Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 9 - ພຣະຄຳພີສັກສິ


ພຣະເຈົ້າ​ປາກົດ​ຕໍ່​ໂຊໂລໂມນ​ອີກ
( 2 ຂຄ 7:11-22 )

1 ຫລັງຈາກ​ກະສັດ​ໂຊໂລໂມນ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ທຸກໆ​ສິ່ງ​ທີ່​ເພິ່ນ​ຢາກ​ສ້າງ​ນັ້ນ​ສຳເລັດ​ລົງ​ແລ້ວ;

2 ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຕໍ່​ເພິ່ນ​ອີກ ດັ່ງ​ທີ່​ພຣະອົງ​ໄດ້​ປາກົດ​ທີ່​ເມືອງ​ກີເບໂອນ​ນັ້ນ.

3 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ເຮົາ​ຂໍ​ຮັບ​ເອົາ​ວິຫານ​ທີ່​ເຈົ້າ​ໄດ້​ສ້າງ​ນີ້ ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ຕະຫລອດໄປ. ເຮົາ​ຈະ​ເບິ່ງແຍງ​ຮັກສາ ແລະ​ປ້ອງກັນ​ວິຫານ​ນັ້ນ​ຕະຫລອດ​ເວລາ.

4 ຖ້າ​ເຈົ້າ​ຮັບໃຊ້​ເຮົາ​ຢ່າງ​ສັດຊື່ ແລະ​ຢ່າງ​ໝົດຈິດ​ໝົດໃຈ ດັ່ງ​ດາວິດ​ພໍ່​ຂອງ​ເຈົ້າ ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ; ແລະ​ຖ້າ​ເຈົ້າ​ເຊື່ອຟັງ​ກົດບັນຍັດ​ຕ່າງໆ​ຂອງເຮົາ ແລະ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ,

5 ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ ເມື່ອ​ເຮົາ​ບອກ​ລາວ​ວ່າ, ‘ຊາດ​ອິດສະຣາເອນ​ຈະ​ມີ​ຄົນ​ໃນ​ເຊື້ອສາຍ​ຂອງ​ເຈົ້າ​ປົກຄອງ​ເລື້ອຍໄປ.’

6 ຖ້າ​ເຈົ້າ​ຫລື​ເຊື້ອສາຍ​ຂອງ​ເຈົ້າ​ເຊົາ​ຕິດຕາມ​ເຮົາ ແລະ​ບໍ່​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ໄດ້​ໃຫ້​ແກ່​ພວກເຈົ້າ, ແຕ່​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ;

7 ແລ້ວ​ເຮົາ​ກໍ​ຈະ​ຕັດ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ນັ້ນ. ເຮົາ​ຈະ​ປະຖິ້ມ​ວິຫານ​ນີ້ ຊຶ່ງ​ເຮົາ​ໄດ້​ໃຫ້​ເປັນ​ບ່ອນ​ສັກສິດ ເພື່ອ​ນະມັດສະການ​ເຮົາ​ຄືກັນ. ປະຊາຊົນ​ທົ່ວ​ທຸກ​ແຫ່ງ​ຈະ​ດູຖູກ ແລະ​ໝິ່ນປະໝາດ​ຊາດ​ອິດສະຣາເອນ.

8 ວິຫານ​ນີ້​ຈະ​ກາຍເປັນ​ກອງ​ສິ່ງ​ທີ່​ຮົກຮ້າງ​ເພພັງ ແລະ​ທຸກໆ​ຄົນ​ທີ່​ຜ່ານ​ໄປມາ​ຈະ​ງຶດງໍ້​ສະດຸ້ງ​ຕົກໃຈ. ແລ້ວ​ພວກເຂົາ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ຕໍ່​ດິນແດນ ແລະ​ວິຫານ​ຢ່າງ​ນີ້?’

9 ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ຫຼົງໄຫລ​ຕິດຕາມ​ບັນດາ​ພະອື່ນ ແລະ​ຂາບໄຫວ້​ພວກ​ມັນ. ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ.”’


ຂໍ້​ຕົກລົງ​ລະຫວ່າງ​ໂຊໂລໂມນ​ກັບ​ຮີຣາມ
( 2 ຂຄ 8:1-2 )

10 ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ຊາວ​ປີ ໃນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ກັບ​ຣາຊວັງ​ຂອງ​ເພິ່ນ.

11 ເຈົ້າຮີຣາມ​ກະສັດ​ແຫ່ງ​ຕີເຣ​ໄດ້​ເປັນ​ຜູ້​ຈັດຫາ​ໄມ້ແປກ, ໄມ້​ສົນ ແລະ​ຄຳ, ສົ່ງ​ໄປ​ໃຫ້​ກະສັດ​ໂຊໂລໂມນ ຕາມ​ທີ່​ເພິ່ນ​ຕ້ອງການ​ໃນ​ການສ້າງ​ຂອງ​ເພິ່ນ. ຫລັງຈາກ​ໄດ້​ສ້າງ​ສຳເລັດ​ແລ້ວ ກະສັດ​ໂຊໂລໂມນ​ກໍໄດ້​ມອບ​ຊາວ​ເມືອງ​ທີ່​ຢູ່​ໃນ​ຂົງເຂດ​ຄາລີເລ ໃຫ້​ກະສັດ​ຮີຣາມ.

12 ເມື່ອ​ກະສັດ​ຮີຣາມ​ໄປ​ກວດກາ​ເບິ່ງ​ເມືອງ​ເຫຼົ່ານີ້​ແລ້ວ ເພິ່ນ​ກໍ​ບໍ່​ມັກ.

13 ສະນັ້ນ ເພິ່ນ​ຈຶ່ງ​ກ່າວ​ຕໍ່​ກະສັດ​ໂຊໂລໂມນ​ວ່າ, “ອ້າຍເອີຍ ເຈົ້າ​ມອບ​ເມືອງ​ແບບ​ນີ້​ບໍ​ໃຫ້​ຂ້ອຍ?” ເພາະ​ເຫດຜົນ​ດັ່ງ​ກ່າວ​ນັ້ນ ໃນ​ທຸກ​ວັນ​ນີ້ ຄົນ​ຈຶ່ງ​ຍັງ​ເອີ້ນ​ຂົງເຂດ​ນີ້​ວ່າ​ກາບູນ.

14 ກະສັດ​ຮີຣາມ​ໄດ້​ສົ່ງ​ຄຳ​ໄປ​ໃຫ້​ກະສັດ​ໂຊໂລໂມນ ໜັກ​ເກືອບ​ຫ້າພັນ​ກິໂລກຼາມ.


ຄວາມ​ສຳເລັດ​ອື່ນໆ​ຂອງ​ໂຊໂລໂມນ
( 2 ຂຄ 8:3-18 )

15 ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນງານ​ມາ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ ທັງ​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ແລະ​ສ້າງ​ກຳແພງ​ເມືອງ. ເພິ່ນ​ຍັງ​ໄດ້​ໃຊ້​ຄົນງານ​ພວກ​ນີ້​ສ້າງ​ເມືອງ​ຮາໂຊ, ເມກິດໂດ ແລະ​ເກເຊ. (

16 ກະສັດ​ແຫ່ງ​ເອຢິບ​ໄດ້​ມາ​ບຸກໂຈມຕີ​ແລະ​ຢຶດເອົາ​ເມືອງ​ເກເຊ​ນີ້​ໄດ້ ເພິ່ນ​ໄດ້​ຂ້າ​ຊາວ​ເມືອງ ແລະ​ເຜົາ​ເມືອງ​ຖິ້ມ. ແລ້ວ​ເພິ່ນ​ກໍ​ມອບ​ເມືອງ​ນີ້ ໃຫ້​ເປັນ​ຂອງຂວັນ​ແກ່​ລູກສາວ​ໃນ​ເວລາ​ນາງ​ແຕ່ງງານ​ກັບ​ກະສັດ​ໂຊໂລໂມນ

17 ແລະ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່.) ເພິ່ນ​ໄດ້​ໃຊ້​ພວກ​ຄົນງານ​ຂອງ​ເພິ່ນ​ສ້າງ​ເມືອງ​ເບັດ​ໂຮໂຣນ​ເບື້ອງ​ລຸ່ມ

18 ເມືອງ​ບາອາລາດ, ເມືອງ​ຕາມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ອານາຈັກ​ຢູດາຍ

19 ແລະ​ອີກ​ຫລາຍ​ເມືອງ​ສຳລັບ​ໄວ້​ສະບຽງ​ອາຫານ ຫລາຍ​ເມືອງ​ສຳລັບ​ໄວ້​ມ້າ ແລະ​ລົດຮົບ​ທັງຫລາຍ​ຂອງ​ເພິ່ນ ແລະ​ສຳລັບ​ທຸກສິ່ງ​ທີ່​ເພິ່ນ​ຢາກ​ຈະ​ສ້າງ​ໃນ​ນະຄອນ​ເຢຣູຊາເລັມ, ໃນ​ເລບານອນ ແລະ​ໃນ​ບ່ອນ​ຕ່າງໆ​ຂອງ​ອານາຈັກ​ຂອງ​ເພິ່ນ.

20-21 ພວກ​ຄົນງານ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ນີ້ ແມ່ນ​ເຊື້ອສາຍ​ຂອງ​ຊາວ​ການາອານ ທີ່​ຊາວ​ອິດສະຣາເອນ​ໄດ້​ໄວ້​ຊີວິດ​ຂອງ​ພວກເຂົາ ຕອນ​ທີ່​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ນັ້ນ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣິຊີ ຊາວຮີວີ​ແລະ​ຊາວ​ເຢບຸດ; ລູກຫລານ​ຂອງ​ພວກ​ເຫຼົ່ານີ້​ຍັງ​ສືບຕໍ່​ເປັນ​ທາດຮັບໃຊ້​ມາ​ຈົນ​ເທົ່າ​ທຸກ​ວັນນີ້.

22 ກະສັດ​ໂຊໂລໂມນ​ບໍ່ໄດ້​ໃຊ້​ຊາວ​ອິດສະຣາເອນ​ເປັນ​ທາດຮັບໃຊ້ ແຕ່​ໃຫ້​ເປັນ​ທະຫານ, ຂ້າຣາຊການ, ຜູ້​ບັນຊາການ​ກອງທັບ, ຜູ້​ບັງຄັບ​ກອງ​ລົດຮົບ ແລະ​ທະຫານ​ມ້າ.

23 ມີ​ຫົວໜ້າ​ພະນັກງານ​ຫ້າຮ້ອຍ​ຫ້າສິບ​ຄົນ ຄວບຄຸມ​ຄົນງານ​ທີ່​ສ້າງ​ອາຄານ​ຕ່າງໆ​ໃຫ້​ກະສັດ​ໂຊໂລໂມນ.

24 ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ຫລັງຈາກ​ທີ່​ເມຍ​ຂອງ​ເພິ່ນ ຄື​ລູກສາວ​ຂອງ​ກະສັດ​ເອຢິບ​ໄດ້​ຍ້າຍ​ຈາກ​ເມືອງ​ຂອງ​ດາວິດ ໄປ​ຢູ່​ວັງ​ທີ່​ເພິ່ນ​ໄດ້​ສ້າງ​ໃຫ້​ນາງ.

25 ກະສັດ​ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເທິງ​ແທ່ນບູຊາ ຊຶ່ງ​ເພິ່ນ​ໄດ້​ສ້າງ​ຖວາຍ​ແກ່​ພຣະເຈົ້າຢາເວ​ປີລະ​ສາມ​ຄັ້ງ. ເພິ່ນ​ຍັງ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສ້າງ​ພຣະວິຫານ​ສຳເລັດ.

26 ກະສັດ​ໂຊໂລໂມນ​ຍັງ​ໄດ້​ສ້າງ​ກອງທັບ​ເຮືອ​ທີ່​ເອຊີໂອນ​ເກເບ​ໃກ້​ກັບ​ເອລາດ ຢູ່​ແຄມ​ຝັ່ງ​ຂອງ​ອ່າວ​ອາກາບາ​ໃນ​ດິນແດນ​ເອໂດມ.

27 ສ່ວນ​ກະສັດ​ຮີຣາມ​ກໍ​ສົ່ງ​ທະຫານ​ທີ່​ຊ່ຽວຊານ​ຈາກ​ກອງທັບ​ເຮືອ​ຂອງ​ເພິ່ນ ໄປ​ຮັບໃຊ້​ໜ້າທີ່ການ​ກັບ​ທະຫານ​ຂອງ​ກະສັດ​ໂຊໂລໂມນ.

28 ພວກເຂົາ​ຂີ່​ເຮືອ​ໄປ​ເມືອງ​ໂອເຟຍ ແລະ​ໄດ້​ນຳ​ເອົາ​ຄຳ​ໜັກ​ປະມານ​ສິບຫ້າ​ໂຕນ ມາ​ໃຫ້​ກະສັດ​ໂຊໂລໂມນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan