1 ເປໂຕ 4 - ພຣະຄຳພີສັກສິຜູ້ຮັບມອບໝາຍທີ່ດີແຫ່ງພຣະຄຸນ 1 ດ້ວຍວ່າ, ພຣະຄຣິດໄດ້ຮັບຄວາມທົນທຸກທໍລະມານທາງຮ່າງກາຍ ພວກເຈົ້າເອງກໍຕ້ອງເຮັດໃຫ້ຕົນເຂັ້ມແຂງ ໂດຍມີຄວາມຄິດຢ່າງດຽວກັບພຣະອົງ ເພາະຜູ້ທີ່ໄດ້ທົນທຸກທໍລະມານທາງຮ່າງກາຍ ກໍບໍ່ພົວພັນໃນຄວາມຜິດບາບອີກຕໍ່ໄປ. 2 ເພື່ອຈະບໍ່ດຳເນີນຊີວິດທີ່ຍັງເຫລືອຢູ່ໃນໂລກ ຕາມຄວາມປາຖະໜາຂອງມະນຸດ ແຕ່ດຳເນີນໄປຕາມນໍ້າພຣະໄທຂອງພຣະເຈົ້າ. 3 ດ້ວຍວ່າ, ຜ່ານມານັ້ນ ພວກເຈົ້າໄດ້ໃຊ້ເວລາດົນນານ ເຮັດໃນສິ່ງທີ່ຄົນຕ່າງຄວາມເຊື່ອມັກເຮັດ ຄືເມື່ອພວກເຈົ້າໄດ້ດຳເນີນຊີວິດຕາມຣາຄະຕັນຫາ, ໃນຄວາມປາຖະໜາອັນຊົ່ວຊ້າ, ດື່ມເຫຼົ້າເມົາສຸຣາ, ກິນລ້ຽງຢ່າງມົວເມົາ, ຮ່ວມສັງສັນກິນເຫຼົ້າຢ່າງເກີນສ່ວນ ແລະຂາບໄຫວ້ຮູບເຄົາຣົບທີ່ໜ້າລັງກຽດ. 4 ໃນເລື່ອງນີ້ ພວກເຂົາກໍປະຫລາດໃຈທີ່ພວກເຈົ້າບໍ່ຍອມແລ່ນໄປເຂົ້າສ່ວນກັບພວກເຂົາ ໃນການຊົ່ວຮ້າຍອັນເຫລືອລົ້ນເໝືອນຢ່າງພວກເຂົາ ແລະພວກເຂົາກໍກ່າວຄຳນິນທາໃສ່ພວກເຈົ້າ. 5 ແຕ່ເຂົາເຫຼົ່ານັ້ນ ຈະຕ້ອງລາຍງານການກະທຳຂອງພວກຕົນ ຕໍ່ພຣະເຈົ້າຜູ້ທີ່ຕຽມພ້ອມແລ້ວ ເພື່ອຈະຕັດສິນທັງຄົນເປັນແລະຄົນຕາຍ. 6 ດ້ວຍເຫດນີ້ ຂ່າວປະເສີດໄດ້ປະກາດແກ່ພວກຄົນທີ່ຕາຍໄປແລ້ວເໝືອນກັນ ເພື່ອພວກເຂົາຈະໄດ້ຖືກຊົງພິພາກສາໃນເນື້ອກາຍ ເໝືອນຢ່າງມະນຸດທົ່ວໆໄປ ແລ້ວຈະໄດ້ມີຊີວິດທາງຈິດວິນຍານ ຢ່າງດຽວກັບພຣະເຈົ້າ. ຈົ່ງໃຊ້ຄວາມສາມາດຂອງຕົນໃຫ້ເປັນປະໂຫຍດ 7 ອະວະສານຂອງທຸກສິ່ງທັງປວງໃກ້ຈະມາເຖິງແລ້ວ, ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງມີສະຕິອັນດີແລະຄອຍລະວັງຕົວ ສຳລັບການພາວັນນາອະທິຖານ. 8 ທີ່ສຳຄັນກວ່າສິ່ງອື່ນໃດໝົດ ຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ ເພາະຄວາມຮັກກໍປິດບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ. 9 ຈົ່ງຕ້ອນຮັບຊຶ່ງກັນແລະກັນໂດຍບໍ່ຈົ່ມບໍ່ວ່າ. 10 ຕາມທີ່ທຸກຄົນໄດ້ຮັບສິ່ງທີ່ຊົງປະທານໃຫ້ແລ້ວ ກໍໃຫ້ໃຊ້ຂອງປະທານນັ້ນ ເພື່ອປະໂຫຍດແກ່ກັນແລະກັນ ເໝືອນເປັນຜູ້ຮັບມອບໝາຍທີ່ດີ ເພື່ອຮັບໃຊ້ພຣະຄຸນນາໆປະການຂອງພຣະເຈົ້າ. 11 ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ. ການທົນທຸກຢ່າງຄຣິສຕຽນ. 12 ພວກທີ່ຮັກເອີຍ, ຢ່າປະຫລາດໃຈທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເໝືອນກັບວ່າເປັນເຫດອັນແປກປະຫລາດເກີດຂຶ້ນກັບພວກເຈົ້າ. 13 ແຕ່ເຈົ້າທັງຫລາຍ ຈົ່ງຊົມຊື່ນຍິນດີທີ່ໄດ້ມີສ່ວນຮ່ວມ ໃນຄວາມທຸກທໍລະມານຂອງພຣະຄຣິດ, ເພື່ອວ່າ ເມື່ອສະຫງ່າຣາສີຂອງພຣະອົງປາກົດຂຶ້ນ ພວກເຈົ້າກໍຈະໄດ້ຊົມຊື່ນຍິນດີຢ່າງຫລວງຫລາຍເໝືອນກັນ. 14 ຖ້າເຈົ້າທັງຫລາຍຖືກໝິ່ນປະໝາດ ເພາະພຣະນາມຂອງພຣະຄຣິດ ພວກເຈົ້າກໍເປັນສຸກ ເພາະວ່າພຣະວິນຍານ ຜູ້ຊົງສະຫງ່າຣາສີ ຄືພຣະວິນຍານຂອງພຣະເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ. 15 ແຕ່ວ່າຢ່າໃຫ້ຜູ້ໃດໃນພວກເຈົ້າ ໄດ້ຮັບຄວາມທຸກ ເພາະເປັນຜູ້ຂ້າຄົນ ເປັນຂະໂມຍ ເປັນຜູ້ທຳຮ້າຍ ຫລືເປັນຜູ້ທ່ຽວຫຍຸ້ງກ່ຽວກັບກິດທຸລະຂອງຄົນອື່ນ. 16 ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະມີຊື່ວ່າ, ເປັນຄຣິສຕຽນ ກໍຢ່າໃຫ້ຜູ້ນັ້ນມີຄວາມລະອາຍ ແຕ່ໃຫ້ຖວາຍພຣະກຽດແດ່ພຣະເຈົ້າເພາະຊື່ນັ້ນ. 17 ດ້ວຍວ່າ, ເຖິງເວລາແລ້ວທີ່ການຊົງພິພາກສາ ຈະຕ້ອງເລີ່ມຕົ້ນທີ່ຄົວວິຫານຂອງພຣະເຈົ້າ ແລະຖ້າການພິພາກສານັ້ນເລີ່ມຕົ້ນທີ່ພວກເຮົາກ່ອນ ປາຍທາງຂອງຄົນເຫຼົ່ານັ້ນ ທີ່ບໍ່ເຊື່ອຟັງຂ່າວປະເສີດເລື່ອງຂອງພຣະເຈົ້າຈະເປັນຢ່າງໃດ? 18 ຖ້າຄົນຊອບທຳຈະລອດພົ້ນໄດ້ດ້ວຍຍາກ ຄົນປະໝາດພຣະເຈົ້າແລະຄົນຜິດບາບຈະໄປຢູ່ໃສ? 19 ເພາະສະນັ້ນ ໃຫ້ຄົນທັງຫລາຍທີ່ທົນທຸກທໍລະມານ ຕາມນໍ້າພຣະໄທຂອງພຣະເຈົ້າ ຈົ່ງຝາກຈິດວິນຍານຂອງຕົນໄວ້ກັບພຣະອົງ ດ້ວຍການປະຕິບັດອັນດີ ຄືໃຫ້ຝາກໄວ້ກັບພຣະອົງ ຜູ້ຊົງສ້າງຜູ້ທ່ຽງທຳ. |
@ 2012 United Bible Societies. All Rights Reserved.