Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 16 - ພຣະຄຳພີສັກສິ


ດາວິດ​ຮັບ​ການ​ຫົດສົງ​ໃຫ້​ເປັນ​ກະສັດ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”

2 ຊາມູເອນ​ຖາມ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ຢ່າງ​ໃດ? ຖ້າ​ໂຊນ​ໄດ້ຍິນ​ເລື່ອງ​ນີ້ ລາວ​ຄົງ​ຈະ​ຂ້າ​ຂ້ານ້ອຍ​ເສຍ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໃຫ້​ເຈົ້າ​ເອົາ​ລູກ​ງົວ​ໂຕໜຶ່ງ​ໄປ​ນຳ ແລະ​ເວົ້າ​ວ່າ, ເຈົ້າ​ມາ​ທີ່​ນີ້​ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.

3 ໃຫ້​ເຈົ້າ​ເຊີນ​ເຢຊີ​ມາ​ຮ່ວມ​ໃນ​ການ​ຖວາຍ​ນັ້ນ​ດ້ວຍ ແລ້ວ​ເຮົາ​ຈະ​ບອກ​ເຈົ້າ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ໃນ​ຂັ້ນ​ຕໍ່ໄປ. ເຈົ້າ​ຈະ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ຊາຍ​ຜູ້ໜຶ່ງ ທີ່​ເຮົາ​ບອກ​ເຈົ້າ​ວ່າ​ຈະ​ເປັນ​ກະສັດ.”

4 ຊາມູເອນ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ. ເມື່ອ​ເພິ່ນ​ເດີນທາງ​ໄປ​ທີ່​ເມືອງ​ເບັດເລເຮັມ, ພວກ​ເຖົ້າແກ່​ໃນ​ເມືອງ​ໄດ້​ອອກ​ມາ​ຕ້ອນຮັບ​ເພິ່ນ ທັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ແລະ​ຖາມ​ວ່າ, “ທ່ານ​ມາ​ຢ້ຽມຢາມ​ພວກ​ຂ້ານ້ອຍ​ຢ່າງ​ສັນຕິ​ຫລື​ບໍ່?”

5 ຊາມູເອນ​ຕອບ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ມາ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ຈົ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ໄປ​ນຳ​ຂ້າພະເຈົ້າ.” ເພິ່ນ​ຍັງ​ບອກ​ເຢຊີ ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ເຊີນ​ພວກເຂົາ​ມາ​ຮ່ວມ​ໃນ​ການຖວາຍບູຊາ​ດ້ວຍ.

6 ເມື່ອ​ພວກເຂົາ​ມາ​ຮອດ ຊາມູເອນ​ກໍ​ຫລຽວ​ເຫັນ​ເອລີອາບ​ລູກຊາຍ​ຂອງ​ເຢຊີ ເພິ່ນ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, “ຊາຍ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ຕ້ອງ​ແມ່ນ​ຜູ້​ທີ່​ພຣະເຈົ້າຢາເວ​ເລືອກ​ໄວ້​ຢ່າງ​ແນ່ນອນ.”

7 ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”

8 ແລ້ວ​ເຢຊີ​ກໍໄດ້​ເອີ້ນ​ອາບີນາດາບ​ລູກຊາຍ​ອີກ​ຜູ້ໜຶ່ງ​ຂອງຕົນ​ມາ ແລະ​ພາ​ລາວ​ໄປ​ຫາ ຊາມູເອນ, ແຕ່ ຊາມູເອນ​ບອກ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ລາວ.”

9 ເຢຊີ​ຈຶ່ງ​ພາ​ຊາມມາ​ເຂົ້າ​ມາ​ແຕ່ ຊາມູເອນ​ໄດ້​ບອກ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ລາວ.”

10 ເຢຊີ​ໄດ້​ນຳ​ລູກຊາຍ​ທັງ​ເຈັດ​ຄົນ​ຂອງຕົນ​ມາ​ຫາ ຊາມູເອນ​ໂດຍ​ວິທີ​ນີ້, ແຕ່​ຊາມູເອນ​ໄດ້​ກ່າວ​ແກ່​ເຢຊີ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ຜູ້ໃດ​ຈັກ​ຄົນ​ໃນ​ຄົນ​ເຫຼົ່ານີ້.”

11 ແລ້ວ ຊາມູເອນ​ກໍ​ຖາມ​ລາວ​ວ່າ, “ເຈົ້າ​ຍັງ​ມີ​ລູກຊາຍ​ຢູ່​ອີກ​ບໍ?” ເຢຊີ​ຕອບ​ວ່າ, “ຍັງ​ມີ​ອີກ​ຜູ້ໜຶ່ງ. ລາວ​ເປັນ​ລູກຫລ້າ​ແຕ່​ດຽວ​ນີ້​ລາວ​ກຳລັງ​ລ້ຽງ​ແກະ​ຢູ່.” ຊາມູເອນ​ກ່າວ​ວ່າ, “ຈົ່ງ​ໄປ​ນຳ​ເອົາ​ລາວ​ມາ​ທີ່​ນີ້ ພວກເຮົາ​ຈະ​ບໍ່​ຖວາຍ​ເຄື່ອງ​ບູຊາ​ຈົນກວ່າ​ລາວ​ມາ.”

12 ດັ່ງນັ້ນ ເຢຊີ​ຈຶ່ງ​ໄດ້ສົ່ງ​ຄົນ​ໄປ​ນຳ​ເອົາ​ດາວິດ. ລາວ​ເປັນ​ຄົນ​ຜິວ​ສົດໃສ, ເປັນ​ຊາຍໜຸ່ມ​ທີ່​ມີ​ສຸຂະພາບ​ດີ ແລະ​ຕາ​ກໍ​ເປັນ​ແວວ​ແຈ່ມໃສ​ງາມດີ. ພຣະເຈົ້າຢາເວ​ກ່າວ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ.”

13 ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.


ດາວິດ​ໄປ​ພົບ​ໂຊນ​ທີ່​ວັງ

14 ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ໜີໄປ​ຈາກ​ກະສັດ​ໂຊນ ແລະ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າຢາເວ​ກໍໄດ້​ມາ​ທໍລະມານ​ເພິ່ນ.

15 ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ນັ້ນ​ໄດ້​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ຮູ້​ວ່າ ແມ່ນ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ໄດ້​ມາ​ທໍລະມານ​ທ່ານ.

16 ດັ່ງນັ້ນ ທ່ານເອີຍ ຈົ່ງ​ອອກ​ຄຳສັ່ງ​ມາ​ເທີ້ນ ແລະ​ພວກ​ຂ້ານ້ອຍ​ຈະ​ໄປ​ຊອກ​ຫາ​ຄົນ​ທີ່​ຮູ້ຈັກ​ດີດພິນ​ມາ​ໃຫ້​ທ່ານ. ເມື່ອໃດ​ທີ່​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ມາ​ສິງ​ຢູ່​ໃນ​ທ່ານ ຊາຍ​ຄົນ​ນັ້ນ​ຈະ​ດີດພິນ​ຂອງ​ລາວ ແລະ​ທ່ານ​ກໍ​ຈະ​ເປັນ​ປົກກະຕິ.”

17 ກະສັດ​ໂຊນ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ພວກ​ທີ່​ຄອຍ​ຮັບໃຊ້​ເພິ່ນ​ນັ້ນ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ຜູ້​ທີ່​ຫລິ້ນ​ພິນ​ເກັ່ງໆ​ແລະ​ພາ​ລາວ​ມາ​ຫາ​ເຮົາ.”

18 ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”

19 ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ເຢຊີ​ວ່າ, “ໃຫ້​ເຈົ້າ​ສົ່ງ​ດາວິດ ລູກຊາຍ​ຜູ້​ທີ່​ລ້ຽງ​ແກະ​ຂອງ​ເຈົ້າ​ມາ​ຫາ​ເຮົາ.”

20 ເຢຊີ​ໄດ້​ສົ່ງ​ດາວິດ​ໄປ​ຫາ​ກະສັດ​ໂຊນ​ພ້ອມ​ກັບ​ແບ້ນ້ອຍ​ໂຕໜຶ່ງ, ລໍ​ໂຕໜຶ່ງ​ທີ່​ບັນທຸກ​ເຂົ້າຈີ່ ແລະ​ນໍ້າ​ອະງຸ່ນ​ເຕັມ​ຖົງ​ໜຶ່ງ.

21 ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ຖືກ​ຮັບ​ເຂົ້າ​ເປັນ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ເພິ່ນ. ກະສັດ​ໂຊນ​ພໍໃຈ​ນຳ​ດາວິດ​ຫລາຍ ຈຶ່ງ​ເລືອກ​ໃຫ້​ລາວ​ເປັນ​ຄົນ​ຖື​ອາວຸດ​ປະຈຳຕົວ​ຂອງ​ເພິ່ນ.

22 ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ຄວາມ​ໄປ​ບອກ​ເຢຊີ​ວ່າ, “ເຮົາ​ພໍໃຈ​ນຳ​ດາວິດ​ຫລາຍ ຂໍ​ໃຫ້​ລາວ​ຢູ່​ຮັບໃຊ້​ເຮົາ​ໃນ​ທີ່​ນີ້​ສາ.”

23 ນັບ​ຕັ້ງແຕ່​ນັ້ນ​ມາ ເມື່ອໃດ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ສິງ​ກະສັດ​ໂຊນ ດາວິດ​ກໍ​ຈັບ​ພິນ​ຂອງຕົນ​ຂຶ້ນ​ມາ​ດີດ​ເມື່ອນັ້ນ ແລ້ວ​ວິນຍານ​ຊົ່ວຮ້າຍ​ກໍ​ອອກ​ໜີໄປ. ກະສັດ​ໂຊນ​ຈຶ່ງ​ຮູ້ສຶກ​ສະບາຍ​ຂຶ້ນ ແລະ​ເປັນ​ປົກກະຕິ​ອີກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan