Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 23 - ພຣະຄຳພີສັກສິ


ດາວິດ​ຊ່ວຍ​ເອົາ​ເມືອງ​ເກອີລາ

1 ດາວິດ​ໄດ້ຍິນ​ວ່າ​ຊາວ​ຟີລິດສະຕິນ​ກຳລັງ​ຕີ​ເອົາ​ເມືອງ​ເກອີລາ ແລະ​ປຸ້ນສະດົມ​ເອົາ​ເຂົ້າ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່.

2 ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”

3 ແຕ່​ຄົນ​ຂອງ​ດາວິດ​ເວົ້າ​ກັບ​ລາວ​ວ່າ, “ໃນ​ຢູດາຍ​ນີ້ ພວກເຮົາ​ກໍ​ຢ້ານກົວ​ຢູ່​ແລ້ວ ຖ້າ​ພວກເຮົາ​ໄປ​ໂຈມຕີ​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ ກໍ​ຍິ່ງ​ເປັນ​ໜ້າຢ້ານກົວ​ໃຫຍ່!”

4 ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”

5 ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ. ພວກເຂົາ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ຫລາຍ​ຄົນ ແລະ​ຢຶດເອົາ​ສັດ​ລ້ຽງ​ຂອງ​ພວກເຂົາ. ດັ່ງນັ້ນ ດາວິດ​ຈຶ່ງ​ຊ່ວຍ​ກອບກູ້​ເອົາ​ຊາວ​ເມືອງ​ເກອີລາ​ໃຫ້​ພົ້ນ.

6 ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.

7 ຕໍ່ມາ ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ​ດາວິດ​ຢູ່​ທີ່​ເມືອງ​ເກອີລາ ແລະ​ເພິ່ນ​ກໍ​ເວົ້າ​ວ່າ, “ພຣະເຈົ້າ​ມອບ​ດາວິດ​ໄວ້​ໃນ​ກຳມື​ຂອງເຮົາ​ແລ້ວ. ລາວ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ທີ່​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແລະ​ທັງ​ມີ​ປະຕູ​ອັນ​ແໜ້ນໜາ​ອີກ​ດ້ວຍ.”

8 ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເອີ້ນ​ເອົາ​ທະຫານ​ຂອງຕົນ​ອອກ​ໄປ​ເຮັດ​ເສິກ ແລະ​ມຸ່ງໜ້າ​ໄປ​ທີ່​ເມືອງ​ເກອີລາ​ເພື່ອ​ອ້ອມ​ຈັບ​ດາວິດ​ກັບ​ຄົນ​ຂອງ​ເພິ່ນ.

9 ເມື່ອ​ດາວິດ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ໂຈມຕີ​ຕົນ ເພິ່ນ​ກໍ​ສັ່ງ​ປະໂຣຫິດ​ອາບີອາທາ​ວ່າ, “ເອົາ​ເອໂຟດ​ມາ​ພີ້.”

10 ແລ້ວ​ດາວິດ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຂ້ານ້ອຍ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ເດີນທາງ​ມາ​ທີ່​ເມືອງ​ເກອີລາ ເພື່ອ​ຈະ​ທຳລາຍ​ເມືອງນີ້. ເພາະ​ຂ້ານ້ອຍ​ເອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຕົ້ນເຫດ.

11 ຊາວ​ເມືອງ​ເກອີລາ​ຈະ​ມອບ​ຂ້ານ້ອຍ​ໃຫ້​ກະສັດ​ໂຊນ​ຫລື​ບໍ່? ເພິ່ນ​ຈະ​ມາ​ແທ້​ຕາມ​ທີ່​ຂ້ານ້ອຍ​ໄດ້ຍິນ​ນີ້​ບໍ? ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ​ເຖີດ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໂຊນ​ຈະ​ມາ​ແທ້.”

12 ດາວິດ​ຖາມ​ອີກ​ວ່າ, “ຊາວ​ເມືອງ​ເກອີລາ​ຈະ​ມອບ​ທະຫານ​ຂອງ​ຂ້ານ້ອຍ​ກັບ​ຂ້ານ້ອຍ​ເອງ ໃຫ້​ກະສັດ​ໂຊນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ພວກເຂົາ​ຈະ​ມອບ”.

13 ດັ່ງນັ້ນ ດາວິດ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ປະມານ​ຫົກຮ້ອຍ​ຄົນ ຈຶ່ງ​ອອກ​ໜີ​ຈາກ​ເມືອງ​ເກອີລາ​ໃນທັນທີ ແລະ​ເຄື່ອນຍ້າຍ​ໄປ​ເລື້ອຍໆ. ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ວ່າ ດາວິດ​ໄດ້​ປົບໜີ​ຈາກ​ເມືອງ​ເກອີລາ​ໄປ​ແລ້ວ ເພິ່ນ​ກໍໄດ້​ລົ້ມເລີກ​ແຜນການ​ຂອງຕົນ​ເສຍ.


ດາວິດ​ຢູ່​ໃນ​ແຖບ​ເນີນພູ

14 ດາວິດ​ໄດ້​ລີ້​ຢູ່​ທີ່​ແຖບ​ເນີນພູ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ຊີເຟ. ຝ່າຍ​ກະສັດ​ໂຊນ​ນັ້ນ​ກໍ​ພະຍາຍາມ​ຊອກ​ຫາ​ດາວິດ​ຢູ່​ເລື້ອຍໆ; ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ມອບ​ລາວ​ໃຫ້​ກະສັດ​ໂຊນ.

15 ດາວິດ​ຮູ້​ດີ​ວ່າ ກະສັດ​ໂຊນ​ໄດ້​ອອກ​ຕາມ​ຫາ​ເພື່ອ​ຈະ​ຂ້າ​ຕົນ. ດາວິດ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ໂຮເຣັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໃກ້​ກັບ​ເມືອງ​ຊີເຟ.

16 ໂຢນາທານ​ໄດ້​ໄປ​ຫາ​ດາວິດ​ທີ່​ນັ້ນ ແລະ​ໃຫ້​ກຳລັງໃຈ​ເພິ່ນ​ດ້ວຍ​ຄວາມ​ເຊື່ອໝັ້ນ​ວ່າ ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ປົກປັກ​ຮັກສາ

17 ໂດຍ​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ພໍ່​ຂອງຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ບໍ່ໄດ້​ດອກ. ເພິ່ນ​ຮູ້ຈັກ​ດີ​ວ່າ​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ ທີ່​ຈະ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮອງ​ຂອງ​ເຈົ້າ.”

18 ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.

19 ມີ​ຊາວ​ເມືອງ​ຊີເຟ​ບາງຄົນ​ໄດ້​ໄປ​ຫາ​ກະສັດ​ໂຊນ​ຢູ່​ທີ່​ເມືອງ​ກີເບອາ ແລະ​ບອກ​ເພິ່ນ​ວ່າ, “ດາວິດ​ກຳລັງ​ລີ້​ຢູ່​ໃນ​ເຂດແດນ​ຂອງ​ພວກ​ຂ້ານ້ອຍ​ທີ່​ໂຮເຣັດ​ຕາມ​ເທິງ​ພູ​ຮາກີລາ ທາງ​ພາກໃຕ້​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢູດາຍ.

20 ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ຕ້ອງການ​ຕົວ​ຂອງ​ດາວິດ​ຫລາຍ​ເທົ່າໃດ. ສະນັ້ນ ຂໍ​ເຊີນ​ທ່ານ​ໄປ​ທີ່​ເຂດແດນ​ຂອງ​ພວກ​ຂ້ານ້ອຍ ແລະ​ພວກ​ຂ້ານ້ອຍ​ຈະ​ມອບ​ລາວ​ໃຫ້​ທ່ານ.”

21 ກະສັດ​ໂຊນ​ຕອບ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ທີ່​ມີ​ນໍ້າໃຈ​ອັນ​ດີ​ຕໍ່​ເຮົາ.

22 ເພື່ອ​ຄວາມ​ແນ່ໃຈ​ໃຫ້​ພວກເຈົ້າ​ໄປ​ເບິ່ງ​ອີກເທື່ອໜຶ່ງ ແລະ​ຖາມ​ເບິ່ງ​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ແມ່ນ​ຜູ້ໃດ​ແດ່​ເຫັນ​ມັນ​ຢູ່​ທີ່​ນັ້ນ ເຮົາ​ໄດ້ຍິນ​ວ່າ​ມັນ​ເປັນ​ຄົນ​ທີ່​ມີ​ເລ້ຫລ່ຽມ​ຫລາຍ​ທີ່ສຸດ.

23 ສະນັ້ນ ຈົ່ງ​ໄປ​ສືບ​ເບິ່ງ​ຢ່າງ​ຄັກແນ່​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ໃຫ້​ນຳ​ເອົາ​ລາຍລະອຽດ​ຕ່າງໆ​ມາ​ລາຍງານ​ເຮົາ​ທັນທີ ແລ້ວ​ເຮົາ​ຈະ​ໄປ​ກັບ​ພວກເຈົ້າ. ຖ້າ​ມັນ​ຍັງ​ຢູ່​ໃນ​ເຂດນັ້ນ ເຮົາ​ຈະ​ຕາມ​ໄປ​ຂ້າ​ມັນ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕ້ອງ​ຊອກ​ຄົ້ນຫາ​ມັນ​ທົ່ວ​ທັງ​ດິນແດນ​ຢູດາຍ​ກໍຕາມ.”

24 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກັບຄືນ​ເມືອ​ເມືອງ​ຊີເຟ​ກ່ອນ​ກະສັດ​ໂຊນ. ສ່ວນ​ດາວິດ​ແລະ​ຄົນ​ທັງຫລາຍ​ຂອງຕົນ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ໃນ​ອາຣາບາ​ທາງທິດໃຕ້​ຂອງ​ເຢຊີໂມນ.

25 ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ຊອກ​ຫາ​ດາວິດ ແຕ່​ເພິ່ນ​ຮູ້​ເລື່ອງ​ນີ້​ກ່ອນ ຈຶ່ງ​ໄດ້​ປົບ​ໜີໄປ​ທີ່​ເນີນພູ​ຫີນ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ກະສັດ​ໂຊນ​ຮູ້​ຂ່າວ​ນີ້ ເພິ່ນ​ກໍ​ອອກ​ຕາມລ່າ​ດາວິດ.

26 ກະສັດ​ໂຊນ​ກັບ​ທະຫານ​ຂອງຕົນ​ຢູ່​ທາງ​ພູ​ເບື້ອງ​ໜຶ່ງ ສ່ວນ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍ​ຢູ່​ທາງ​ພູ​ເບື້ອງ​ໜຶ່ງ​ອີກ. ໃນ​ຂະນະທີ່​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ກຳລັງ​ປົບໜີ​ຈາກ​ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ ຊຶ່ງ​ພວມ​ໄລ່ຕາມ​ມາ​ເກືອບ​ຈະ​ຈັບ​ພວກເພິ່ນ​ໄດ້​ນັ້ນ

27 ກໍ​ມີ​ຄົນນຳຂ່າວ​ມາ​ບອກ​ກະສັດ​ໂຊນ​ວ່າ, “ພວກ​ຟີລິດສະຕິນ​ກຳລັງ​ຮຸກຮານ​ປະເທດຊາດ​ບ້ານເມືອງ ຮີບ​ກັບຄືນ​ເມືອ​ໄວໆ!”

28 ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເລີກ​ໄລ່ຕາມ​ດາວິດ ແລະ​ກັບຄືນ​ໄປ​ຕໍ່ສູ້​ພວກ​ຟີລິດສະຕິນ. ດ້ວຍເຫດນີ້ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ​ເນີນພູ​ແຫ່ງ​ການ​ແຍກຈາກ​ກັນ.

29 ດາວິດ​ໄດ້​ອອກ​ໜີໄປ​ສູ່​ອານາເຂດ​ເອນເກດີ ແລະ​ໄດ້​ຫລົບລີ້​ຢູ່​ໃນ​ທີ່ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan