1 ຊາມູເອນ 26 - ພຣະຄຳພີສັກສິດາວິດໄວ້ຊີວິດຂອງໂຊນອີກ 1 ຄົນຊາວເມືອງຊີເຟໄດ້ມາຫາກະສັດໂຊນທີ່ເມືອງກີເບອາ ແລະບອກເພິ່ນວ່າ, “ດາວິດກຳລັງລີ້ຢູ່ທີ່ເທິງພູຮາກີລາ ທາງທິດຕາເວັນອອກຂອງເຢຊີໂມນ.” 2 ໃນທັນໃດ ກະສັດໂຊນໄດ້ອອກໄປສູ່ຖິ່ນແຫ້ງແລ້ງກັນດານຊີເຟ. ເພິ່ນໄດ້ຄັດເລືອກເອົາທະຫານທີ່ເກັ່ງກ້າທີ່ສຸດໃນຊາດອິດສະຣາເອນໄປນຳສາມພັນຄົນ ເພື່ອຊອກຫາດາວິດທີ່ຖິ່ນແຫ້ງແລ້ງກັນດານ 3 ແລະໄດ້ຕັ້ງຄ້າຍຢູ່ໃກ້ກັບຖະໜົນຕາມເທິງພູຮາກີລາ. ຝ່າຍດາວິດນັ້ນຍັງຢູ່ໃນຖິ່ນແຫ້ງແລ້ງກັນດານ. ເມື່ອໄດ້ຍິນວ່າກະສັດໂຊນມາຊອກຫາຕົນອີກ 4 ເພິ່ນຈຶ່ງສົ່ງນັກສືບສອດແນມອອກໄປແລະສືບຮູ້ວ່າ ກະສັດໂຊນໄດ້ມາຮອດບ່ອນນັ້ນແທ້. 5 ດາວິດຈຶ່ງອອກໄປບ່ອນທີ່ກະສັດໂຊນໄດ້ຕັ້ງຄ້າຍຢູ່ນັ້ນທັນທີ ແລະໄດ້ພົບບ່ອນອັນແນ່ນອນທີ່ກະສັດໂຊນກັບອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນກຳລັງນອນພັກຜ່ອນຢູ່. ກະສັດໂຊນນອນຢູ່ກາງຄ້າຍ ໂດຍມີທະຫານຕັ້ງຄ້າຍອ້ອມຮອບເພິ່ນໄວ້. 6 ແລ້ວດາວິດກໍຖາມອາຮີເມເຫຼັກຄົນຮິດຕີ ແລະອາບີໄຊນ້ອງຊາຍຂອງໂຢອາບ (ສອງຄົນນີ້ເປັນລູກຊາຍຂອງນາງເຊຣູອີຢາ) ວ່າ, “ແມ່ນຜູ້ໃດຈະໄປທີ່ຄ້າຍຂອງກະສັດໂຊນນຳຂ້ອຍແດ່?” ອາບີໄຊຕອບວາ, “ຂ້ານ້ອຍຈະໄປ.” 7 ສະນັ້ນ ດາວິດກັບອາບີໄຊຈຶ່ງເຂົ້າໄປໃນຄ້າຍຂອງກະສັດໂຊນໃນຄືນນັ້ນ ແລະພົບວ່າເພິ່ນກຳລັງນອນຢູ່ໃນກາງຄ້າຍ ໂດຍມີຫອກສຽບໄວ້ກັບພື້ນດິນໃກ້ທີ່ຫົວຂອງເພິ່ນ. ສ່ວນອັບເນແລະທະຫານກໍນອນອ້ອມເພິ່ນຢູ່. 8 ອາບີໄຊຈຶ່ງເວົ້າກັບດາວິດວ່າ, “ຄືນມື້ນີ້ ພຣະເຈົ້າໄດ້ມອບສັດຕູຂອງທ່ານໄວ້ໃນກຳມືຂອງທ່ານແລ້ວ. ບັດນີ້ຂໍໃຫ້ຂ້ານ້ອຍເອົາຫອກຂອງເພິ່ນແທງເພິ່ນໃຫ້ຊອດຄາພື້ນດິນສາ ແທງເທື່ອດຽວເທົ່ານັ້ນແຫຼະ ບໍ່ຈຳເປັນແທງຮອດສອງເທື່ອດອກ.” 9 ແຕ່ດາວິດໄດ້ກ່າວຕໍ່ອາບີໄຊວ່າ, “ເຈົ້າບໍ່ຄວນທຳຮ້າຍເພິ່ນເລີຍ ເພາະຜູ້ໃດທີ່ຢຽດມືອອກຕໍ່ສູ້ກະສັດທີ່ພຣະເຈົ້າຢາເວໄດ້ຊົງຫົດສົງໄວ້ ພຣະອົງຈະລົງໂທດຜູ້ນັ້ນຢ່າງແນ່ນອນ.” 10 ດາວິດໄດ້ກ່າວວ່າ, “ແນ່ນອນພຣະເຈົ້າຢາເວອົງຊົງພຣະຊົນຢູ່, ພຣະເຈົ້າຢາເວເອງຈະເປັນຜູ້ທີ່ຂ້າກະສັດໂຊນ, ເມື່ອເວລາມາເຖິງ ເພິ່ນອາດຕາຍຢ່າງທຳມະດາ ຫລືຕາຍໃນສະໜາມຮົບກໍໄດ້. 11 ພຣະເຈົ້າຢາເວຫ້າມຂ້ອຍໄວ້ວ່າ, ຂ້ອຍບໍ່ຄວນທຳຮ້າຍຜູ້ທີ່ພຣະເຈົ້າຢາເວໄດ້ຊົງເຈີມໄວ້ ພວກເຮົາເອົາແຕ່ຫອກກັບໄຫນໍ້າຂອງເພິ່ນໜີໄປກໍພໍ.” 12 ດັ່ງນັ້ນ ດາວິດຈຶ່ງຈັບເອົາຫອກແລະໄຫນໍ້າ ຊຶ່ງຢູ່ໃກ້ກັບຫົວຂອງກະສັດໂຊນນັ້ນແລະພາກັນໜີໄປ. ບໍ່ມີຜູ້ໃດຕື່ນຂຶ້ນແລະຮູ້ເຫັນເຫດການທີ່ເກີດຂຶ້ນນັ້ນເລີຍ, ພວກເຂົາທຸກຄົນພາກັນນອນຫລັບສະໜິດ ເພາະພຣະເຈົ້າຢາເວໄດ້ບັນດານໃຫ້ທຸກຄົນນອນຫລັບ. 13 ແລ້ວດາວິດກໍໄດ້ຂ້າມຮ່ອມພູໄປເທິງເນີນພູໜ່ວຍອື່ນ ແລະຕັ້ງທ່າຢູ່ບ່ອນທີ່ຫ່າງໄກພໍສົມຄວນຈາກຄ້າຍຂອງກະສັດໂຊນ. 14 ເພິ່ນຮ້ອງໃສ່ທະຫານຂອງກະສັດໂຊນແລະອັບເນລູກຊາຍຂອງເນຣະວ່າ, “ອັບເນ ເຈົ້າໄດ້ຍິນສຽງຂອງຂ້ອຍຫລືບໍ່?” ອັບເນຮ້ອງຖາມຄືນວ່າ, “ແມ່ນຜູ້ໃດຮ້ອງແລະກ້າປຸກກະສັດໃຫ້ຕື່ນ?” 15 ດາວິດຮ້ອງຕອບວ່າ, “ອັບເນ ເຈົ້າເປັນຜູ້ຍິ່ງໃຫຍ່ຢູ່ໃນຊາດອິດສະຣາເອນບໍ່ແມ່ນບໍ? ດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບໍ່ປ້ອງກັນກະສັດນາຍເໜືອຫົວຂອງເຈົ້າ? ເມື່ອກີ້ນີ້ໄດ້ມີຄົນເຂົ້າໄປໃນຄ້າຍເພື່ອຂ້ານາຍຂອງເຈົ້າ. 16 ທີ່ເຈົ້າໄດ້ລະເລີຍຕໍ່ໜ້າທີ່ຂອງເຈົ້າເປັນການບໍ່ດີ ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ພວກເຈົ້າທັງໝົດສົມຄວນຕ້ອງຕາຍ ເພາະເຈົ້າບໍ່ໄດ້ປ້ອງກັນນາຍເໜືອຫົວຂອງເຈົ້າ ຜູ້ທີ່ພຣະເຈົ້າຢາເວໄດ້ຊົງເຈີມ. ເບິ່ງນີ້ແມ! ຫອກຂອງກະສັດຢູ່ໃສ ແລະໄຫນໍ້າທີ່ຕັ້ງຢູ່ໃກ້ຫົວຂອງເພິ່ນຢູ່ໃສແລ້ວ?” 17 ກະສັດໂຊນຈື່ສຽງຂອງດາວິດໄດ້ ຈຶ່ງເອີ້ນຖາມວ່າ, “ດາວິດ ລູກຂອງພໍ່ເອີຍ ແມ່ນເຈົ້າຊັ້ນບໍ?” ດາວິດຕອບວ່າ, “ແມ່ນແລ້ວ ພະຣາຊາເຈົ້າຂ້າ” 18 ແລະກ່າວຕໍ່ໄປວ່າ, “ທ່ານເອີຍ ເຫດໃດທ່ານຈຶ່ງຍັງສືບຕໍ່ຕາມລ່າຂ້ານ້ອຍ ຜູ້ຮັບໃຊ້ຂອງທ່ານຢູ່? ຂ້ານ້ອຍໄດ້ເຮັດຜິດຫຍັງ? ຂ້ານ້ອຍເຮັດຜິດກົດໝາຍຫຍັງແດ່? 19 ຂ້າແດ່ພະຣາຊາ ຂໍທ່ານຟັງຂ້ານ້ອຍເວົ້າສາກ່ອນ ຖ້າແມ່ນພຣະເຈົ້າຢາເວໃຫ້ທ່ານເປັນຜູ້ຕໍ່ສູ້ຂ້ານ້ອຍແລ້ວ ການຖວາຍບູຊາຢ່າງໜຶ່ງກໍຈະກະທຳໃຫ້ພຣະອົງປ່ຽນໃຈ, ແຕ່ຖ້າແມ່ນມະນຸດເປັນຜູ້ກະທຳເອງ ກໍຂໍໃຫ້ຄຳສາບແຊ່ງຂອງພຣະເຈົ້າຢາເວຕົກຖືກພວກເຂົາ ເພາະພວກເຂົາເອງເປັນຜູ້ຕາມລ່າຂ້ານ້ອຍໃຫ້ອອກຈາກດິນແດນຂອງພຣະເຈົ້າຢາເວ ແລະໃຫ້ຂ້ານ້ອຍໄປອາໄສຢູ່ໃນປະເທດທີ່ຂ້ານ້ອຍຈຳເປັນຕ້ອງຂາບໄຫວ້ພະອື່ນ. 20 ຂໍຢ່າໃຫ້ຂ້ານ້ອຍຖືກຂ້າໃນດິນແດນຂອງປະເທດອື່ນ ທີ່ຫ່າງໄກຈາກພຣະພັກຂອງພຣະເຈົ້າຢາເວເລີຍ. ເຫດໃດໜໍ ກະສັດແຫ່ງຊາດອິດສະຣາເອນຈຶ່ງຕາມສັງຫານຂ້ານ້ອຍ ຜູ້ຕໍ່າຕ້ອຍດັ່ງໂຕໝັດ? ເຫດໃດໜໍ ທ່ານຈຶ່ງຕາມລ່າຂ້ານ້ອຍດັ່ງນົກປ່າ?” 21 ກະສັດໂຊນຕອບວ່າ, “ດາວິດ ລູກຊາຍຂອງພໍ່ເອີຍ ຂ້ອຍໄດ້ເຮັດຜິດໄປແລ້ວ ຈົ່ງກັບຄືນມາສາ. ຂ້ອຍຈະບໍ່ທຳຮ້າຍເຈົ້າອີກຕໍ່ໄປ ເພາະໃນຄືນນີ້ເຈົ້າໄດ້ໄວ້ຊີວິດຂອງຂ້ອຍ. ຂ້ອຍຊ່າງເປັນຄົນໂງ່ຈ້າແທ້ໜໍ ແລະຂ້ອຍກໍໄດ້ເຮັດໃນສິ່ງທີ່ໂຫດຮ້າຍທີ່ສຸດ.” 22 ດາວິດຕອບຄືນວ່າ, “ຂ້າແດ່ພະຣາຊາ ນີ້ເດຫອກຂອງທ່ານ ໃຫ້ທະຫານຜູ້ໜຶ່ງຂອງທ່ານຂຶ້ນມາເອົາໄປເຖີດ. 23 ພຣະເຈົ້າຢາເວຈະໃຫ້ບຳເໜັດແກ່ຜູ້ທີ່ສັດຊື່ແລະທ່ຽງທຳ ມື້ນີ້ ພຣະອົງມອບທ່ານໄວ້ໃນກຳມືຂອງຂ້ານ້ອຍແລ້ວ, ແຕ່ຂ້ານ້ອຍບໍ່ໄດ້ທຳຮ້າຍທ່ານ ຜູ້ທີ່ພຣະເຈົ້າຢາເວໄດ້ຊົງເຈີມ. 24 ເໝືອນກັນກັບທີ່ຂ້ານ້ອຍໄດ້ໄວ້ຊີວິດຂອງທ່ານແລ້ວໃນມື້ນີ້ ຂໍພຣະເຈົ້າຢາເວກະທຳຕໍ່ຂ້ານ້ອຍເຊັ່ນດຽວກັນເຖີດ ແລະຂໍໃຫ້ຂ້ານ້ອຍພົ້ນຈາກຄວາມເດືອດຮ້ອນທຸກຢ່າງດ້ວຍ.” 25 ກະສັດໂຊນກ່າວແກ່ດາວິດວ່າ, “ລູກຊາຍຂອງພໍ່ເອີຍ ຂໍໃຫ້ພຣະເຈົ້າອວຍພອນເຈົ້າເຖີດ ເຈົ້າຈະປະສົບຜົນສຳເລັດໃນທຸກສິ່ງທີ່ເຈົ້າກະທຳ.” ແລ້ວດາວິດກໍຈາກໄປຕາມທາງຂອງຕົນ ສ່ວນກະສັດໂຊນກໍກັບເມືອວັງຂອງຕົນ. |
@ 2012 United Bible Societies. All Rights Reserved.