Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 20 - ພຣະຄຳພີສັກສິ


ໂຢນາທານ​ຊ່ວຍເຫລືອ​ດາວິດ

1 ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”

2 ໂຢນາທານ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ຕາຍ​ດອກ ພໍ່​ຂອງຂ້ອຍ​ໄດ້​ບອກ​ໃຫ້​ຂ້ອຍ​ຮູ້​ທຸກສິ່ງ​ທີ່​ເພິ່ນ​ຈະ​ເຮັດ ບໍ່​ວ່າ​ຈະ​ເປັນ​ສິ່ງ​ສຳຄັນ​ຫລື​ບໍ່​ກໍຕາມ ເປັນຫຍັງ​ເພິ່ນ​ຈຶ່ງ​ຈະ​ປິດບັງ​ເລື່ອງ​ນີ້​ຕໍ່​ຂ້ອຍ ຄົງ​ບໍ່​ເປັນ​ຢ່າງນັ້ນ​ດອກ.”

3 ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”

4 ໂຢນາທານ​ເວົ້າ​ວ່າ, “ຂ້ອຍ​ຈະ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ.”

5 ດາວິດ​ບອກ​ລາວ​ວ່າ, “ມື້ອື່ນ​ນີ້​ເປັນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ຂ້ອຍ​ຕ້ອງ​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ກະສັດ, ແຕ່​ຖ້າ​ເຈົ້າ​ເຫັນດີ ຂ້ອຍ​ຈະ​ໄປ​ລີ້​ຢູ່​ໃນ​ທົ່ງນາ​ຈົນເຖິງ​ຕອນ​ຄໍ່າ​ມື້ຮື.

6 ເມື່ອ​ພໍ່​ຂອງເຈົ້າ​ສັງເກດ​ເຫັນ​ວ່າ ຂ້ອຍ​ບໍ່ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ ຂ້ອຍ​ຂໍ​ອະນຸຍາດ​ນຳ​ເຈົ້າ​ຟ້າວ​ເມືອ​ເຮືອນ​ທີ່​ເບັດເລເຮັມ ເພາະ​ເປັນ​ປີ​ທີ່​ບັນດາ​ຄອບຄົວ​ທັງໝົດ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ.

7 ຖ້າ​ເພິ່ນ​ເວົ້າ​ວ່າ, ‘ບໍ່​ເປັນຫຍັງ’ ຂ້ອຍ​ກໍ​ຈະ​ປອດໄພ, ແຕ່​ຖ້າ​ເພິ່ນ​ຮ້າຍ​ຂຶ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ເພິ່ນ​ຍັງ​ຕັ້ງໃຈ​ທີ່​ຈະ​ທຳລາຍ​ຂ້ອຍ​ຢູ່.

8 ຂໍ​ໃຫ້​ເຈົ້າ​ຈົ່ງ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງຂ້ອຍ​ດ້ວຍ​ເທີ້ນ ແລະ​ຈົ່ງ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ທີ່​ເຈົ້າ​ໄດ້​ມີ​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ ກໍ​ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ຂ້າ​ຂ້ອຍ​ເອງ ແລະ​ບໍ່​ຕ້ອງ​ໃຫ້​ພໍ່​ຂອງເຈົ້າ​ລົງມື​ຂ້າ​ຂ້ອຍ​ດອກ.”

9 ໂຢນາທານ​ຕອບ​ວ່າ, “ຢ່າ​ຄິດ​ຢ່າງ​ນັ້ນ​ເລີຍ ຖ້າ​ຂ້ອຍ​ຮູ້ແນ່​ວ່າ​ພໍ່​ຂອງຂ້ອຍ​ຕັ້ງໃຈ​ທີ່​ຈະ​ທຳຮ້າຍ​ເຈົ້າ ຂ້ອຍ​ຈະ​ບໍ່​ບອກ​ເຈົ້າ​ຊັ້ນບໍ?”

10 ແລ້ວ​ດາວິດ​ກໍ​ຖາມ​ວ່າ, “ຖ້າ​ພໍ່​ຂອງເຈົ້າ​ຕອບ​ຢ່າງ​ໃຈຮ້າຍ ຜູ້ໃດ​ຈະ​ບອກ​ໃຫ້​ຂ້ອຍ​ຮູ້?”

11 ໂຢນາທານ​ຕອບ​ວ່າ, “ໃຫ້​ພວກເຮົາ​ອອກ​ໄປ​ທີ່​ທົ່ງນາ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ

12 ແລະ​ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ. ມື້ອື່ນ​ກັບ​ມື້ຮື​ໃນ​ເວລາ​ດຽວກັນ​ນີ້ ຂ້ອຍ​ຈະ​ຖາມ​ພໍ່​ຂ້ອຍ. ຖ້າ​ເພິ່ນ​ສະແດງ​ທ່າທາງ​ດີ​ຕໍ່​ເຈົ້າ ຂ້ອຍ​ຈະ​ສົ່ງ​ຂ່າວ​ມາ​ບອກ​ເຈົ້າ.

13 ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.

14 ຖ້າ​ຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ກໍ​ຂໍ​ໃຫ້​ເຈົ້າ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ນີ້​ໄວ້ ແລະ​ສັດຊື່​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ຕາຍໄປ

15 ຈົ່ງ​ສະແດງ​ຄວາມ​ສັດຊື່​ຢ່າງ​ດຽວກັນ​ນີ້​ຕໍ່​ຄອບຄົວ​ຂອງຂ້ອຍ​ຕະຫລອດໄປ​ດ້ວຍ. ເມື່ອໃດ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເຫຼົ່າ​ສັດຕູ​ທັງໝົດ​ຂອງ​ເຈົ້າ​ຈາກ​ແຜ່ນດິນ​ໂລກ​ແລ້ວ

16 ກໍ​ຂໍ​ໃຫ້​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນີ້​ຍັງ​ຄົງ​ຢູ່. ຖ້າ​ເຈົ້າ​ເຮັດ​ຜິດ​ຕໍ່​ຄຳສັນຍາ​ນີ້ ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ເອງ.”

17 ອີກເທື່ອໜຶ່ງ ໂຢນາທານ​ໄດ້​ຂໍຮ້ອງ​ດາວິດ​ໃຫ້​ສັນຍາ​ວ່າ​ຈະ​ຮັກ​ຕົນ ເພາະ​ໂຢນາທານ​ຮັກ​ດາວິດ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.

18 ແລ້ວ​ໂຢນາທານ​ກໍ​ເວົ້າ​ກັບ​ດາວິດ​ວ່າ, “ມື້ອື່ນ​ເປັນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ຖ້າ​ເຈົ້າ​ບໍ່​ຢູ່​ໃນ​ທີ່ນັ້ນ ມັນ​ກໍ​ຈະ​ເປັນ​ການ​ຜິດສັງເກດ.

19 ໃນ​ມື້​ຕໍ່ໄປ ການ​ທີ່​ເຈົ້າ​ບໍ່ມີ​ໜ້າ​ໃນ​ທີ່ນັ້ນ​ອີກ ກໍ​ຍິ່ງ​ຈະ​ເປັນ​ການ​ຜິດສັງເກດ​ຕື່ມ. ສະນັ້ນ ເຈົ້າ​ຈົ່ງ​ໄປ​ລີ້​ຢູ່​ບ່ອນ​ທີ່​ເຈົ້າ​ໄດ້​ໄປ​ລີ້​ຢູ່​ແຕ່ກ່ອນ ແລະ​ໃຫ້​ລີ້​ຢູ່​ທາງຫລັງ​ຂອງ​ໂງ່ນຫີນ​ໃນ​ທີ່ນັ້ນ.

20 ແລ້ວ​ຂ້ອຍ​ຈະ​ຍິງ​ທະນູ​ສາມ​ລູກ​ໄປ​ທີ່​ໂງ່ນຫີນ ບ່ອນ​ທີ່​ເປັນ​ເປົ້າໝາຍ.

21 ຫຼັງຈາກ​ນັ້ນ ຂ້ອຍ​ຈະ​ບອກ​ຄົນ​ຮັບໃຊ້​ຂອງຂ້ອຍ​ໃຫ້​ໄປ​ຊອກ​ຫາ​ລູກທະນູ​ນັ້ນ ແລະ​ຖ້າ​ຂ້ອຍ​ບອກ​ລາວ​ວ່າ, ‘ເບິ່ງດຸ໋ ລູກທະນູ​ຢູ່​ທາງ​ດ້ານ​ນີ້ ຈົ່ງ​ໄປ​ເກັບ​ເອົາ​ແມ.’ ໝາຍຄວາມວ່າ​ເຈົ້າ​ປອດໄພ​ແລະ​ໃຫ້​ອອກ​ມາ​ໄດ້. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເຈົ້າ​ຈະ​ບໍ່​ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ.

22 ແຕ່​ຖ້າ​ຂ້ອຍ​ບອກ​ລາວ​ວ່າ, ‘ເບິ່ງດຸ໋ ລູກທະນູ​ຢູ່​ທາງ​ດ້ານພຸ້ນ.’ ເຈົ້າ​ຈົ່ງ​ໜີໄປ; ເພາະ​ພຣະເຈົ້າຢາເວ​ກຳລັງ​ສົ່ງ​ເຈົ້າ​ໜີໄປ.

23 ສ່ວນ​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ພວກເຮົາ​ຮັກສາ​ຕໍ່ກັນ​ໄວ້​ໄດ້​ສືບໄປ​ຢ່າງ​ແນ່ນອນ.”

24 ສະນັ້ນ ດາວິດ​ຈຶ່ງ​ໄປ​ລີ້​ຢູ່​ທີ່​ທົ່ງນາ. ໃນ​ວັນ​ສະຫລອງ​ເດືອນ​ອອກ​ໃໝ່ ກະສັດ​ໂຊນ​ກໍ​ມາ​ເພື່ອ​ຈະ​ກິນ​ອາຫານ

25 ແລະ​ນັ່ງ​ຢູ່​ບ່ອນ​ທີ່​ເພິ່ນ​ເຄີຍ​ນັ່ງ​ແປະ​ຝາ. ອັບເນ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ຖັດ​ເພິ່ນ​ໄປ ສ່ວນ​ໂຢນາທານ​ນັ່ງ​ກົງກັນຂ້າມ​ກັບ​ເພິ່ນ. ແຕ່​ບ່ອນ​ນັ່ງ​ຂອງ​ດາວິດ​ເປົ່າວາງ

26 ເຖິງຢ່າງໃດ​ກໍຕາມ ໃນ​ມື້​ນັ້ນ​ກະສັດ​ໂຊນ​ບໍ່ໄດ້​ເວົ້າ​ຫຍັງ​ເລີຍ ເພາະ​ເພິ່ນ​ຄິດ​ວ່າ ອາດ​ມີ​ບາງສິ່ງ​ບາງຢ່າງ​ເກີດຂຶ້ນ​ກັບ​ລາວ ແລະ​ລາວ​ອາດ​ຍັງ​ມີ​ມົນທິນ​ຢູ່​ກໍໄດ້.

27 ມື້​ຕໍ່ມາ ເປັນ​ມື້​ຫລັງຈາກ​ເດືອນ​ອອກ​ໃໝ່ ບ່ອນ​ນັ່ງ​ຂອງ​ດາວິດ​ກໍ​ຍັງ​ວ່າງເປົ່າ​ຢູ່​ຄືເກົ່າ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຖາມ​ໂຢນາທານ​ວ່າ, “ເປັນຫຍັງ​ທັງ​ມື້ວານ​ນີ້​ແລະ​ມື້ນີ້ ດາວິດ​ຈຶ່ງ​ບໍ່​ມາ​ຮ່ວມ​ກິນ​ອາຫານ​ນຳ?”

28 ໂຢນາທານ​ຕອບ​ວ່າ, “ລາວ​ຂໍ​ອະນຸຍາດ​ນຳ​ລູກ​ເມືອ​ເມືອງ​ເບັດເລເຮັມ.

29 ລາວ​ເວົ້າ​ວ່າ, ‘ອະນຸຍາດ​ໃຫ້​ຂ້ອຍ​ໄປ​ເທາະ ເພາະ​ຄອບຄົວ​ຂອງ​ພວກເຮົາ​ສະຫລອງ​ງານ​ຖວາຍບູຊາ​ຢູ່​ໃນ​ເມືອງ ແລະ​ອ້າຍ​ຂອງ​ຂ້ອຍ​ກໍ​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ນັ້ນ. ຖ້າ​ເຈົ້າ​ເປັນ​ເພື່ອນຂ້ອຍ ຈົ່ງ​ອະນຸຍາດ​ໃຫ້​ຂ້ອຍ​ໄປ​ຫາ​ພີ່ນ້ອງ​ຂອງຂ້ອຍ​ສາ.’ ດ້ວຍເຫດນີ້ ດາວິດ​ຈຶ່ງ​ບໍ່ໄດ້​ມາ​ຮ່ວມ​ໂຕະ​ນຳ​ພໍ່.”

30 ກະສັດ​ໂຊນ​ໂກດຮ້າຍ​ໃຫຍ່​ໃຫ້​ໂຢນາທານ ແລະ​ເວົ້າ​ໃຫ້​ລາວ​ວ່າ, “ລູກ​ໜ້າຊົ່ວ ບັດນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຈົ້າ​ເວົ້າ​ເຂົ້າຂ້າງ​ດາວິດ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ເຈົ້າ​ເອງ​ກັບ​ແມ່​ເຈົ້າ​ເສື່ອມເສຍ​ກຽດ.

31 ເຈົ້າ​ຮູ້​ຫຼື​ບໍ່​ວ່າ​ຕາບໃດ​ທີ່​ດາວິດ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ຈະ​ບໍ່ໄດ້​ເປັນ​ກະສັດ​ຂອງ​ອານາຈັກ​ນີ້​ຈັກເທື່ອ. ຈົ່ງ​ໄປ​ນຳ​ຕົວ​ມັນ​ມາ​ດຽວ​ນີ້ ມັນ​ສົມຄວນ​ຈະ​ຕາຍ.”

32 ໂຢນາທານ​ເວົ້າ​ຂຶ້ນ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຄວນ​ຈະ​ຕາຍ ລາວ​ໄດ້​ເຮັດ​ຜິດ​ຫຍັງ?”

33 ໃນທັນທີ​ນັ້ນ ກະສັດ​ໂຊນ​ເງືອດ​ຫອກ​ຂອງຕົນ​ອອກ​ໝາຍ​ຈະ​ຂ້າ​ໂຢນາທານ ແລະ​ໂຢນາທານ​ກໍ​ເຂົ້າໃຈ​ຄັກແນ່​ວ່າ ພໍ່​ຂອງຕົນ​ຕັ້ງໃຈ​ຈະ​ຂ້າ​ດາວິດ​ແທ້.

34 ດັ່ງນັ້ນ ໂຢນາທານ​ຈຶ່ງ​ລຸກ​ຂຶ້ນ​ແລະ​ອອກ​ຈາກ​ໂຕະ​ໄປ ໂດຍ​ບໍ່​ກິນ​ຫຍັງ​ໃນ​ມື້ນັ້ນ ຊຶ່ງ​ເປັນ​ມື້​ທີ​ສອງ​ຂອງ​ການ​ສະຫລອງ​ເດືອນ​ຂຶ້ນ​ໃໝ່. ລາວ​ໂສກເສົ້າ​ເສຍໃຈ​ຢ່າງໜັກ​ເຖິງ​ເລື່ອງ​ຂອງ​ດາວິດ ຍ້ອນ​ວ່າ​ກະສັດ​ໂຊນ​ໄດ້​ດູຖູກ​ດາວິດ​ຢ່າງ​ຮຸນແຮງ.

35 ເຊົ້າ​ມື້​ໃໝ່​ມາ ໂຢນາທານ​ໄດ້​ອອກ​ໄປ​ພົບ​ດາວິດ​ຢູ່​ທີ່​ທົ່ງນາ ຕາມ​ທີ່​ໄດ້​ຕົກລົງ​ກັນ​ໄວ້. ລາວ​ເອົາ​ເດັກນ້ອຍ​ຜູ້ໜຶ່ງ​ໄປ​ນຳ

36 ແລະ​ບອກ​ລາວ​ວ່າ, “ຈົ່ງ​ແລ່ນ​ໄປ​ເກັບ​ເອົາ​ລູກທະນູ​ທີ່​ຂ້ອຍ​ຈະ​ຍິງ​ໄປ​ເດີ.” ເດັກນ້ອຍ​ຜູ້ນັ້ນ​ກໍ​ແລ່ນ​ໄປ, ໂຢນາທານ​ຈຶ່ງ​ຍິງ​ລູກທະນູ​ຂ້າມ​ຫົວ​ລາວ​ໄປ.

37 ເມື່ອ​ເດັກນ້ອຍ​ໄປ​ຮອດ​ບ່ອນ​ທີ່​ລູກທະນູ​ຕົກ ໂຢນາທານ​ຈຶ່ງ​ຮ້ອງ​ໃສ່​ລາວ​ວ່າ, “ລູກທະນູ​ຢູ່​ທາງ​ດ້ານພຸ້ນ,

38 ຢ່າ​ຢືນ​ຢູ່​ຫັ້ນ ຮີບ​ຟ້າວ​ໄປ.” ເດັກນ້ອຍ​ຜູ້ນັ້ນ​ກໍ​ໄປ​ເກັບ​ເອົາ​ລູກທະນູ ແລ້ວ​ກັບມາ​ຫາ​ນາຍ​ຂອງຕົນ

39 ໂດຍ​ບໍ່​ຮູ້​ຄວາມໝາຍ​ຫຍັງໝົດ ມີ​ແຕ່​ໂຢນາທານ​ກັບ​ດາວິດ​ເທົ່ານັ້ນ​ທີ່​ຮູ້ຈັກ.

40 ໂຢນາທານ​ເອົາ​ອາວຸດ​ຂອງຕົນ​ໃຫ້​ເດັກ​ນັ້ນ​ຖື ແລະ​ໃຫ້​ເອົາ​ກັບຄືນ​ເມືອ​ໄວ້​ໃນເມືອງ.

41 ຫລັງຈາກ​ເດັກນ້ອຍ​ກັບ​ເມືອ​ແລ້ວ ດາວິດ​ໄດ້​ອອກ​ມາ​ຈາກ​ດ້ານຫລັງ​ຂອງ​ໂງ່ນຫີນ ກົ້ມ​ຂາບລົງ​ຕໍ່ໜ້າ​ໂຢນາທານ​ສາມ​ເທື່ອ. ດາວິດ​ກັບ​ໂຢນາທານ​ກອດ​ກັນ​ຮ້ອງໄຫ້. ດາວິດ​ໂສກເສົ້າ​ເສຍໃຈ​ຫລາຍກວ່າ​ໂຢນາທານ.

42 ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ ຕາມທີ່​ເຮົາ​ທັງສອງ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ, ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ເຈົ້າ​ກັບ​ຂ້ອຍ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງຂ້ອຍ​ເປັນ​ມິດ​ຕໍ່ກັນ​ຕະຫລອດໄປ​ຢ່າງ​ແນ່ນອນ.” ແລ້ວ​ດາວິດ​ກໍ​ຈາກ​ໄປ ແລະ​ໂຢນາທານ​ໄດ້​ກັບເມືອ​ໃນເມືອງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan