Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 12 - ພຣະຄຳພີສັກສິ


ຊາມູເອນ​ກ່າວ​ອຳລາ​ປະຊາຊົນ

1 ແລ້ວ​ຊາມູເອນ​ກໍ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຂ້າພະເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ແລ້ວ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ປົກຄອງ​ພວກເຈົ້າ

2 ແລະ​ດຽວ​ນີ້​ພວກເຈົ້າ​ກໍ​ມີ​ກະສັດ​ໂຊນ​ເປັນ​ຜູ້​ນຳພາ. ສຳລັບ​ຂ້າພະເຈົ້າ​ເອງ​ນັ້ນ​ເຖົ້າແກ່​ແລະ​ຜົມ​ກໍ​ຫງອກ​ຫລາຍ​ແລ້ວ ແລະ​ພວກ​ລູກຊາຍ​ຂອງ​ຂ້າພະເຈົ້າ​ກໍ​ຍັງ​ຢູ່​ນຳ​ພວກເຈົ້າ. ຂ້າພະເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ແຕ່​ຍັງ​ໜຸ່ມ​ຈົນເຖິງ​ດຽວນີ້.

3 ຂ້າພະເຈົ້າ​ຢູ່​ທີ່ນີ້​ແລ້ວ ສະນັ້ນ ຖ້າ​ຂ້າພະເຈົ້າ​ເຮັດ​ຜິດ​ປະການໃດ​ປະການໜຶ່ງ ຈົ່ງ​ໃຫ້​ພວກເຈົ້າ​ຮ້ອງຟ້ອງ​ຂ້າພະເຈົ້າ​ດຽວ​ນີ້ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກ​ເອົາ. ຂ້າພະເຈົ້າ​ເຄີຍ​ໄດ້​ເອົາ​ງົວ​ແລະ​ລໍ​ຂອງ​ຜູ້ໃດ​ບໍ? ຂ້າພະເຈົ້າ​ໄດ້​ສໍ້ໂກງ​ແລະ​ກົດຂີ່​ຂົ່ມເຫັງ​ຜູ້ໃດ​ແດ່? ຂ້າພະເຈົ້າ​ໄດ້​ຮັບ​ສິນບົນ​ຈາກ​ຜູ້ໃດ​ບໍ? ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ຂ້າພະເຈົ້າ​ຍິນດີ​ຈ່າຍ​ຄືນ​ສິ່ງ​ທີ່​ຂ້າພະເຈົ້າ​ເອົາ​ໄປ​ນັ້ນ.”

4 ປະຊາຊົນ​ພາກັນ​ຕອບ​ວ່າ, “ທ່ານ​ບໍ່ໄດ້​ສໍ້ໂກງ ຫລື​ຂົ່ມເຫັງ​ພວກ​ຂ້ານ້ອຍ​ແຕ່​ຢ່າງໃດ​ເລີຍ ແລະ​ທ່ານ​ກໍ​ບໍ່ໄດ້​ເອົາ​ສິ່ງໃດ​ສິ່ງໜຶ່ງ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ດ້ວຍ.”

5 ຊາມູເອນ​ຕອບ​ຄືນ​ວ່າ, “ມື້ນີ້ ພຣະເຈົ້າຢາເວ​ພ້ອມ​ກັບ​ກະສັດ​ທີ່​ພຣະອົງ​ເລືອກ​ເອົາ​ນັ້ນ ໄດ້​ເປັນ​ພະຍານ​ຕໍ່ໜ້າ​ພວກເຈົ້າ​ວ່າ ພວກເຈົ້າ​ບໍ່​ພົບ​ຄວາມຜິດ​ໃດໆ​ໃນ​ຕົວ​ຂ້າພະເຈົ້າ.” ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ພຣະອົງ​ເປັນ​ພະຍານ​ໃຫ້​ພວກ​ຂ້ານ້ອຍ.”

6 ຊາມູເອນ​ກ່າວ​ຕໍ່ໄປ​ອີກ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ເລືອກ​ເອົາ​ໂມເຊ​ກັບ​ອາໂຣນ ແລະ​ເປັນ​ຜູ້​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.

7 ບັດນີ້ ຈົ່ງ​ຢືນ​ຢູ່​ກັບ​ທີ່​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ແລະ​ຂ້າພະເຈົ້າ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະເຈົ້າຢາເວ ໂດຍ​ຕັກເຕືອນ​ພວກເຈົ້າ ໃຫ້​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເພື່ອ​ຊ່ວຍ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ໃຫ້​ພົ້ນ.

8 ເມື່ອ​ຢາໂຄບ​ແລະ​ຄອບຄົວ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ປະເທດ​ເອຢິບ ຊາວ​ເອຢິບ​ໄດ້​ຂົ່ມເຫັງ​ພວກເພິ່ນ. ຝ່າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ກໍໄດ້​ຮ້ອງ​ຂໍ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ໂມເຊ​ແລະ​ອາໂຣນ​ໃຫ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນ​ພວກເຂົາ​ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້.

9 ແຕ່​ປະຊາຊົນ​ຊໍ້າ​ພັດ​ໄດ້​ລືມໄລ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ກັບ​ກະສັດ​ແຫ່ງ​ໂມອາບ​ແລະ​ສີເສຣາ ແມ່ທັບ​ຂອງ​ເມືອງ​ຮາໂຊ​ມາ​ຕໍ່ສູ້ ແລະ​ພວກເຂົາ​ໄດ້​ເອົາ​ຊະນະ​ບັນພະບຸລຸດ​ຂອງ​ພວກເຈົ້າ.

10 ແລ້ວ​ພວກເຂົາ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ເພາະ​ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພະບາອານ​ແລະ​ຂອງ​ເຈົ້າແມ່​ອັດສະຕາກ. ບັດນີ້ ຂໍ​ພຣະອົງ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ແດ່ທ້ອນ ແລະ​ພວກ​ຂ້ານ້ອຍ​ຈະ​ຮັບໃຊ້​ພຣະອົງ.’

11 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ຄົນ​ເຫຼົ່ານີ້​ມາ ມີ​ດັ່ງນີ້: ກີເດໂອນ, ບາຣັກ, ເຢັບທາ ແລະ​ຜູ້​ສຸດທ້າຍ​ແມ່ນ​ຂ້າພະເຈົ້າ​ເອງ. ພວກເຮົາ​ແຕ່ລະຄົນ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ ແລະ​ພວກເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.

12 ແຕ່​ເມື່ອ​ພວກເຈົ້າ​ເຫັນ​ວ່າ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ກຳລັງ​ມາ​ໂຈມຕີ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອົງ​ເປັນ​ກະສັດ​ຂອງ​ພວກເຈົ້າ ໂດຍ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, ‘ພວກເຮົາ​ຢາກ​ໄດ້​ກະສັດ​ອົງ​ໜຶ່ງ​ມາ​ປົກຄອງ.’

13 ນີ້ເດ ກະສັດ​ທີ່​ພວກເຈົ້າ​ເລືອກເອົາ ພວກເຈົ້າ​ໄດ້​ຂໍ​ເອົາ​ກະສັດ ແລະ​ບັດນີ້ ພຣະເຈົ້າຢາເວ​ກໍ​ໃຫ້​ພວກເຈົ້າ​ມີ​ກະສັດ​ແລ້ວ.

14 ຖ້າ​ພວກເຈົ້າ​ຢຳເກງ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ, ເຊື່ອຟັງ​ພຣະອົງ ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຈົ້າ​ກັບ​ກະສັດ​ຂອງ​ພວກເຈົ້າ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄປ ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.

15 ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ທັງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ແລ້ວ​ມື​ຂອງ​ພຣະເຈົ້າຢາເວ​ຈະ​ຕໍ່ສູ້​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ດ້ວຍ.

16 ສະນັ້ນ ຈົ່ງ​ພາກັນ​ຢືນ​ຢູ່​ບ່ອນ​ທີ່​ພວກເຈົ້າ​ຢືນ​ຢູ່​ນັ້ນ​ແຫຼະ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເຈົ້າ.

17 ດຽວນີ້ ເປັນ​ລະດູແລ້ງ​ແມ່ນ​ບໍ່? ແຕ່​ຂ້າພະເຈົ້າ​ຈະ​ພາວັນນາ​ອະທິຖານ​ຂໍ​ໃຫ້​ພຣະເຈົ້າຢາເວ​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຈະ​ຕົກລົງ. ເມື່ອ​ພວກເຈົ້າ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ພວກເຈົ້າ​ຈະ​ຮູ້​ວ່າ​ເວລາ​ທີ່​ພວກເຈົ້າ​ຂໍ​ເອົາ​ກະສັດ​ຈາກ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ຕໍ່​ພຣະເຈົ້າຢາເວ.”

18 ດັ່ງນັ້ນ ຊາມູເອນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ໃນ​ມື້​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຕົກ. ແລ້ວ​ປະຊາຊົນ​ທຸກຄົນ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ ຊາມູເອນ;

19 ພວກເຂົາ​ໄດ້​ເວົ້າ​ກັບ​ຊາມູເອນ​ວ່າ, “ທ່ານເອີຍ ກະລຸນາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ສຳລັບ​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ແດ່ ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ຕາຍ. ບັດນີ້ ພວກ​ຂ້ານ້ອຍ​ຮູ້​ແລ້ວ​ວ່າ ນອກຈາກ​ການບາບ​ອື່ນໆ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ແລ້ວ ພວກ​ຂ້ານ້ອຍ​ຍັງ​ໄດ້​ເຮັດ​ບາບ​ອີກ​ທີ່​ໄດ້ຂໍ​ເອົາ​ກະສັດ.”

20 ຊາມູເອນ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ກໍຕາມ ແຕ່​ຢ່າ​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ; ແຕ່​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.

21 ຢ່າ​ຫລົງ​ໄຫລ​ໄປ​ນຳ​ພະທຽມ; ມັນ​ຊ່ວຍເຫລືອ​ຫຍັງ​ພວກເຈົ້າ​ບໍ່ໄດ້ ເພາະ​ມັນ​ບໍ່ແມ່ນ​ພຣະ​ແທ້.

22 ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.

23 ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.

24 ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ​ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ສັດຊື່ ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ. ຈົ່ງ​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຈົ້າ.

25 ແຕ່​ຖ້າ​ພວກເຈົ້າ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມບາບ ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan