1 ຊາມູເອນ 21 - ພຣະຄຳພີສັກສິດາວິດປົບໜີຈາກໂຊນ 1 ດາວິດໄດ້ໄປຫາປະໂຣຫິດອາຮີເມເຫຼັກທີ່ເມືອງໂນບ. ອາຮີເມເຫຼັກອອກມາພົບເພິ່ນດ້ວຍຕົວສັ່ນເຊັນ ແລະຖາມວ່າ, “ເຫດໃດທ່ານຈຶ່ງມາພຽງຄົນດຽວຢ່າງນີ້?” 2 ດາວິດຕອບວ່າ, “ຂ້າພະເຈົ້າມາກ່ຽວກັບທຸລະຂອງກະສັດ ເພິ່ນສັ່ງຂ້າພະເຈົ້າວ່າ ຢ່າບອກໃຫ້ຜູ້ໃດຮູ້ເຖິງເລື່ອງທີ່ເພິ່ນໃຊ້ຂ້າພະເຈົ້າມານີ້. ຂ້າພະເຈົ້າໄດ້ນັດໃຫ້ຄົນຂອງຂ້າພະເຈົ້າ ໄປພົບກັບຂ້າພະເຈົ້າຢູ່ໃນບ່ອນໜຶ່ງຕ່າງຫາກ. 3 ທ່ານມີອາຫານກິນບໍ? ຂ້າພະເຈົ້າຂໍເຂົ້າຈີ່ແດ່ຈັກຫ້າກ້ອນ ຫລືອັນໃດກໍໄດ້ຕາມທີ່ທ່ານມີຢູ່.” 4 ປະໂຣຫິດຕອບວ່າ, “ຂ້າພະເຈົ້າບໍ່ມີເຂົ້າຈີ່ທຳມະດາ ມີແຕ່ເຂົ້າຈີ່ບໍຣິສຸດສັກສິດເທົ່ານັ້ນ. ຖ້າຄົນຂອງທ່ານບໍ່ໄດ້ຮ່ວມເພດກັບຜູ້ຍິງມາກ່ອນໃນໄລຍະນີ້ ຂໍທ່ານຈົ່ງເອົາໄປໂລດ.” 5 ດາວິດຕອບວ່າ, “ແນ່ນອນທີ່ສຸດ ຄົນຂອງຂ້າພະເຈົ້າບໍ່ໄດ້ຮ່ວມ ທຸກເທື່ອທີ່ພວກເຂົາອອກໄປປະຕິບັດໜ້າທີ່ພວກເຂົາຕ້ອງຮັກສາຕົວໃຫ້ບໍຣິສຸດຢູ່ສະເໝີ. ເມື່ອມີການອອກໄປປະຕິບັດງານອັນພິເສດຢ່າງນີ້ແລ້ວ ພວກເຂົາຍິ່ງຮັກສາຕົວໃຫ້ບໍຣິສຸດຫລາຍຂຶ້ນ.” 6 ດັ່ງນັ້ນ ປະໂຣຫິດຈຶ່ງເອົາເຂົ້າຈີ່ບໍຣິສຸດສັກສິດນັ້ນໃຫ້ດາວິດ ເພາະເພິ່ນມີແຕ່ເຂົ້າຈີ່ທີ່ໄດ້ຖວາຍຕໍ່ໜ້າພຣະເຈົ້າຢາເວແລ້ວເທົ່ານັ້ນ ຊຶ່ງໄດ້ເອົາມາຈາກໂຕະສັກສິດ ແລະເອົາເຂົ້າຈີ່ໃໝ່ມາວາງໄວ້ແທນ. 7 ໃນມື້ນັ້ນ ໂດເອັກ ຄົນເອໂດມຫົວໜ້າຄົນລ້ຽງແກະຂອງກະສັດໂຊນກໍຢູ່ໃນທີ່ນັ້ນ ເພື່ອປະຕິບັດໜ້າທີ່ຕໍ່ໜ້າພຣະເຈົ້າຢາເວ. 8 ດາວິດຖາມອາຮີເມເຫຼັກວ່າ, “ທ່ານມີຫອກຫລືດາບ ພໍທີ່ຈະເອົາໃຫ້ຂ້າພະເຈົ້າໃຊ້ແດ່ບໍ? ກະສັດໄດ້ສັ່ງໃຫ້ຂ້າພະເຈົ້າອອກມາຢ່າງຟ້າວຟັ່ງໂພດ ເລີຍບໍ່ມີເວລາພໍທີ່ຈະເອົາດາບຫລືອາວຸດໃດໆຕິດຕົວມານຳ.” 9 ອາຮີເມເຫຼັກຕອບວ່າ, “ມີ ແມ່ນດາບຂອງໂກລີອາດຄົນຟີລິດສະຕິນ ຜູ້ທີ່ທ່ານໄດ້ຂ້າໃນຮ່ອມພູເອລານັ້ນ. ມັນຢູ່ທາງຫລັງຂອງເອໂຟດ ແລະມີຜ້າພັນໄວ້. ມັນເປັນອາວຸດຢ່າງດຽວເທົ່ານັ້ນທີ່ມີຢູ່ໃນທີ່ນີ້ ຖ້າທ່ານຢາກໄດ້ກໍເຊີນເອົາໄປໂລດ.” ດາວິດເວົ້າວ່າ, “ຈົ່ງເອົາໃຫ້ຂ້າພະເຈົ້າເຖີດ ບໍ່ມີດາບດວງໃດຈະດີໄປກວ່າດາບດວງນີ້.” 10 ສະນັ້ນ ດາວິດຈຶ່ງຈາກໄປໂດຍປົບໜີຈາກກະສັດໂຊນ ແລະໄດ້ໄປຫາເຈົ້າອາກີເຊແຫ່ງເມືອງກາດ. 11 ບັນດາຂ້າຣາຊການຂອງເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ບໍ່ແມ່ນດາວິດຄົນນີ້ບໍ ທີ່ເປັນກະສັດຂອງປະເທດນັ້ນ ທີ່ພວກຜູ້ຍິງຟ້ອນລຳທຳເພງຮ້ອງຊົມເຊີຍວ່າ ‘ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.”’ 12 ດາວິດຮູ້ສຶກເຖິງອັນຕະລາຍຂອງຄຳເວົ້າເຫຼົ່ານີ້ ແລະລາວກໍຢ້ານກົວເຈົ້າອາກີເຊທີ່ສຸດ. 13 ດັ່ງນັ້ນ ເມື່ອໃດທີ່ດາວິດຢູ່ໃກ້ຄົນເຫຼົ່ານີ້; ລາວຈຶ່ງທຳທ່າເປັນຄົນເສຍຈິດ ແລະເຮັດຄືຄົນເປັນບ້າໂດຍຂີດຂຽນຕາມປະຕູເມືອງ ແລະໃຫ້ນໍ້າລາຍເຫີຍລົງໃສ່ໜວດ 14 ເມື່ອເປັນດັ່ງນັ້ນ ເຈົ້າອາກີເຊຈຶ່ງຖາມຂ້າຣາຊການຂອງຕົນວ່າ, “ເບິ່ງດູ ຊາຍຜູ້ນີ້ເປັນບ້າ ເປັນຫຍັງພວກເຈົ້າຈຶ່ງພາລາວມາຫາເຮົາ? 15 ເຮົາມີຄົນບ້າບໍ່ພຽງພໍຊັ້ນບໍ? ພວກເຈົ້າຈຶ່ງນຳຄົນບ້າຜູ້ນີ້ມາລົບກວນເຮົາ ໂດຍໃຫ້ລາວເຮັດບ້າໆບໍໆ ຢູ່ໃນວັງຂອງເຮົານີ້?” |
@ 2012 United Bible Societies. All Rights Reserved.