1 ຊາມູເອນ 14 - ພຣະຄຳພີສັກສິໂຢນາທານສູ້ຮົບດ້ວຍຄວາມກ້າຫານ 1 ມີມື້ໜຶ່ງ ໂຢນາທານໄດ້ກ່າວຕໍ່ຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ຕົນວ່າ, “ໃຫ້ພວກເຮົາຂ້າມໄປຄ້າຍຂອງພວກຟີລິດສະຕິນເທາະ.” ແຕ່ໂຢນາທານບໍ່ໄດ້ບອກໃຫ້ກະສັດໂຊນພໍ່ຂອງຕົນຮູ້ນຳ. 2 ໃນເວລານັ້ນ ເພິ່ນໄດ້ພັກຢູ່ກ້ອງຕົ້ນໝາກພີລາທີ່ມິກໂຣນ ຊຶ່ງບໍ່ໄກເທົ່າໃດຈາກເມືອງກີເບອາ; ເພິ່ນມີທະຫານຢູ່ນຳປະມານຫົກຮ້ອຍຄົນ. 3 ສ່ວນປະໂຣຫິດຜູ້ທີ່ຖືເອໂຟດແມ່ນອາຮີຢາ ລູກຊາຍຂອງອາຮີຕຸບ ແລະຫລານຊາຍຂອງອີຄາບົດ; ອີຄາບົດເປັນລູກຊາຍຂອງຟີເນຮາຜູ້ເປັນຫລານຊາຍຂອງເອລີ ປະໂຣຫິດຂອງພຣະເຈົ້າຢາເວທີ່ເມືອງຊີໂລ. ບໍ່ມີຜູ້ໃດໃນພວກທະຫານຮູ້ວ່າ ໂຢນາທານໄດ້ອອກໄປຈາກຄ້າຍ. 4 ໃນຊ່ອງແຄບມິກມາດ ບ່ອນທີ່ໂຢນາທານຜ່ານໄປຫາຄ້າຍຂອງພວກຟີລິດສະຕິນນັ້ນ ມີໂງ່ນຫີນໃຫຍ່ທັງຄົມແລະແຫລມສອງໂງ່ນ ຊຶ່ງຢູ່ແຕ່ລະຂ້າງຂອງຊ່ອງແຄບ. ໂງ່ນທີໜຶ່ງຊື່ວ່າໂບເຊັດ ແລະໂງ່ນທີສອງຊື່ວ່າເສເນ. 5 ໂງ່ນທີໜຶ່ງຢູ່ທາງເບື້ອງເໜືອຂອງຊ່ອງແຄບຊຶ່ງກົງກັບມິກມາດ ແລະໂງ່ນໜຶ່ງອີກຢູ່ທາງເບື້ອງໃຕ້ຊຶ່ງກົງກັບເກບາ. 6 ໂຢນາທານເວົ້າກັບຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປທີ່ຄ້າຍຂອງຊາວຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ. ບາງທີພຣະເຈົ້າຢາເວຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະເຈົ້າຢາເວມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າພວກເຮົາມີໜ້ອຍຄົນກໍຕາມ.” 7 ຊາຍໜຸ່ມຈຶ່ງຕອບວ່າ, “ທ່ານເຮັດສິ່ງໃດ ຂ້ານ້ອຍກໍຍິນດີເຮັດນຳ.” 8 ໂຢນາທານເວົ້າວ່າ, “ດີແລ້ວ ຖ້າດັ່ງນັ້ນ ພວກເຮົາຈະຂ້າມໄປໃຫ້ພວກຟີລິດສະຕິນເຫັນ. 9 ຖ້າພວກເຂົາບອກພວກເຮົາໃຫ້ລໍຖ້າພວກເຂົາມາຫາ ກໍໃຫ້ພວກເຮົາລໍຖ້າພວກເຂົາຢູ່ທີ່ນີ້ແຫລະ. 10 ແຕ່ຖ້າພວກເຂົາບອກໃຫ້ພວກເຮົາໄປຫາ ພວກເຮົາຈຶ່ງໄປ ເພາະອັນນັ້ນຈະເປັນໝາຍສຳຄັນແກ່ພວກເຮົາວ່າ ພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ໃນກຳມືຂອງພວກເຮົາ.” 11 ດັ່ງນັ້ນ ໂຢນາທານແລະຊາຍໜຸ່ມ ຈຶ່ງໄດ້ປາກົດຕົວໃຫ້ພວກຟີລິດສະຕິນເຫັນ ແລະພວກເຂົາເວົ້າວ່າ, “ເບິ່ງພຸ້ນດູ ມີຊາວເຮັບເຣີບາງຄົນອອກມາຈາກຫລຸມທີ່ພວກເຂົາຫລົບລີ້ຢູ່.” 12 ທະຫານຟີລິດສະຕິນຈຶ່ງຮ້ອງໃສ່ໂຢນາທານ ແລະຊາຍໜຸ່ມຜູ້ນັ້ນວ່າ, “ຈົ່ງຂຶ້ນມາພີ້ ພວກຂ້ອຍມີເລື່ອງຈະບອກ ພວກເຈົ້າ.” ໂຢນາທານຈຶ່ງກ່າວແກ່ຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ຈົ່ງຕາມຂ້ອຍມາ ພຣະເຈົ້າຢາເວໄດ້ໃຫ້ພວກອິດສະຣາເອນມີໄຊຊະນະເໜືອພວກເຂົາແລ້ວ.” 13 ໂຢນາທານຈຶ່ງປີນຊ່ອງແຄບຂຶ້ນໄປ ແລະຊາຍໜຸ່ມນັ້ນກໍຕາມລາວຂຶ້ນໄປຄືກັນ. ໂຢນາທານໂຈມຕີພວກຟີລິດສະຕິນ ໂດຍຊົກຕ່ອຍພວກເຂົາໃຫ້ລົ້ມລົງ ແລະຊາຍໜຸ່ມຜູ້ນັ້ນກໍເປັນຜູ້ຂ້າພວກເຂົາຖິ້ມ. 14 ໃນການຂ້າຟັນກັນຄັ້ງທຳອິດນັ້ນ ໂຢນາທານກັບຊາຍໜຸ່ມໄດ້ຂ້າສັດຕູຕາຍ ປະມານຊາວຄົນໃນເນື້ອທີ່ອັນຈຳກັດທີ່ສຸດ. 15 ພວກຟີລິດສະຕິນທຸກຄົນທີ່ຢູ່ນອກເມືອງເກີດຢ້ານກົວ; ພວກກອງໂຈນແລະພວກທະຫານທີ່ຢູ່ໃນຄ້າຍກໍຢ້ານກົວຈົນຕົວສັ່ນເຊັນ ແຜ່ນດິນຫວັ່ນໄຫວ ແລະເກີດມີການສັບສົນວຸ້ນວາຍກັນຢ່າງໃຫຍ່. ພວກຟີລິດສະຕິນເສຍໄຊ 16 ທະຫານຂອງກະສັດໂຊນທີ່ເຝົ້າຍາມເມືອງກີເບອາໃນເຂດແດນເບັນຢາມິນ ໄດ້ເຫັນພວກຟີລິດສະຕິນແລ່ນໄປມາຢ່າງສັບສົນວຸ້ນວາຍກັນຢູ່. 17 ດັ່ງນັ້ນ ກະສັດໂຊນຈຶ່ງສັ່ງທະຫານຂອງຕົນວ່າ, “ນັບເບິ່ງດູ ມີທະຫານຄົນໃດຫາຍໄປແດ່?” ເມື່ອພວກເຂົານັບເບິ່ງແລ້ວກໍພົບວ່າ ໂຢນາທານກັບຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ລາວນັ້ນຫາຍໄປ. 18 ເມື່ອເປັນເຊັ່ນນີ້ ກະສັດໂຊນຈຶ່ງກ່າວແກ່ປະໂຣຫິດອາຮີຢາວ່າ, “ຈົ່ງເອົາເອໂຟດ ມາທີ່ນີ້.” (ໃນຄາວນັ້ນແມ່ນອາຮີຢາທີ່ເປັນຜູ້ຖືເອໂຟດຕໍ່ໜ້າປະຊາຊົນອິດສະຣາເອນ.) 19 ເວລາທີ່ກະສັດໂຊນກຳລັງກ່າວກັບປະໂຣຫິດຢູ່ນັ້ນ ການສັບສົນວຸ້ນວາຍຢູ່ໃນຄ້າຍຂອງພວກຟີລິດສະຕິນກໍທະວີຄວາມຮ້າຍແຮງຍິ່ງຂຶ້ນ ກະສັດໂຊນເລີຍເວົ້າວ່າ, “ບໍ່ມີເວລາພໍທີ່ຈະປຶກສາກັບອົງພຣະຜູ້ເປັນເຈົ້າດອກ.” 20 ແລ້ວເພິ່ນກັບພວກທະຫານກໍຍົກທັບເຂົ້າໄປສູ່ສະໜາມຮົບ ເພື່ອໂຈມຕີພວກຟີລິດສະຕິນທີ່ພວມຕໍ່ສູ້ກັນຢ່າງສັບສົນວຸ້ນວາຍຢູ່ນັ້ນ. 21 ຊາວເຮັບເຣີບາງຄົນທີ່ເຄີຍເຂົ້າຂ້າງພວກຟີລິດສະຕິນມາກ່ອນ ແລະໄດ້ເຂົ້າໄປຢູ່ໃນຄ້າຍນຳພວກຟີລິດສະຕິນນັ້ນ ບັດນີ້ເຂົາໄດ້ປ່ຽນໃຈ ແລະມາເຂົ້າຮ່ວມນຳກະສັດໂຊນກັບໂຢນາທານ. 22 ເມື່ອພວກອື່ນໆທີ່ລີ້ຢູ່ຕາມເນີນພູເອຟຣາອິມໄດ້ຍິນຂ່າວວ່າ ຊາວຟີລິດສະຕິນກຳລັງແລ່ນປົບໜີ ພວກເຂົາຈຶ່ງມາຮ່ວມໂຈມຕີພວກຟີລິດສະຕິນເຊັ່ນກັນ 23 ໂດຍຕາມລ່າສັດຕູຈົນກາຍເມືອງເບັດອາເວນ. ພຣະເຈົ້າຢາເວໄດ້ຊ່ວຍເຫລືອຊາວອິດສະຣາເອນໃຫ້ພົ້ນໃນມື້ນັ້ນ. ເຫດການຫລັງຈາກການສູ້ຮົບ 24 ໃນມື້ນັ້ນ ຊາວອິດສະຣາເອນໄດ້ອ່ອນແຮງຍ້ອນຫິວເຂົ້າ ເພາະກະສັດໂຊນໄດ້ອອກຄຳສັ່ງຢ່າງເດັດຂາດວ່າ, “ໃນມື້ນີ້ ຂໍໃຫ້ຄຳສາບແຊ່ງຕົກຖືກຜູ້ໃດຜູ້ໜຶ່ງ ທີ່ກິນເຂົ້າກ່ອນເຮົາໄດ້ແກ້ແຄ້ນສັດຕູ.” ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດກິນຫຍັງຕະຫລອດວັນ. 25 ພວກເຂົາທັງໝົດ ໄດ້ເຂົ້າໄປໃນປ່າແລະຊອກຫາຮັງເຜິ້ງຢູ່ທົ່ວທຸກບ່ອນ. 26 ປ່າໄມ້ທັງຫລາຍກໍເຕັມໄປດ້ວຍນໍ້າເຜິ້ງແຕ່ບໍ່ມີຜູ້ໃດກ້າເອົາມາກິນ ເພາະພວກເຂົາທຸກຄົນຢ້ານຄຳສາບແຊ່ງຂອງກະສັດໂຊນ. 27 ແຕ່ໂຢນາທານບໍ່ໄດ້ຍິນຄຳສາບແຊ່ງທີ່ພໍ່ຂອງຕົນໃຊ້ຂູ່ຂວັນປະຊາຊົນ; ດັ່ງນັ້ນ ລາວຈຶ່ງເອົາໄມ້ເທົ້າແທງຮັງເຜິ້ງ ແລະເອົານໍ້າເຜິ້ງມາກິນ. ໃນທັນໃດນັ້ນ ເພິ່ນກໍຮູ້ສຶກມີແຮງຂຶ້ນ. 28 ແລ້ວທະຫານຄົນໜຶ່ງກໍບອກເພິ່ນວ່າ, “ພວກຂ້ານ້ອຍອ່ອນເພຍຍ້ອນຫິວເຂົ້າ ເພາະພໍ່ຂອງທ່ານໄດ້ຂູ່ພວກຂ້ານ້ອຍວ່າ, ‘ຂໍໃຫ້ຄຳສາບແຊ່ງຕົກຖືກຜູ້ໃດຜູ້ໜຶ່ງທີ່ກິນເຂົ້າໃນມື້ນີ້.”’ 29 ໂຢນາທານຈຶ່ງຕອບວ່າ, “ພໍ່ຂອງຂ້ອຍສ້າງຄວາມລຳບາກໃຫ້ປະຊາຊົນແທ້ ເບິ່ງດູຂ້ອຍມີແຮງຂຶ້ນເທົ່າໃດເມື່ອຂ້ອຍໄດ້ກິນນໍ້າເຜິ້ງນີ້. 30 ວັນນີ້ ຖ້າປະຊາຊົນຂອງເຮົາໄດ້ກິນອາຫານ ທີ່ພວກເຮົາໄດ້ມາຈາກສັດຕູ ພວກເຂົາຈະມີແຮງຂຶ້ນຫລາຍເທົ່າໃດ ຈົ່ງຄິດເບິ່ງດູວ່າ ພວກເຂົາຈະຂ້າພວກຟີລິດສະຕິນໄດ້ອີກຫລາຍເທົ່າໃດ?” 31 ໃນມື້ນັ້ນ ພວກອິດສະຣາເອນໄດ້ຮົບຊະນະພວກຟີລິດສະຕິນ ໂດຍຕໍ່ສູ້ກັນຕະຫລອດທາງ ຕັ້ງແຕ່ມິກມາດຈົນຮອດເມືອງໄອຢາໂລນ ມາຮອດຕອນນີ້ ພວກອິດສະຣາເອນຕ່າງກໍອ່ອນແຮງລົງຍ້ອນຫິວເຂົ້າ 32 ດັ່ງນັ້ນ ພວກເຂົາຈຶ່ງຟ້າວແລ່ນໄປຢຶດເອົາສິ່ງຂອງ ທີ່ພວກຕົນຢຶດມາໄດ້ຈາກສັດຕູນັ້ນ ຄືໄດ້ເອົາແກະແລະງົວໄປຂ້າກັບບ່ອນ ແລະກິນຊີ້ນທີ່ຍັງມີເລືອດ. 33 ຕໍ່ມາ ໄດ້ມີຄົນມາບອກກະສັດໂຊນວ່າ, “ເບິ່ງດູ ປະຊາຊົນໄດ້ເຮັດຜິດຕໍ່ພຣະເຈົ້າຢາເວໂດຍກິນຊີ້ນທີ່ຍັງມີເລືອດ.” ກະສັດໂຊນຈຶ່ງຮ້ອງຂຶ້ນວ່າ, “ພວກຄົນທໍລະຍົດ ຈົ່ງກຶ່ງກ້ອນຫີນໃຫຍ່ມາໃຫ້ເຮົາທີ່ນີ້.” 34 ແລ້ວເພິ່ນກໍອອກຄຳສັ່ງອື່ນອີກວ່າ, “ຈົ່ງໄປຫາປະຊາຊົນແລະບອກໃຫ້ເຂົາທຸກຄົນ ນຳເອົາງົວແລະແກະມາຂ້າກິນຢູ່ໃນທີ່ນີ້; ພວກເຂົາບໍ່ຕ້ອງເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍກິນຊີ້ນທີ່ຍັງມີເລືອດ.” ໃນຄືນນັ້ນ ພວກເຂົາທຸກຄົນໄດ້ນຳເອົາສັດມາຂ້າຢູ່ໃນທີ່ນັ້ນ. 35 ກະສັດໂຊນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ຊຶ່ງເປັນແທ່ນບູຊາທຳອິດທີ່ເພິ່ນໄດ້ສ້າງຖວາຍແກ່ພຣະເຈົ້າຢາເວ. 36 ກະສັດໂຊນໄດ້ກ່າວແກ່ທະຫານຂອງຕົນວ່າ, “ໃຫ້ພວກເຮົາລົງໄປໂຈມຕີພວກຟີລິດສະຕິນໃນຕອນກາງຄືນ ຫລອນໂຈມຕີພວກເຂົາຈົນຮອດຮຸ່ງເຊົ້າ ແລະໃຫ້ຂ້າພວກເຂົາຖິ້ມໝົດ.” ພວກເຂົາຕອບວ່າ, “ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.” ແຕ່ປະໂຣຫິດເວົ້າວ່າ, “ໃຫ້ພວກເຮົາປຶກສາພຣະເຈົ້າເບິ່ງສາກ່ອນ.” 37 ດັ່ງນັ້ນ ກະສັດໂຊນຈຶ່ງຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ພວກຂ້ານ້ອຍໄປສູ້ຮົບພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ພວກຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ແຕ່ໃນມື້ນັ້ນ ພຣະອົງບໍ່ໄດ້ຕອບເພິ່ນ. 38 ກະສັດໂຊນຈຶ່ງກ່າວແກ່ບັນດາຜູ້ນຳຂອງປະຊາຊົນວ່າ, “ຈົ່ງພາກັນມາທີ່ນີ້ ແລະໄປສອບຖາມເບິ່ງວ່າໃນມື້ນີ້ມີຜູ້ໃດເຮັດຜິດຫຍັງແດ່? 39 ເຮົາຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ ຄືອົງທີ່ຊ່ວຍໃຫ້ຊາດອິດສະຣາເອນມີໄຊຊະນະວ່າ ຜູ້ທີ່ເຮັດຜິດຈະຕ້ອງຖືກຂ້າ ແມ່ນແຕ່ໂຢນາທານລູກຊາຍຂອງເຮົາກໍຕາມ.” ແຕ່ບໍ່ມີຜູ້ໃດໃນທ່າມກາງປະຊາຊົນທັງໝົດເວົ້າຫຍັງເລີຍ. 40 ແລ້ວກະສັດໂຊນກໍເວົ້າກັບພວກເຂົາວ່າ, “ພວກເຈົ້າທຸກຄົນຢືນຢູ່ທີ່ນັ້ນ ສ່ວນເຮົາກັບໂຢນາທານຈະຢືນຢູ່ທີ່ນີ້.” ພວກເຂົາຕອບວ່າ, “ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.” 41 ກະສັດໂຊນຖາມວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ເປັນຫຍັງພຣະອົງຈຶ່ງບໍ່ຕອບຜູ້ຮັບໃຊ້ຂອງພຣະອົງໃນມື້ນີ້? ຖ້າຄວາມຜິດນັ້ນເປັນຂອງໂຢນາທານ ຫລືຂອງຂ້ານ້ອຍເອງ ໂອ! ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ຂໍໂຜດຕອບໂດຍທາງອຸຣິມ, ແຕ່ຖ້າຄວາມຜິດນັ້ນເປັນຂອງປະຊາຊົນຊາດອິດສະຣາເອນ ຂໍພຣະອົງຕອບໂດຍທາງທຸມມິມ.” ແລ້ວຄຳຕອບນັ້ນກໍໄດ້ຊີ້ບອກໃຫ້ຮູ້ວ່າ ແມ່ນໂຢນາທານກັບກະສັດໂຊນ ແລະປະຊາຊົນກໍບໍ່ມີຄວາມຜິດ. 42 ແລ້ວກະສັດໂຊນກໍເວົ້າວ່າ, “ຈົ່ງຈົກສະຫລາກລະຫວ່າງເຮົາ ແລະໂຢນາທານລູກຊາຍຂອງເຮົາເຖີດ.” ແລະສະຫລາກກໍຕົກຖືກໂຢນາທານ. 43 ກະສັດໂຊນຈຶ່ງຖາມໂຢນາທານວ່າ, “ເຈົ້າເຮັດຫຍັງຜິດ?” ໂຢນາທານຕອບວ່າ, “ລູກໄດ້ກິນນໍ້າເຜິ້ງພຽງແຕ່ເລັກນ້ອຍເທົ່ານັ້ນ ລູກຢູ່ທີ່ນີ້ແລ້ວແລະພ້ອມທີ່ຈະຕາຍ.” 44 ກະສັດໂຊນກ່າວຕໍ່ລາວວ່າ, “ຖ້າຂ້ອຍບໍ່ຂ້າເຈົ້າ ກໍຂໍພຣະອົງຂ້າຂ້ອຍສາເຖີດ.” 45 ແຕ່ປະຊາຊົນເວົ້າຕໍ່ກະສັດໂຊນວ່າ, “ຈະໃຫ້ໂຢນາທານ ຜູ້ທີ່ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ຊາດອິດສະຣາເອນຖືກຂ້າຊັ້ນບໍ? ບໍ່ໄດ້ ພວກຂ້ານ້ອຍຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ແມ່ນແຕ່ຜົມເສັ້ນໜຶ່ງທີ່ຫົວຂອງເພິ່ນຈະບໍ່ໃຫ້ສູນເສຍໄປ. ສິ່ງທີ່ເພິ່ນໄດ້ເຮັດໃນມື້ນີ້ ແມ່ນການຊ່ວຍເຫລືອຂອງພຣະເຈົ້າ.” ສະນັ້ນ ປະຊາຊົນຈຶ່ງຊ່ວຍໂຢນາທານບໍ່ໃຫ້ຖືກຂ້າ. 46 ຫລັງຈາກນັ້ນ ກະສັດໂຊນຈຶ່ງເຊົາໄລ່ຕາມລ່າພວກຟີລິດສະຕິນ ແລະພວກເຂົາກໍກັບຄືນສູ່ເຂດແດນຂອງພວກຕົນ. ຣາຊການຂອງໂຊນແລະຄອບຄົວ 47 ເມື່ອໂຊນຂຶ້ນເປັນກະສັດຂອງຊາດອິດສະຣາເອນແລ້ວ ເພິ່ນໄດ້ສູ້ຮົບໃນທຸກບ່ອນກັບສັດຕູທຸກຄົນຂອງເພິ່ນເຊັ່ນ: ຊາວໂມອາບ, ຊາວອຳໂມນ, ຊາວເອໂດມ, ພວກກະສັດແຫ່ງໂຊບາ ແລະພວກຟີລິດສະຕິນ. ທຸກບ່ອນທີ່ເພິ່ນສູ້ຮົບ ເພິ່ນກໍໄດ້ຮັບໄຊຊະນະ. 48 ເພິ່ນສູ້ຮົບຢ່າງອົງອາດກ້າຫານ ແລະເອົາຊະນະພວກອາມາເຫຼັກ. ເພິ່ນຊ່ວຍຊາວອິດສະຣາເອນໃຫ້ພົ້ນຈາກການບຸກຮຸກໂຈມຕີຂອງເຫຼົ່າສັດຕູທຸກໆຄັ້ງ. 49 ບັນດາລູກຊາຍຂອງກະສັດໂຊນມີດັ່ງນີ້: ໂຢນາທານ, ອິດຊະວີ ແລະມັນກີຊູອາ. ລູກສາວກົກຂອງເພິ່ນຊື່ວ່າ ເມຣາບ ແລະລູກສາວຫລ້າຊື່ວ່າ ມີການ. 50 ເມຍຂອງກະສັດໂຊນຊື່ວ່າ ອາຮີໂນອາມລູກສາວຂອງອາຮີມາອາດ; ຜູ້ບັນຊາການກອງທັບແມ່ນຍາດຕິພີ່ນ້ອງຂອງເພິ່ນຊື່ວ່າ ອັບເນ; ລາວແມ່ນລູກຊາຍຂອງເນຣະຜູ້ເປັນລູງຂອງໂຊນ. 51 ກີເຊຜູ້ທີ່ເປັນພໍ່ຂອງໂຊນ ແລະເນຣະຜູ້ທີ່ເປັນພໍ່ຂອງອັບເນ ທັງສອງເປັນລູກຊາຍຂອງອາບີເອນ. 52 ຕະຫລອດຊົ່ວຊີວິດຂອງກະສັດໂຊນ ເພິ່ນໄດ້ຕໍ່ສູ້ພວກຟີລິດສະຕິນຢ່າງດຸເດືອດ. ເມື່ອພົບຊາຍຄົນໜຶ່ງທີ່ແຂງແຮງ ແລະກ້າຫານດີ ເພິ່ນກໍເອົາເຂົ້າມາຮັບໃຊ້ໃນກອງທັບຂອງເພິ່ນ. |
@ 2012 United Bible Societies. All Rights Reserved.