Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 13 - ພຣະຄຳພີສັກສິ


ໂຊນ​ເຮັດ​ເສິກ​ຕໍ່ສູ້​ຊາວ​ຟີລິດສະຕິນ

2 ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.

3 ໂຢນາທານ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ໃນ​ເມືອງ​ເກບາ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ກໍ​ໄດ້​ຍິນ​ກ່ຽວກັບ​ເລື່ອງນີ້. ແລ້ວ​ກະສັດ​ໂຊນ​ກໍໄດ້​ສົ່ງ​ຄົນນຳຂ່າວ​ເປົ່າແກ​ໄປ​ທົ່ວ​ປະເທດ ເພື່ອ​ເກນ​ເອົາ​ຊາວ​ເຮັບເຣີ​ເຂົ້າ​ເຮັດ​ເສິກ.

4 ເມື່ອ​ຊາວ​ອິດສະຣາເອນ​ທັງໝົດ​ໄດ້ຍິນ​ຂ່າວ​ວ່າ, ກະສັດ​ໂຊນ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ແລະ​ຊາວ​ຟີລິດສະຕິນ​ກໍ​ກຽດຊັງ​ພວກຕົນ. ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ ເພື່ອ​ເຂົ້າ​ໄປ​ສົມທົບ​ກັບ​ກະສັດ​ໂຊນ​ທີ່​ເມືອງ​ກິນການ.

5 ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.

6 ຕໍ່ມາ ພວກເຂົາ​ໄດ້​ບຸກໂຈມຕີ​ພວກ​ອິດສະຣາເອນ​ຢ່າງ​ດຸເດືອດ ຈົນ​ພວກ​ອິດສະຣາເອນ​ຢູ່​ໃນ​ທ່າ​ຈົນຕາແຈ. ພວກ​ອິດສະຣາເອນ​ບາງຄົນ​ໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ, ໃນ​ໂກນ, ຢູ່​ໃນ​ລະຫວ່າງ​ໂງ່ນຫີນ, ຢູ່​ໃນ​ຫລຸມ ແລະ​ຢູ່​ໃນ​ນໍ້າສ້າງ.

7 ສ່ວນ​ຄົນອື່ນໆ​ອີກ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໜີໄປ ຢູ່​ໃນ​ເຂດແດນ​ຂອງ​ເມືອງກາດ​ແລະ​ເມືອງ​ກີເລອາດ. ສ່ວນ​ກະສັດ​ໂຊນ​ນັ້ນ​ຍັງ​ຢູ່​ໃນ​ເມືອງ​ກິນການ ແລະ​ປະຊາຊົນ​ທີ່​ຢູ່​ນຳ​ເພິ່ນ​ກໍ​ຕົກ​ສະທ້ານ​ຢ້ານກົວ​ຫລາຍ.

8 ກະສັດ​ໂຊນ​ໄດ້​ຄອຍຖ້າ​ຢູ່​ເຈັດ​ວັນ​ຕາມ​ຄຳແນະນຳ​ຂອງ​ຊາມູເອນ, ແຕ່​ຊາມູເອນ​ຍັງ​ບໍ່ທັນ​ມາຮອດ​ກິນການ​ເທື່ອ. ສ່ວນ​ປະຊາຊົນ​ຕ່າງ​ກໍ​ຄ່ອຍໆ​ໜີໄປ​ຈາກ​ກະສັດ​ໂຊນ;

9 ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ເອົາ​ເຄື່ອງ​ເຜົາບູຊາ​ກັບ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ໃຫ້​ເຮົາ.” ເພິ່ນ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ​ນັ້ນ

10 ແລະ​ພໍ​ໝົດ​ພິທີ​ແລ້ວ ຊາມູເອນ​ກໍ​ມາ​ເຖິງ. ກະສັດ​ໂຊນ​ຈຶ່ງ​ອອກ​ໄປ​ຕ້ອນຮັບ​ເພິ່ນ

11 ແຕ່​ຊາມູເອນ​ຖາມ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ນັ້ນ?” ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ປະຊາຊົນ​ກຳລັງ​ໜີໄປ​ຈາກ​ຂ້າພະເຈົ້າ ແລະ​ທ່ານ​ເອງ​ກໍ​ບໍ່​ທັນ​ມາ​ຕາມ​ທີ່​ໄດ້​ກ່າວ​ໄວ້; ນອກຈາກນີ້​ອີກ ພວກ​ຟີລິດສະຕິນ​ກຳລັງ​ທ້ອນໂຮມກັນ​ຢູ່​ທີ່​ມິກມາດ.

12 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ວ່າ, ‘ຊາວ​ຟີລິດສະຕິນ​ຈະ​ມາ​ໂຈມຕີ​ທີ່​ເມືອງ​ກິນການ​ນີ້ ແລະ​ເຮົາ​ກໍ​ບໍ່ໄດ້​ຂໍ​ຄວາມ​ເຫັນ​ຈາກ​ພຣະເຈົ້າຢາເວ​ກ່ອນ.’ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍໄຟ​ຕາມ​ທີ່​ຕົນ​ຮູ້ສຶກ.”

13 ຊາມູເອນ​ຕອບ​ວ່າ, “ເປັນ​ການ​ໂງ່ຈ້າ​ທີ່ສຸດ​ທີ່​ເຮັດ​ເຊັ່ນນັ້ນ ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຈົ້າ. ຖ້າ​ເຈົ້າ​ເຊື່ອຟັງ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.

14 ແຕ່​ບັດນີ້ ການປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ຍືນຍົງ​ຕໍ່ໄປ ເພາະ​ເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ຈະ​ຊອກ​ຫາ​ຊາຍ​ຄົນ​ໜຶ່ງ​ຕາມ​ທີ່​ພຣະອົງ​ປະສົງ ແລະ​ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”

15 ຊາມູເອນ​ຈຶ່ງ​ຈາກ​ເມືອງ​ກິນການ​ໄປ​ຕາມ​ທາງ​ຂອງຕົນ. ສ່ວນ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ກໍ​ຕິດຕາມ​ໂຊນ​ໄປ​ສົມທົບ​ກັບ​ທະຫານ​ຂອງ​ເພິ່ນ. ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ກິນການ​ໄປ ຈົນ​ຮອດ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ. ກະສັດ​ໂຊນ​ໄດ້​ກວດກາ​ເບິ່ງ​ທະຫານ​ຂອງຕົນ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ປະມານ​ຫົກຮ້ອຍ​ຄົນ.

16 ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ​ແລະ​ພວກ​ທະຫານ ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເກບາ​ໃນ​ເຂດແດນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ມິກມາດ.

17 ທະຫານ​ຟິລິດສະຕິນ​ໄດ້​ຈາກ​ຄ້າຍ​ຂອງ​ພວກເຂົາ​ໄປ​ຫາ​ຫລອນ​ໂຈມຕີ ໂດຍ​ຈັດ​ທະຫານ​ເປັນ​ສາມ​ໝວດ​ດັ່ງນີ້: ໝວດ​ທີ​ໜຶ່ງ​ໄປ​ທາງ​ໂອຟະຣາ​ໃນ​ເຂດແດນ​ຊູອານ,

18 ໝວດ​ທີ​ສອງ​ໄປ​ທາງ​ເມືອງ​ເບັດ​ໂຮໂຣນ, ແລະ​ໝວດ​ທີ​ສາມ​ໄປ​ທາງ​ຊາຍແດນ​ທີ່​ຢູ່​ຊື່​ກັບ​ຮ່ອມພູ​ເຊບົວອິມ​ແລະ​ຖິ່ນ​ແຫ້ງແລ້ງ​ກັນດານ.

19 ໃນ​ເວລາ​ນັ້ນ ຊາດ​ອິດສະຣາເອນ​ບໍ່ໄດ້​ມີ​ຊ່າງ​ຕີເຫລັກ​ອີກ​ແລ້ວ ເພາະ​ຊາວ​ຟີລິດສະຕິນ​ຫ້າມ​ບໍ່​ໃຫ້​ຊາວ​ເຮັບເຣີ​ຕີ​ດາບ​ແລະ​ຫອກ.

20 ຊາວ​ອິດສະຣາເອນ​ຈຳເປັນ​ຕ້ອງ​ເອົາ​ໄຖ, ສຽມ, ຂວານ ແລະ​ກ່ຽວ ຂອງ​ພວກເຂົາ​ໄປ​ໃຫ້​ພວກ​ຟີລິດສະຕິນ​ຝົນ​ໃຫ້

21 ຄ່າ​ຝົນ​ຂວານ​ແລະ​ແປງ​ໄມ້​ບັງຄັບ​ງົວ ຕົກ​ເປັນ​ເງິນ​ໜຶ່ງ​ຫລຽນ ແລະ​ຄ່າ​ຝົນ​ໄຖ​ແລະ​ສຽມ​ຕົກ​ເປັນ​ເງິນ​ສອງ​ຫລຽນ.

22 ສະນັ້ນ ໃນ​ມື້​ສູ້ຮົບ​ກັນ​ນັ້ນ ບໍ່ມີ​ທະຫານ​ອິດສະຣາເອນ​ຄົນໃດ​ມີ​ດາບ​ແລະ​ຫອກ ນອກຈາກ​ກະສັດ​ໂຊນ​ແລະ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ເທົ່ານັ້ນ.

23 ພວກ​ຟີລິດສະຕິນ​ໄດ້​ສົ່ງ​ທະຫານ​ໝວດ​ໜຶ່ງ ໄປ​ທີ່​ຊ່ອງແຄບ​ມິກມາດ​ເພື່ອ​ປ້ອງກັນ​ທີ່​ນັ້ນ​ໄວ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan