Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 15 - ພຣະຄຳພີສັກສິ


ໂຊນ​ເຮັດ​ເສິກ​ຕໍ່ສູ້​ຊາວ​ອາມາເຫຼັກ

1 ຕໍ່ມາ ຊາມູເອນ​ໄດ້​ກ່າວ​ແກ່​ໂຊນ​ວ່າ, “ຂ້ອຍ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ສົ່ງ​ມາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈົ້າ ໃຫ້​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.

2 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ຈະ​ລົງໂທດ​ຊາວ​ອາມາເຫຼັກ ຍ້ອນ​ວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຕໍ່ຕ້ານ​ຊາວ​ອິດສະຣາເອນ ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.

3 ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’

4 ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ໃຫ້​ທະຫານ​ຂອງຕົນ​ທຸກ​ກອງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ແລະ​ກວດກາ​ເບິ່ງ​ພົນຮົບ​ທີ່​ເຕເລັມ ມີ​ດັ່ງນີ້: ທະຫານ​ຊາວ​ອິດສະຣາເອນ​ມີ​ສອງຮ້ອຍ​ພັນ​ຄົນ ແລະ​ທະຫານ​ຊາວ​ຢູດາ​ມີ​ສິບພັນ​ຄົນ.

5 ເພິ່ນ​ເອງ​ພ້ອມ​ທັງ​ກອງທັບ​ໄດ້​ໄປ​ທີ່​ເມືອງ​ອາມາເຫຼັກ ແລະ​ດັກສະກັດ​ເພື່ອ​ຫລອນ​ໂຈມຕີ​ຢູ່​ຕາມ​ຮ່ອມ​ຫ້ວຍ​ທີ່​ແຫ້ງແລ້ງ.

6 ເພິ່ນ​ໄດ້​ສົ່ງ​ຄຳເຕືອນ​ໄປ​ບອກ​ຊາວ​ເກນິດ ປະຊາຊົນ​ພວກ​ໜຶ່ງ​ຊຶ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ຊາວ​ອິດສະຣາເອນ ໃນ​ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ, “ໃຫ້​ໜີ​ຈາກ​ຊາວ​ອາມາເຫຼັກ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ຂ້າ​ພວກເຈົ້າ​ພ້ອມ​ກັບ​ພວກເຂົາ.” ສະນັ້ນ ຊາວ​ເກນິດ​ຈຶ່ງ​ພາກັນ​ໜີໄປ.

7 ກະສັດ​ໂຊນ​ໄດ້​ເອົາ​ຊະນະ​ຊາວ​ອາມາເຫຼັກ​ໂດຍ​ສູ້ຮົບ​ກັນ​ຕະຫລອດ​ທາງ ແຕ່​ເມືອງ​ຮາວີລາ​ຈົນເຖິງ​ເມືອງ​ຊູເຣ​ທີ່​ທາງທິດ​ຕາເວັນອອກ​ຂອງ​ເອຢິບ;

8 ເພິ່ນ​ຈັບ​ເຈົ້າ​ອາກາ​ກະສັດ​ແຫ່ງ​ອາມາເຫຼັກ​ໄດ້​ທັງ​ເປັນ ແລະ​ໄດ້​ຂ້າ​ປະຊາຊົນ​ທັງໝົດ​ຖິ້ມ.

9 ແຕ່​ກະສັດ​ໂຊນ​ແລະ​ທະຫານ​ຂອງ​ເພິ່ນ​ປ່ອຍ​ໃຫ້​ເຈົ້າ​ອາກາ​ມີ​ຊີວິດ​ຢູ່ ທັງ​ບໍ່ໄດ້​ຂ້າ​ແກະ​ແລະ​ງົວ​ໂຕ​ທີ່​ຕຸ້ຍພີ​ດີ ພ້ອມ​ດ້ວຍ​ລູກ​ງົວ ແລະ​ລູກແກະ​ໂຕ​ທີ່​ຈົບງາມ​ທີ່ສຸດ ແລະ​ບໍ່ໄດ້​ທຳລາຍ​ສິ່ງ​ທີ່​ມີຄ່າ. ພວກເຂົາ​ໄດ້​ທຳລາຍ​ແຕ່​ສິ່ງ​ທີ່​ບໍ່ມີ​ປະໂຫຍດ ແລະ​ບໍ່ມີ​ຄຸນຄ່າ​ເທົ່ານັ້ນ.


ໂຊນ​ຖືກ​ປົດ​ຈາກ​ເປັນ​ກະສັດ

10 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຊາມູເອນ​ວ່າ,

11 “ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.

12 ມື້​ຕໍ່ມາ ເພິ່ນ​ໄດ້​ອອກ​ໄປ​ພົບ​ກະສັດ​ໂຊນ​ແຕ່​ເຊົ້າໆ ແຕ່​ເພິ່ນ​ໄດ້ຍິນ​ຂ່າວ​ວ່າ ກະສັດ​ໂຊນ​ໄດ້​ໄປ​ທີ່​ເມືອງ​ກາເມນ​ແລ້ວ ບ່ອນ​ທີ່​ເພິ່ນ​ກໍ່ສ້າງ​ອະນຸສາວະລີ​ສຳລັບ​ຕົນເອງ ແລ້ວ​ໄດ້​ເລີຍ​ໄປ​ທີ່​ເມືອງ​ກິນການ.

13 ເມື່ອ​ຊາມູເອນ​ໄປ​ຮອດ ກະສັດ​ໂຊນ​ໄດ້​ສະແດງ​ຄວາມ​ຄຳນັບ​ຕໍ່​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຊາມູເອນ​ເອີຍ ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເທີ້ນ ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແລ້ວ.”

14 ຊາມູເອນ​ຖາມ​ວ່າ, “ຖ້າດັ່ງນັ້ນ ສຽງ​ງົວ​ແລະ​ສຽງ​ແກະ​ທີ່​ຮ້ອງ​ຢູ່​ນັ້ນ​ໄດ້​ມາ​ແຕ່​ໃສ?”

15 ກະສັດ​ໂຊນ​ຕອບ​ວ່າ, “ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ສັດ​ເຫຼົ່ານັ້ນ​ມາ​ຈາກ​ຊາວ​ອາມາເຫຼັກ. ພວກເຂົາ​ໄດ້​ເອົາ​ແກະ​ແລະ​ງົວ​ໂຕ​ດີທີ່ສຸດ​ໄວ້ ເພື່ອ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ ພວກເຮົາ​ໄດ້​ທຳລາຍ​ຖິ້ມ​ໝົດ.”

16 ຊາມູເອນ​ສັ່ງ​ວ່າ, “ຢຸດ ຂ້າພະເຈົ້າ​ຈະ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ໃນ​ຄືນນີ້.” ກະສັດ​ໂຊນ​ກ່າວ​ວ່າ, “ບອກ​ຂ້າພະເຈົ້າ​ມາ​ເບິ່ງດູ.”

17 ຊາມູເອນ​ກ່າວ​ວ່າ, “ເຖິງ​ແມ່ນ​ເຈົ້າ​ຖື​ຕົນເອງ​ວ່າ​ບໍ່ມີ​ຄວາມ​ສຳຄັນ​ກໍຕາມ ແຕ່​ເຈົ້າ​ກໍ​ເປັນ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພຣະເຈົ້າຢາເວ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ

18 ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ​ທຳລາຍ​ພວກ​ຄົນຊົ່ວຮ້າຍ​ເຫຼົ່ານັ້ນ ໃນ​ເມືອງ​ອາມາເຫຼັກ. ພຣະອົງ​ບອກ​ເຈົ້າ​ໃຫ້​ສູ້ຮົບ ແລະ​ຂ້າ​ພວກເຂົາ​ຖິ້ມ​ໝົດ.

19 ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ຢຶດເອົາ​ສິ່ງຂອງ​ເຫຼົ່ານີ້ ແລະ​ເຮັດ​ໃນ​ສິ່ງ​ທີ່​ບໍ່ດີ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ?”

20 ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂດຍ​ຈັບ​ກະສັດ​ອາກາ ແລະ​ຂ້າ​ຊາວ​ອາມາເຫຼັກ​ທຸກຄົນ​ຖິ້ມ.

21 ແຕ່​ທະຫານ​ຂອງ​ຂ້າພະເຈົ້າ​ບໍ່ໄດ້​ຂ້າ​ແກະ ແລະ​ງົວ​ໂຕ​ດີທີ່ສຸດ​ທີ່​ພວກເຂົາ​ຢຶດ​ມາ​ນັ້ນ. ພວກເຂົາ​ໄດ້​ນຳ​ເອົາ​ສັດ​ເຫຼົ່ານັ້ນ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ທີ່​ເມືອງ​ກິນການ.”

22 ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.

23 ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”

24 ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.

25 ແຕ່​ບັດນີ້ ຂ້າພະເຈົ້າ​ຮ້ອງ​ຂໍ​ທ່ານ​ອະໄພ​ບາບ​ຂອງ​ຂ້າພະເຈົ້າ​ເສຍ ແລະ​ກັບຄືນ​ເມືອ​ເມືອງ​ກິນການ​ນຳ​ຂ້າພະເຈົ້າ​ແດ່ ເພື່ອ​ວ່າ ຂ້າພະເຈົ້າ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ.”

26 ຊາມູເອນ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ຄືນ​ເມືອ​ກັບ​ເຈົ້າ ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ປະຖິ້ມ​ເຈົ້າ ຈາກ​ການ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”

27 ເມື່ອ​ຊາມູເອນ​ກຳລັງ​ຈະ​ຫັນຫລັງ​ໜີໄປ ກະສັດ​ໂຊນ​ກໍ​ດຶງ​ສາຍ​ເສື້ອຄຸມ​ຂອງ​ເພິ່ນ​ຈົນ​ຂາດ.

28 ຊາມູເອນ​ກ່າວ​ແກ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ເຈົ້າ​ໃນ​ມື້ນີ້ ແລະ​ພຣະອົງ​ຈະ​ມອບ​ໃຫ້​ແກ່​ຄົນອື່ນ​ທີ່​ດີກວ່າ​ເຈົ້າ.

29 ແລະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ອັນ​ແຂງ​ແກ່ນ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ເວົ້າຕົວະ​ຫລື​ປ່ຽນໃຈ. ພຣະອົງ​ບໍ່ແມ່ນ​ມະນຸດ ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ປ່ຽນໃຈ.”

30 ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ, ແຕ່​ຢ່າງໜ້ອຍ​ຂໍ​ທ່ານ​ໃຫ້​ຄວາມນັບຖື​ແກ່​ຂ້າພະເຈົ້າ​ຕໍ່ໜ້າ​ພວກຜູ້ນຳ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຊາວ​ອິດສະຣາເອນ​ທຸກຄົນ. ຂໍ​ທ່ານ​ຈົ່ງ​ກັບ​ເມືອ​ນຳ​ຂ້າພະເຈົ້າ ເພື່ອ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ.”

31 ດັ່ງນັ້ນ ຊາມູເອນ​ຈຶ່ງ​ຍອມ​ຄືນ​ເມືອ​ເມືອງ​ກິນການ​ກັບ​ກະສັດ​ໂຊນ ແລະ​ກະສັດ​ໂຊນ​ກໍໄດ້​ນະມັດສະການ​ພຣະເຈົ້າຢາເວ.

32 ຊາມູເອນ​ສັ່ງ​ວ່າ, “ຈົ່ງ​ນຳ​ກະສັດ​ອາກາ​ມາ​ທີ່​ນີ້​ຫາ​ຂ້າພະເຈົ້າ. ເຈົ້າ​ອາກາ​ເຂົ້າ​ມາ​ຫາ​ຊາມູເອນ​ໂດຍ​ຕົວສັ່ນ ແລະ​ທັງ​ຄິດ​ໃນ​ໃຈ​ວ່າ, ‘ຄວາມຕາຍ​ນີ້​ຊ່າງເປັນ​ການ​ຂົມຂື່ນ​ແທ້​ນໍ”’

33 ຊາມູເອນ​ກ່າວ​ວ່າ, “ດາບ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ຕ້ອງ​ສູນເສຍ​ລູກ​ຂອງຕົນ; ດັ່ງນັ້ນ ແມ່​ຂອງເຈົ້າ​ຈະ​ຕ້ອງ​ສູນເສຍ​ລູກ​ໄປ​ເໝືອນກັນ.” ແລ້ວ​ຊາມູເອນ​ກໍ​ຂ້າ​ເຈົ້າ​ອາກາ ແລະ​ຕັດ​ເປັນ​ຕ່ອນໆ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ກິນການ.

34 ແລ້ວ​ຊາມູເອນ​ກໍ​ໄດ້ໄປ​ທີ່​ເມືອງ​ຣາມາ ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ຄືນ​ເມືອ​ວັງ​ຂອງ​ເພິ່ນ​ທີ່​ເມືອງ​ກີເບອາ.

35 ຕະຫລອດ​ຊົ່ວຊີວິດ​ຂອງ​ຊາມູເອນ ເພິ່ນ​ບໍ່ໄດ້​ເຫັນ​ກະສັດ​ໂຊນ​ອີກ​ຈັກເທື່ອ ແຕ່​ເພິ່ນ​ຍັງ​ເສົ້າ​ສະຫລົດໃຈ​ນຳ​ກະສັດ​ໂຊນ​ຫລາຍ. ສ່ວນ​ພຣະເຈົ້າຢາເວ​ກໍ​ເສຍໃຈ ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan