1 ຊາມູເອນ 2 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຮັນນາ 1 ນາງຮັນນາພາວັນນາອະທິຖານວ່າ, “ພຣະເຈົ້າຢາເວເຮັດໃຫ້ຈິດໃຈຂ້ານ້ອຍ ເຕັມລົ້ນດ້ວຍຄວາມຊົມຊື່ນຍິນດີໃຫຍ່; ຂ້ານ້ອຍດີໃຈຫລາຍ ຍ້ອນສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຫົວເຍາະເຍີ້ຍໃສ່ເຫຼົ່າສັດຕູ ເພາະພຣະອົງຊ່ວຍຊູ ຈຶ່ງຊື່ນຊົມຍິນດີລົ້ນ. 2 ບໍ່ມີຜູ້ໃດບໍຣິສຸດດັ່ງພຣະເຈົ້າຢາເວ ບໍ່ມີພະຄຸ້ມຄອງອົງໃດເປັນດັ່ງພຣະເຈົ້າ. 3 ເຈົ້າຈົ່ງເຊົາເວົ້າຄຳໂອ້ອວດນັ້ນສາ ຈົ່ງໃຫ້ຄຳເວົ້າຈອງຫອງຂອງເຈົ້າມິດງຽບ. ເພາະພຣະເຈົ້າຢາເວ ເປັນພຣະເຈົ້າຜູ້ຮູ້ເຫັນ ພຣະອົງຕັດສິນທຸກການກະທຳ ຂອງມະນຸດ. 4 ຄັນທະນູທະຫານຜູ້ເກັ່ງກ້າກໍຫັກທັບລົງ ແຕ່ຜູ້ທີ່ອ່ອນແອຊໍ້າມີແຮງຂຶ້ນໃໝ່. 5 ຜູ້ທີ່ເຄີຍຢູ່ດີກິນດີກໍອອກຮັບຈ້າງຫາຢູ່ຫາກິນ ແຕ່ຜູ້ທີ່ຫິວໂຫຍຊໍ້າບໍ່ຫິວໂຫຍຕໍ່ໄປອີກ. ພັນລະຍາທີ່ເປັນໝັນນັ້ນໄດ້ລູກເຖິງເຈັດຄົນ ແຕ່ແມ່ມີລູກຫລາຍຄົນຊໍ້າບໍ່ມີລູກຕໍ່ໄປອີກ. 6 ພຣະເຈົ້າຢາເວຂ້າ ແລະໃຫ້ຊີວິດອີກໃໝ່ ຄືສົ່ງຄົນສູ່ແດນມໍຣະນາແລະໃຫ້ເປັນຄືນມາ. 7 ພຣະເຈົ້າຢາເວໃຫ້ບາງຄົນລຳບາກແລະຄົນອື່ນຮັ່ງມີ ພຣະອົງໃຫ້ບາງຄົນຖ່ອມຕົວ ແລະຄົນອື່ນຍິ່ງໃຫຍ່. 8 ພຣະອົງຍົກຄົນຍາກຈົນຂຶ້ນຈາກຂີ້ຝຸ່ນດິນ ແລະຊ່ວຍຊູຄົນຂັດສົນ ຈາກຄວາມລຳບາກ. ພຣະອົງໃຫ້ເຂົາເປັນເພື່ອນກັບບັນດາເຈົ້າຊາຍ ແລະໃຫ້ນັ່ງລົງໃນບ່ອນທີ່ມີກຽດ. ຮາກຖານແຜ່ນດິນໂລກເປັນຂອງພຣະເຈົ້າຢາເວໃດ ເທິງນັ້ນເອງທີ່ພຣະອົງໄດ້ສ້າງໂລກມະນຸດ. 9 ພຣະອົງຄຸ້ມຄອງຊີວິດຄົນທີ່ສັດຊື່ຕໍ່ພຣະອົງ ສ່ວນຄົນຊົ່ວຮ້າຍຈະຖືກດັບສູນໃນທີ່ມືດ; ມະນຸດບໍ່ຫ່ອນໄຊຊະນະໄດ້ດ້ວຍກຳລັງ ຄືໂດຍກຳລັງຂອງຕົນເອງທີ່ມີຢູ່ນັ້ນ. 10 ສັດຕູຂອງພຣະເຈົ້າຢາເວຈະຖືກດັບສູນ ຈາກສະຫວັນ ພຣະອົງຈະແຜດສຽງຕໍ່ສູ້. ພຣະເຈົ້າຢາເວຈະຕັດສິນທຸກຄົນ ທັງໝົດທີ່ສຸດປາຍແຜ່ນດິນໂລກ; ພຣະອົງຈະປະທານກຳລັງແກ່ກະສັດຂອງພຣະອົງ ແລະໃຫ້ໄຊຊະນະແກ່ກະສັດ ທີ່ພຣະອົງຊົງເລືອກ.” 11 ແລ້ວເອນການາກໍກັບຄືນເມືອເຮືອນຂອງຕົນທີ່ຣາມາ, ແຕ່ເດັກຊາຍຊາມູເອນໄດ້ອາໄສຢູ່ທີ່ເມືອງຊີໂລ ເພື່ອຮັບໃຊ້ພຣະເຈົ້າຢາເວນຳປະໂຣຫິດເອລີ. ພວກລູກຊາຍຂອງເອລີ 12 ພວກລູກຊາຍຂອງເອລີເປັນຄົນຂີ້ໂກງ; ພວກເຂົາບໍ່ເອົາໃຈໃສ່ນັບຖືພຣະເຈົ້າຢາເວ 13 ຫລືບໍ່ຫົວຊານຳກົດລະບຽບຂອງພວກປະໂຣຫິດທີ່ຄວນປະຕິບັດຕໍ່ປະຊາຊົນ. ແຕ່ພວກເຂົາຊໍ້າເຮັດດັ່ງນີ້: ເມື່ອຜູ້ໃດຜູ້ໜຶ່ງຖວາຍເຄື່ອງບູຊາ ຄົນຮັບໃຊ້ຂອງປະໂຣຫິດຈະຖືເຫຼັກສາມງ່າມມາ ໃນຂະນະທີ່ຍັງຕົ້ມຊີ້ນຢູ່ໃນໝໍ້, 14 ລາວໃຊ້ເຫຼັກນັ້ນສັກລົງໄປໃນໝໍ້ ແລະຖ້າເຫຼັກນັ້ນສຽບຖືກຫຍັງຂຶ້ນມາ ສິ່ງນັ້ນ ຈະຕ້ອງເປັນຂອງປະໂຣຫິດ. ພວກເຂົາເຮັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຖວາຍເຄື່ອງບູຊາທີ່ເມືອງຊີໂລ. 15 ຍິ່ງໄປກວ່ານີ້ອີກ ກ່ອນທີ່ຈະເອົາໄຂມັນໄປເຜົາ ຄົນຮັບໃຊ້ຂອງປະໂຣຫິດຈະຕ້ອງມາເວົ້າຕໍ່ຜູ້ທີ່ຖວາຍເຄື່ອງບູຊານັ້ນວ່າ, “ຂໍເອົາຊີ້ນຕ່ອນໜຶ່ງໄປໃຫ້ປະໂຣຫິດປິ້ງກິນແດ່ ເພາະເພິ່ນບໍ່ຮັບເອົາຊີ້ນຕົ້ມ ເພິ່ນຢາກໄດ້ແຕ່ຊີ້ນດິບເທົ່ານັ້ນ.” 16 ຖ້າຊາຍຄົນນັ້ນຕອບວ່າ, “ຂໍໃຫ້ເອົາໄຂມັນນີ້ໄປເຜົາເສຍກ່ອນ ຈຶ່ງເອົາຕາມທີ່ເຈົ້າຕ້ອງການ.” ຄົນຮັບໃຊ້ຂອງປະໂຣຫິດຈະເວົ້າວ່າ, “ບໍ່ໄດ້ ຕ້ອງເອົາໃຫ້ຂ້ອຍດຽວນີ້ໂລດ; ຖ້າເຈົ້າບໍ່ຍອມໃຫ້ໂດຍດີ ຂ້ອຍຈະຕ້ອງໃຊ້ກຳລັງ.” 17 ບາບຂອງພວກລູກຊາຍຂອງເອລີນີ້ໜັກທີ່ສຸດຕໍ່ສາຍຕາຂອງພຣະເຈົ້າຢາເວ ເພາະພວກເຂົາໝິ່ນປະໝາດເຄື່ອງບູຊາທີ່ໄດ້ຖືກນຳມາຖວາຍແກ່ພຣະເຈົ້າຢາເວ. ຊາມູເອນທີ່ຊີໂລ 18 ໃນຂະນະດຽວກັນນັ້ນ ເດັກຊາຍຊາມູເອນກໍສືບຕໍ່ບົວລະບັດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ ໂດຍນຸ່ງເສື້ອຄຸມຜ້າປ່ານເອໂຟດ. 19 ທຸກໆປີໃດ ແມ່ຂອງຊາມູເອນຕ້ອງຫຍິບເສື້ອລ່າມນ້ອຍໂຕໜຶ່ງມາໃຫ້ລາວ; ໃນເວລາທີ່ນາງແລະຜົວໄປຖວາຍເຄື່ອງບູຊາປະຈຳປີ. 20 ແລ້ວເອລີກໍອວຍພອນເອນການາກັບເມຍຂອງລາວ ໂດຍກ່າວແກ່ເອນການາວ່າ, “ຂໍພຣະເຈົ້າຢາເວໂຜດໃຫ້ເຈົ້າມີລູກຄົນອື່ນກັບເມຍຜູ້ນີ້ ເພື່ອແທນຜູ້ທີ່ເຈົ້າໄດ້ຖວາຍແກ່ພຣະເຈົ້າຢາເວນັ້ນເທີ້ນ.” ຫລັງຈາກນັ້ນ ພວກເຂົາກໍພາກັນກັບເມືອ. 21 ພຣະເຈົ້າຢາເວໄດ້ອວຍພອນນາງຮັນນາ ແລະນາງໄດ້ມີລູກຊາຍຕື່ມອີກສາມຄົນແລະລູກສາວສອງຄົນ. ສ່ວນເດັກຊາຍຊາມູເອນນັ້ນກໍເຕີບໃຫຍ່ຂຶ້ນໃນການບົວລະບັດຮັບໃຊ້ພຣະເຈົ້າຢາເວ. ເອລີແລະພວກລູກຊາຍຂອງຕົນ 22 ບັດນີ້ ເອລີກໍເຖົ້າແກ່ຫລາຍແລ້ວ ເພິ່ນໄດ້ຍິນເລື່ອງຕ່າງໆທີ່ລູກຊາຍຂອງຕົນໄດ້ເຮັດຕໍ່ຊາວອິດສະຣາເອນ ລວມທັງເລື່ອງທີ່ພວກເຂົາເປັນຊູ້ກັບພວກຜູ້ຍິງ ທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມນັ້ນດ້ວຍ. 23 ເພິ່ນເວົ້າຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫຼົ່ານີ້? ທຸກໆຄົນບອກຂ້ອຍເຖິງພຶດຕິກຳອັນຊົ່ວຊ້າຂອງພວກເຈົ້າ. 24 ລູກເອີຍ ເຊົາເຮັດການນັ້ນສາເຖີດ ສິ່ງນີ້ເປັນບາບຮ້າຍແຮງ ຊຶ່ງປະຊາຊົນຂອງພຣະເຈົ້າຢາເວກຳລັງເວົ້າເຖິງຢູ່ສະເໝີ. 25 ຖ້າຜູ້ໃດຜູ້ໜຶ່ງເຮັດຜິດຕໍ່ຜູ້ອື່ນ ພຣະເຈົ້າປ້ອງກັນລາວໄວ້ໄດ້, ແຕ່ຜູ້ໃດຈະປ້ອງກັນຜູ້ໜຶ່ງທີ່ເຮັດຜິດຕໍ່ພຣະເຈົ້າຢາເວໄດ້?” ແຕ່ພວກເຂົາບໍ່ຟັງຄວາມພໍ່ຂອງພວກເຂົາ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈໄວ້ແລ້ວວ່າພຣະອົງຈະຂ້າພວກເຂົາ. 26 ເດັກຊາຍຊາມູເອນສືບຕໍ່ເຕີບໃຫຍ່ຂຶ້ນ ທັງໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວແລະມະນຸດ. ຄຳທຳນວາຍຕໍ່ສູ້ຄອບຄົວເອລີ 27 ມີຄົນຂອງພຣະເຈົ້າຜູ້ໜຶ່ງໄດ້ມາຫາເອລີ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ວ່າ, ‘ໃນຄາວທີ່ອາໂຣນ ບັນພະບຸລຸດຂອງເຈົ້າພ້ອມກັບຄອບຄົວຂອງລາວໄດ້ຕົກເປັນທາດຮັບໃຊ້ຂອງກະສັດເອຢິບນັ້ນ ເຮົາໄດ້ປາກົດໃຫ້ລາວເຫັນ. 28 ຈາກເຜົ່າທັງໝົດໃນຊາດອິດສະຣາເອນ ເຮົາໄດ້ເລືອກເອົາຄອບຄົວຂອງລາວໃຫ້ເປັນປະໂຣຫິດ ເພື່ອບົວລະບັດຮັບໃຊ້ເຮົາທີ່ແທ່ນບູຊາ ເພື່ອເຜົາເຄື່ອງຫອມແລະເພື່ອຖືເອໂຟດ ມາປຶກສາຫາລືກັບເຮົາ. ເຮົາໃຫ້ພວກເຂົາມີສິດຮັບເອົາສ່ວນແບ່ງຂອງເຄື່ອງບູຊາ ທີ່ເຜົາຢູ່ເທິງແທ່ນບູຊາ. 29 ແລ້ວເປັນຫຍັງເຈົ້າຈຶ່ງເບິ່ງເຄື່ອງບູຊາແລະເຄື່ອງຖວາຍ ທີ່ເຮົາຮຽກຮ້ອງເອົານຳປະຊາຊົນນັ້ນດ້ວຍໃຈໂລບມາກ. ເອລີ ເປັນຫຍັງເຈົ້າຈຶ່ງໃຫ້ກຽດພວກລູກຊາຍຂອງເຈົ້າຫລາຍກວ່າເຮົາ? ໂດຍປ່ອຍໃຫ້ພວກເຂົາຕຸ້ຍພີຂຶ້ນ ຍ້ອນສ່ວນດີທີ່ສຸດຂອງເຄື່ອງບູຊາທັງໝົດ ຊຶ່ງປະຊາຊົນນຳມາຖວາຍນັ້ນ?’ 30 ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ. 31 ບັດນີ້ ເຖິງເວລາແລ້ວທີ່ເຮົາຈະຂ້າຊາຍໜຸ່ມທຸກຄົນ ໃນຄອບຄົວ ແລະ ໃນຕະກຸນຂອງເຈົ້າ ເພື່ອວ່າຈະບໍ່ມີຜູ້ຊາຍຄົນໃດໃນຄອບຄົວມີອາຍຸຍືນຍາວຈົນເຖິງເຖົ້າແກ່. 32 ເຈົ້າຈະໄດ້ຮັບຄວາມເດືອດຮ້ອນແລະຈະເບິ່ງດ້ວຍໃຈອິດສາ ພອນທຸກຢ່າງ ທີ່ເຮົາຈະໃຫ້ຄົນອື່ນໃນຊາດອິດສະຣາເອນ, ແຕ່ຈະບໍ່ມີຜູ້ໃດໃນຄອບຄົວຂອງເຈົ້າມີຊີວິດຢູ່ຕໍ່ໄປຈົນເຖິງເຖົ້າແກ່. 33 ເຖິງຢ່າງໃດກໍຕາມ ເຮົາຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງເຈົ້າມີຊີວິດຢູ່; ລາວຈະໄດ້ເປັນປະໂຣຫິດບົວລະບັດຮັບໃຊ້ເຮົາ, ແຕ່ລາວ ຈະຕາບອດແລະສູນເສຍຄວາມຫວັງທຸກຢ່າງ ສ່ວນເຊື້ອສາຍຄົນອື່ນໆນັ້ນຈະຕາຍຢ່າງທາລຸນ. 34 ການນີ້ຈະເປັນໝາຍສຳຄັນແກ່ເຈົ້າ ເມື່ອໂຮຟະນີແລະຟີເນຮາລູກຊາຍທັງສອງຂອງເຈົ້າຕາຍໄປໃນວັນດຽວກັນ. 35 ເຮົາຈະເລືອກເອົາປະໂຣຫິດຜູ້ໜຶ່ງທີ່ສັດຊື່ຕໍ່ເຮົາ ແລະເຮົາຈະໃຫ້ລາວເຮັດທຸກໆສິ່ງທີ່ເຮົາຕ້ອງການ; ເຮົາຈະໃຫ້ລາວມີເຊື້ອສາຍເປັນຜູ້ບົວລະບັດຮັບໃຊ້ເຮົາຕະຫລອດໄປ ຢູ່ຕໍ່ໜ້າກະສັດທີ່ເຮົາເລືອກເອົາ. 36 ບໍ່ວ່າຜູ້ໃດກໍຕາມໃນເຊື້ອສາຍຂອງເຈົ້າທີ່ຍັງມີຊີວິດຢູ່ ລາວຈະຕ້ອງໄປຂໍເງິນກັບອາຫານນຳປະໂຣຫິດຜູ້ນັ້ນ ແລະຮ້ອງຂໍຮັບໃຊ້ບັນດາປະໂຣຫິດເພື່ອຈະໄດ້ມີຢູ່ມີກິນ.”’ |
@ 2012 United Bible Societies. All Rights Reserved.