Biblia Todo Logo
Bìoball air-loidhne

- Sanasan -

1 ເປໂຕ 5 - ພຣະຄຳພີສັກສິ


ຈົ່ງ​ລ້ຽງ​ຝູງແກະ​ຂອງ​ພຣະເຈົ້າ

1 ເຫດສະນັ້ນ ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ເຖົ້າແກ່​ຄົນ​ໜຶ່ງ ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ທົນທຸກ​ຂອງ​ພຣະຄຣິດ ແລະ​ມີ​ສ່ວນ​ໃນ​ສະຫງ່າຣາສີ ທີ່​ຈະ​ມາ​ປາກົດ​ພາຍ​ຫຼັງ ຈຶ່ງ​ຂໍ​ເຕືອນ​ພວກ​ເຖົ້າແກ່​ໃນ​ທ່າມກາງ​ພວກເຈົ້າ​ວ່າ,

2 “ຈົ່ງ​ລ້ຽງ​ຝູງແກະ ທີ່​ພຣະເຈົ້າ​ໄດ້​ຝາກ​ໄວ້​ກັບ​ພວກເຈົ້າ ຈົ່ງ​ລ້ຽງ​ຮັກສາ​ດ້ວຍ​ຄວາມ​ເຕັມໃຈ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ບໍ່ແມ່ນ​ດ້ວຍ​ໃຈ​ຂົມຂື່ນ, ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເສຍ​ສະຫລະ ບໍ່ແມ່ນ​ເພື່ອ​ເຫັນແກ່​ຄ່າຈ້າງ​ລາງວັນ ແຕ່​ດ້ວຍ​ໃຈ​ເຫຼື້ອມໃສ.”

3 ບໍ່ແມ່ນ​ເໝືອນ​ເປັນ​ເຈົ້ານາຍ ເໜືອ​ພວກ​ທີ່​ຊົງ​ຝາກ​ໄວ້​ກັບ​ພວກເຈົ້າ ແຕ່​ໃຫ້​ເປັນ​ແບບຢ່າງ​ອັນ​ດີ​ແກ່​ຝູງແກະ​ນັ້ນ.

4 ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.

5 ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”

6 ດ້ວຍເຫດນັ້ນ ພວກເຈົ້າ​ຈົ່ງ​ຖ່ອມໃຈ​ລົງ ຢູ່​ໃຕ້​ພຣະຫັດ​ອັນ​ຊົງ​ຣິດ​ຂອງ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ ເມື່ອ​ເຖິງ​ເວລາ​ອັນ​ຄວນ.

7 ຈົ່ງ​ປະ​ຄວາມ​ກະວົນ​ກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຊົງ​ຫ່ວງໃຍ​ພວກເຈົ້າ​ຢູ່.

8 ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.

9 ຈົ່ງ​ຕໍ່ສູ້​ກັບ​ສັດຕູ​ນັ້ນ​ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ໂດຍ​ຮູ້​ແລ້ວ​ວ່າ​ພີ່ນ້ອງ​ຂອງ​ພວກເຈົ້າ​ທົ່ວ​ໂລກ ກໍ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ຢ່າງ​ດຽວກັນ​ນີ້.

10 ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.

11 ຣິດທານຸພາບ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.


ຄຳ​ທັກທາຍ​ປາໄສ​ສຸດທ້າຍ

12 ເຮົາ​ໄດ້​ຂຽນ​ຈົດໝາຍ​ສັ້ນໆ​ສະບັບ​ນີ້ ດ້ວຍ​ຄວາມ​ຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ຜູ້​ສັດຊື່​ຄົນ​ໜຶ່ງ ເຮົາ​ຢາກ​ໜູນ​ນໍ້າໃຈ​ພວກເຈົ້າ ແລະ​ເປັນ​ພະຍານ​ແກ່​ພວກເຈົ້າ​ວ່າ ພຣະຄຸນ​ນີ້​ເປັນ​ພຣະຄຸນ​ອັນ​ແທ້ຈິງ​ຂອງ​ພຣະເຈົ້າ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນັ້ນ.

13 ນາງ ທີ່​ຢູ່​ເມືອງ​ບາບີໂລນ ຊຶ່ງ​ຊົງ​ເລືອກ​ໄວ້​ຢ່າງ​ດຽວ​ກັບ​ພວກເຈົ້າ ແລະ ມາຣະໂກ ລູກ​ຂອງເຮົາ​ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ເໝືອນກັນ.

14 ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ທີ່​ສະແດງ​ເຖິງ​ຄວາມຮັກ. ຂໍ​ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ​ທີ່​ຢູ່​ໃນ​ພຣະຄຣິດ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan