1 ຊາມູເອນ 22 - ພຣະຄຳພີສັກສິໂຊນສັງຫານໝູ່ພວກປະໂຣຫິດ 1 ແລ້ວດາວິດກໍໄດ້ອອກຈາກເມືອງກາດໄປຢູ່ໃນຖໍ້າທີ່ໃກ້ກັບເມືອງອາດຸນລຳ. ເມື່ອພວກອ້າຍ ແລະພີ່ນ້ອງທັງຫລາຍໃນຄອບຄົວຂອງພໍ່ລາວໄດ້ຍິນວ່າລາວຢູ່ທີ່ນັ້ນ ພວກເຂົາຈຶ່ງພາກັນໄປສົມທົບກຳລັງກັບລາວ. 2 ນອກຈາກນີ້ແລ້ວຍັງມີປະມານ 400 ຄົນທີ່ໄດ້ໄປຫາດາວິດ ເປັນພວກທີ່ຖືກກົດຂີ່ຂົ່ມເຫັງ, ເປັນໜີ້ສິນ ແລະມີຄວາມຂັດຂ້ອງໝອງໃຈ. ແລ້ວດາວິດກໍໄດ້ກາຍເປັນຫົວໜ້າຂອງພວກເຂົາ. 3 ຕໍ່ມາ ດາວິດໄດ້ອອກຈາກບ່ອນນີ້ໄປທີ່ເມືອງມີຊະປາໃນດິນແດນໂມອາບ. ເພິ່ນໄດ້ກ່າວແກ່ກະສັດແຫ່ງໂມອາບວ່າ, “ຂໍໂຜດໃຫ້ພໍ່ແມ່ຂອງຂ້ານ້ອຍມາຢູ່ກັບທ່ານຊົ່ວຄາວ ຈົນກວ່າຂ້ານ້ອຍຈະຮູ້ຈັກວ່າ ພຣະເຈົ້າຈະກະທຳການຢ່າງໃດສຳລັບຂ້ານ້ອຍແທ້.” 4 ແລ້ວດາວິດກໍໄດ້ພາພໍ່ແມ່ໄປປະໄວ້ກັບກະສັດແຫ່ງໂມອາບ. ພໍ່ແມ່ຂອງດາວິດໄດ້ອາໄສຢູ່ໃນທີ່ນັ້ນ ຕະຫລອດຊົ່ວເວລາທີ່ດາວິດຍັງລີ້ໄພຢູ່ໃນຖໍ້າ. 5 ແລ້ວຜູ້ທຳນວາຍທີ່ຊື່ວ່າກາດ ກໍໄດ້ມາຫາດາວິດແລະບອກເພິ່ນວ່າ, “ໃຫ້ໜີໄປຈາກດິນແດນຢູດາຍນີ້ສາ ຢ່າຢູ່ໃນບ່ອນນີ້ຕໍ່ໄປ.” ດັ່ງນັ້ນ ດາວິດຈຶ່ງໄດ້ໜີໄປຢູ່ປ່າເຮເຣັດ. 6 ວັນໜຶ່ງທີ່ເມືອງກີເບອາ ກະສັດໂຊນຖືຫອກໃນມື ແລະນັ່ງຢູ່ທີ່ເນີນພູ ໃຕ້ຕົ້ນໄມ້ກົກໜຶ່ງຊື່ວ່າ ຕາມາຣີ ຝ່າຍຂ້າຣາຊການຂອງເພິ່ນທັງໝົດກໍຢືນອ້ອມຮອບເພິ່ນຢູ່. ຕໍ່ມາ ມີຄົນມາບອກເພິ່ນວ່າ ເຂົາໄດ້ພົບບ່ອນຢູ່ຂອງດາວິດແລະທະຫານຂອງເພິ່ນແລ້ວ. 7 ກະສັດໂຊນຈຶ່ງຖາມບັນດານາຍທະຫານວ່າ, “ຊາວເບັນຢາມິນເອີຍ ຈົ່ງຟັງເທີ້ນ ພວກເຈົ້າຄິດວ່າດາວິດຈະເອົານາກັບສວນອະງຸ່ນໃຫ້ພວກເຈົ້າທຸກຄົນຊັ້ນບໍ? ລາວຈະໃຫ້ພວກເຈົ້າເປັນນາຍທະຫານໃນກອງທັບຂອງລາວຊັ້ນບໍ? 8 ດ້ວຍເຫດນັ້ນບໍ ພວກເຈົ້າຈຶ່ງພວມກະບົດຕໍ່ເຮົາ? ໃນພວກເຈົ້າບໍ່ມີຜູ້ໃດເລີຍບອກເຮົາວ່າ ລູກຊາຍຂອງເຮົາເອງໄດ້ເຮັດສັນຍາມິດຕະພາບກັບດາວິດ. ບໍ່ມີຜູ້ໃດເລີຍສົນໃຈບອກເຮົາວ່າ ດາວິດຜູ້ຮັບໃຊ້ຂອງເຮົາເອງກຳລັງຊອກຫາຊ່ອງທາງທີ່ຈະຂ້າເຮົາ ແລະລູກຊາຍຂອງເຮົາເອງເປັນຜູ້ໃຫ້ກຳລັງໃຈ ແລະສະໜັບສະໜູນລາວ.” 9 ໂດເອັກຄົນເອໂດມທີ່ຢືນຢູ່ກັບພວກຂ້າຣາຊການຂອງກະສັດໂຊນຈຶ່ງຕອບວ່າ, “ຂ້ານ້ອຍໄດ້ເຫັນດາວິດໄປທີ່ເມືອງໂນບ ຫາອາຮີເມເຫຼັກລູກຊາຍຂອງອາຮີຕຸບ. 10 ອາຮີເມເຫຼັກໄດ້ຖາມພຣະເຈົ້າຢາເວໃຫ້ລາວວ່າ ລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານແລະດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.” 11 ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຄົນໄປນຳເອົາປະໂຣຫິດອາຮີເມເຫຼັກລູກຊາຍຂອງອາຮີຕຸບ ພ້ອມດ້ວຍຍາດຕິພີ່ນ້ອງຂອງລາວທີ່ເປັນປະໂຣຫິດໃນເມືອງໂນບນັ້ນມາຫາຕົນ ແລະພວກເຂົາກໍໄດ້ພາກັນມາຫາເພິ່ນ. 12 ກະສັດໂຊນຈຶ່ງກ່າວແກ່ລາວວ່າ, “ອາຮີເມເຫຼັກເອີຍ ຈົ່ງຟັງເທີ້ນ.” ອາຮີເມເຫຼັກຕອບວ່າ, “ທ່ານເອີຍ ຍິນດີທີ່ຈະຮັບໃຊ້ທ່ານ.” 13 ກະສັດໂຊນໄດ້ຖາມລາວວ່າ, “ເປັນຫຍັງເຈົ້າກັບດາວິດຈຶ່ງຮ່ວມໃຈກັນກະບົດຕໍ່ເຮົາ? ເປັນຫຍັງເຈົ້າຈຶ່ງເອົາເຂົ້າຈີ່ແລະມອບດາບໃຫ້ແກ່ມັນ ແລ້ວທັງທູນຖາມພຣະເຈົ້າໃຫ້ມັນດ້ວຍ? ດຽວນີ້ມັນໄດ້ຫັນມາຕໍ່ສູ້ເຮົາແລະລໍຫາໂອກາດທີ່ຈະຂ້າເຮົາຢູ່.” 14 ອາຮີເມເຫຼັກຕອບວ່າ, “ດາວິດເປັນນາຍທະຫານຜູ້ທີ່ຊື່ສັດທີ່ສຸດຂອງທ່ານ! ທັງເປັນລູກເຂີຍຂອງທ່ານເອງ ເປັນຜູ້ບັນຊາການທະຫານຮັກສາທ່ານ ແລະທຸກຄົນທີ່ຢູ່ໃນວັງນີ້ກໍນັບຖືລາວເປັນຢ່າງສູງ. 15 ແມ່ນແທ້ ຂ້ານ້ອຍໄດ້ຖາມພຣະເຈົ້າໃຫ້ລາວ ແລະຂ້ານ້ອຍເຮັດເຊັ່ນນັ້ນກໍບໍ່ແມ່ນເທື່ອທຳອິດ. ຂໍທ່ານຢ່າຫາວ່າ ຂ້ານ້ອຍຫລືຜູ້ໃດຜູ້ໜຶ່ງໃນຄອບຄົວຂອງຂ້ານ້ອຍກະບົດຕໍ່ທ່ານເລີຍ. ຂ້ານ້ອຍບໍ່ໄດ້ຮູ້ຫຍັງກ່ຽວກັບເລື່ອງນີ້.” 16 ກະສັດກ່າວວ່າ, “ອາຮີເມເຫຼັກ ເຈົ້າພ້ອມດ້ວຍຍາດຕິພີ່ນ້ອງຂອງເຈົ້າ ຈະຕ້ອງຕາຍທັງໝົດ.” 17 ແລ້ວເພິ່ນກໍສັ່ງທະຫານຍາມທີ່ຢືນຢູ່ໃກ້ຕົນນັ້ນວ່າ, “ຂ້າບັນດາປະໂຣຫິດຂອງພຣະເຈົ້າຢາເວຖິ້ມເສຍ ເພາະພວກເຂົາຮ່ວມມືກັບດາວິດ ແລະບໍ່ບອກເຮົາວ່າດາວິດປົບໜີໄປໃສ ທັງໆທີ່ພວກເຂົາຮູ້ທຸກສິ່ງຢູ່.” ແຕ່ພວກທະຫານຍາມປະຕິເສດທີ່ຈະລົງມືຂ້າບັນດາປະໂຣຫິດຂອງພຣະເຈົ້າຢາເວ. 18 ສະນັ້ນ ກະສັດໂຊນຈຶ່ງສັ່ງໂດເອັກວ່າ, “ເຈົ້າຂ້າພວກເຂົາເສຍ.” ໂດເອັກໄດ້ຂ້າພວກເຂົາຖິ້ມທັງໝົດ. ໃນມື້ນັ້ນ ລາວໄດ້ຂ້າປະໂຣຫິດທີ່ມີຄຸນສົມບັດຖືເອໂຟດແປດສິບຫ້າຄົນ. 19 ກະສັດໂຊນຍັງໄດ້ສັ່ງໃຫ້ຂ້າຊາວເມືອງໂນບທັງໝົດຖິ້ມ ຊຶ່ງເປັນເມືອງຂອງບັນດາປະໂຣຫິດ ເຊັ່ນ: ຊາຍແລະຍິງ, ເດັກເກີດໃໝ່ແລະເດັກນ້ອຍ, ງົວ, ລໍ ແລະແກະທັງໝົດໄດ້ຖືກຂ້າຖິ້ມ. 20 ແຕ່ອາບີອາທາລູກຊາຍຄົນໜຶ່ງຂອງອາຮີເມເຫຼັກ ປົບໜີໄປຫາດາວິດໄດ້. 21 ລາວໄດ້ບອກດາວິດເຖິງການທີ່ກະສັດໂຊນ ໄດ້ສັງຫານໝູ່ພວກປະໂຣຫິດຂອງພຣະເຈົ້າຢາເວ. 22 ດາວິດຈຶ່ງເວົ້າຕໍ່ອາບີອາທາວ່າ, “ເມື່ອຂ້ອຍເຫັນໂດເອັກໃນວັນນັ້ນ ຂ້ອຍກໍຮູ້ໂລດວ່າລາວຕ້ອງໄປບອກໂຊນເປັນແນ່. ສະນັ້ນ ຂ້ອຍຈຶ່ງຂໍຮັບຜິດຊອບ ຕໍ່ການຕາຍຂອງຍາດຕິພີ່ນ້ອງຂອງເຈົ້າທຸກຄົນໃນຄັ້ງນີ້. 23 ໃຫ້ເຈົ້າຢູ່ກັບຂ້ອຍນີ້ແຫຼະ ແລະຢ່າຢ້ານເລີຍ ກະສັດໂຊນຢາກຂ້າທັງຂ້ອຍແລະເຈົ້າຄືກັນ, ແຕ່ຖ້າເຈົ້າຢູ່ກັບຂ້ອຍ ເຈົ້າຈະປອດໄພ.” |
@ 2012 United Bible Societies. All Rights Reserved.