1 ກະສັດ 8 - ພຣະຄຳພີສັກສິຫີບພັນທະສັນຍາຖືກນຳໄປໄວ້ໃນພຣະວິຫານ ( 2 ຂຄ 5:2–6:2 ) 1 ແລ້ວກະສັດໂຊໂລໂມນກໍໄດ້ເຊີນບັນດາຜູ້ນຳເຜົ່າກັບຕະກຸນຕ່າງໆ ຂອງຊາດອິດສະຣາເອນທັງໝົດມາປະຊຸມກັນຢູ່ທີ່ນະຄອນເຢຣູຊາເລັມ ເພື່ອນຳເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວຈາກພູເຂົາຊີໂອນເມືອງຂອງດາວິດ ໄປທີ່ພຣະວິຫານ. 2 ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນ ໃນງານສະຫລອງວັນປຸກຕູບຢູ່ໃນເດືອນທີເຈັດ ອັນກົງກັນກັບເດືອນເອທານິມ . 3 ເມື່ອບັນດາຜູ້ນຳທຸກຄົນໄດ້ມາໂຮມກັນແລ້ວ ບັນດາປະໂຣຫິດກໍໄດ້ຍົກເອົາຫີບພັນທະສັນຍາ 4 ແລະພວກເຂົາໄດ້ຫາມຫີບຂອງພຣະເຈົ້າຢາເວມາໄວ້ທີ່ພຣະວິຫານ; ຊາວເລວີແລະບັນດາປະໂຣຫິດຍັງໄດ້ຍົກຍ້າຍຫໍເຕັນບ່ອນຊຸມນຸມພ້ອມທັງເຄື່ອງໃຊ້ບໍຣິສຸດທັງໝົດປະຈຳຫໍເຕັນເຂົ້າມາທີ່ພຣະວິຫານດ້ວຍ. 5 ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດໄດ້ມາປະຊຸມກັນ ຢູ່ຕໍ່ໜ້າຫີບພັນທະສັນຍາ. ເພິ່ນໄດ້ຖວາຍແກະແລະງົວຈຳນວນຫລວງຫລາຍ ຈົນນັບບໍ່ຖ້ວນເປັນເຄື່ອງບູຊາ. 6 ແລ້ວບັນດາປະໂຣຫິດກໍຫາມເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ ເຂົ້າມາໃນພຣະວິຫານ ແລະນຳໄປວາງໄວ້ຢູ່ໃນບ່ອນສັກສິດທີ່ສຸດຄືຢູ່ລຸ່ມເຄຣຸບ. 7 ປີກຂອງເຄຣຸບເດ່ອອກໄປປົກຫີບແລະໄມ້ຄານຫາມ. 8 ຜູ້ທີ່ຢືນຢູ່ຊື່ໜ້າບ່ອນສັກສິດທີ່ສຸດຈະແນມເຫັນສົ້ນຂອງໄມ້ຄານຫາມນັ້ນ, ແຕ່ຜູ້ທີ່ເບິ່ງຈາກຂ້າງນອກເຂົ້າມາຈະບໍ່ເຫັນ. (ໄມ້ຄານຫາມຍັງຢູ່ໃນທີ່ນັ້ນຈົນເທົ່າທຸກວັນນີ້). 9 ໃນຫີບພັນທະສັນຍານັ້ນມີແຕ່ຫີນສອງແຜ່ນ ຊຶ່ງໂມເຊໄດ້ໃສ່ໄວ້ໃນນັ້ນຄາວຢູ່ທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງອອກມາຈາກປະເທດເອຢິບ. 10 ເມື່ອບັນດາປະໂຣຫິດກຳລັງອອກໄປຈາກພຣະວິຫານ ໃນທັນໃດນັ້ນ ກໍມີເມກຫຸ້ມຢູ່ເຕັມວິຫານຂອງພຣະເຈົ້າຢາເວ 11 ແລະພວກເຂົາກໍບໍ່ສາມາດກັບຄືນໄປປະກອບໜ້າທີ່ໄດ້ ເພາະສະຫງ່າຣາສີຂອງພຣະເຈົ້າຢາເວປົກເຕັມໄປທົ່ວວິຫານຂອງພຣະເຈົ້າຢາເວ. 12 ແລ້ວກະສັດໂຊໂລໂມນກໍໄດ້ພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ໃນທ້ອງຟ້າພຣະອົງໄດ້ໃຫ້ມີດວງຕາເວັນ ແຕ່ພຣະອົງໄດ້ເລືອກສະຖິດຢູ່ ໃນເມກແລະໃນຄວາມມືດ. 13 ຂ້ານ້ອຍໄດ້ສ້າງ ພຣະວິຫານອັນສະຫງ່າງາມໃຫ້ພຣະອົງຢູ່ ເປັນສະຖານທີ່ສຳລັບພຣະອົງ ຈະສະຖິດຢູ່ຕະຫລອດໄປ.” ໂຊໂລໂມນກ່າວຄຳອວຍພອນແກ່ປະຊາຊົນ ( 2 ຂຄ 6:3-11 ) 14 ໃນຂະນະທີ່ປະຊາຊົນຢືນຢູ່ນັ້ນ ກະສັດໂຊໂລໂມນກໍໄດ້ຫັນໜ້າມາທາງພວກເຂົາ ແລະຂໍພຣະເຈົ້າອວຍພອນພວກເຂົາ. 15 ເພິ່ນກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ພຣະອົງໄດ້ຮັກສາຄຳສັນຍາກັບກະສັດດາວິດພໍ່ຂອງຂ້າພະເຈົ້າ ຄືພຣະອົງໄດ້ບອກເພິ່ນວ່າ, 16 ‘ຕັ້ງແຕ່ຄາວທີ່ເຮົາໄດ້ນຳປະຊາຊົນຂອງເຮົາອອກມາຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ເລືອກເອົາເມືອງໃດໆໃນດິນແດນທັງໝົດຂອງຊາດອິດສະຣາເອນ ເປັນບ່ອນສ້າງພຣະວິຫານເພື່ອໃຫ້ມະນຸດນະມັດສະການເຮົາ. ແຕ່ເຮົາໄດ້ເລືອກເອົາດາວິດໃຫ້ເປັນຜູ້ປົກຄອງປະຊາຊົນຂອງເຮົາ.”’ 17 ແລ້ວກະສັດໂຊໂລໂມນກໍກ່າວຕໍ່ໄປວ່າ, “ກະສັດດາວິດພໍ່ຂອງຂ້າພະເຈົ້າໄດ້ວາງແຜນສ້າງວິຫານສຳລັບນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ 18 ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, ‘ເປັນການດີ ທີ່ເຈົ້າຕັ້ງໃຈຢາກສ້າງວິຫານສຳລັບເຮົາ, 19 ແຕ່ເຈົ້າຈະບໍ່ໄດ້ສ້າງ. ແມ່ນລູກຊາຍຂອງເຈົ້າທີ່ຈະເປັນຜູ້ສ້າງວິຫານແກ່ເຮົາ.’ 20 ບັດນີ້ ພຣະເຈົ້າຢາເວກໍໄດ້ຮັກສາພັນທະສັນຍາຂອງພຣະອົງແລ້ວ ຄືຂ້າພະເຈົ້າໄດ້ຂຶ້ນເປັນກະສັດສືບແທນພໍ່ຂອງຂ້າພະເຈົ້າ ແລະໄດ້ເປັນຜູ້ສ້າງວິຫານສຳລັບນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. 21 ຂ້າພະເຈົ້າຍັງໄດ້ຈັດບ່ອນໃນພຣະວິຫານໄວ້ສຳລັບຫີບພັນທະສັນຍາ ຊຶ່ງບັນຈຸແຜ່ນຫີນແຫ່ງພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ມີໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຮົາ ຄືເມື່ອພຣະອົງໄດ້ນຳພາພວກເພິ່ນອອກມາຈາກປະເທດເອຢິບນັ້ນ.” ໂຊໂລໂມນພາວັນນາອະທິຖານຕໍ່ພຣະເຈົ້າ ( 2 ຂຄ 6:12-42 ) 22 ແລ້ວກະສັດໂຊໂລໂມນກໍເຂົ້າໄປຢືນຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວຊ້ອງໜ້າປະຊາຊົນອິດສະຣາເອນ. ໃນທີ່ນັ້ນເພິ່ນຍົກມືຂຶ້ນ 23 ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໃນສະຫວັນເບື້ອງເທິງ ແລະໃນແຜ່ນດິນໂລກເບື້ອງລຸ່ມ ບໍ່ມີພະໃດເໝືອນພຣະອົງ ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ ແລະສະແດງຄວາມຮັກຂອງພຣະອົງຕໍ່ພວກເຂົາ ເມື່ອພວກເຂົາດຳເນີນຊີວິດຢ່າງເຊື່ອຟັງພຣະອົງດ້ວຍໝົດຈິດໝົດໃຈ. 24 ພຣະອົງໄດ້ຮັກສາພັນທະສັນຍາຂອງພຣະອົງ ທີ່ມີໄວ້ກັບກະສັດດາວິດພໍ່ຂອງຂ້ານ້ອຍ; ວັນນີ້ ພຣະອົງໄດ້ປະຕິບັດຕາມຄຳສັນຍານັ້ນທຸກຖ້ອຍຄຳ. 25 ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ຂ້ານ້ອຍພາວັນນາອະທິຖານຕໍ່ພຣະອົງໃຫ້ຮັກສາຄຳສັນຍາອື່ນໆ ທີ່ພຣະອົງມີໄວ້ກັບພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນ ຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນເລື້ອຍໆໄປ ຖ້າພວກເຂົາຕັ້ງໃຈເຊື່ອຟັງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມາ. 26 ສະນັ້ນ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ໂຜດໃຫ້ທຸກສິ່ງເປັນຈິງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບກະສັດດາວິດພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ. 27 ໂອພຣະເຈົ້າເອີຍ ແຕ່ພຣະອົງຢາກຢູ່ໃນແຜ່ນດິນໂລກນີ້ແທ້ບໍ? ແມ່ນແຕ່ຟ້າສະຫວັນທັງໝົດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້ ແລ້ວພຣະວິຫານທີ່ຂ້ານ້ອຍສ້າງນີ້ຈະໃຫຍ່ພຽງພໍສຳລັບພຣະອົງໄດ້ຢ່າງໃດ? 28 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍເປັນຄົນຮັບໃຊ້ຂອງພຣະອົງ. ຂໍໂຜດຟັງຄຳພາວັນນາອະທິຖານແລະຕອບຄຳຮ້ອງຂໍຂອງຂ້ານ້ອຍໃນວັນນີ້ດ້ວຍເທີ້ນ. 29 ຂໍພຣະອົງໂຜດດູແລຮັກສາວິຫານນີ້ທັງກາງເວັນແລະກາງຄືນ ເພາະເປັນບ່ອນທີ່ພຣະອົງໄດ້ກ່າວວ່າ, ‘ນາມຊື່ຂອງເຮົາຈະສະຖິດຢູ່ທີ່ນັ້ນ.’ ເພື່ອພຣະອົງຈະຮັບຟັງຄຳພາວັນນາອະທິຖານ ຊຶ່ງຜູ້ຮັບໃຊ້ຂອງພຣະອົງພາວັນນາອະທິຖານ ໂດຍຫັນໜ້າມາທາງສະຖານທີ່ນີ້. 30 ຂໍໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະຄຳພາວັນນາອະທິຖານຂອງຊາວອິດສະຣາເອນປະຊາຊົນຂອງພຣະອົງ ໃນເມື່ອພວກເຂົາຫັນໜ້າມາທາງສະຖາທີ່ນີ້ ແລະພາວັນນາອະທິຖານ. ຂໍໂຜດຟັງພວກຂ້ານ້ອຍຈາກສະຫວັນບ່ອນພຣະອົງສະຖິດຢູ່ ແລະຍົກໂທດໃຫ້ແກ່ພວກຂ້ານ້ອຍດ້ວຍເທີ້ນ. 31 ເມື່ອໃດມີຜູ້ໜຶ່ງຖືກກ່າວຫາວ່າເປັນຄົນເຮັດຜິດຕໍ່ຜູ້ອື່ນ ແລະຖືກນຳມາທີ່ແທ່ນບູຊາຂອງພຣະອົງໃນພຣະວິຫານນີ້ ເພື່ອສາບານວ່າລາວບໍ່ມີຄວາມຜິດ 32 ເມື່ອນັ້ນທີ່ສະຫວັນ ຂໍໂຜດຟັງແລະຕັດສິນພວກຜູ້ຮັບໃຊ້ຂອງພຣະອົງດ້ວຍເຖີດ. ຈົ່ງລົງໂທດຜູ້ທີ່ເຮັດຜິດຕາມທີ່ລາວສົມຄວນຈະໄດ້ຮັບ ແລະປົດປ່ອຍຜູ້ທີ່ບໍ່ມີຄວາມຜິດໄປດ້ວຍເທີ້ນ. 33 ເມື່ອໃດປະຊາຊົນອິດສະຣາເອນຂອງພຣະອົງພ່າຍແພ້ສັດຕູຂອງພວກເຂົາ ຍ້ອນເຮັດບາບຕໍ່ສູ້ພຣະອົງ; ແລະເມື່ອພວກເຂົາຕ່າວຄືນມາຫາພຣະອົງທີ່ພຣະວິຫານນີ້ ແລະຖ່ອມຕົວພາວັນນາອະທິຖານຫາພຣະອົງ ເພື່ອຂໍພຣະອົງຍົກໂທດໃຫ້. 34 ເມື່ອນັ້ນທີ່ສະຫວັນ ຂໍໂຜດຟັງພວກເຂົາດ້ວຍ. ຂໍໂຜດຍົກບາບໃຫ້ປະຊາຊົນຂອງພຣະອົງ ແລະນຳພວກເຂົາກັບຄືນໄປສູ່ດິນແດນທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຂົານັ້ນດ້ວຍເທີ້ນ. 35 ເມື່ອໃດປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ສູ້ພຣະອົງ ແລະພຣະອົງກໍໄດ້ກັກຝົນບໍ່ໃຫ້ຕົກ; ແລະຕໍ່ມາ ເມື່ອພວກເຂົາກັບໃຈຫັນໜ້າມາທາງພຣະວິຫານນີ້ ຖ່ອມຕົວພາວັນນາອະທິຖານຫາພຣະອົງ, 36 ເມື່ອນັ້ນທີ່ສະຫວັນ ຂໍໂຜດຟັງພວກເຂົາດ້ວຍ. ຂໍໂຜດຍົກບາບຂອງກະສັດ ແລະຂອງປະຊາຊົນອິດສະຣາເອນ ແລະສອນພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. ຂໍໂຜດສົ່ງຝົນລົງມາສູ່ດິນແດນຂອງພຣະອົງທີ່ໄດ້ຖືກມອບໃຫ້ເປັນກຳມະສິດອັນຕະຫລອດໄປ ແກ່ປະຊາຊົນຂອງພຣະອົງດ້ວຍເທີ້ນ. 37 ເມື່ອມີການອຶດຢາກເກີດຂຶ້ນໃນດິນແດນ ຫລືມີໂຣກລະບາດ ຫລືມີພືດຜົນຖືກທຳລາຍຍ້ອນລົມຮ້ອນພັດ ຫລືຍ້ອນຝູງຕັກແຕນ ຫລືເມື່ອປະຊາຊົນຂອງພຣະອົງຖືກໂຈມຕີ ຫລືເມື່ອມີໂຣກໄພໄຂ້ເຈັບເກີດຂຶ້ນທ່າມກາງພວກເຂົາ 38 ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າປະຊາຊົນອິດສະຣາເອນຂອງພຣະອົງຄົນໃດໂສກເສົ້າເຫງົາໃຈ ແລະຍົກມືຂຶ້ນພາວັນນາອະທິຖານມາທາງວິຫານນີ້ 39 ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງແລະຍົກໂທດ ແລະຊ່ວຍເຫລືອພວກເຂົາດ້ວຍເທີ້ນ. ພຣະອົງເທົ່ານັ້ນທີ່ຮູ້ຈັກຄວາມຄິດໃນຈິດໃຈມະນຸດ. ຂໍໂຜດເຮັດກັບແຕ່ລະຄົນຕາມທີ່ເຂົາສົມຄວນຈະໄດ້ຮັບດ້ວຍເທີ້ນ. 40 ເພື່ອປະຊາຊົນຂອງພຣະອົງຈະໄດ້ເຊື່ອຟັງພຣະອົງຕະຫລອດໄປ ເມື່ອພວກເຂົາອາໄສຢູ່ໃນດິນແດນ ທີ່ພຣະອົງໄດ້ມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົານັ້ນ. 41-42 ເມື່ອຄົນຕ່າງດ້າວຜູ້ໜຶ່ງຢູ່ໃນດິນແດນທີ່ຫ່າງໄກໄດ້ຍິນຊື່ສຽງຂອງພຣະອົງ ແລະໄດ້ຍິນເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ເຮັດຕໍ່ປະຊາຊົນຂອງພຣະອົງ ແລ້ວເຂົ້າມານະມັດສະການ ແລະພາວັນນາອະທິຖານຕໍ່ພຣະອົງທີ່ວິຫານນີ້ 43 ຂໍໂຜດຟັງຄຳພາວັນນາອະທິຖານຂອງເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງເຂົາ ແລະເຮັດຕາມທີ່ເຂົາຮ້ອງຂໍດ້ວຍເທີ້ນ ເພື່ອວ່າປະຊາຊົນທົ່ວໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະຢຳເກງພຣະອົງ, ເໝືອນດັ່ງປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງນີ້ ແມ່ນບ່ອນທີ່ຮ້ອງຂໍອອກນາມຊື່ຂອງພຣະອົງ. 44 ເມື່ອພຣະອົງສັ່ງປະຊາຊົນຂອງພຣະອົງເຂົ້າໄປສູ່ສະໜາມຮົບ ເພື່ອຕໍ່ສູ້ເຫຼົ່າສັດຕູຂອງພວກເຂົາ ແລະພາວັນນາອະທິຖານຫາພຣະເຈົ້າຢາເວ ບໍ່ວ່າຢູ່ບ່ອນໃດກໍຕາມ ໂດຍປິ່ນໜ້າມາທາງເມືອງບ່ອນທີ່ພຣະອົງໄດ້ເລືອກໄວ້ ແລະມາທາງວິຫານບ່ອນທີ່ຂ້ານ້ອຍໄດ້ສ້າງສຳລັບນາມຊື່ຂອງພຣະອົງ 45 ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນ ຂໍໂຜດຟັງພວກເຂົາ ແລະໃຫ້ພວກເຂົາມີໄຊຊະນະດ້ວຍເທີ້ນ. 46 ເມື່ອປະຊາຊົນຂອງພຣະອົງເຮັດບາບຕໍ່ສູ້ພຣະອົງ ເພາະບໍ່ມີຜູ້ໃດທີ່ບໍ່ໄດ້ເຮັດບາບ ແລ້ວພຣະອົງກໍໄດ້ໂກດຮ້າຍ ຈຶ່ງປ່ອຍໃຫ້ເຫຼົ່າສັດຕູເອົາຊະນະພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍຢູ່ໃນດິນແດນອື່ນບາງແຫ່ງ ເຖິງແມ່ນວ່າດິນແດນນັ້ນຈະຢູ່ໄກເທົ່າໃດກໍຕາມ 47 ຂໍໂຜດຟັງຄຳພາວັນນາອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ ແລະພາວັນນາອະທິຖານຫາພຣະອົງ ໂດຍສາລະພາບວ່າພວກເຂົາເປັນຄົນບາບ ແລະຊົ່ວຊ້າ; ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍເທີ້ນ 48 ຢູ່ໃນດິນແດນນັ້ນ ຖ້າພວກເຂົາກັບໃຈໃໝ່ຢ່າງຈິງໃຈແທ້ ແລະພາວັນນາອະທິຖານຫາພຣະອົງ ໂດຍປິ່ນໜ້າມາທາງດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ຄືເມືອງທີ່ພຣະອົງໄດ້ເລືອກໄວ້ ແລະປິ່ນໜ້າມາທາງວິຫານນີ້ ທີ່ຂ້ານ້ອຍໄດ້ສ້າງສຳລັບນາມຊື່ຂອງພຣະອົງ; 49 ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງແລະເມດຕາພວກເຂົາດ້ວຍເທີ້ນ 50 ຂໍໂຜດຍົກບາບທັງໝົດກັບການກະບົດຕ່າງໆຂອງພວກເຂົາທີ່ຕໍ່ສູ້ພຣະອົງ ຂໍໃຫ້ເຫຼົ່າສັດຕູປະຕິບັດຕໍ່ພວກເຂົາດ້ວຍຄວາມເມດຕາດ້ວຍເທີ້ນ 51 ພວກເຂົາເປັນປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ນຳອອກມາຈາກປະເທດເອຢິບ ບ່ອນທີ່ເປັນດັ່ງຂຸມນາຣົກນັ້ນ. 52 ຂໍພຣະອົງຫລຽວເບິ່ງປະຊາຊົນອິດສະຣາເອນ ແລະກະສັດຂອງພວກເຂົາ ດ້ວຍຄວາມເຫັນອົກເຫັນໃຈເລື້ອຍໄປເຖີດ ແລະເມື່ອໃດທີ່ພວກເຂົາຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອ ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍເທີ້ນ 53 ພຣະອົງໄດ້ແຍກພວກເຂົາອອກຈາກຊົນຊາດທັງໝົດໃນໂລກ ເພື່ອໃຫ້ເປັນປະຊາຊົນຂອງພຣະອົງ ດັ່ງທີ່ພຣະອົງໄດ້ບອກຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ ຄາວທີ່ພຣະອົງໄດ້ນຳພາປູ່ຍ່າຕາຍາຍຂອງພວກຂ້ານ້ອຍອອກມາຈາກປະເທດເອຢິບ, ໂອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ.” ໂຊໂລໂມນພາວັນນາອະທິຖານເທື່ອສຸດທ້າຍ 54 ຫລັງຈາກທີ່ກະສັດໂຊໂລໂມນໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວສິ້ນສຸດລົງແລ້ວ ເພິ່ນໄດ້ຢືນຂຶ້ນຕໍ່ໜ້າແທ່ນບູຊາບ່ອນທີ່ເພິ່ນຄຸເຂົ່າລົງແລະຍົກມືຂຶ້ນນັ້ນ. 55 ເພິ່ນຂໍພອນຈາກພຣະເຈົ້າສຳລັບຊຸມນຸມປະຊາຊົນອິດສະຣາເອນທັງໝົດໃນທີ່ນັ້ນດ້ວຍສຽງດັງ. ເພິ່ນກ່າວວ່າ, 56 “ສັນລະເສີນພຣະເຈົ້າຢາເວ ທີ່ໂຜດໃຫ້ປະຊາຊົນຂອງພຣະອົງມີຄວາມສະຫງົບສຸກ ຕາມທີ່ພຣະອົງໄດ້ສັນຍາໄວ້. ພຣະອົງໄດ້ຮັກສາຄຳສັນຍາທັງໝົດ ທີ່ມີໄວ້ຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ. 57 ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ສະຖິດຢູ່ທ່າມກາງພວກເຮົາ ດັ່ງທີ່ພຣະອົງໄດ້ສະຖິດຢູ່ກັບປູ່ຍ່າຕາຍາຍຂອງພວກເຮົານັ້ນເຖີດ; ຂໍພຣະອົງຢ່າປະຖິ້ມພວກເຮົາ; 58 ຂໍພຣະອົງບັນດານໃຫ້ພວກເຮົາເຊື່ອຟັງພຣະອົງ ເພື່ອວ່າພວກເຮົາຈະດຳເນີນຊີວິດຕາມທີ່ພຣະອົງຕ້ອງການໃຫ້ດຳເນີນ ແລະຖືຮັກສາກົດບັນຍັດແລະຄຳສັ່ງທຸກຂໍ້ທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຮົາ. 59 ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊົງໂຜດຈົດຈຳຄຳພາວັນນາອະທິຖານທີ່ຂ້ານ້ອຍພາວັນນາອະທິຖານຂໍຕໍ່ໜ້າພຣະເຈົ້າຢາເວນີ້ທັງກາງເວັນແລະກາງຄືນດ້ວຍເທີ້ນ ເພື່ອພຣະອົງຈະຊົງໂຜດເມດຕາຜູ້ຮັບໃຊ້ຂອງພຣະອົງ ແລະປະຊາຊົນອິດສະຣາເອນຂອງພຣະອົງ ຕາມຄວາມຕ້ອງການຂອງພວກເຂົາໃນແຕ່ລະວັນ. 60 ດັ່ງນັ້ນ ປະຊາຊົນທັງໝົດຂອງແຜ່ນດິນໂລກຈຶ່ງຈະຮູ້ວ່າ ພຣະເຈົ້າຢາເວເທົ່ານັ້ນທີ່ເປັນພຣະເຈົ້າແລະບໍ່ມີພະອື່ນອີກ. 61 ຂໍໃຫ້ພວກທ່ານຜູ້ເປັນຊົນຊາດຂອງພຣະອົງ ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໂດຍເຊື່ອຟັງກົດບັນຍັດແລະຄຳສັ່ງທຸກຂໍ້ຂອງພຣະອົງ ດັ່ງທີ່ພວກທ່ານໄດ້ປະຕິບັດໃນທຸກວັນນີ້.” ການອຸທິດຖວາຍພຣະວິຫານ ( 2 ຂຄ 7:4-10 ) 62 ແລ້ວກະສັດໂຊໂລໂມນພ້ອມທັງທຸກຄົນກໍຖວາຍເຄື່ອງບູຊາຕ່າງໆຕໍ່ໜ້າພຣະເຈົ້າຢາເວ. 63 ເພິ່ນໄດ້ຂ້າງົວຊາວສອງພັນໂຕ ແລະແກະໜຶ່ງຮ້ອຍຊາວພັນໂຕ ຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດ ຈຶ່ງໄດ້ອຸທິດຖວາຍພຣະວິຫານຂອງພຣະເຈົ້າຢາເວ. 64 ໃນວັນດຽວກັນນັ້ນ ເພິ່ນຍັງໄດ້ຖວາຍສ່ວນທາງກາງເດີ່ນຫຍ້າ ຄືເຂດທາງໜ້າພຣະວິຫານຂອງພຣະເຈົ້າຢາເວ ແລ້ວໃນທີ່ນັ້ນເພິ່ນໄດ້ເຜົາສັດທັງໂຕຖວາຍບູຊາ, ຖວາຍພືດຜົນເປັນເມັດ ແລະຖວາຍໄຂມັນຂອງສັດ ໃຫ້ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ. ເພິ່ນໄດ້ເຮັດດັ່ງນີ້ກໍເພາະແທ່ນບູຊາທອງສຳຣິດນ້ອຍໂພດສຳລັບເຄື່ອງຖວາຍເຫຼົ່ານີ້ທັງໝົດຕໍ່ໜ້າພຣະເຈົ້າຢາເວ. 65 ທີ່ພຣະວິຫານ ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດ ໄດ້ສະເຫລີມສະຫລອງເທດສະການປຸກຕູບຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນເວລາເຈັດວັນ. ປະຊາຊົນຈຳນວນຫລວງຫລາຍໄດ້ມາຮ່ວມນຳ ຄືມາແຕ່ທາງເໜືອສຸດຂອງຊ່ອງແຄບຮາມັດ ແລະເຂດແດນທາງໃຕ້ຂອງປະເທດເອຢິບ. 66 ໃນວັນທີແປດ ກະສັດໂຊໂລໂມນໄດ້ໃຫ້ປະຊາຊົນກັບເມືອບ້ານເຮືອນຂອງໃຜລາວ. ພວກເຂົາທຸກຄົນຕ່າງກໍຊົມເຊີຍເພິ່ນ ແລະກັບຄືນເມືອຢ່າງຊົມຊື່ນຍິນດີ ເພາະຄຳອວຍພອນທັງໝົດທີ່ພຣະເຈົ້າຢາເວໄດ້ປະທານໃຫ້ແກ່ກະສັດດາວິດຜູ້ຮັບໃຊ້ຂອງພຣະອົງ ແລະໃຫ້ແກ່ປະຊາຊົນອິດສະຣາເອນຂອງພຣະອົງ. |
@ 2012 United Bible Societies. All Rights Reserved.