1 ກະສັດ 7 - ພຣະຄຳພີສັກສິວັງຂອງໂຊໂລໂມນ 1 ກະສັດໂຊໂລໂມນຍັງໄດ້ສ້າງວັງສຳລັບຕົນເອງ ແລະເພິ່ນໄດ້ໃຊ້ເວລາເຖິງສິບສາມປີຈຶ່ງສ້າງສຳເລັດ. 2-3 ເພິ່ນສ້າງຫ້ອງໂຖງແຫ່ງດົງເລບານອນ ຊຶ່ງຍາວສີ່ສິບສີ່ແມັດ ກວ້າງຊາວສອງແມັດ ແລະສູງສິບສາມແມັດເຄິ່ງ. ມີເສົາໄມ້ແປກສາມແຖວ ແຖວລະສິບຫ້າເສົາ ຊຶ່ງມີຂື່ເປັນໄມ້ແປກກາດໃສ່ເສົາເຫຼົ່ານີ້. ສ່ວນເພດານແມ່ນໄດ້ເຮັດດ້ວຍໄມ້ແປກທັງນັ້ນ ຊຶ່ງຕໍ່ອອກໄປຮອດເພດານຫ້ອງໄວ້ເຄື່ອງຂອງ ແລະມີເສົາຄໍ້າ. 4 ແຕ່ລະຝາທັງສອງເບື້ອງມີປ່ອງຢ້ຽມສາມປ່ອງ. 5 ຂອບປະຕູແລະຂອບປ່ອງຢ້ຽມທັງຫລາຍ ເປັນຮູບສີ່ຫລ່ຽມຍາວ. ປ່ອງຢ້ຽມສາມປ່ອງຂອງແຕ່ລະຝາປິ່ນໜ້າໃສ່ກັນ. 6 ຫ້ອງໂຖງລະຫວ່າງເສົາຍາວຊາວສອງແມັດ ກວ້າງສິບສາມແມັດເຄິ່ງ ແລະລະບຽງທາງໜ້າກໍມີຫລັງຄາແລະມີເສົາຄໍ້າ. 7 ຫ້ອງບັນລັງ ຊຶ່ງເອີ້ນອີກວ່າຫ້ອງຕັດສິນຄວາມ ເປັນບ່ອນທີ່ກະສັດໂຊໂລໂມນຕັດສິນຄະດີຕ່າງໆ. ຫ້ອງນີ້ປູແລະແອ້ມດ້ວຍໄມ້ແປກຕັ້ງແຕ່ພື້ນຈົນຈຸເພດານ. 8 ບໍຣິເວນທີ່ກະສັດໂຊໂລໂມນຢູ່ນັ້ນແມ່ນໄດ້ສ້າງຂຶ້ນໃນເດີ່ນອີກແຫ່ງໜຶ່ງ ທີ່ທາງເບື້ອງຫລັງຂອງຫ້ອງຕັດສິນຄວາມ. ຫ້ອງນີ້ແມ່ນໄດ້ສ້າງແບບດຽວກັບຕົວຕຶກອື່ນໆ. ເພິ່ນໄດ້ສ້າງເຮືອນແບບດຽວກັນນີ້ໃຫ້ເມຍຂອງເພິ່ນ ຜູ້ທີ່ເປັນລູກສາວຂອງກະສັດແຫ່ງເອຢິບ. 9 ຫໍໂຮງຕ່າງໆພ້ອມທັງເດີ່ນໃຫຍ່ແມ່ນໄດ້ສ້າງດ້ວຍຫີນອັນມີຄ່າ ທີ່ເລືອກສັນຢ່າງດີຕັ້ງແຕ່ພື້ນຖານຂອງຕຶກຈົນເຖິງຂອບຫລັງຄາ. ຫີນນີ້ໄດ້ຕັດມາຈາກບໍ່ຫີນ ແລະວັດແທກທັງຂ້າງໃນ ແລະທັງຂ້າງນອກ ແລະໃຊ້ເລື່ອຍຕັດ. 10 ພື້ນຖານຕ່າງໆແມ່ນສ້າງດ້ວຍຫີນກ້ອນໃຫຍ່ ຊຶ່ງໄດ້ຕັດມາຈາກບໍ່ຫີນ. ບາງກ້ອນກໍຍາວໄດ້ສີ່ຫາຫ້າແມັດ. 11 ຢູ່ເທິງຫີນເຫຼົ່ານີ້ມີຫີນຢ່າງອື່ນອີກທີ່ໄດ້ຕັດອອກມາ ຕາມຂະໜາດແລະມີຂື່ເປັນໄມ້ແປກ. 12 ເດີ່ນຂອງຣາຊວັງ, ເດີ່ນຂ້າງໃນຂອງວິຫານຂອງພຣະເຈົ້າຢາເວ ແລະຫ້ອງຊື່ກັບທາງເຂົ້າພຣະວິຫານມີກຳແພງເປັນຫີນ ຄືລຽນຫີນທີ່ຕັດນັ້ນສາມກ້ອນເປັນຊັ້ນໜຶ່ງ ແລະແຕ່ລະຊັ້ນກໍໄດ້ວາງໄມ້ຂາງທີ່ເປັນໄມ້ແປກໃສ່. ຮູຣາມຊ່າງສີມືຜູ້ມີສະຕິປັນຍາ 13 ກະສັດໂຊໂລໂມນໄດ້ສົ່ງຄົນໄປນຳເອົາຊາຍຄົນໜຶ່ງ; ຊາຍຄົນນີ້ຊື່ວ່າຮູຣາມ ຊ່າງສີມືຜູ້ທີ່ອາໄສຢູ່ໃນເມືອງຕີເຣ. ລາວເປັນຊ່າງສີມືທີ່ຊຳນິຊຳນານກ່ຽວກັບທອງສຳຣິດ. 14 ພໍ່ຂອງລາວ ເປັນໄທເມືອງຕີເຣ ຜູ້ທີ່ໄດ້ຕາຍໄປແລ້ວນັ້ນ ກໍເປັນຊ່າງສີມືກ່ຽວກັບທອງສຳຣິດເໝືອນກັນ. ແມ່ຂອງລາວເປັນຄົນມາຈາກເຜົ່າເນັບທາລີ. ຮູຣາມເປັນຊ່າງສີມືທີ່ມີສະຕິປັນຍາ ແລະເປັນຜູ້ມີປະສົບການ. ລາວໄດ້ສະໜອງຕາມຄຳເຊີນຂອງກະສັດໂຊໂລໂມນ ທີ່ໃຫ້ລາວຮັບຜິດຊອບວຽກງານກ່ຽວກັບທອງສຳຣິດທັງໝົດ. ເສົາທອງສຳຣິດສອງຕົ້ນ ( 2 ຂຄ 3:15-17 ) 15 ຮູຣາມຫລໍ່ເສົາທອງສຳຣິດສອງຕົ້ນ ແຕ່ລະຕົ້ນສູງແປດແມັດ ແລະລວງອ້ອມ ມີຫ້າແມັດສາມສິບເຊັນ. ເສົານີ້ຕັ້ງຢູ່ທີ່ທາງເຂົ້າຂອງພຣະວິຫານ. 16 ລາວຍັງໄດ້ເຮັດຫົວເສົາສອງອັນໃສ່ເທິງຈອມເສົາ ແຕ່ລະອັນສູງໄດ້ສອງແມັດຊາວເຊັນ. 17 ຈອມເສົາແຕ່ລະອັນແມ່ນເອ້ດ້ວຍສາຍສ້ອຍທີ່ຖັກເປັນລວດລາຍ 18 ແລະໝາກພິລາທີ່ເຮັດດ້ວຍທອງສຳຣິດສອງແຖວ. 19 ຫົວເສົານີ້ເປັນເໝືອນຮູບດອກບົວສູງໜຶ່ງແມັດແປດສິບເຊັນ. 20 ເພິ່ນເອົາຫົວເສົານີ້ວາງໃສ່ບ່ອນມົນທົນ ຊຶ່ງຢູ່ເທິງສາຍສ້ອຍທີ່ຕົບແຕ່ງ, ແຕ່ລະ ຫົວເສົາມີຮູບໝາກພິລາສອງຮ້ອຍຮູບລຽນອ້ອມເປັນສອງແຖວ. 21 ຮູຣາມໄດ້ຕັ້ງເສົາສອງຕົ້ນນີ້ຂຶ້ນຕໍ່ໜ້າທາງເຂົ້າຂອງພຣະວິຫານ. ເສົາຢູ່ທາງດ້ານໃຕ້ຊື່ວ່າຢາກິນ ແລະເສົາຢູ່ທາງດ້ານເໜືອຊື່ວ່າໂບອາດ. 22 ທີ່ເທິງຈອມຫົວເສົາມີຮູບດອກບົວເປັນທອງສຳຣິດ. ດັ່ງນັ້ນ ວຽກງານການສ້າງເສົາຈຶ່ງສຳເລັດເສັດສິ້ນລົງ. ຂັນທອງສຳຣິດ ( 2 ຂຄ 4:2-5 ) 23 ຮູຣາມຍັງໄດ້ເຮັດຂັນທອງສຳຣິດສູງສອງແມັດຊາວເຊັນ ປາກກວ້າງສີ່ແມັດສີ່ສິບເຊັນ ແລະລວງອ້ອມສິບສາມແມັດຊາວເຊັນ. 24 ຢູ່ອ້ອມຂອບນອກຂອງຂັນ ມີຮູບໝາກນໍ້າເຕົ້າທອງສຳຣິດສອງແຖວ ທີ່ຫລໍ່ຕິດກັບຂັນ. 25 ຂັນນີ້ວາງໃສ່ເທິງຮູບງົວທອງສຳຣິດສິບສອງໂຕ ທີ່ປິ່ນໜ້າອອກນອກ. ແຕ່ລະສາມໂຕໃດໄດ້ອວ່າຍໜ້າອອກໄປສູ່ແຕ່ລະທິດທາງ. 26 ຂັນນີ້ໜາໄດ້ເຈັດເຊັນເຄິ່ງ. ຂອບຂັນຄືກັບຂອບຈອກ ຊຶ່ງທາງນອກແກະສະຫລັກເໝືອນກັບດອກບົວ. ຂັນໜ່ວຍນີ້ບັນຈຸນໍ້າໄດ້ສີ່ໝື່ນລິດ. ກວຽນທອງສຳຣິດ 27 ຮູຣາມຍັງໄດ້ສ້າງກວຽນທອງສຳຣິດສິບຄັນ, ແຕ່ລະຄັນຍາວໜຶ່ງແມັດແປດສິບເຊັນ ແລະກວ້າງໜຶ່ງແມັດແປດສິບເຊັນ ແລະສູງໜຶ່ງແມັດສາມສິບເຊັນ. 28 ກວຽນນີ້ແມ່ນເຮັດດ້ວຍແຜ່ນທອງສຳຣິດເປັນຮູບສີ່ຫລ່ຽມແລະໃສ່ຂອບ. 29 ແຜ່ນເຫຼົ່ານີ້ມີຮູບສິງ, ຮູບງົວ ແລະເຄຣຸບ. ຢູ່ຕາມຂອບທາງເທິງ ແລະທາງລຸ່ມຂອງຮູບສິງ ແລະຮູບງົວມີຮູບພວງມະໄລຢ່າງງົດງາມ. 30 ກວຽນແຕ່ລະຄັນມີລໍ້ທອງສຳຣິດສີ່ລໍ້ ແລະມີເພົາເປັນທອງສຳຣິດ. ທີ່ແຈທັງສີ່ນັ້ນເປັນທອງສຳຣິດຄໍ້າອ່າງໄວ້; ເຄື່ອງຄໍ້ານີ້ໄດ້ຕົບແຕ່ງດ້ວຍກົງຈັກສັບເປັນລວດລາຍ. 31 ຢູ່ເທິງກວຽນມີຂອບມົນໆສຳລັບຕັ້ງອ່າງ ຊຶ່ງສູງສີ່ສິບຫ້າເຊັນ ນັບຈາກຂ້າງເທິງຂອງກວຽນລົງໄປ ແລະເລິກລົງໄປສິບແປດເຊັນ. ຂອບນີ້ໄດ້ແກະສະຫລັກເປັນລວດລາຍອ້ອມຮອບ. 32 ກົງລໍ້ທັງສີ່ທີ່ຢູ່ລຸ່ມຖັງສູງຫົກສິບຫົກເຊັນ ແລະມີເພົາເປັນທ່ອນດຽວກັນກັບກວຽນ. 33 ລໍ້ທັງໝົດເໝືອນກັບລໍ້ລົດຮົບ; ເພົາ, ກົງ, ດີ້ວ ແລະດຸມລໍ້ແມ່ນເຮັດດ້ວຍທອງສຳຣິດທັງໝົດ. 34 ກວຽນແຕ່ລະຄັນມີຂາຄໍ້າສີ່ຂາທີ່ແຈເບື້ອງລຸ່ມຂອງມັນ ຊຶ່ງເປັນທ່ອນດຽວກັນກັບກວຽນ. 35 ຢູ່ເທິງປາກກວຽນແຕ່ລະຄັນມີແຂບອ້ອມ ຍາວໄດ້ຊາວສອງເຊັນ. ຂາຄໍ້າແລະແຜ່ນຝາດ້ານຂ້າງແມ່ນເຮັດເປັນທ່ອນດຽວກັນກັບກວຽນ. 36 ຂາຄໍ້າແລະແຜ່ນເຫຼົ່ານີ້ໄດ້ຄວັດແກະສະຫລັກເຄຣຸບ, ຮູບສິງ ແລະຮູບຕົ້ນຕານ ບໍ່ວ່າບ່ອນໃດທີ່ເປັນວ່າງກໍມີຮູບພວງມະໄລອ້ອມຢູ່ໄປທົ່ວ. 37 ຮູຣາມໄດ້ສ້າງກວຽນທັງໝົດຢ່າງນີ້ ຄືທຸກຄັນແມ່ນເປັນແບບດຽວກັນໝົດ ແລະມີຂະໜາດຮູບຮ່າງຢ່າງດຽວກັນ. 38 ຮູຣາມເຮັດອ່າງສິບໜ່ວຍ. ອ່າງໜ່ວຍໜຶ່ງສຳລັບກວຽນລຳໜຶ່ງ. ແຕ່ລະໜ່ວຍກວ້າງໜຶ່ງແມັດແປດສິບເຊັນ ແລະບັນຈຸນໍ້າໄດ້ແປດຮ້ອຍລິດ. 39 ລາວໄດ້ເອົາກວຽນຫ້າລຳຕັ້ງໄວ້ທາງທິດໃຕ້ຂອງພຣະວິຫານ ແລະອີກຫ້າລຳຕັ້ງໄວ້ທາງທິດເໜືອ. ສ່ວນອ່າງທອງສຳຣິດນັ້ນ ລາວໄດ້ເອົາໄປຕັ້ງໄວ້ຢູ່ທີ່ແຈທາງທິດຕາເວັນອອກຂອງພຣະວິຫານ. ສະຫລຸບລາຍຊື່ເຄື່ອງຂອງສຳລັບພຣະວິຫານ ( 2 ຂຄ 4:11–5:1 ) 40-45 ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະຖ້ວຍ. ລາວສ້າງທຸກສິ່ງ ສຳລັບວິຫານຂອງພຣະເຈົ້າຢາເວໃຫ້ກະສັດໂຊໂລໂມນເປັນທີ່ສຳເລັດ. ລາວໄດ້ສ້າງສິ່ງດັ່ງຕໍ່ໄປນີ້: ເສົາສອງຕົ້ນ ຫົວເສົາຮັບເພດານສອງອັນທີ່ເປັນຮູບຖ້ວຍ ສາຍສ້ອຍທີ່ຖັກເປັນລາຍຮູບໂສ້ຂອງແຕ່ລະເສົາ ຮູບໝາກພິລາທອງສຳຣິດສີ່ຮ້ອຍໜ່ວຍ ແຖວລະຮ້ອຍໜ່ວຍເປັນສອງແຖວອ້ອມແຕ່ລະເສົາ ກວຽນສິບລຳ ອ່າງສິບໜ່ວຍ ຂັນໃຫຍ່ ຮູບງົວສິບສອງໂຕສຳລັບຄໍ້າຂັນໃຫຍ່ ໝໍ້, ຊ້ວານ ແລະຖ້ວຍ. ເຄື່ອງທຸກຢ່າງສຳລັບພຣະວິຫານຂອງພຣະເຈົ້າຢາເວທີ່ຮູຣາມໄດ້ເຮັດໃຫ້ກະສັດໂຊໂລໂມນນັ້ນ ເປັນທອງສຳຣິດທີ່ຂັດຢ່າງດີທັງນັ້ນ. 46 ກະສັດໄດ້ສັ່ງໃຫ້ເຮັດສິ່ງເຫຼົ່ານີ້ທີ່ໂຮງຫລອມ ຢູ່ລະຫວ່າງເມືອງຊຸກໂກດ ແລະເມືອງຊາເຣທານໃນຮ່ອມພູຈໍແດນ. 47 ກະສັດໂຊໂລໂມນບໍ່ໄດ້ຊັ່ງຕວງເບິ່ງເຄື່ອງທອງສຳຣິດເຫຼົ່ານີ້ ເພາະມັນມີຫລາຍໂພດ. ດັ່ງນັ້ນ ຈຶ່ງບໍ່ຮູ້ວ່າມັນຊັ່ງໄດ້ເທົ່າໃດແທ້. 48 ກະສັດໂຊໂລໂມນຍັງໄດ້ເຮັດເຄື່ອງໃຊ້ໃນວິຫານຂອງພຣະເຈົ້າຢາເວດ້ວຍຄຳ ມີດັ່ງນີ້: ແທ່ນບູຊາ, ໂຕະສຳລັບໃສ່ເຂົ້າຈີ່ຖວາຍແກ່ພຣະເຈົ້າ, 49 ໂຕະຮອງຕີນຕະກຽງສິບໜ່ວຍຕັ້ງຢູ່ຕໍ່ໜ້າບ່ອນສັກສິດທີ່ສຸດ ຄືຫ້າໜ່ວຍຢູ່ທາງໃຕ້ ແລະອີກຫ້າໜ່ວຍຢູ່ທາງເໜືອ; ດອກໄມ້, ຕະກຽງ ແລະເຄື່ອງຄີບ; 50 ຈອກ, ມີດຕັດສຳລັບຕັດໃສ້ຕະກຽງ, ຊາມ, ຖ້ວຍສຳລັບໃສ່ເຄື່ອງຫອມ, ໝໍ້ສຳລັບໃສ່ຖ່ານໄຟແດງ, ບານພັບປະຕູບ່ອນສັກສິດທີ່ສຸດ ແລະບານພັບປະຕູທາງນອກພຣະວິຫານ. ສິ່ງເຫຼົ່ານີ້ໄດ້ໃຊ້ຄຳເຮັດທັງໝົດ. 51 ເມື່ອກະສັດໂຊໂລໂມນເຮັດທຸກສິ່ງສຳລັບວິຫານຂອງພຣະເຈົ້າຢາເວສຳເລັດລົງແລ້ວ ເພິ່ນໄດ້ນຳເອົາເງິນ, ຄຳ ແລະເຄື່ອງໃຊ້ຕ່າງໆທີ່ກະສັດດາວິດພໍ່ຂອງຕົນໄດ້ອຸທິດຖວາຍນັ້ນ ໄປມ້ຽນໄວ້ຢູ່ໃນຫ້ອງເກັບເຄື່ອງຂອງວິຫານຂອງພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.