1 ຊາມູເອນ 18 - ພຣະຄຳພີສັກສິ1 ເມື່ອກະສັດໂຊນແລະດາວິດໄດ້ສົນທະນາກັນຈົບລົງແລ້ວ ໂຢນາທານລູກຊາຍຂອງໂຊນກໍເກີດນິຍົມຊົມຊອບໃນຕົວຂອງດາວິດ ແລະຮັກລາວຫລາຍເທົ່າກັບຮັກຕົນເອງ. 2 ແຕ່ນັ້ນມາ ກະສັດໂຊນກໍເອົາດາວິດໄປຢູ່ນຳ ແລະບໍ່ໃຫ້ລາວກັບຄືນເມືອບ້ານພໍ່ຂອງຕົນ. 3 ແລ້ວໂຢນາທານກໍໄດ້ສາບານເປັນເພື່ອນທີ່ດີກັບດາວິດຕະຫລອດໄປ ເພາະເພິ່ນຮັກດາວິດເໝືອນຊີວິດຈິດໃຈຂອງຕົນເອງ. 4 ລາວໄດ້ແກ້ເສື້ອຊັ້ນນອກທີ່ຕົນນຸ່ງມອບໃຫ້ດາວິດ ພ້ອມທັງເຄື່ອງຮົບເຊັ່ນ: ດາບ, ຄັນທະນູ ແລະສາຍແອວ. 5 ດາວິດໄດ້ອອກໄປເຮັດວຽກດ້ວຍຄວາມສະຫຼຽວສະຫຼາດແລະສຳເລັດໜ້າທີ່ທຸກຢ່າງ ຕາມທີ່ກະສັດໂຊນໄດ້ສັ່ງ. ດັ່ງນັ້ນ ເພິ່ນຈຶ່ງແຕ່ງຕັ້ງລາວໃຫ້ເປັນນາຍທະຫານໃນກອງທັບຂອງເພິ່ນ. ເລື່ອງນີ້ໄດ້ສ້າງຄວາມພໍໃຈແກ່ບັນດານາຍທະຫານ ແລະພົນທະຫານທຸກຄົນຂອງໂຊນ. ໂຊນອິດສາດາວິດ 6 ຫລັງຈາກທີ່ດາວິດໄດ້ຂ້າໂກລີອາດ ແລະຄືນມາພ້ອມພວກທະຫານແລ້ວ, ບັນດາຜູ້ຍິງຈາກຫລາຍເມືອງໃນຊາດອິດສະຣາເອນກໍໄດ້ເຂົ້າມາຫາກະສັດໂຊນ. ພວກເຂົາໄດ້ຮ້ອງເພງຢ່າງຊົມຊື່ນຍິນດີທັງຕີກອງ, ດີດພິນ ແລະຟ້ອນລຳ. 7 ໃນການສະເຫລີມສະຫລອງຄັ້ງນີ້ ພວກຜູ້ຍິງໄດ້ຮ້ອງເພງວ່າ, “ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດນັ້ນໄດ້ຂ້າສັດຕູຫລາຍໝື່ນຄົນ.” 8 ກະສັດໂຊນບໍ່ພໍໃຈເມື່ອໄດ້ຍິນເພງນີ້ ສະນັ້ນ ເພິ່ນຈຶ່ງໂກດຮ້າຍຫລາຍ. ເພິ່ນເວົ້າວ່າ, “ສຳລັບດາວິດນັ້ນ ພວກເຂົາອ້າງວ່າໄດ້ຂ້າຫລາຍໝື່ນຄົນ, ແຕ່ສຳລັບເຮົາ ພວກເຂົາໄດ້ອ້າງວ່າເຮົາໄດ້ຂ້າຫລາຍພັນຄົນເທົ່ານັ້ນ. ພວກເຂົາຄົງຈະແຕ່ງຕັ້ງໃຫ້ເປັນກະສັດຕໍ່ໄປ.” 9 ນັບຕັ້ງແຕ່ວັນນັ້ນມາ ເພິ່ນກໍເກີດອິດສາແລະຈັບຕາເບິ່ງໃນຕົວດາວິດ. 10 ວັນຕໍ່ມາ ວິນຍານຊົ່ວຮ້າຍທີ່ອົງພຣະຜູ້ເປັນເຈົ້າໄດ້ສົ່ງມາ ກໍເຂົ້າສິງກະສັດໂຊນທັນທີ; ເພິ່ນໄດ້ເວົ້າລະເມີຢູ່ໃນເຮືອນຂອງຕົນດັ່ງຄົນບ້າ. ສ່ວນດາວິດນັ້ນດີດພິນຢູ່ດັ່ງທີ່ເຄີຍເຮັດມາທຸກວັນ ແລະກະສັດໂຊນກໍຖືຫອກຢູ່ໃນມື. 11 ກະສັດໂຊນກ່າວແກ່ຕົນເອງວ່າ, “ເຮົາຈະແທງມັນໃຫ້ຕິດກັບຝາ.” ແລະເພິ່ນໄດ້ຊັດຫອກໃສ່ດາວິດສອງເທື່ອ, ແຕ່ດາວິດຫລົບຫລີກທັນທຸກເທື່ອ. 12 ກະສັດໂຊນເກີດຢ້ານກົວດາວິດເພາະພຣະເຈົ້າຢາເວສະຖິດຢູ່ກັບລາວ, ແຕ່ພຣະອົງໄດ້ປະຖິ້ມເພິ່ນແລ້ວ. 13 ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງດາວິດໜີ ໂດຍແຕ່ງຕັ້ງລາວໃຫ້ເປັນຜູ້ບັນຊາການທະຫານໜຶ່ງພັນຄົນ. ດາວິດໄດ້ນຳໜ້າທະຫານຂອງຕົນອອກໄປສູ່ສະໜາມຮົບ. 14 ລາວໄດ້ປະຕິບັດສຳເລັດໜ້າທີ່ທຸກຢ່າງ ເພາະພຣະເຈົ້າຢາເວສະຖິດຢູ່ກັບລາວ. 15 ກະສັດໂຊນສັງເກດເຫັນດາວິດເຮັດສຳເລັດໜ້າທີ່ທຸກຢ່າງ ເພິ່ນກໍເກີດຢ້ານກົວລາວຫລາຍຂຶ້ນ. 16 ແຕ່ທຸກໆຄົນໃນຊາດອິດສະຣາເອນ ແລະຢູດາຕ່າງກໍຮັກດາວິດ ເພາະລາວເປັນຜູ້ນຳທີ່ເຮັດສຳເລັດໜ້າທີ່ທຸກຢ່າງ. ດາວິດແຕ່ງງານກັບລູກສາວຂອງໂຊນ 17 ຕໍ່ມາ ກະສັດໂຊນໄດ້ກ່າວແກ່ດາວິດວ່າ, “ນີ້ຄືເມຣາບລູກສາວຄົນກົກຂອງເຮົາ; ເຮົາຈະຍົກນາງໃຫ້ເປັນເມຍຂອງເຈົ້າ ແຕ່ເຈົ້າຕ້ອງຮັບໃຊ້ເຮົາໃນຖານະທີ່ເປັນທະຫານຜູ້ເກັ່ງກ້າແລະສັດຊື່ ແລະເຮັດເສິກເພື່ອພຣະເຈົ້າຢາເວ.” (ກະສັດໂຊນຄິດວ່າດ້ວຍວິທີນີ້ ເພິ່ນຈະບໍ່ເປັນຜູ້ສັງຫານດາວິດໂດຍຕົນເອງ ແຕ່ຈະປ່ອຍໃຫ້ພວກຟີລິດສະຕິນຂ້າລາວ.) 18 ດາວິດຕອບວ່າ, “ຂ້ານ້ອຍແມ່ນຜູ້ໃດແລະຄອບຄົວຂອງພໍ່ຂ້ານ້ອຍກໍບໍ່ມີຄວາມສຳຄັນຫຍັງ ດ້ວຍເຫດໃດຂ້ານ້ອຍຈຶ່ງຈະໄດ້ກາຍເປັນລູກເຂີຍຂອງກະສັດ?” 19 ແຕ່ເມື່ອເຖິງເວລາທີ່ຈະຍົກນາງເມຣາບໃຫ້ດາວິດ ກະສັດໂຊນກໍຍົກນາງໃຫ້ຊາຍຄົນໜຶ່ງຈາກເມືອງເມໂຮລາຊື່ວ່າ ອັດຣິເອນ. 20 ແຕ່ນາງມີການ ລູກສາວຄົນໜຶ່ງອີກຂອງກະສັດໂຊນໄດ້ຮັກດາວິດ; ເມື່ອກະສັດໂຊນຮູ້ເລື່ອງນີ້ເພິ່ນກໍດີໃຈ. 21 ເພິ່ນກ່າວແກ່ຕົນເອງວ່າ, “ເຮົາຈະຍົກມີການໃຫ້ດາວິດ ແລະເຮົາຈະໃຊ້ນາງດັກຈັບດາວິດໃຫ້ພວກຟີລິດສະຕິນຂ້າ.” ດັ່ງນັ້ນ ກະສັດໂຊນຈຶ່ງເວົ້າກັບດາວິດເປັນຄັ້ງທີສອງວ່າ, “ເຈົ້າຈະໄດ້ເປັນລູກເຂີຍຂອງເຮົາ.” 22 ເພິ່ນໄດ້ສັ່ງໃຫ້ຂ້າຣາຊການຊັ້ນຜູ້ໃຫຍ່ໄປເວົ້າກັບດາວິດເປັນທາງສ່ວນຕົວວ່າ, “ກະສັດພໍໃຈໃນຕົວເຈົ້າແລະນາຍທະຫານທຸກຄົນກໍມີຄວາມນິຍົມຊົມຊອບເຈົ້າ, ບັດນີ້ ແມ່ນໂອກາດອັນດີສຳລັບເຈົ້າແລ້ວ ທີ່ຈະໄດ້ແຕ່ງງານກັບລູກສາວຂອງເພິ່ນ.” 23 ສະນັ້ນ ພວກຂ້າຣາຊການຈຶ່ງໄປເວົ້າກັບດາວິດແລະລາວຕອບວ່າ, “ມັນເປັນກຽດອັນສູງສົ່ງສຳລັບຄົນຍາກຈົນທີ່ບໍ່ມີຄວາມສຳຄັນຫຍັງດັ່ງຂ້ອຍ ທີ່ຈະໄດ້ເປັນລູກເຂີຍຂອງກະສັດ.” 24 ພວກຂ້າຣາຊການໄດ້ໄປບອກໃຫ້ກະສັດໂຊນ ຕາມທີ່ດາວິດໄດ້ເວົ້າມານັ້ນ 25 ແລ້ວກະສັດໂຊນກໍໄດ້ສັ່ງພວກເຂົາໃຫ້ໄປບອກດາວິດວ່າ, “ກະສັດຕ້ອງການຄ່າດອງຈາກເຈົ້າພຽງແຕ່ໜັງຫຸ້ມປາຍອະໄວຍະວະລັບຂອງຊາວຟີລິດສະຕິນໜຶ່ງຮ້ອຍຄົນເທົ່ານັ້ນ ເພື່ອເປັນການລ້າງແຄ້ນສັດຕູຂອງເພິ່ນ.” (ອັນນີ້ຄືແຜນການທີ່ກະສັດໂຊນຢາກໃຫ້ດາວິດຖືກຂ້າໂດຍພວກຟີລິດສະຕິນ.) 26 ພວກຂ້າຣາຊການຂອງກະສັດໂຊນໄດ້ມາລາຍງານໃຫ້ດາວິດຮູ້ ຕາມທີ່ກະສັດໄດ້ເວົ້າ ແລະດາວິດກໍມີຄວາມຍິນດີໂດຍຄິດວ່າ ຕົນຈະໄດ້ເປັນລູກເຂີຍຂອງກະສັດ. ກ່ອນວັນກຳນົດໄວ້ສຳລັບການແຕ່ງງານ 27 ດາວິດແລະທະຫານຂອງຕົນໄດ້ຂ້າພວກຟີລິດສະຕິນສອງຮ້ອຍຄົນ. ລາວໄດ້ເອົາໜັງຫຸ້ມປາຍອະໄວຍະວະລັບຂອງພວກເຂົາມາໃຫ້ກະສັດໂຊນ ໂດຍເອົາອອກມານັບໃຫ້ເພິ່ນເບິ່ງທັງໝົດ ເພື່ອລາວຈະໄດ້ເປັນລູກເຂີຍຂອງເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງມອບນາງມີການ ລູກສາວຂອງຕົນໃຫ້ແຕ່ງງານກັບດາວິດ. 28 ກະສັດໂຊນໄດ້ເຫັນຢ່າງຄັກແນ່ວ່າພຣະເຈົ້າຢາເວສະຖິດຢູ່ກັບດາວິດ ແລະມີການລູກສາວຂອງຕົນກໍຮັກດາວິດ. 29 ສະນັ້ນ ເພິ່ນຈຶ່ງຢ້ານກົວດາວິດຫລາຍຍິ່ງຂຶ້ນ ແລະຕັ້ງຕົວເປັນສັດຕູຕໍ່ລາວຕະຫລອດຊົ່ວຊີວິດຂອງເພິ່ນ. 30 ພວກຟີລິດສະຕິນໄດ້ຍົກທັບມາຕໍ່ສູ້ ແຕ່ໃນການສູ້ຮົບທຸກເທື່ອ ດາວິດຕີຊະນະຂ້າເສິກໄດ້ຢ່າງມີປະສິດທິພາບຫລາຍກວ່ານາຍທະຫານຄົນອື່ນໆຂອງກະສັດໂຊນ. ຜົນກໍຄືດາວິດໄດ້ກາຍເປັນຜູ້ມີຊື່ສຽງຫລາຍ. |
@ 2012 United Bible Societies. All Rights Reserved.