Biblia Todo Logo
Bìoball air-loidhne

- Sanasan -

1 ຊາມູເອນ 10 - ພຣະຄຳພີສັກສິ

1 ແລ້ວ​ຊາມູເອນ​ກໍ​ເອົາ​ເຕົ້າ​ນໍ້າມັນ​ໝາກກອກເທດ​ຖອກ​ໃສ່​ຫົວ​ໂຊນ ແລະ​ຈູບ​ລາວ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້ຫົດສົງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ​ຂອງ​ພວກເຂົາ. ຂໍ້​ພິສູດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເຈົ້າ ໃຫ້​ຂຶ້ນ​ເປັນ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ ແມ່ນ​ດັ່ງນີ້:

2 ມື້ນີ້ ເມື່ອ​ເຈົ້າ​ຈາກ​ຂ້ອຍ​ໄປ​ແລ້ວ ເຈົ້າ​ຈະ​ພົບ​ຊາຍ​ສອງ​ຄົນ​ໃກ້​ກັບ​ຂຸມຝັງສົບ​ຂອງ​ນາງ​ຣາເຊັນ ທີ່​ເຊັນຊາ​ໃນ​ເຂດແດນ​ເບັນຢາມິນ. ພວກເຂົາ​ຈະ​ບອກ​ເຈົ້າ​ວ່າ​ລໍ​ທີ່​ເຈົ້າ​ກຳລັງ​ຊອກຫາ​ນັ້ນ​ພົບ​ແລ້ວ ເພື່ອ​ວ່າ​ພໍ່​ຂອງ​ເຈົ້າ​ຈະ​ບໍ່​ເປັນຫ່ວງ​ນຳ​ມັນ​ອີກ​ຕໍ່ໄປ ແຕ່​ຄິດ​ເປັນຫ່ວງ​ນຳ​ເຈົ້າ​ຫລາຍກວ່າ ຈົນ​ຖາມ​ຢູ່​ສະເໝີ​ວ່າ, ‘ລູກຊາຍ​ຂ້ອຍ​ເປັນ​ຢ່າງໃດ​ເດ​ນໍ?’

3 ຈາກ​ບ່ອນ​ນີ້ ເຈົ້າ​ຈະ​ໄປ​ຮອດ​ຕົ້ນໄມ້​ສັກສິດ​ທີ່​ຕາໂບ; ໃນ​ທີ່ນັ້ນ ເຈົ້າ​ຈະ​ພົບ​ຊາຍ​ສາມ​ຄົນ; ພວກເຂົາ​ກຳລັງ​ເດີນທາງ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ​ທີ່​ເມືອງ​ເບັດເອນ. ຄົນ​ໜຶ່ງ​ໃນ​ພວກເຂົາ​ນັ້ນ​ຈູງ​ແບ້ນ້ອຍ​ສາມ​ໂຕ; ຄົນ​ໜຶ່ງ​ອີກ​ມີ​ເຂົ້າຈີ່​ສາມ​ກ້ອນ​ແລະ​ຜູ້​ທີ​ສາມ​ມີ​ຖົງ​ເຫຼົ້າ​ອະງຸ່ນ.

4 ພວກເຂົາ​ຈະ​ຄຳນັບ​ເຈົ້າ​ແລະ​ເອົາ​ເຂົ້າຈີ່​ສອງ​ກ້ອນ​ໃຫ້​ເຈົ້າ ເຈົ້າ​ຈະ​ຮັບ​ເອົາ​ເຂົ້າຈີ່​ນັ້ນ.

5 ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.

6 ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ເຂົ້າ​ຄວບຄຸມ​ເຈົ້າ ແລະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກັບ​ພວກເຂົາ​ທຳນວາຍ ແລະ​ເຈົ້າ​ຈະ​ປ່ຽນ​ເປັນ​ຄົນ​ໃໝ່.

7 ເມື່ອ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ຈົ່ງ​ກະທຳ​ຕາມ​ທີ່​ພຣະເຈົ້າ​ນຳພາ​ເຈົ້າ​ກະທຳ.

8 ເຈົ້າ​ຈະ​ໄປ​ທີ່​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກິນການ​ກ່ອນ​ຂ້ອຍ ແລະ​ຂ້ອຍ​ຈະ​ໄປ​ພົບ​ເຈົ້າ​ຢູ່​ທີ່​ນັ້ນ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ກັບ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຈົ່ງ​ຄອຍຖ້າ​ຢູ່​ທີ່​ນັ້ນ​ເຈັດ​ວັນ ຈົນກວ່າ​ຂ້ອຍ​ຈະ​ມາ ແລະ​ບອກ​ເຈົ້າ​ວ່າ​ຄວນ​ເຮັດ​ຢ່າງໃດ.”

9 ເມື່ອ​ໂຊນ​ຈາກ​ຊາມູເອນ​ໄປ​ແລ້ວ ພຣະເຈົ້າ​ກໍ​ປ່ຽນ​ໂຊນ​ເປັນ​ຄົນ​ໃໝ່. ທຸກໆ​ສິ່ງ​ທີ່​ຊາມູເອນ​ໄດ້​ບອກ​ໄວ້​ກັບ​ລາວ​ກໍ​ເກີດຂຶ້ນ​ໃນ​ມື້ນັ້ນ.

10 ເມື່ອ​ໂຊນ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ​ມາ​ຮອດ​ເມືອງ​ກີເບອາ ກໍ​ມີ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ມາ​ພົບ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ເຂົ້າ​ຄວບຄຸມ​ລາວ ແລະ​ນຳ​ລາວ​ໄປ​ພ້ອມ​ທັງ​ທຳນວາຍ​ຮ່ວມ​ກັບ​ພວກເຂົາ.

11 ຜູ້ໃດ​ທີ່​ເຄີຍ​ຮູ້​ໂຊນ​ມາ​ກ່ອນ ເມື່ອ​ເຫັນ​ລາວ​ກຳລັງ​ເຮັດ​ຢ່າງ​ນັ້ນ​ຕ່າງ​ກໍ​ຖາມ​ກັນ​ວ່າ, “ມີ​ຫຍັງ​ເດ​ນໍ ທີ່​ເກີດຂຶ້ນ​ກັບ​ລູກຊາຍ​ຂອງ​ກີເຊ? ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”

12 ມີ​ຊາຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ຖາມ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ​ເດ​ເປັນ​ຈັ່ງ​ໃດ? ພໍ່​ຂອງ​ພວກເຂົາ​ເປັນ​ຜູ້ໃດ?” ດັ່ງນັ້ນ ຈຶ່ງ​ມີ​ຄຳ​ເວົ້າ​ສືບຕໍ່​ກັນ​ມາ​ວ່າ, “ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”

13 ເມື່ອ​ໂຊນ​ເຊົາ​ຟ້ອນ​ແລະ​ເຊົາ​ຮ້ອງໂຮ​ແລ້ວ ລາວ​ກໍໄດ້​ໄປ​ທີ່​ແທ່ນບູຊາ​ຢູ່​ເທິງ​ເນີນພູ.

14 ຜູ້ເປັນລູງ​ເຫັນ​ໂຊນ​ກັບ​ຄົນ​ຮັບໃຊ້​ຂອງ​ລາວ ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ພາກັນ​ໄປ​ໃສ​ມາ?” ໂຊນ​ຕອບ​ວ່າ, “ໄປ​ຊອກຫາ​ລໍ​ມາ ເມື່ອ​ພວກຂ້ອຍ​ບໍ່​ພົບ​ລໍ​ຈຶ່ງ​ໄປ​ຫາ​ຊາມູເອນ.”

15 ລູງ​ຂອງ​ໂຊນ​ຖາມ​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ຫຍັງ​ແດ່?”

16 ໂຊນ​ຕອບ​ວ່າ, “ເພິ່ນ​ໄດ້​ບອກ​ພວກຂ້ອຍ​ວ່າ ລໍ​ນັ້ນ​ໄດ້​ພົບແລ້ວ.” ສ່ວນ​ເລື່ອງ​ທີ່​ຊາມູເອນ​ບອກ​ວ່າ, ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ນັ້ນ ລາວ​ບໍ່ໄດ້​ບອກ​ໃຫ້​ລູງ​ຮູ້ຈັກ​ນຳ.


ໂຊນ​ໄດ້​ຮັບ​ການ​ສະໜັບ​ສະໜູນ​ໃຫ້​ເປັນ​ກະສັດ

17 ແລ້ວ​ຊາມູເອນ​ກໍໄດ້​ເອີ້ນ​ປະຊາຊົນ​ມາ​ເຕົ້າໂຮມ​ກັນ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ

18 ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໄດ້​ພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຊ່ວຍ​ກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອຢິບ ແລະ​ຊົນຊາດ​ອື່ນໆ​ທີ່​ຂົ່ມເຫັງ​ພວກເຈົ້າ.

19 ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’

20 ແລ້ວ​ຊາມູເອນ​ກໍ​ເອົາ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າ​ເບັນຢາມິນ​ໄດ້​ຖືກ​ເລືອກ.

21 ຕໍ່ມາ ຊາມູເອນ​ໄດ້​ເອົາ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ໄປ​ຂ້າງໜ້າ ຄອບຄົວ​ຂອງ​ມາຕະຣີ​ຈຶ່ງ​ຖືກ​ເລືອກ. ຕໍ່ມາ​ອີກ ພວກ​ຜູ້ຊາຍ​ໃນ​ຄອບຄົວ​ມາຕະຣີ​ໄດ້​ຖືກ​ນຳ​ໄປ​ຂ້າງໜ້າ ຈຶ່ງ​ເລືອກ​ຖືກ​ໂຊນ​ລູກຊາຍ​ຂອງ​ກີເຊ. ພວກເຂົາ​ໄດ້​ຊອກ​ຫາ​ລາວ, ແຕ່​ເມື່ອ​ຊອກ​ບໍ່​ພົບ​ລາວ

22 ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”

23 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ​ນຳ​ເອົາ​ໂຊນ​ມາ​ຫາ​ປະຊາຊົນ ແລະ​ພວກເຂົາ​ກໍ​ເຫັນ​ວ່າ​ຫົວ​ລາວ​ສູງກວ່າ​ຄົນອື່ນໆ.

24 ຊາມູເອນ​ກ່າວ​ແກ່​ປະຊາຊົນ​ວ່າ, “ຜູ້​ນີ້​ແມ່ນ​ຊາຍ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄື​ກັບ​ລາວ.” ປະຊາຊົນ​ຈຶ່ງ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ!”

25 ຊາມູເອນ​ໄດ້​ອະທິບາຍ​ເຖິງ​ສິດ ແລະ​ໜ້າທີ່​ຂອງ​ກະສັດ​ໃຫ້​ປະຊາຊົນ​ຟັງ ແລະ​ຂຽນ​ຄຳ​ອະທິບາຍ​ເຫຼົ່ານັ້ນ​ໄວ້​ຢູ່​ໃນ​ປຶ້ມ​ຊ້ອງໜ້າ​ພຣະເຈົ້າຢາເວ ແລ້ວ​ເພິ່ນ​ກໍ​ໃຫ້​ທຸກຄົນ​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.

26 ສ່ວນ​ໂຊນ​ນັ້ນ ລາວ​ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ​ທີ່​ເມືອງ​ກີເບອາ​ເຊັ່ນກັນ. ຊາຍ​ບາງຄົນ​ທີ່​ມີ​ອຳນາດ ຊຶ່ງ​ໄດ້​ຮັບ​ການ​ບັນດົນ​ໃຈ​ຈາກ​ພຣະເຈົ້າ​ກໍໄດ້​ໄປ​ນຳ​ໂຊນ.

27 ແຕ່​ນັກເລງ​ບາງຄົນ​ໄດ້​ເວົ້າ​ວ່າ, “ຄົນ​ນີ້​ຈະ​ຊ່ວຍ​ພວກເຮົາ​ໄດ້​ຢ່າງ​ໃດ?” ພວກເຂົາ​ໝິ່ນປະໝາດ​ໂຊນ ແລະ​ບໍ່ໄດ້​ນຳ​ເອົາ​ຂອງຂວັນ​ຫຍັງ​ມາ​ໃຫ້​ລາວ​ເລີຍ, ແຕ່​ລາວ​ກໍມິດ​ເສີຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan