1 ຊາມູເອນ 1 - ພຣະຄຳພີສັກສິເອນການາແລະຄອບຄົວຂອງຕົນທີ່ຊີໂລ 1 ຍັງມີຊາຍຄົນໜຶ່ງຊື່ວ່າ ເອນການາ ຄົນໃນເຜົ່າເອຟຣາອິມ ຜູ້ທີ່ອາໄສຢູ່ໃນເມືອງຣາມາໃນເຂດເນີນພູເອຟຣາອິມ. ລາວເປັນລູກຊາຍຂອງເຢໂຣຮາມແລະຫລານຊາຍຂອງເອລີຮູ ແລະເປັນຄົນໃນຄອບຄົວໂຕຮູ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນຊູເຟ. 2 ເອນການາມີເມຍສອງຄົນ ຄືນາງຮັນນາແລະນາງເປນິນນາ. ນາງເປນິນນາມີລູກ, ແຕ່ນາງຮັນນາບໍ່ມີລູກ. 3 ທຸກໆປີໃດ ເອນການາໄດ້ອອກຈາກເມືອງຣາມາ ໄປນະມັດສະການ ແລະຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ທີ່ເມືອງຊີໂລ. ພວກທີ່ເປັນປະໂຣຫິດຂອງພຣະເຈົ້າຢາເວໃນເມືອງນີ້ແມ່ນໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ. 4 ທຸກໆເທື່ອທີ່ເອນການາຖວາຍເຄື່ອງບູຊາຂອງຕົນ ລາວຈະແບ່ງເຄື່ອງຖວາຍນັ້ນໃຫ້ເປນິນນາ ແລະ ລູກຂອງນາງແຕ່ລະຄົນ. 5 ສ່ວນຮັນນານັ້ນ ລາວໄດ້ແບ່ງໃຫ້ສອງສ່ວນ ເພາະ ລາວຮັກນາງຫຼາຍ, ແຕ່ພຣະເຈົ້າຢາເວບໍ່ໃຫ້ນາງມີລູກ. 6 ເປນິນນາຄູ່ແຂ່ງຂອງນາງໄດ້ເຮັດໃຫ້ນາງເຈັບໃຈແລະອັບອາຍຢູ່ເລື້ອຍມາ ຍ້ອນພຣະເຈົ້າຢາເວບໍ່ໃຫ້ນາງຮັນນາມີລູກ. 7 ເຫດການເຊັ່ນນີ້ເກີດຂຶ້ນທຸກປີ ເທື່ອໃດທີ່ພວກເຂົາຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ ເທື່ອນັ້ນເປນິນນາກໍເຮັດໃຫ້ຮັນນາໂສກເສົ້າເສຍໃຈຢ່າງຫລວງຫລາຍ ຈົນນາງຕ້ອງຮ້ອງໄຫ້ ແລະບໍ່ກິນຫຍັງໝົດ. 8 ເອນການາຜູ້ເປັນຜົວຈຶ່ງຖາມນາງວ່າ, “ຮັນນາເອີຍ ເປັນຫຍັງນ້ອງຈຶ່ງຮ້ອງໄຫ້ແລະບໍ່ກິນຫຍັງ? ເປັນຫຍັງນ້ອງຈຶ່ງໂສກເສົ້າຢູ່ເລື້ອຍໆ? ອ້າຍບໍ່ດີກວ່າລູກສິບຄົນສຳລັບນ້ອງຊັ້ນບໍ?” ນາງຮັນນາແລະເອລີ 9-10 ມີຄັ້ງໜຶ່ງ ຢູ່ໃນວິຫານຂອງພຣະເຈົ້າຢາເວທີ່ເມືອງຊີໂລ ຫລັງຈາກເອນການາກັບຄອບຄົວກິນເຂົ້າແລ້ວ ນາງຮັນນາກໍໜີໄປ. ນາງທຸກໃຈຫລາຍທີ່ສຸດ. ສະນັ້ນ ນາງຈຶ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນ ໃນຂະນະທີ່ນາງພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວຢູ່. ໃນເວລາດຽວກັນນັ້ນ ປະໂຣຫິດເອລີກໍນັ່ງຢູ່ທີ່ບ່ອນຂອງເພິ່ນໃກ້ປະຕູ. 11 ນາງຮັນນາສາບານຢ່າງໜັກແໜ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຂໍພຣະອົງຫລຽວເບິ່ງຄວາມໂສກເສົ້າຂອງຂ້ານ້ອຍ ແລະລະນຶກເຖິງຂ້ານ້ອຍດ້ວຍ ຂໍຢ່າລືມໄລຂ້ານ້ອຍເລີຍ ຖ້າພຣະອົງໂຜດລູກຊາຍໃຫ້ຂ້ານ້ອຍ ຂ້ານ້ອຍຂໍສັນຍາວ່າ ຈະອຸທິດຖວາຍເດັກນັ້ນແກ່ພຣະອົງຕະຫລອດຊົ່ວຊີວິດຂອງລາວ ແລະລາວຈະບໍ່ຕັດຜົມຂອງລາວຈັກເທື່ອ.” 12 ນາງຮັນນາພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວເປັນເວລາຍາວນານ ສ່ວນເອລີນັ້ນກໍເຝົ້າສັງເກດເບິ່ງປາກຂອງນາງ. 13 ນາງພາວັນນາອະທິຖານຢູ່ໃນໃຈ ປາກຂອງນາງເໜັງຕີງແຕ່ບໍ່ໄດ້ຍິນສຽງ. ດັ່ງນັ້ນ ເອລີຈຶ່ງຄິດວ່ານາງເມົາເຫລົ້າ; 14 ເພິ່ນເວົ້າຕໍ່ນາງວ່າ, “ຢ່າເປັນຄົນຂີ້ເມົາເລີຍ ຈົ່ງເຊົາດື່ມເຫຼົ້າສາ.” 15 ນາງຕອບວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍບໍ່ໄດ້ດື່ມເຫຼົ້າ, ແຕ່ຂ້ານ້ອຍທຸກໃຈໜັກ ຈຶ່ງພາວັນນາອະທິຖານລະບາຍຄວາມທຸກໜັກໃນຈິດວິນຍານຂອງຂ້ານ້ອຍຕໍ່ໜ້າພຣະເຈົ້າຢາເວ. 16 ຢ່າຄິດວ່າຂ້ານ້ອຍເປັນຍິງຊົ່ວຮ້າຍເລີຍ ຂ້ານ້ອຍພາວັນນາອະທິຖານຄວນຄາງຢູ່ຢ່າງນີ້ເພາະຂ້ານ້ອຍເປັນທຸກໜັກໃຈຫລາຍທີ່ສຸດຈົນເຖິງບັດນີ້.” 17 ເອລີກ່າວວ່າ, “ຈົ່ງໄປເປັນສຸກເຖີດ ຂໍພຣະເຈົ້າແຫ່ງຊາດອິດສະຣາເອນໂຜດໃຫ້ຕາມທີ່ເຈົ້າຮ້ອງຂໍຕໍ່ພຣະອົງນັ້ນເທີ້ນ.” 18 ນາງຕອບເພິ່ນວ່າ, “ຂໍທ່ານຈົ່ງຄິດເມດຕາຂ້ານ້ອຍເລື້ອຍໄປແດ່ທ້ອນ.” ແລ້ວນາງກໍຈາກໄປ. ນາງເລີ່ມກິນເຂົ້າແດ່ເລັກນ້ອຍແລະບໍ່ໄດ້ໂສກເສົ້າອີກຕໍ່ໄປ. ຊາມູເອນເກີດແລະຮັບການອຸທິດຖວາຍ 19 ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ. 20 ດັ່ງນັ້ນ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງຕັ້ງຊື່ໃຫ້ເດັກນັ້ນວ່າ ຊາມູເອນ ແລະອະທິບາຍວ່າ, “ເພາະຂ້ອຍຂໍເດັກຄົນນີ້ຈາກພຣະເຈົ້າຢາເວ.” 21 ຕໍ່ມາ ເອນການາແລະຄອບຄົວໄດ້ຂຶ້ນໄປທີ່ເມືອງຊີໂລອີກ ເພື່ອຖວາຍເຄື່ອງບູຊາປະຈຳປີ ແລະເຄື່ອງບູຊາພິເສດແກ່ພຣະເຈົ້າຢາເວຕາມທີ່ໄດ້ສາບານໄວ້. 22 ແຕ່ໃນຄັ້ງນີ້ ຮັນນາບໍ່ໄດ້ໄປນຳ ນາງເວົ້າກັບຜົວວ່າ, “ຊາມູເອນເຊົານົມເມື່ອໃດ ຂ້ອຍຈະເອົາລາວໄປເຝົ້າຕໍ່ໜ້າພຣະເຈົ້າຢາເວເມື່ອນັ້ນ ແລະລາວຈະຢູ່ທີ່ນັ້ນຕະຫລອດຊົ່ວຊີວິດຂອງລາວ.” 23 ເອນການາຕອບວ່າ, “ຈົ່ງເຮັດຕາມທີ່ເຈົ້າຄິດວ່າດີແລະຢູ່ເຮືອນຈົນກວ່າລູກເຊົານົມ ຂໍພຣະເຈົ້າຢາເວເຮັດໃຫ້ຄຳສັນຍາຂອງເຈົ້າ ເປັນຄວາມຈິງເທີ້ນ.” ດັ່ງນັ້ນ ນາງຮັນນາຈຶ່ງຢູ່ເຮືອນລ້ຽງລູກຂອງຕົນ. 24 ຫລັງຈາກເດັກນ້ອຍເຊົານົມແລ້ວ ນາງຈຶ່ງຕຽມເອົາງົວເຖິກອາຍຸສາມປີໜຶ່ງໂຕ, ແປ້ງເຂົ້າສິບກິໂລກຼາມ ແລະເຫຼົ້າອະງຸ່ນໜຶ່ງຖົງໜັງ ແລ້ວນາງກໍພາລູກທີ່ຍັງນ້ອຍຢູ່ນັ້ນ ໄປທີ່ວິຫານຂອງພຣະເຈົ້າຢາເວທີ່ເມືອງຊີໂລ. 25 ຫລັງຈາກຂ້າງົວແລ້ວ ພວກເຂົາກໍນຳເອົາເດັກນ້ອຍມາຫາເອລີ. 26 ນາງຮັນນາເວົ້າກັບເອລີວ່າ, “ຂໍອະໄພທ່ານເອີຍ ທ່ານຈື່ຂ້ານ້ອຍໄດ້ບໍ? ຂ້ານ້ອຍຄືຍິງທີ່ທ່ານເຄີຍເຫັນຢືນຢູ່ທີ່ນີ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. 27 ຂ້ານ້ອຍໄດ້ພາວັນນາອະທິຖານຂໍລູກນຳພຣະອົງ ແລະພຣະເຈົ້າຢາເວກໍໂຜດໃຫ້ຕາມທີ່ຂ້ານ້ອຍໄດ້ພາວັນນາອະທິຖານຂໍນັ້ນແລ້ວ. 28 ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍອຸທິດເດັກນີ້ໃຫ້ແກ່ພຣະເຈົ້າຢາເວ, ລາວຈະເປັນຂອງພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງລາວ.” ແລ້ວພວກເຂົາ ກໍນະມັດສະການຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ນັ້ນ. |
@ 2012 United Bible Societies. All Rights Reserved.