Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 11 - ພຣະຄຳພີສັກສິ


ໂຊນ​ເອົາ​ຊະນະ​ຊາວ​ອຳໂມນ

1 ປະມານ​ໜຶ່ງ​ເດືອນ​ຕໍ່ມາ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຍົກທັບ​ມາ​ໂຈມຕີ​ເມືອງ​ຢາເບັດ​ກີເລອາດ ແລະ​ປິດລ້ອມ​ເມືອງ​ໄວ້. ຊາວ​ເມືອງ​ຢາເບັດ​ຈຶ່ງ​ເວົ້າ​ກັບ​ເຈົ້າ​ນາຮາດ​ວ່າ, “ຈົ່ງ​ເຮັດ​ສັນຍາ​ກັບ​ພວກ​ຂ້ານ້ອຍ​ສາ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮັບ​ທ່ານ​ເປັນ​ຜູ້ປົກຄອງ.”

2 ນາຮາດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກເຈົ້າ​ໃນ​ເງື່ອນໄຂ​ຂໍ້​ໜຶ່ງ​ຄື: ເຮົາ​ຈະ​ເຈາະ​ແກ່ນຕາ​ເບື້ອງຂວາ​ທຸກຄົນ ເພື່ອ​ນຳ​ຄວາມ​ອັບອາຍ​ມາ​ສູ່​ຊາດ​ອິດສະຣາເອນ​ທັງໝົດ.”

3 ພວກ​ຜູ້ນຳ​ຊາວ​ຢາເບັດ​ຈຶ່ງ​ເວົ້າ​ວ່າ, “ຂໍ​ໃຫ້​ເວລາ​ພວກເຮົາ​ເຈັດ​ວັນ ເພື່ອ​ຈະ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ທົ່ວ​ດິນແດນ​ອິດສະຣາເອນ. ຖ້າ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ພວກເຮົາ ພວກເຮົາ​ກໍ​ຈະ​ຍອມ​ຈຳນົນ​ຕໍ່​ທ່ານ.”

4 ຄົນນຳຂ່າວ​ໄດ້​ມາ​ທີ່​ເມືອງ​ກີເບອາ​ບ່ອນ​ທີ່​ໂຊນ​ຢູ່. ເມື່ອ​ຄົນ​ບອກ​ຂ່າວ​ນີ້​ສູ່​ຊາວ​ເມືອງ​ຟັງ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມ​ໝົດຫວັງ.

5 ສ່ວນ​ໂຊນ​ນັ້ນ​ກຳລັງ​ຈູງ​ງົວ​ມາ​ແຕ່​ນາ ເພິ່ນ​ຖາມ​ວ່າ, “ມີ​ຫຍັງ​ເກີດຂຶ້ນ? ເປັນຫຍັງ​ທຸກຄົນ​ຈຶ່ງ​ຮ້ອງໄຫ້?” ພວກເຂົາ​ບອກ​ເລື່ອງ​ທີ່​ຄົນນຳຂ່າວ​ຈາກ​ຢາເບັດ​ໄດ້​ມາ​ລາຍງານ​ນັ້ນ​ສູ່​ລາວ​ຟັງ.

6 ເມື່ອ​ໂຊນ​ໄດ້ຍິນ​ຂ່າວ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ລາວ ແລະ​ລາວ​ໃຈຮ້າຍ​ຂຶ້ນ.

7 ລາວ​ໄດ້​ຂ້າ​ງົວເຖິກ​ສອງ​ໂຕ​ແລະ​ປາດ​ຊີ້ນ​ເປັນ​ຕ່ອນໆ ແລ້ວ​ໃຫ້​ຄົນນຳຂ່າວ​ມາ​ນັ້ນ​ຖື​ໄປ​ທົ່ວ​ດິນແດນ​ອິດສະຣາເອນ ພ້ອມ​ທັງ​ເຕືອນ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່​ຕິດຕາມ​ໂຊນ​ແລະ​ຊາມູເອນ​ໄປ​ສູ່​ສະໜາມຮົບ ງົວເຖິກ​ຂອງ​ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຢ່າງ​ດຽວກັນ​ນີ້​ແຫຼະ.” ປະຊາຊົນ​ອິດສະຣາເອນ​ເກີດ​ຢ້ານກົວ​ຕໍ່​ສິ່ງ​ທີ່​ພຣະເຈົ້າຢາເວ​ອາດ​ຈະ​ກະທຳ. ສະນັ້ນ ພວກເຂົາ​ໝົດ​ທຸກຄົນ​ຈຶ່ງ​ພ້ອມກັນ​ມາ​ໂດຍ​ບໍ່ມີ​ການ​ຍົກເວັ້ນ.

8 ໂຊນ​ໃຫ້​ພວກເຂົາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເມືອງ​ເບເຊັກ ໂດຍ​ມີ​ຈຳນວນພົນ​ດັ່ງນີ້: ຊາວ​ອິດສະຣາເອນ​ສາມແສນ​ຄົນ ແລະ​ຊາວ​ຢູດາ​ສາມສິບພັນ​ຄົນ.

9 ພວກເຂົາ​ບອກ​ຄົນນຳຂ່າວ​ມາ​ຈາກ​ຢາເບັດ​ກີເລອາດ​ນັ້ນ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ຂອງ​ພວກເຈົ້າ​ວ່າ ມື້ອື່ນ​ເຊົ້າ​ກ່ອນ​ທ່ຽງ ພວກຂ້ອຍ​ຈະ​ໄປ​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ.” ເມື່ອ​ຊາວ​ຢາເບັດ​ໄດ້​ຮັບ​ຂ່າວ​ນັ້ນ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫຼາຍ ແລະ​ເວົ້າ​ຕໍ່​ເຈົ້າ​ນາຮາດ​ວ່າ,

10 “ມື້ອື່ນ ພວກເຮົາ​ຈະ​ຍອມ​ຈຳນົນ​ຕໍ່​ທ່ານ ທ່ານ​ຈະ​ເຮັດ​ກັບ​ພວກເຮົາ​ຢ່າງ​ໃດ​ກໍໄດ້ ຕາມ​ທີ່​ທ່ານ​ຕ້ອງການ.”

11 ມື້​ໃໝ່​ມາ​ແຕ່​ເດິກໆ ໂຊນ​ໄດ້​ແບ່ງ​ທະຫານ​ຂອງຕົນ​ອອກ​ເປັນ​ສາມ​ໝວດ. ເມື່ອ​ເຊົ້າມາ ພວກເຂົາ​ໄດ້​ມຸ້ງໜ້າ​ໄປ​ສູ່​ຄ້າຍ​ຂອງ​ພວກ​ສັດຕູ ແລະ​ໂຈມຕີ​ຊາວ​ອຳໂມນ. ພວກເຂົາ​ໄດ້​ຂ້າ​ເປັນ​ໝູ່​ຊາວ​ອຳໂມນ​ຈົນ​ຮອດ​ທ່ຽງ. ສ່ວນ​ພວກ​ທີ່​ລອດຊີວິດ​ໄດ້​ນັ້ນ​ກໍ​ແຕກຊະ​ກັນໄປ ແຕ່ລະຄົນ​ຕ່າງ​ກໍ​ແລ່ນ​ໜີໄປ​ເອົາ​ຕົວລອດ.

12 ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ເວົ້າ​ຕໍ່​ຊາມູເອນ​ວ່າ, “ພວກ​ທີ່​ເວົ້າ​ວ່າ, ໂຊນ​ບໍ່ສົມ​ທີ່​ຈະ​ເປັນ​ກະສັດ​ນັ້ນ​ຢູ່​ໃສ? ຈົ່ງ​ໄປ​ຈັບ​ເອົາ​ພວກເຂົາ​ມາ​ໃຫ້​ພວກເຮົາ​ຂ້າ​ຖິ້ມ​ເສຍ.”

13 ແຕ່​ໂຊນ​ເວົ້າ​ວ່າ, “ມື້ນີ້ ຈະ​ບໍ່ມີ​ຜູ້ໃດ​ຖືກ​ປະຫານ​ຊີວິດ ເພາະ​ແມ່ນ​ມື້​ທີ່​ພຣະເຈົ້າຢາເວ​ຊ່ວຍ​ກອບກູ້​ເອົາ​ຊາດ​ອິດສະຣາເອນ.”

14 ແລ້ວ​ຊາມູເອນ​ກໍ​ກ່າວ​ວ່າ, “ໃຫ້​ພວກເຮົາ​ທຸກຄົນ​ໄປ​ທີ່​ເມືອງ​ກິນການ ແລະ​ປະກາດ​ແຕ່ງຕັ້ງ​ໂຊນ​ຢູ່​ທີ່​ນັ້ນ​ອີກເທື່ອໜຶ່ງ ໃຫ້​ເປັນ​ກະສັດ​ຂອງ​ພວກເຮົາ.”

15 ດັ່ງນັ້ນ ພວກເຂົາ​ທັງໝົດ​ຈຶ່ງ​ພາກັນ​ໄປ​ທີ່​ເມືອງ​ກິນການ. ແລະ​ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ໂຊນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄດ້​ສະຫລອງ​ຢ່າງ​ຍິ່ງໃຫຍ່​ໃນ​ທີ່​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan