Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 25 - ພຣະຄຳພີສັກສິ


ຊາມູເອນ​ຕາຍ

1 ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ດາວິດ​ແລະ​ນາງ​ອາບີກາຍ

2-3 ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ຕະກຸນ​ກາເລັບ​ຊື່​ວ່າ ນາບານ ລາວ​ເປັນ​ຊາວ​ເມືອງ​ມາໂອນ​ແລະ​ມີ​ທີ່ດິນ​ຢູ່​ໃກ້​ກັບ​ເມືອງ​ກາເມນ. ຊາຍ​ຜູ້​ນີ້​ເປັນ​ຄົນ​ຮັ່ງມີ ແລະ​ເປັນ​ເຈົ້າ​ຂອງ​ແກະ​ສາມພັນ​ໂຕ ແລະ​ແບ້​ໜຶ່ງພັນ​ໂຕ. ນາງ​ອາບີກາຍ​ເມຍ​ຂອງ​ລາວ​ເປັນ​ຄົນງາມ ແລະ​ສະຫລຽວ​ສະຫລາດ ສ່ວນ​ນາບານ​ນັ້ນ​ເປັນ​ຄົນ​ໃຈແຂງ​ແລະ​ໂຫດຮ້າຍ. ນາບານ​ກຳລັງ​ຕັດ​ຂົນແກະ​ຂອງຕົນ​ຢູ່​ໃນ​ເມືອງ​ກາເມນ

4 ແລະ​ດາວິດ​ຜູ້​ທີ່​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ໄດ້​ຍິນ​ວ່າ ນາບານ​ກຳລັງ​ຕັດ​ຂົນແກະ​ຂອງຕົນ​ຢູ່.

5 ສະນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຊາຍໜຸ່ມ​ສິບ​ຄົນ​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມຂ່າວ ໄປ​ຫາ​ນາບານ​ທີ່​ເມືອງ​ກາເມນ.

6 ດາວິດ​ໄດ້​ແນະນຳ​ພວກເຂົາ​ໃຫ້​ບອກ​ນາບານ​ດັ່ງນີ້: “ເພື່ອນ​ເອີຍ ດາວິດ​ຂໍ​ຝາກ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ທ່ານ​ພ້ອມ​ກັບ​ຄວາມ​ປາຖະໜາ​ດີ ມາ​ເຖິງ​ທ່ານ​ກັບ​ຄອບຄົວ​ຂອງທ່ານ ແລະ​ທຸກສິ່ງ​ທີ່​ເປັນ​ຂອງທ່ານ​ດ້ວຍ.

7 ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ພວມ​ຕັດ​ຂົນແກະ​ຢູ່ ແລະ​ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ ເມື່ອ​ພວກ​ລ້ຽງແກະ​ຂອງທ່ານ​ຢູ່​ກັບ​ພວກເຮົາ​ນັ້ນ ພວກເຮົາ​ບໍ່ໄດ້​ທຳຮ້າຍ​ພວກເຂົາ​ແຕ່​ຢ່າງ​ໃດ​ເລີຍ. ຕະຫລອດ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ເມືອງ​ກາເມນ​ນີ້ ພວກເຂົາ​ບໍ່ໄດ້​ສູນເສຍ​ຫຍັງໝົດ.

8 ຂໍ​ທ່ານ​ຖາມ​ພວກ​ຊາຍໜຸ່ມ​ຂອງທ່ານ​ເບິ່ງ​ກໍໄດ້ ແລະ​ພວກເຂົາ​ກໍ​ຈະ​ບອກ​ໃຫ້​ທ່ານ​ຮູ້. ພວກເຮົາ​ມາ​ໃນ​ມື້​ງານກິນລ້ຽງ ແລະ​ດາວິດ​ກໍ​ຂໍຮ້ອງ​ກັບ​ທ່ານ ໄດ້​ໃຫ້​ການ​ຕ້ອນຮັບ​ພວກເຮົາ​ຢ່າງ​ກັນ​ເອງ. ຂໍ​ທ່ານ​ຈົ່ງ​ເອົາ​ສິ່ງຂອງ​ໃຫ້​ພວກເຮົາ​ກັບ​ດາວິດ​ເພື່ອນ​ທີ່ຮັກ​ຂອງທ່ານ ຕາມ​ທີ່​ທ່ານ​ສາມາດ​ໃຫ້​ໄດ້​ດ້ວຍ​ເທີ້ນ.”

9 ຄົນ​ຂອງ​ດາວິດ​ໄດ້​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຕໍ່​ນາບານ​ໃນ​ນາມ​ຂອງ​ດາວິດ. ແລ້ວ​ພວກເຂົາ​ກໍ​ລໍ​ຖ້າ​ຢູ່​ໃນ​ທີ່ນັ້ນ

10 ແຕ່​ນາບານ​ກໍ​ຕອບ​ຄົນຮັບໃຊ້​ຂອງ​ດາວິດ​ວ່າ, “ດາວິດ​ແມ່ນ​ຜູ້ໃດ? ລູກ​ຊາຍ​ຂອງ​ເຢຊີ​ແມ່ນ​ຜູ້​ໃດ? ມີ​ທາດຮັບໃຊ້​ເປັນ​ຈຳນວນ​ຫຼວງຫຼາຍ​ທີ່​ປົບໜີ​ຈາກ​ນາຍ​ຂອງຕົນ.

11 ຂ້ອຍ​ຈະ​ບໍ່​ເອົາ​ເຂົ້າຈີ່, ນໍ້າ ແລະ​ສັດ​ທີ່​ຂ້ອຍ​ໄດ້​ຂ້າ​ສຳລັບ​ຄົນ​ຕັດ​ຂົນແກະ​ຂອງຂ້ອຍ ໃຫ້​ຄົນ​ທີ່​ຂ້ອຍ​ບໍ່​ຮູ້ຈັກ​ວ່າ​ເຂົາ​ມາ​ແຕ່​ໃສ​ໄດ້​ດອກ.”

12 ດັ່ງນັ້ນ ຄົນ​ຂອງ​ດາວິດ​ຈຶ່ງ​ກັບຄືນ​ເມືອ ແລະ​ບອກ​ຖ້ອຍຄຳ​ທີ່​ນາບານ​ໄດ້​ເວົ້າ​ນັ້ນ​ສູ່​ເພິ່ນ​ຟັງ.

13 ດາວິດ​ສັ່ງ​ວ່າ, “ຕຽມ​ເອົາ​ດາບ​ຂອງ​ພວກເຈົ້າ.” ແລະ​ພວກເຂົາ​ກໍໄດ້​ປະຕິບັດ​ຕາມ. ສ່ວນ​ດາວິດ​ນັ້ນ​ກໍ​ຖື​ເອົາ​ດາບ​ຂອງຕົນ​ຄືກັນ​ໂດຍ​ມີ​ຄົນ​ປະມານ​ສີ່ຮ້ອຍ​ຄົນ ອອກ​ເດີນທາງ​ໄປ​ກັບ​ເພິ່ນ ແລະ​ສ່ວນ​ອີກ​ສອງຮ້ອຍ​ຄົນ​ນັ້ນ ໄດ້​ປະ​ໄວ້​ໃຫ້​ຢູ່​ເຝົ້າ​ເຄື່ອງຂອງ.

14 ຕໍ່ມາ ຄົນ​ຮັບໃຊ້​ນາບານ​ຜູ້ໜຶ່ງ​ໄດ້​ມາ​ບອກ​ອາບີກາຍ​ເມຍ​ຂອງ​ນາບານ​ວ່າ, “ຍານາງ​ໄດ້ຍິນ​ບໍ​ວ່າ ດາວິດ​ໄດ້​ສົ່ງ​ຄົນ​ຂອງ​ເພິ່ນ​ມາ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ນາຍ​ຂອງ​ພວກເຮົາ, ແຕ່​ເພິ່ນ​ຊໍ້າ​ພັດ​ໝິ່ນປະໝາດ​ພວກເຂົາ.

15 ຄາວ​ທີ່​ພວກເຮົາ​ຢູ່​ໃນ​ທົ່ງນາ​ກັບ​ພວກເຂົາ​ນັ້ນ ພວກເຂົາ​ດີ​ຕໍ່​ພວກເຮົາ​ຫລາຍ. ພວກເຂົາ​ບໍ່ເຄີຍ​ລົບກວນ​ພວກເຮົາ​ເລີຍ ແລະ​ພວກເຮົາ​ກໍ​ບໍ່ໄດ້​ສູນເສຍ​ສິ່ງຂອງ​ໃດໆ​ທັງສິ້ນ.

16 ຕອນ​ທີ່​ພວກເຮົາ​ເຝົ້າ​ຝູງສັດ​ຢູ່​ກັບ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ປົກປັກ​ຮັກສາ​ພວກເຮົາ​ຕະຫລອດ​ວັນ​ຕະຫລອດ​ຄືນ.

17 ສະນັ້ນ ຈົ່ງ​ພິຈາລະນາ​ໃຫ້​ດີ​ເບິ່ງດູ ແລະ​ຕັດສິນໃຈ​ວ່າ​ຍານາງ​ຄວນ​ຈະ​ເຮັດ​ຢ່າງ​ໃດ ເລື່ອງ​ນີ້​ອາດ​ນຳ​ເອົາ​ຄວາມ​ຫຼົ້ມຈົມ​ມາ​ສູ່​ນາຍ​ຂອງ​ພວກເຮົາ ຕະຫລອດ​ທັງ​ທຸກຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ກໍໄດ້. ເພິ່ນ​ເປັນ​ຄົນ​ດື້ດ້ານ​ທີ່ສຸດ​ຈຶ່ງ​ບໍ່​ຍອມ​ຟັງ​ຜູ້ໃດ​ໝົດ.”

18 ແລ້ວ​ອາບີກາຍ​ກໍ​ຟ້າວ​ຕຽມ​ເອົາ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ເຫຼົ້າ​ອະງຸ່ນ​ສອງ​ຖົງ​ໜັງ, ແກະ​ເຜົາ​ຫ້າ​ໂຕ, ເຂົ້າ​ຂົ້ວ​ຫ້າ​ກະຖັງ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ ແລະ​ເຂົ້າໜົມ​ໝາກເດື່ອ​ສອງຮ້ອຍ​ກ້ອນ​ບັນທຸກ​ໃສ່​ຫລັງ​ລໍ​ໄປ.

19 ແລ້ວ​ນາງ​ກໍ​ເວົ້າ​ກັບ​ພວກ​ຄົນ​ຮັບໃຊ້​ວ່າ, “ໃຫ້​ພວກເຈົ້າ​ອອກ​ໄປ​ກ່ອນ ແລະ​ຂ້ອຍ​ຈະ​ຕາມ​ໄປ​ນຳ​ຫລັງ.” ແຕ່​ນາງ​ບໍ່ໄດ້​ບອກ​ໃຫ້​ຜົວ​ຂອງຕົນ​ຮູ້​ນຳ​ແຕ່​ຢ່າງໃດໝົດ.

20 ໃນ​ຂະນະທີ່​ນາງ​ກຳລັງ​ຂີ່​ລໍ​ໄປ​ຕາມ​ເນີນພູ​ນັ້ນ ໃນທັນໃດ ນາງ​ໄດ້​ພົບ​ດາວິດ​ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທີ່​ກຳລັງ​ມຸ່ງໜ້າ​ມາ​ຫາ​ນາງ.

21 ດາວິດ​ຄິດ​ໃນໃຈ​ວ່າ, “ເຫດໃດ​ຂ້ອຍ​ຈຶ່ງ​ຮັກສາ​ຊັບສິນ​ຂອງ​ຊາຍ​ຄົນ​ນີ້ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ? ທຸກສິ່ງ​ທີ່​ເປັນ​ຂອງ​ລາວ​ບໍ່ໄດ້​ສູນເສຍ​ແຕ່​ຢ່າງໃດ​ໝົດ. ອັນນີ້​ບໍ ຄື​ການ​ຕອບແທນ​ໃນ​ສິ່ງ​ທີ່​ຂ້ອຍ​ໃຫ້​ການ​ຊ່ວຍເຫລືອ​ແກ່​ລາວ?

22 ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ອຍ ເຖິງ​ຕາຍ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ນາບານ ກ່ອນ​ມື້ອື່ນ​ເຊົ້າ.”

23 ພໍ​ອາບີກາຍ​ຫລຽວເຫັນ​ດາວິດ ນາງ​ກໍ​ຟ້າວ​ລົງ​ຈາກ​ຫລັງ​ລໍ ແລະ​ກົ້ມ​ຂາບລົງ​ດິນ

24 ນາງ​ຂາບລົງ​ທີ່​ຕີນ​ຂອງ​ດາວິດ ແລະ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ​ກ່ອນ​ທ້ອນ ໃຫ້​ຂ້ານ້ອຍ​ຮັບ​ເອົາ​ຄວາມຜິດ​ທັງໝົດ​ນັ້ນ​ສາ.

25 ຂໍ​ຢ່າ​ໄດ້​ຖືຊາ​ນຳ​ນາບານ​ຄົນ​ທີ່​ບໍ່ມີ​ຫຍັງ​ດີ​ຜູ້​ນີ້​ເລີຍ ລາວ​ສົມ​ຊື່​ລາວ​ນັ້ນ​ແຫຼະ ຄື​ຄົນໂງ່ຈ້າ ທ່ານເອີຍ ຕອນ​ທີ່​ທ່ານ​ໃຊ້​ຄົນ​ໄປ​ນັ້ນ​ຂ້ານ້ອຍ​ບໍ່​ຢູ່.

26 ທ່ານເອີຍ ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີ​ຊີວິດຢູ່, ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ຫ້າມ​ທ່ານ​ບໍ່ໃຫ້​ແກ້ແຄ້ນ ແລະ​ຂ້າ​ສັດຕູ​ຂອງທ່ານ. ບັດນີ້ ຂໍ​ໃຫ້​ສັດຕູ​ທຸກຄົນ​ທີ່​ຢາກ​ທຳຮ້າຍ​ທ່ານ​ຖືກ​ລົງໂທດ​ຢ່າງ​ດຽວກັນ​ກັບ​ນາບານ.

27 ຂໍ​ທ່ານ​ກະລຸນາ​ຮັບ​ເອົາ​ຂອງຂວັນ​ທີ່​ຂ້ານ້ອຍ​ນຳ​ມາ​ໃຫ້​ທ່ານ ແລະ​ແຈກຢາຍ​ໃຫ້​ຄົນ​ຂອງທ່ານ​ກິນ​ເຖີດ.

28 ຂໍໂຜດ​ກະລຸນາ​ຍົກໂທດ​ໃນ​ສິ່ງໃດໆ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ເປັນ​ກະສັດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງທ່ານ​ດ້ວຍ ເພາະ​ທ່ານ​ກຳລັງ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ. ທ່ານ​ຄົງ​ບໍ່​ເຮັດ​ການຊົ່ວ ຢ່າງ​ໃດ​ເລີຍ ຕາບໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່.

29 ຖ້າ​ມີ​ຜູ້ໃດ​ຜູ້ໜຶ່ງ​ຈະ​ໂຈມຕີ​ທ່ານ ແລະ​ພະຍາຍາມ​ຈະ​ຂ້າ​ທ່ານ ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ກໍ​ຈະ​ຮັກສາ​ທ່ານ​ໃຫ້​ພົ້ນ ເໝືອນດັ່ງ​ຜູ້ໜຶ່ງ​ທີ່​ເຝົ້າ​ຮັກສາ​ສົມບັດ​ອັນ​ປະເສີດ​ຂອງ​ພຣະອົງ. ສຳລັບ​ເຫຼົ່າ​ສັດຕູ​ຂອງທ່ານ​ນັ້ນ ພຣະອົງ​ຈະ​ໂຍນ​ພວກເຂົາ​ຖິ້ມ ດັ່ງ​ກ້ອນຫີນ​ທີ່​ຖືກ​ຍິງ​ອອກ​ໄປ​ຈາກ​ກະຖຸນ.

30 ໃນ​ເມື່ອ​ພຣະເຈົ້າຢາເວ​ຈະ​ກະທຳ​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ທ່ານ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ທັງ​ຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ

31 ທ່ານ​ກໍ​ຈະ​ບໍ່​ເສຍໃຈ ຫລື​ກິນແໜງ​ທີ່​ທ່ານ​ຕ້ອງ​ໄດ້​ຂ້າ​ຄົນ​ໂດຍ​ບໍ່ມີ​ເຫດ​ຜົນ ຫລື​ທີ່​ທ່ານ​ຕ້ອງ​ໄດ້​ແກ້ແຄ້ນ​ດ້ວຍ​ຕົນເອງ. ທ່ານເອີຍ ເມື່ອໃດ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ແລ້ວ ກະລຸນາ​ຢ່າ​ລືມ​ຂ້ານ້ອຍ​ເດີ.”

32 ດາວິດ​ເວົ້າ​ກັບ​ນາງ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ເຈົ້າ​ມາ​ພົບ​ຂ້ອຍ​ໃນ​ວັນນີ້.

33 ຂອບຄຸນ​ພຣະເຈົ້າ​ໃນ​ຄວາມ​ສະຫລາດ​ຂອງເຈົ້າ ແລະ​ຕໍ່​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ວັນນີ້ ຄື​ປ້ອງກັນ​ຂ້ອຍ​ຈາກ​ໂທດ​ຂ້າ​ຄົນ ແລະ​ຈາກ​ໂທດ​ທີ່​ລົງມື​ແກ້ແຄ້ນ​ໂດຍ​ຕົນເອງ.

34 ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ລະງັບ​ຂ້ອຍ​ໄວ້ ບໍ່​ໃຫ້​ທຳຮ້າຍ​ເຈົ້າ, ແລະ​ຖ້າ​ເຈົ້າ​ບໍ່​ຟ້າວ​ມາ​ພົບ​ຂ້ອຍ ຜູ້ຊາຍ​ຂອງ​ນາບານ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໝົດ​ກ່ອນ​ມື້ອື່ນ​ເຊົ້າ.”

35 ແລ້ວ​ດາວິດ​ກໍ​ຮັບ​ເອົາ​ເຄື່ອງຂອງ​ທີ່​ນາງ​ນຳ​ມາ​ນັ້ນ ແລະ​ກ່າວ​ແກ່​ນາງ​ວ່າ, “ໃຫ້​ເຈົ້າ​ກັບ​ເມືອ​ສາ ຢ່າ​ໄດ້​ກັງວົນ​ເລີຍ ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຕ້ອງການ.”

36 ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.

37 ເມື່ອ​ລາວ​ເຊົາເມົາ​ແລ້ວ ນາງ​ຈຶ່ງ​ບອກ​ທຸກສິ່ງ​ໃຫ້​ລາວ​ຮູ້. ພໍ​ໄດ້ຍິນ​ດັ່ງນັ້ນ ນາບານ​ກໍ​ລົ້ມລົງ ແລະ​ເປັນ​ອຳມະພາດ​ໄປ​ທັງຕົວ.

38 ປະມານ​ສິບ​ວັນ​ຕໍ່ມາ ພຣະເຈົ້າຢາເວ​ກໍ​ລົງໂທດ​ນາບານ, ແລະ​ລາວ​ຕາຍໄປ.

39 ເມື່ອ​ດາວິດ​ຮັບ​ຂ່າວ​ວ່າ​ນາບານ​ໄດ້​ຕາຍໄປ​ແລ້ວ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ໄດ້​ແກ້ແຄ້ນ​ນາບານ​ເພາະ​ລາວ​ໝິ່ນປະໝາດ​ຂ້ານ້ອຍ ແລະ​ພຣະອົງ​ຮັກສາ​ຂ້ານ້ອຍ​ຜູ້​ທີ່​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ​ບໍ່​ໃຫ້​ເຮັດ​ຜິດ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ນາບານ​ຍ້ອນ​ຄວາມ​ຊົ່ວຊ້າ​ທີ່​ລາວ​ໄດ້​ເຮັດ.” ແລ້ວ​ດາວິດ​ກໍ​ສົ່ງ​ຄົນ​ໄປ​ສູ່​ຂໍ​ເອົາ​ນາງ​ອາບີກາຍ​ມາ​ເປັນ​ເມຍ​ຂອງຕົນ.

40 ຄົນ​ຮັບໃຊ້​ຂອງ​ດາວິດ​ໄດ້​ມາ​ຫາ​ອາບີກາຍ​ທີ່​ກາເມນ ແລະ​ເວົ້າ​ກັບ​ນາງ​ວ່າ, “ດາວິດ​ໄດ້​ສົ່ງ​ພວກເຮົາ​ມາ​ຂໍ​ເອົາ​ຍານາງ​ໄປ​ເປັນ​ເມຍ​ຂອງ​ເພິ່ນ.”

41 ນາງ​ອາບີກາຍ​ກົ້ມ​ຂາບລົງ ແລະ​ຕອບ​ວ່າ, “ຂ້ອຍ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ເພິ່ນ ແລະ​ພ້ອມແລ້ວ​ທີ່​ຈະ​ລ້າງ​ຕີນ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ.”

42 ແລ້ວ​ນາງ​ກໍ​ຟ້າວ​ລຸກ​ຂຶ້ນ ແລະ​ຂີ່​ລໍ​ໄປ​ພ້ອມ​ດ້ວຍ​ສາວໃຊ້​ຫ້າ​ຄົນ. ນາງ​ໄປ​ກັບ​ພວກ​ຄົນ​ຮັບໃຊ້​ຂອງ​ດາວິດ ແລະ​ກາຍເປັນ​ເມຍ​ຂອງ​ເພິ່ນ.

43 ດາວິດ​ຍັງ​ໄດ້​ແຕ່ງງານ​ກັບ​ນາງ​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ບັດນີ້​ເພິ່ນ​ຍັງ​ເອົາ​ນາງ​ອາບີກາຍ​ມາ​ເປັນ​ເມຍ​ຂອງ​ເພິ່ນ​ອີກ.

44 ໃນ​ລະຫວ່າງ​ນັ້ນ ກະສັດ​ໂຊນ​ກໍໄດ້​ມອບ​ນາງ​ມີການ​ລູກສາວ​ຂອງຕົນ ທີ່​ເປັນ​ເມຍ​ຂອງ​ດາວິດ​ໃຫ້​ປານຕີ ລູກຊາຍ​ຂອງ​ລາອິດ ຊາວ​ການລິມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan