1 ຊາມູເອນ 17 - ພຣະຄຳພີສັກສິໂກລີອາດທ້າທາຍຊາວອິດສະຣາເອນ 1 ພວກຟີລິດສະຕິນໄດ້ທ້ອນໂຮມກຳລັງກັນ ເຂົ້າສູ່ເສິກທີ່ເມືອງໂສໂກໃນແຂວງຢູດາຍ; ພວກເຂົາຕັ້ງທີ່ໝັ້ນຢູ່ບ່ອນໜຶ່ງຊື່ວ່າ ເອແຟັດດຳມິມ ລະຫວ່າງກາງເມືອງໂສໂກແລະເມືອງອາເຊກາ. 2 ສ່ວນກະສັດໂຊນແລະຊາວອິດສະຣາເອນນັ້ນກໍໄດ້ເຕົ້າໂຮມກັນ ແລະຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລ້ວພວກເຂົາກໍຕຽມພ້ອມທີ່ຈະສູ້ຮົບພວກຟີລິດສະຕິນໃນທີ່ນັ້ນ. 3 ພວກຟີລິດສະຕິນໄດ້ຢືນເປັນແຖວຢາຍກັນຢູ່ຕາມເນີນພູໜ່ວຍໜຶ່ງ ແລະຊາວອິດສະຣາເອນກໍຢືນເປັນແຖວຢາຍກັນຢູ່ຕາມເນີນພູອີກໜ່ວຍໜຶ່ງ ຊຶ່ງມີຮ່ອມພູຂັ້ນລະຫວ່າງພວກເຂົາທັງສອງຝ່າຍ. 4 ຍັງມີຊາຍຈາກເມືອງກາດຄົນໜຶ່ງຊື່ວ່າ ໂກລີອາດ; ລາວໄດ້ອອກຈາກຄ້າຍຂອງພວກຟີລິດສະຕິນມາທ້າທາຍພວກອິດສະຣາເອນ. ລາວເປັນຄົນສູງໃຫຍ່ເກືອບເຖິງສາມແມັດ. 5 ລາວໃສ່ໝວກທອງສຳຣິດກັບນຸ່ງເສື້ອຫຸ້ມເກາະທອງສຳຣິດໜັກປະມານຫ້າສິບເຈັດກິໂລກຼາມ. 6 ສ່ວນຂາຂອງລາວນັ້ນກໍສວມເຄື່ອງປ້ອງກັນທີ່ເຮັດດ້ວຍທອງສຳຣິດເຊັ່ນກັນ. ນອກນີ້ລາວຍັງພາຍຫອກທີ່ເຮັດດ້ວຍທອງສຳຣິດ. 7 ຄັນຫອກຂອງລາວເທົ່າກັບໄມ້ກຳພັ້ນຫູກ ແລະປາຍຫອກທີ່ເປັນເຫຼັກກໍໜັກປະມານເຈັດກິໂລກຼາມ. ມີທະຫານຄົນໜຶ່ງຍ່າງອອກໜ້າຖືໂລ້ຕ້ານທານໃຫ້ລາວ. 8 ໂກລີອາດຢືນຮ້ອງແຜດສຽງໃສ່ພວກອິດສະຣາເອນວ່າ, “ພວກສູກຳລັງເຮັດຫຍັງຢູ່ທີ່ນີ້, ລຽນແຖວເຂົ້າມາສູ້ຮົບຊັ້ນບໍ? ກູເປັນຄົນຟີລິດສະຕິນ ພວກສູເປັນທາດຮັບໃຊ້ຂອງໂຊນ ຈົ່ງເລືອກເອົາທະຫານຄົນໜຶ່ງໃນພວກສູອອກມາຕໍ່ສູ້ກັບກູ. 9 ຖ້າຊະນະແລະຂ້າກູໄດ້ ພວກກູຈະຍອມເປັນທາດຮັບໃຊ້ຂອງພວກສູ, ແຕ່ຖ້າກູຊະນະ ພວກສູຈະຕ້ອງຕົກເປັນທາດຮັບໃຊ້ຂອງກູ. 10 ບັດນີ້ ກູຂໍທ້າທາຍກອງທັບອິດສະຣາເອນຄື ກູໃຫ້ພວກສູເລືອກເອົາຜູ້ໜຶ່ງມາສູ້ຮົບກັບກູ.” 11 ເມື່ອກະສັດໂຊນກັບທະຫານຂອງເພິ່ນໄດ້ຍິນດັ່ງນັ້ນ ກໍມີຄວາມຢ້ານກົວຫຼາຍ. ດາວິດຢູ່ໃນຄ້າຍຂອງໂຊນ 12 ດາວິດເປັນລູກຊາຍຂອງເຢຊີຜູ້ທີ່ເປັນຊາວເອຟະຣາທາ ຈາກເມືອງເບັດເລເຮັມໃນແຂວງຢູດາຍ. ເຢຊີມີລູກຊາຍແປດຄົນ. ໃນສະໄໝທີ່ໂຊນເປັນກະສັດ ເຢຊີກໍເຖົ້າແກ່ຫລາຍແລ້ວ. 13 ລູກຊາຍໃຫຍ່ສາມຄົນຂອງເພິ່ນໄດ້ໄປຕີເສິກນຳກະສັດໂຊນ. ຜູ້ກົກຊື່ວ່າ ເອລີອາບ, ຜູ້ຕໍ່ມາຊື່ວ່າ ອາບີນາດາບ ແລະຜູ້ທີ່ສາມຊື່ວ່າ ຊາມມາ. 14 ສ່ວນດາວິດນັ້ນເປັນລູກຊາຍຫລ້າ. ເວລາທີ່ອ້າຍທັງສາມຂອງດາວິດຢູ່ນຳກະສັດໂຊນນັ້ນ 15 ດາວິດຕ້ອງກັບຄືນເມືອເມືອງເບັດເລເຮັມ ເພື່ອເບິ່ງຝູງແກະຂອງພໍ່ເປັນບາງຄັ້ງບາງຄາວ. 16 ສ່ວນໂກລີອາດກໍໄດ້ທ້າທາຍພວກອິດສະຣາເອນ ທຸກເຊົ້າທຸກແລງເປັນເວລາສີ່ສິບວັນ. 17 ມື້ໜຶ່ງ ເຢຊີໄດ້ເວົ້າກັບດາວິດວ່າ, “ຈົ່ງເອົາເຂົ້າຂົ້ວສິບກິໂລກຼາມກັບເຂົ້າຈີ່ສິບກ້ອນນີ້ ໄປໃຫ້ພວກອ້າຍຂອງເຈົ້າຢູ່ໃນຄ້າຍ 18 ແລະເອົາເນີຍສິບກ້ອນນີ້ໃຫ້ທ່ານນາຍພັນ. ຈົ່ງໄປເບິ່ງວ່າ ພວກອ້າຍຂອງເຈົ້າເປັນຢູ່ຢ່າງໃດ ແລະໃຫ້ເຈົ້າເອົາບາງສິ່ງຈາກພວກເຂົາມານຳ ເພື່ອສະແດງວ່າເຈົ້າໄດ້ເຫັນພວກເຂົາ ແລະຮູ້ວ່າພວກເຂົາສະບາຍດີ. 19 ເວລານີ້ ກະສັດໂຊນກັບພວກອ້າຍຂອງເຈົ້າ ແລະພວກອິດສະຣາເອນຄົນອື່ນໆ ກຳລັງຕໍ່ສູ້ພວກຟີລິດສະຕິນຢູ່ໃນຮ່ອມພູເອລາ.” 20 ເຊົ້າມື້ໃໝ່ມາ ດາວິດກໍລຸກແຕ່ເຊົ້າໆ. ລາວຝາກຝູງແກະໄວ້ນຳຄົນອື່ນ ແລະນຳເອົາອາຫານໄປບ່ອນທີ່ເຢຊີພໍ່ຂອງຕົນໄດ້ບອກ. ລາວໄປຮອດຄ້າຍພໍດີກັບເວລາທີ່ພວກອິດສະຣາເອນພວມລຽນແຖວອອກໄປສູ່ສະໜາມຮົບ ແລະທັງມີສຽງຮ້ອງສັ່ງອອກໄປຕີເສິກ. 21 ທະຫານຂອງພວກຟີລິດສະຕິນແລະຂອງພວກອິດສະຣາເອນ ຕ່າງກໍຕັ້ງທີ່ໝັ້ນຂອງໃຜລາວປະເຊີນໜ້າກັນເພື່ອຕຽມສູ້ຮົບ. 22 ດາວິດໄດ້ປະອາຫານໄວ້ນຳເຈົ້າໜ້າທີ່ຝ່າຍສະບຽງອາຫານ ແລະແລ່ນໄປຫາພວກອ້າຍຂອງຕົນທີ່ສະໜາມຮົບເພື່ອຖາມຂ່າວຄາວວ່າ ພວກເຂົາເປັນຢູ່ຢ່າງໃດ. 23 ໃນຂະນະທີ່ລາວກຳລັງເວົ້າກັບພວກອ້າຍຢູ່ນັ້ນ ໂກລີອາດກໍເຂົ້າມາທ້າທາຍພວກອິດສະຣາເອນຕາມທີ່ລາວເຄີຍໄດ້ເຮັດມາ. ຝ່າຍດາວິດກໍໄດ້ຍິນຄຳທ້າທາຍນັ້ນ. 24 ເມື່ອພວກອິດສະຣາເອນຫລຽວເຫັນໂກລີອາດ ພວກເຂົາກໍແລ່ນປົບໜີດ້ວຍຄວາມຢ້ານກົວທີ່ສຸດ. 25 ພວກເຂົາເວົ້າກັນວ່າ, “ເບິ່ງມັນພຸ້ນດູ! ຟັງມັນເວົ້າຫັ້ນແມ ກະສັດໂຊນສັນຍາວ່າຈະໃຫ້ບຳເໜັດແກ່ຊາຍຜູ້ທີ່ຂ້າມັນໄດ້; ກະສັດຈະໃຫ້ລາວແຕ່ງງານກັບລູກສາວຂອງເພິ່ນ ພ້ອມທັງໃຫ້ຄອບຄົວຂອງພໍ່ລາວຍົກເວັ້ນຈາກການເສຍສ່ວຍ.” 26 ດາວິດຈຶ່ງຖາມພວກທີ່ຢູ່ໃກ້ກັບລາວນັ້ນວ່າ, “ຜູ້ທີ່ຂ້າຄົນຟີລິດສະຕິນຜູ້ນີ້ໄດ້ ແລະຊ່ວຍພວກອິດສະຣາເອນໃຫ້ພົ້ນຈາກການໝິ່ນປະໝາດນີ້ຈະໄດ້ຫຍັງ? ຄົນຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ ທີ່ກຳລັງເວົ້າທ້າທາຍກອງທັບຂອງພຣະເຈົ້າອົງຊົງຊີວິດຢູ່ນັ້ນແມ່ນຜູ້ໃດ?” 27 ພວກເຂົາຈຶ່ງບອກລາວວ່າ ຜູ້ທີ່ຂ້າໂກລີອາດໄດ້ ຈະໄດ້ຮັບສິ່ງທີ່ກ່າວມານັ້ນ. 28 ເອລີອາບອ້າຍກົກຂອງດາວິດໄດ້ຍິນດາວິດກຳລັງເວົ້າກັບທະຫານຢູ່ ກໍຮ້າຍໃຫ້ດາວິດແລະເວົ້າວ່າ, “ເຈົ້າມາເຮັດຫຍັງຢູ່ທີ່ນີ້? ຝຸງແກະນ້ອຍຂອງເຈົ້າທີ່ຖິ່ນແຫ້ງແລ້ງກັນດານເຈົ້າຝາກໄວ້ກັບໃຜ? ຂ້ອຍຮູ້ໃຈຈອງຫອງແລະຄວາມຊົ່ວຮ້າຍຂອງເຈົ້າ ເຈົ້າມາທີ່ນີ້ເພື່ອເບິ່ງການສູ້ຮົບກັນ.” 29 ດາວິດຖາມອ້າຍຄືນວ່າ, “ດຽວນີ້ ຂ້ອຍໄດ້ເຮັດຫຍັງ? ຂ້ອຍພຽງແຕ່ຖາມກໍບໍ່ໄດ້ຊັ້ນບໍ?” 30 ດາວິດຫັນໄປຖາມຊາຍຄົນອື່ນຢ່າງດຽວກັນ ແລະທຸກເທື່ອທີ່ລາວຖາມ ລາວກໍໄດ້ຮັບຄຳຕອບຢ່າງດຽວກັນ. 31 ເມື່ອບາງຄົນໄດ້ຍິນດາວິດສົນໃຈໃນເລື່ອງນີ້ຈຶ່ງໄປບອກກະສັດໂຊນ ແລະກະສັດໂຊນກໍບອກໃຫ້ນຳຕົວດາວິດເຂົ້າໄປພົບ. 32 ດາວິດກ່າວຕໍ່ກະສັດໂຊນວ່າ, “ກະສັດທີ່ເຄົາຣົບ ຢ່າໃຫ້ຜູ້ໃດຢ້ານຊາຍຟີລິດສະຕິນຄົນນັ້ນເລີຍ ຂ້ານ້ອຍຈະໄປຕໍ່ສູ້ມັນເອງ.” 33 ກະສັດໂຊນຕອບວ່າ, “ບໍ່ໄດ້ດອກ ເຈົ້າຈະຕໍ່ສູ້ມັນໄດ້ຢ່າງໃດ? ເຈົ້າຍັງເປັນບ່າວນ້ອຍຢູ່ ສ່ວນໂກລີອາດນັ້ນເປັນທະຫານມາຕະຫລອດຊີວິດ.” 34 ດາວິດກ່າວວ່າ, “ຜູ້ຮັບໃຊ້ຂອງທ່ານ ໄດ້ເບິ່ງແຍງຝູງແກະຂອງພໍ່ ເທື່ອໃດທີ່ສິງຫລືໝີມາຄຸບເອົາແກະໃນຝູງໄປ 35 ຂ້ານ້ອຍກໍໄດ້ຕາມໄປຕໍ່ສູ້ມັນ ແລະຊ່ວຍເອົາແກະນ້ອຍໄວ້ໄດ້ເທື່ອນັ້ນ ຖ້າສິງຫລືໝີກັບຄືນມາຫາ ຂ້ານ້ອຍກໍຈັບຄໍມັນໄວ້ແລະຕີມັນຈົນຕາຍຄາມື. 36 ຂ້ານ້ອຍເຄີຍຂ້າສິງແລະໝີມາແລ້ວ ແລະຂ້ານ້ອຍຈະເຮັດກັບຊາຍຟີລິດສະຕິນຄົນບໍ່ນັບຖືພຣະເຈົ້ານີ້ຢ່າງດຽວກັນ ເພາະມັນໄດ້ໝິ່ນປະໝາດກອງທັບຂອງພຣະເຈົ້າອົງຊົງຊີວິດຢູ່. 37 ພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກໂຕສິງກັບໂຕໝີມາແລ້ວຢ່າງໃດ; ພຣະອົງກໍຈະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊາຍຟີລິດສະຕິນຄົນນີ້ໄດ້ເໝືອນກັນຢ່າງນັ້ນ.” ກະສັດໂຊນຕອບວ່າ, “ດີແລ້ວ ຈົ່ງໄປສາ ຂໍພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ.” 38 ກະສັດໂຊນໄດ້ເອົາເຄື່ອງຮົບຂອງເພິ່ນໃຫ້ດາວິດສວມໃສ່ ເຊັ່ນວ່າ: ໝວກເປັນທອງສຳຣິດ ຊຶ່ງເພິ່ນສຸບໃສ່ຫົວຂອງດາວິດ ແລະເອົາເສື້ອຫຸ້ມເກາະໃຫ້ລາວນຸ່ງ. 39 ດາວິດເອົາດາບຂອງກະສັດໂຊນຂັດໃສ່ແອວແລະລອງຍ່າງເບິ່ງ ແຕ່ລາວຍ່າງໄປບໍ່ໄດ້ເພາະບໍ່ເຄີຍໃສ່ເຄື່ອງເຫຼົ່ານີ້ມາຈັກເທື່ອ. ດາວິດຈຶ່ງກ່າວຕໍ່ກະສັດໂຊນວ່າ, “ຂ້ານ້ອຍໄປຮົບໂດຍໃສ່ເຄື່ອງແບບນີ້ບໍ່ໄດ້ດອກ ຂ້ານ້ອຍບໍ່ເຄີຍໃສ່.” ດັ່ງນັ້ນ ດາວິດຈຶ່ງແກ້ມັນອອກໝົດ. 40 ລາວຖືເອົາໄມ້ຄ້ອນສຳລັບລ້ຽງແກະຂອງລາວໄປ ແລະເກັບເອົາຫີນຫ້າກ້ອນໃນແຄມຫ້ວຍໃສ່ຖົງໄປນຳດ້ວຍ. ລາວຖືເອົາກະຖຸນຕຽມພ້ອມຍ່າງເຂົ້າໄປຫາໂກລີອາດ. ດາວິດຮົບຊະນະໂກລີອາດ 41 ຊາຍຟີລິດສະຕິນຍ່າງມຸ່ງໜ້າມາຫາດາວິດ ໂດຍມີຄົນຖືໂລ້ຕ້ານທານຍ່າງອອກໜ້າກ່ອນລາວ. ລາວຍ່າງເຂົ້າມາໃກ້ດາວິດທຸກຂະນະ 42 ເມື່ອເບິ່ງດາວິດຄັກໆແລ້ວ ລາວຈຶ່ງຄິດດູຖູກໃນໃຈ ເພາະດາວິດຍັງເປັນບ່າວນ້ອຍທີ່ງາມແລະໜ້າຮັກ. 43 ລາວຖາມດາວິດວ່າ, “ເຮີຍບັກນ້ອຍ ໄມ້ຄ້ອນນັ້ນສຳລັບໄວ້ເຮັດຫຍັງ? ມຶງຄິດວ່າກູເປັນໝາຊັ້ນບໍ?” ແລ້ວລາວກໍເອີ້ນຫາພະຂອງຕົນໃຫ້ມາສາບແຊ່ງດາວິດ. 44 ລາວເວົ້າທ້າທາຍດາວິດວ່າ, “ເຂົ້າມາພີ້ ກູຈະເອົາຊາກສົບຂອງມຶງໃຫ້ນົກແລະສັດປ່າກິນ.” 45 ດາວິດຕອບວ່າ, “ເຈົ້າມາຕໍ່ສູ້ຂ້ອຍດ້ວຍດາບ, ດ້ວຍຫອກ ແລະຫລາວ, ແຕ່ຂ້ອຍມາຕໍ່ສູ້ເຈົ້າໃນນາມຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງກອງທັບອິດສະຣາເອນທີ່ເຈົ້າໄດ້ເວົ້າທ້າທາຍນັ້ນ. 46 ມື້ນີ້ແຫລະ ພຣະເຈົ້າຢາເວຈະມອບເຈົ້າໄວ້ໃນກຳມືຂອງຂ້ອຍ, ຂ້ອຍຈະຊະນະເຈົ້າ ແລະຕັດຫົວຂອງເຈົ້າ. ສ່ວນຊາກສົບຂອງພວກທະຫານຟີລິດສະຕິນນັ້ນ ຂ້ອຍຈະເອົາໃຫ້ນົກ ແລະສັດປ່າກິນ. ແລ້ວທົ່ວທັງໂລກກໍຈະຮູ້ວ່າຊາດອິດສະຣາເອນມີພຣະເຈົ້າ 47 ແລະທຸກໆຄົນໃນທີ່ນີ້ຈະເຫັນວ່າ ພຣະເຈົ້າຢາເວບໍ່ຈຳເປັນໃຊ້ດາບຫລືຫອກ ເພື່ອຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ. ພຣະເຈົ້າຢາເວເປັນເຈົ້າຂອງສະໜາມຮົບ ແລະພຣະອົງຈະມອບພວກເຈົ້າໄວ້ໃນກຳມືຂອງພວກເຮົາ.” 48 ແລ້ວໂກລີອາດກໍຍ່າງມຸ່ງໜ້າເຂົ້າມາຫາດາວິດ ຝ່າຍດາວິດກໍແລ່ນຢ່າງວ່ອງໄວໄປສູ່ເສັ້ນທາງແຫ່ງສະໜາມຮົບຂອງຊາວຟີລິດສະຕິນ ເພື່ອຕໍ່ສູ້ໂກລີອາດ. 49 ດາວິດຈົກເອົາກ້ອນຫີນໃນຖົງອອກມາຍິງໃສ່ໂກລີອາດ. ກ້ອນຫີນນັ້ນໄປຖືກໜ້າຜາກຂອງລາວຈົນເຮັດໃຫ້ກະໂຫລກຫົວແຕກ ແລະໂກລີອາດກໍລົ້ມຂວໍ້າໜ້າລົງກັບພື້ນດິນ. 50 ດັ່ງນັ້ນ ດາວິດຈຶ່ງເອົາຊະນະແລະຂ້າໂກລີອາດ ດ້ວຍກະຖຸນກັບຫີນພຽງກ້ອນດຽວໂດຍບໍ່ໄດ້ໃຊ້ດາບ. 51 ດາວິດແລ່ນເຂົ້າໄປຫາໂກລີອາດຢຽບໂຕລາວໄວ້, ຖອດເອົາດາບຂອງໂກລີອາດອອກມາຈາກຝັກ ແລະໃຊ້ດາບນັ້ນຕັດຫົວຂອງລາວ. ເມື່ອພວກຟີລິດສະຕິນເຫັນວ່າ ຜູ້ເກັ່ງກ້າຂອງພວກຕົນຕາຍໄປແລ້ວ ພວກເຂົາຈຶ່ງພາກັນແລ່ນປົບໜີໄປ. 52 ຝ່າຍທະຫານອິດສະຣາເອນກັບທະຫານຢູດາກໍຮ້ອງໂຮ ພ້ອມທັງແລ່ນໄລ່ຕາມພວກເຂົາໄປຈົນຮອດເມືອງກາດ ແລະຮອດປະຕູຂອງເມືອງເອັກໂຣນ. ພວກຟີລິດສະຕິນທີ່ບາດເຈັບໄດ້ລົ້ມຕາຍຕາມຖະໜົນຫົນທາງ ໄປສູ່ເມືອງຊາອາຣາອິມຈົນໄປເຖິງເມືອງກາດແລະເມືອງເອັກໂຣນ. 53 ເມື່ອພວກອິດສະຣາເອນກັບຄືນມາຈາກການໄລ່ຕາມພວກຟີລິດສະຕິນແລ້ວ ພວກເຂົາໄດ້ປຸ້ນເອົາເຄື່ອງຂອງໃນຄ້າຍຂອງຊາວຟີລິດສະຕິນໄປໝົດ. 54 ດາວິດໄດ້ຖືເອົາຫົວຂອງໂກລີອາດໄປທີ່ນະຄອນເຢຣູຊາເລັມ; ສ່ວນດາບຂອງໂກລີອາດນັ້ນ ລາວເອົາໄວ້ໃນຜ້າເຕັນຂອງລາວເອງ. ດາວິດສະເໜີຕົວຕໍ່ໂຊນ 55 ເມື່ອກະສັດໂຊນເຫັນດາວິດອອກໄປຕໍ່ສູ້ກັບໂກລີອາດນັ້ນ ເພິ່ນຈຶ່ງຖາມອັບເນຜູ້ບັນຊາການທະຫານຂອງຕົນວ່າ, “ອັບເນ ບ່າວນ້ອຍຄົນນີ້ແມ່ນລູກຂອງຜູ້ໃດ?” ອັບເນຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍບໍ່ຮູ້ຈັກ.” 56 ກະສັດໂຊນສັ່ງວ່າ, “ຈົ່ງອອກໄປສືບຖາມເບິ່ງດູ.” 57 ສະນັ້ນ ຫລັງຈາກສັງຫານໂກລີອາດແລ້ວ ດາວິດໄດ້ກັບຄືນມາຄ້າຍ; ອັບເນໄດ້ພາລາວໄປຫາກະສັດໂຊນ. ດາວິດຍັງຖືຫົວຂອງໂກລີອາດຢູ່. 58 ກະສັດໂຊນຖາມລາວວ່າ, “ຊາຍໜຸ່ມເອີຍ ເຈົ້າເປັນລູກຂອງຜູ້ໃດ?” ດາວິດຕອບວ່າ, “ຂ້ານ້ອຍເປັນລູກຂອງເຢຊີ ຜູ້ຮັບໃຊ້ຂອງທ່ານຈາກເມືອງເບັດເລເຮັມ.” |
@ 2012 United Bible Societies. All Rights Reserved.