1 ຊາມູເອນ 24 - ພຣະຄຳພີສັກສິດາວິດໄວ້ຊີວິດໂຊນ 1 ເມື່ອກະສັດໂຊນກັບມາແຕ່ຕໍ່ສູ້ພວກຟີລິດສະຕິນແລ້ວ ກໍມີຄົນມາລາຍງານເພິ່ນວ່າ ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານໃກ້ກັບເມືອງເອນເກດີ. 2 ກະສັດໂຊນຈຶ່ງເອົາທະຫານຜູ້ເກັ່ງກ້າທີ່ສຸດໃນຊາດອິດສະຣາເອນສາມພັນຄົນ ອອກໄປຊອກຫາດາວິດກັບຄົນທັງຫລາຍຂອງເພິ່ນ ຢູ່ທາງທິດຕາເວັນອອກຂອງໂງ່ນຫີນແບ້ປ່າ. 3 ກະສັດໂຊນໄດ້ເຂົ້າໄປຖ່າຍຢູ່ໃນຖໍ້າແຫ່ງໜຶ່ງ ໃກ້ໆກັບຄອກແກະທີ່ຢູ່ແປະແຄມທາງ. ພໍດີຢູ່ໃນຖໍ້ານັ້ນມີດາວິດກັບພວກຄົນຂອງລາວລີ້ຢູ່. 4 ພວກທະຫານຈຶ່ງເວົ້າກັບດາວິດວ່າ, “ນີ້ແມ່ນໂອກາດຂອງທ່ານແລ້ວ ພຣະເຈົ້າຢາເວໄດ້ມອບສັດຕູຂອງທ່ານໄວ້ຢູ່ໃນກຳມືຂອງທ່ານ ຕາມທີ່ພຣະອົງໄດ້ກ່າວໄວ້. ບັດນີ້ ຈົ່ງເຮັດກັບສັດຕູຂອງທ່ານຕາມທີ່ຕ້ອງການສາ.” ດາວິດຈຶ່ງຄານອອກມາຕັດສົ້ນເສື້ອລ່າມຂອງກະສັດໂຊນ ໂດຍທີ່ເພິ່ນບໍ່ຮູ້ຕົວ, 5 ແຕ່ພໍດາວິດເຮັດເຊັ່ນນັ້ນ ຫົວໃຈຂອງເພິ່ນກໍເຕັ້ນສຸດແຮງ 6 ສະນັ້ນ ເພິ່ນຈຶ່ງເວົ້າກັບຄົນທັງຫລາຍຂອງເພິ່ນວ່າ, “ຂໍພຣະເຈົ້າຢາເວຢ່າອະນຸຍາດໃຫ້ຂ້ອຍທຳຮ້າຍເຈົ້ານາຍຂອງຂ້ອຍ ຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້; ຄືທີ່ຈະຢຽດມືຂອງຂ້ອຍໄປຕໍ່ສູ້ເພິ່ນ ເພາະເພິ່ນເປັນຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້.” 7 ດັ່ງນັ້ນ ດາວິດຈຶ່ງຊັກຊວນຄົນທັງຫລາຍຂອງເພິ່ນບໍ່ໃຫ້ຕໍ່ສູ້ກະສັດໂຊນ. ກະສັດໂຊນລຸກຂຶ້ນ ແລະອອກມາຈາກຖໍ້າ ແລ້ວເພິ່ນກໍເດີນທາງຕໍ່ໄປ. 8 ສ່ວນດາວິດກໍຍ່າງອອກມາຕາມຫລັງແລະຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ” ກະສັດໂຊນຫລຽວຫລັງເບິ່ງໄປອ້ອມໆ ແລະດາວິດກໍຂາບລົງດ້ວຍຄວາມນັບຖື 9 ແລະຖາມວ່າ, “ເປັນຫຍັງທ່ານຈຶ່ງຟັງຄວາມຂອງປະຊາຊົນທີ່ບອກທ່ານວ່າ ຂ້ານ້ອຍກຳລັງພະຍາຍາມທຳຮ້າຍທ່ານ, 10 ທ່ານຄົງເຫັນດ້ວຍຕົນເອງແລ້ວວ່າ ເມື່ອຫວ່າງກີ້ນີ້ເອງຢູ່ໃນຖໍ້ານັ້ນ ພຣະເຈົ້າຢາເວໄດ້ມອບທ່ານໄວ້ໃນກຳມືຂອງຂ້ານ້ອຍ. ຄົນຂອງຂ້ານ້ອຍບາງຄົນບອກໃຫ້ຂ້ານ້ອຍສັງຫານທ່ານເສຍ, ແຕ່ຂ້ານ້ອຍຮູ້ສຶກອີດູຕົນທ່ານຈຶ່ງບອກພວກເຂົາວ່າ ຂ້ານ້ອຍບໍ່ຄວນທຳຮ້າຍທ່ານແຕ່ຢ່າງໃດ ເພາະທ່ານເປັນຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້. 11 ພໍ່ຂ້ານ້ອຍເອີຍ ເບິ່ງສົ້ນເສື້ອລ່າມຂອງທ່ານທີ່ຂ້ານ້ອຍພວມຖືຢູ່ນີ້ດູ ຂ້ານ້ອຍຄວນຂ້າທ່ານຖິ້ມເສຍແລ້ວ, ແຕ່ຂ້ານ້ອຍພຽງແຕ່ໄດ້ຕັດເອົາສົ້ນເສື້ອເທົ່ານັ້ນ. ອັນນີ້ກໍເຮັດໃຫ້ທ່ານແນ່ໃຈໄດ້ແລ້ວວ່າ ຂ້ານ້ອຍບໍ່ໄດ້ກະບົດຫລືຄິດທຳຮ້າຍທ່ານແຕ່ຢ່າງໃດ. ແມ່ນວ່າຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ທ່ານກໍຕາມ ແຕ່ທ່ານກໍຍັງຕາມລ່າຂ້ານ້ອຍຢູ່. 12 ຂໍໃຫ້ພຣະເຈົ້າຢາເວຕັດສິນວ່າ ລະຫວ່າງພວກເຮົາແມ່ນຜູ້ໃດຜິດແທ້ ຂໍໃຫ້ພຣະເຈົ້າຢາເວ ລົງໂທດທ່ານໃນສິ່ງທີ່ທ່ານໄດ້ເຮັດເພື່ອຕໍ່ສູ້ຂ້ານ້ອຍນັ້ນດ້ວຍເຖີດ ເພາະຂ້ານ້ອຍບໍ່ຄິດແມ່ນແຕ່ໜ້ອຍດຽວທີ່ຈະທຳຮ້າຍທ່ານ. 13 ທ່ານກໍຮູ້ຄຳບູຮານທີ່ມີກ່າວໄວ້ວ່າ ‘ຄົນຊົ່ວກໍເຮັດແຕ່ຄວາມຊົ່ວເທົ່ານັ້ນ.’ ດັ່ງນັ້ນ ຂ້ານ້ອຍຈຶ່ງບໍ່ທຳຮ້າຍທ່ານ. 14 ທ່ານຕາມລ່າຜູ້ໃດ? ແມ່ນຂ້ານ້ອຍບໍ ຂ້ານ້ອຍເປັນພຽງແຕ່ໝາຕາຍ ຫລືໂຕໝັດທີ່ໜ້າສັງເວດເທົ່ານັ້ນ 15 ພຣະເຈົ້າຢາເວຈະຕັດສິນດອກວ່າ ໃນເຮົາທັງສອງຄົນນີ້ແມ່ນຜູ້ໃດເປັນຝ່າຍຜິດ. ຂໍໃຫ້ພຣະອົງພິຈາລະນາເບິ່ງໃນເລື່ອງນີ້ເພື່ອປ້ອງກັນຂ້ານ້ອຍ ແລະຊ່ວຍຊູຂ້ານ້ອຍໃຫ້ພົ້ນຈາກກຳມືຂອງທ່ານດ້ວຍເທີ້ນ.” 16 ເມື່ອດາວິດເວົ້າສຸດແລ້ວ ກະສັດໂຊນກໍກ່າວວ່າ, “ດາວິດ ລູກຂອງພໍ່ ແມ່ນເຈົ້າແທ້ບໍ?” ແລ້ວເພິ່ນກໍຮ້ອງໄຫ້. 17 ເພິ່ນກ່າວແກ່ດາວິດວ່າ, “ເຈົ້າເປັນຝ່າຍຖືກແຕ່ຂ້ອຍເປັນຝ່າຍຜິດ. ເຈົ້າເຮັດດີທີ່ສຸດຕໍ່ຂ້ອຍ ໃນເມື່ອຂ້ອຍເຮັດຊົ່ວຕໍ່ເຈົ້າ. 18 ມື້ນີ້ ເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າເຈົ້າດີຕໍ່ຂ້ອຍເທົ່າໃດ ຍ້ອນເຈົ້າບໍ່ໄດ້ຂ້າຂ້ອຍ ໂດຍທີ່ພຣະເຈົ້າຢາເວໄດ້ມອບຂ້ອຍໄວ້ຢູ່ໃນກຳມືຂອງເຈົ້າ. 19 ຄົນທີ່ຈັບສັດຕູຂອງຕົນໄດ້ ແລ້ວປ່ອຍໃຫ້ໄປຢ່າງປອດໄພຈະມີບໍ? ຂໍໃຫ້ພຣະເຈົ້າຢາເວອວຍພອນສິ່ງທີ່ເຈົ້າໄດ້ເຮັດກັບຂ້ອຍໃນມື້ນີ້ເທີ້ນ 20 ບັດນີ້ ຂ້ອຍຮູ້ຢ່າງຄັກແນ່ແລ້ວວ່າ ເຈົ້າຈະໄດ້ເປັນກະສັດຂອງຊາດອິດສະຣາເອນ ແລະອານາຈັກຈະຄົງຢູ່ສືບຕໍ່ໄປພາຍໃຕ້ການປົກຄອງຂອງເຈົ້າ. 21 ແຕ່ເຈົ້າຈົ່ງສາບານກັບຂ້ອຍໂດຍພຣະເຈົ້າຢາເວວ່າ ເຈົ້າຈະໄວ້ຊີວິດເຊື້ອສາຍຂອງຂ້ອຍ ແລະຊື່ຄອບຄົວຂອງຂ້ອຍຈະບໍ່ຖືກລືມໄລໄປຢ່າງໝົດສິ້ນ.” 22 ດາວິດໄດ້ສັນຍາວ່າຕົນຈະປະຕິບັດຕາມຄຳສັນຍານັ້ນ. ແລ້ວກະສັດໂຊນກໍກັບຄືນເມືອວັງຂອງເພິ່ນ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍກັບຄືນສູ່ບ່ອນຫລົບລີ້ຂອງພວກຕົນ. |
@ 2012 United Bible Societies. All Rights Reserved.