫຍັງເຈົ້າຈຶ່ງມາເອີ້ນເອົາຂ້ອຍ? 17 ພຣະເຈົ້າຢາເວປະຕິບັດຕໍ່ເຈົ້າຕາມທີ່ພຣະອົງໄດ້ບອກຜ່ານທາງຂ້ອຍ ພຣະເຈົ້າຢາເວໄດ້ຍົກເອົາອານາຈັກໄປຈາກເຈົ້າ ແລະມອບໃຫ້ແກ່ເພື່ອນບ້ານຂອງເຈົ້າ ຄືດາວິດ. 18 ເຈົ້າບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະບໍ່ໄດ້ທຳລາຍພວກອາມາເຫຼັກໃຫ້ກ້ຽງ ຕະຫລອດທັງທຸກສິ່ງທີ່ພວກເຂົາມີນັ້ນ. ສະນັ້ນ ພຣະເຈົ້າຢາເວຈຶ່ງປະຕິບັດຕໍ່ເຈົ້າເຊັ່ນນີ້. 19 ພຣະເຈົ້າຢາເວຈະມອບເຈົ້າກັບພວກອິດສະຣາເອນໃຫ້ພວກຟີລິດສະຕິນ. ມື້ອື່ນ ເຈົ້າແລະລູກຊາຍຂອງເຈົ້າຈະມາຢູ່ກັບຂ້ອຍ ແລະພຣະເຈົ້າຢາເວຈະມອບກອງທັບອິດສະຣາເອນໄວ້ໃນກຳມືຂອງພວກຟີລິດສະຕິນ.” 20 ພໍກະສັດໂຊນໄດ້ຍິນ ຊາມູເອນເວົ້າດັ່ງນັ້ນ ເພິ່ນຈຶ່ງຢ້ານກົວຈົນຕົວສັ່ນ ແລະລົ້ມລົງກັບພື້ນດິນ. ເພິ່ນອ່ອນເພຍເພາະບໍ່ໄດ້ກິນຫຍັງຕະຫລອດວັນຕະຫລອດຄືນ. 21 ຍິງໝໍຜີຈຶ່ງຍ່າງໄປຫາເພິ່ນ ແລະເຫັນວ່າເພິ່ນຢ້ານກົວຫລາຍຈົນທັງຕົວສັ່ນໄປໝົດ. ດັ່ງນັ້ນ ນາງຈຶ່ງໄດ້ເວົ້າກັບເພິ່ນວ່າ, “ທ່ານເອີຍ ຂ້ານ້ອຍໄດ້ສ່ຽງຊີວິດປະຕິບັດຕາມທີ່ທ່ານຮ້ອງຂໍ, 22 ແຕ່ບັດນີ້ ກະລຸນາເຮັດຕາມທີ່ຂ້ານ້ອຍຂໍຮ້ອງທ່ານເຖີດ. ຂໍໃຫ້ຂ້ານ້ອຍຈັດຕຽມອາຫານສູ່ທ່ານກິນ ເພື່ອທ່ານຈະມີແຮງພໍເດີນທາງກັບ.” 23 ແຕ່ກະສັດໂຊນປະຕິເສດບໍ່ຍອມທີ່ຈະກິນຫຍັງໝົດ. ແຕ່ນາຍທະຫານໄດ້ຊັກຊວນໃຫ້ເພິ່ນກິນ. ໃນທີ່ສຸດ ເພິ່ນຈຶ່ງລຸກຂຶ້ນມານັ່ງທີ່ເທິງຕຽງ. 24 ຍິງນັ້ນຈຶ່ງຟ້າວຂ້າງົວໜຸ່ມຕຸ້ຍພີໂຕໜຶ່ງທີ່ຕົນລ້ຽງໄວ້ ແລະເອົາແປ້ງມາເຮັດເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ. 25 ນາງຈັດແຈງອາຫານມາວາງໄວ້ຕໍ່ໜ້າກະສັດໂຊນກັບນາຍທະຫານ. ພວກເຂົາພາກັນກິນແລະອອກເດີນທາງໄປໃນຄືນນັ້ນເອງ. |
@ 2012 United Bible Societies. All Rights Reserved.