Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 19 - ພຣະຄຳພີສັກສິ


ໂຊນ​ຕາມ​ຂ້າ​ດາວິດ

1 ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ

2 ດັ່ງນັ້ນ ລາວ​ຈຶ່ງ​ໄປ​ບອກ​ດາວິດ​ວ່າ, “ພໍ່​ຂ້ອຍ​ພະຍາຍາມ​ຈະ​ຂ້າ​ເຈົ້າ. ໃນ​ມື້ອື່ນ ເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ໃຫ້​ເຈົ້າ​ໄປ​ລີ້​ຢູ່​ໃນ​ບ່ອນ​ຫຼົບຊ້ອນ​ແລະ​ຢູ່​ທີ່​ນັ້ນ.

3 ສ່ວນ​ຂ້ອຍ​ຈະ​ໄປ​ຢືນ​ຄຽງຂ້າງ​ພໍ່​ຂ້ອຍ​ໃນ​ທົ່ງນາ​ບ່ອນ​ທີ່​ເຈົ້າ​ລີ້​ຢູ່ ແລະ​ຂ້ອຍ​ຈະ​ເວົ້າ​ກັບ​ເພິ່ນ​ເຖິງ​ເຈົ້າ. ຖ້າ​ຂ້ອຍ​ຮູ້​ເລື່ອງ​ໃດ​ແລ້ວ ຂ້ອຍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້.”

4 ໂຢນາທານ​ໄດ້​ກ່າວ​ຊົມເຊີຍ​ດາວິດ​ຕໍ່​ກະສັດ​ໂຊນ​ວ່າ, “ພໍ່ ຢ່າ​ທຳລາຍ​ດາວິດ​ຄົນ​ຮັບໃຊ້​ຂອງ​ພໍ່​ເລີຍ ລາວ​ບໍ່ເຄີຍ​ເຮັດ​ສິ່ງໃດ​ຜິດ​ຕໍ່​ພໍ່​ຈັກເທື່ອ, ກົງກັນຂ້າມ ທຸກສິ່ງ​ທີ່​ລາວ​ເຮັດ​ໄປ​ນັ້ນ​ເປັນ​ຜົນ​ດີ​ອັນ​ຍິ່ງໃຫຍ່​ໃຫ້​ແກ່​ພໍ່.

5 ລາວ​ໄດ້​ສ່ຽງ​ຊີວິດ​ເມື່ອ​ລາວ​ໄດ້​ຂ້າ​ໂກລີອາດ ແລະ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ສຳລັບ​ຊາດ​ອິດສະຣາເອນ. ເມື່ອ​ພໍ່​ເຫັນ​ເຊັ່ນນີ້​ພໍ່​ເອງ​ກໍ​ດີໃຈ. ດັ່ງນັ້ນ ເຫດໃດ ພໍ່​ຈຶ່ງ​ຢາກ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ບໍ່ມີ​ຄວາມຜິດ ແລະ​ຂ້າ​ດາວິດ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ໝົດ?”

6 ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.

7 ດັ່ງນັ້ນ ໂຢນາທານ​ຈຶ່ງ​ເອີ້ນ​ດາວິດ​ມາ​ແລະ​ບອກ​ລາວ​ທຸກສິ່ງ. ແລ້ວ​ລາວ​ກໍ​ພາ​ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ດາວິດ​ກໍໄດ້​ຮັບໃຊ້​ກະສັດ​ເໝືອນດັ່ງ​ແຕ່​ກ່ອນ.

8 ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.

9 ວັນໜຶ່ງ ວິນຍານ​ຊົ່ວຮ້າຍ​ທີ່​ພຣະເຈົ້າຢາເວ​ໃຊ້​ມາ​ນັ້ນ ໄດ້​ເຂົ້າ​ສິງ​ກະສັດ​ໂຊນ​ອີກ. ເພິ່ນ​ໄດ້ນັ່ງ​ຢູ່​ໃນ​ວັງ​ແລະ​ຖື​ຫອກ​ໃນ​ມື, ຂະນະທີ່​ດາວິດ​ກໍ​ກຳລັງ​ດີດພິນ​ຢູ່​ໃນ​ທີ່ນັ້ນ.

10 ກະສັດ​ໂຊນ​ພະຍາຍາມ​ໃຊ້​ຫອກ​ແທງ​ດາວິດ​ຕິດ​ກັບ​ຝາ, ແຕ່​ດາວິດ​ຫລົບຫລີກ​ທັນ ຫອກ​ນັ້ນ​ຈຶ່ງ​ໄປ​ສຽບ​ກັບ​ຝາ. ແລ້ວ​ດາວິດ​ກໍ​ແລ່ນ​ໜີໄປ​ເພື່ອ​ເອົາ​ຊີວິດ​ລອດ.

11 ໃນ​ຕອນ​ກາງຄືນ​ວັນ​ດຽວກັນ​ນັ້ນ ກະສັດ​ໂຊນ​ໄດ້​ສົ່ງ​ທະຫານ​ບາງຄົນ ໄປ​ຜົກຈອບ​ຢູ່​ນອກເຮືອນ​ຂອງ​ດາວິດ ເພື່ອ​ຈະ​ຂ້າ​ລາວ​ໃນ​ຕອນເຊົ້າ​ຂອງ​ວັນ​ໃໝ່. ນາງ​ມີການ​ເມຍ​ຂອງ​ດາວິດ​ຈຶ່ງ​ເຕືອນ​ລາວ​ວ່າ, “ຖ້າ​ເຈົ້າ​ບໍ່​ໜີໄປ​ໃນ​ຕອນ​ກາງຄືນ​ນີ້ ມື້ອື່ນ​ເຊົ້າ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ.”

12 ນາງ​ຊ່ວຍ​ດາວິດ​ໃຫ້​ລົງ​ໄປ​ທາງ​ປ່ອງຢ້ຽມ​ແລະ​ດາວິດ​ໄດ້​ປົບໜີໄປ.

13 ແລ້ວ​ນາງ​ກໍ​ເອົາ​ຮູບເຄົາຣົບ​ປະຈຳເຮືອນ​ມາ​ວາງ​ໄວ້​ເທິງ​ຕຽງ ເອົາ​ໝອນ​ທີ່​ເຮັດ​ດ້ວຍ​ຂົນແກະ​ວາງ​ໃສ່​ເທິງ​ຮູບ​ນັ້ນ ແລະ​ເອົາ​ຜ້າຫົ່ມ​ປົກໄວ້.

14 ເມື່ອ​ທະຫານ​ຂອງ​ກະສັດ​ໂຊນ​ເຂົ້າ​ໄປ​ເພື່ອ​ຈະ​ຈັບ​ດາວິດ ນາງ​ມີການ​ຈຶ່ງ​ບອກ​ພວກເຂົາ​ວ່າ​ດາວິດ​ໄຂ້,

15 ແຕ່​ກະສັດ​ໂຊນ​ບອກ​ພວກເຂົາ​ໃຫ້​ກັບ​ໄປ​ຫາ​ດາວິດ​ອີກ ພ້ອມ​ທັງ​ສັ່ງ​ວ່າ, “ຈົ່ງ​ຫາມ​ດາວິດ​ມາ​ທັງ​ຕຽງນອນ​ແລະ​ເຮົາ​ຈະ​ຂ້າ​ມັນ​ເອງ.”

16 ພວກເຂົາ​ຈຶ່ງ​ເຂົ້າ​ໄປ​ແລະ​ພົບ​ຮູບເຄົາຣົບ​ປະຈຳເຮືອນ​ເທິງ​ຕຽງນອນ ທັງ​ມີ​ໝອນ​ທີ່​ເຮັດ​ດ້ວຍ​ຂົນແກະ​ວາງ​ທີ່​ເທິງ​ຫົວ​ຂອງ​ຮູບເຄົາຣົບ​ນັ້ນ.

17 ກະສັດ​ໂຊນ​ຈຶ່ງ​ຖາມ​ມີການ​ວ່າ, “ເປັນຫຍັງ​ລູກ​ຈຶ່ງ​ຫລອກລວງ​ພໍ່​ເຊັ່ນນີ້ ໂດຍ​ປ່ອຍ​ໃຫ້​ສັດຕູ​ຂອງ​ພໍ່​ໜີໄປ.” ນາງ​ຕອບ​ວ່າ, “ລາວ​ວ່າ​ຈະ​ຂ້າ​ລູກ​ຖິ້ມ ຖ້າ​ລູກ​ບໍ່​ຊ່ວຍ​ລາວ​ໃຫ້​ໜີໄປ.”

18 ສ່ວນ​ດາວິດ​ນັ້ນ ໄດ້​ໜີໄປ​ຫາ​ຊາມູເອນ​ທີ່​ເມືອງ​ຣາມາ ແລະ​ບອກ​ທຸກສິ່ງ​ທີ່​ກະສັດ​ໂຊນ​ໄດ້​ເຮັດ​ຕໍ່​ຕົນ​ສູ່​ຊາມູເອນ​ຟັງ ແລ້ວ​ຊາມູເອນ​ກັບ​ດາວິດ​ຈຶ່ງ​ໄປ​ພັກ​ຢູ່​ບ້ານ​ນາໂຢດ.

19 ຕໍ່ມາ ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ ດາວິດ​ຢູ່​ທີ່​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ.

20 ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຄົນ​ອອກ​ໄປ​ຈັບ​ລາວ. ເມື່ອ​ໄປ​ຮອດ​ທີ່​ນັ້ນ​ພວກເຂົາ​ໄດ້​ເຫັນ ກຸ່ມ​ຜູ້ທຳນວາຍ​ພວມ​ຟ້ອນ ແລະ​ຮ້ອງໂຮ ຊຶ່ງ​ມີ​ຊາມູເອນ​ເປັນ​ຜູ້ນຳໜ້າ. ວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ທະຫານ​ຂອງ​ກະສັດ​ໂຊນ ແລະ​ພວກເຂົາ​ກໍ​ເຂົ້າ​ຮ່ວມ​ຟ້ອນ​ນຳ​ຄືກັນ.

21 ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄົນອື່ນ​ອອກ​ໄປ​ຕື່ມ ແລະ​ພວກ​ເຫຼົ່ານີ້​ກໍ​ເຂົ້າ​ຮ່ວມ​ຟ້ອນ ແລະ​ໂຮຮ້ອງ​ຄືກັນ. ເພິ່ນ​ສົ່ງ​ອອກ​ໄປ​ອີກ​ເປັນ​ພວກ​ທີ​ສາມ ແລະ​ເຫດການ​ນັ້ນ​ກໍ​ເກີດ​ກັບ​ຄົນ​ເຫຼົ່ານີ້​ຄືກັນ.

22 ແລ້ວ​ເພິ່ນ​ກໍ​ອອກ​ໄປ​ທີ່​ເມືອງ​ຣາມາ​ເອງ. ເມື່ອ​ໄປ​ຮອດ​ນໍ້າສ້າງ​ໃຫຍ່​ທີ່​ເສກູ ເພິ່ນ​ຈຶ່ງ​ຖາມ​ຫາ​ຊາມູເອນ​ແລະ​ດາວິດ ແລະ​ເຂົາ​ກໍ​ບອກ​ເພິ່ນ​ວ່າ​ທັງສອງ​ຢູ່​ທີ່​ບ້ານ​ນາໂຢດ​ໃນ​ຣາມາ.

23 ໃນ​ຂະນະທີ່​ເພິ່ນ​ກຳລັງ​ເດີນທາງ​ໄປ​ນັ້ນ ວິນຍານ​ຂອງ​ພຣະເຈົ້າ​ເຂົ້າ​ຄວບຄຸມ​ເພິ່ນ​ຄືກັນ. ເພິ່ນ​ຈຶ່ງ​ຟ້ອນ​ແລະ​ໂຮຮ້ອງ​ໄປ​ສຸດ​ທາງ​ຈົນເຖິງ​ບ້ານ​ນາໂຢດ​ໃນ​ຣາມາ.

24 ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)

@ 2012 United Bible Societies. All Rights Reserved.

Lean sinn:



Sanasan