Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 6 - ພຣະຄຳພີສັກສິ


ໂຊໂລໂມນ​ສ້າງ​ພຣະວິຫານ

1 ຫລັງຈາກ​ທີ່​ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ເປັນ​ເວລາ​ສີ່ຮ້ອຍ​ແປດສິບ​ປີ​ແລ້ວ ໃນ​ຣາຊການ​ປີ​ທີ​ສີ່ ຂອງ​ກະສັດ​ໂຊໂລໂມນ​ແຫ່ງ​ຊາດ​ອິດສະຣາເອນ ຄື​ເດືອນ​ທີ​ສອງ​ອັນ​ກົງ​ກັບ​ເດືອນ​ຊີເຟ ​ເພິ່ນ​ໄດ້​ເລີ່ມຕົ້ນ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ.

2 ຂ້າງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ກະສັດ​ໂຊໂລໂມນ​ສ້າງ​ມີ​ລວງ​ຍາວ​ຊາວເຈັດ​ແມັດ; ກວ້າງ​ເກົ້າ​ແມັດ ແລະ​ສູງ​ສິບສາມ​ແມັດ​ເຄິ່ງ.

3 ຫ້ອງ​ຊື່​ທາງ​ປະຕູເຂົ້າ​ເລິກ​ສີ່​ແມັດ​ເຄິ່ງ ແລະ​ກວ້າງ​ເກົ້າ​ແມັດ ຊຶ່ງ​ກວ້າງ​ເທົ່າ​ກັບ​ຕົວ​ພຣະວິຫານ.

4 ສ່ວນ​ຝາ​ກຳແພງ​ຂອງ​ພຣະວິຫານ ເພິ່ນ​ໄດ້​ສ້າງ​ວົງກົບ​ປ່ອງຢ້ຽມ ກວ້າງ​ທາງ​ດ້ານໃນ, ແຕ່​ແຄບ​ທາງ​ດ້ານນອກ.

5 ດ້ານ​ຂ້າງ​ແລະ​ດ້ານຫລັງ​ພຣະວິຫານ​ຕໍ່​ຈາກ​ລະບຽງ​ດ້ານ​ຂ້າງ​ນອກ ເພິ່ນ​ໄດ້​ສ້າງ​ຫ້ອງ​ສາມ​ຊັ້ນ ຊຶ່ງ​ແຕ່ລະຊັ້ນ​ສູງ​ສອງ​ແມັດ​ຊາວ​ເຊັນ.

6 ຫ້ອງ​ຊັ້ນລຸ່ມ​ກວ້າງ​ສອງ​ແມັດ​ຊາວ​ເຊັນ; ຫ້ອງ​ຊັ້ນ​ກາງ​ກວ້າງ​ສອງ​ແມັດ​ເຈັດສິບ​ເຊັນ ແລະ​ຫ້ອງ​ຊັ້ນເທິງ​ກວ້າງ​ສາມ​ແມັດ​ສິບ​ເຊັນ. ຝາ​ຂອງ​ພຣະວິຫານ​ໃນ​ແຕ່ລະຊັ້ນ​ບາງກວ່າ​ຊັ້ນລຸ່ມ​ຂຶ້ນ​ໄປ ເພື່ອ​ວ່າ​ແຕ່ລະ​ຫ້ອງ​ຈະ​ຕໍ່​ກັນ​ໂດຍ​ບໍ່​ຕ້ອງ​ໃຊ້​ໄມ້ຂາງ.

7 ຫີນ​ທີ່​ສ້າງ​ພຣະວິຫານ​ນີ້​ໄດ້​ຈັດຕຽມ​ມາ​ຈາກ​ບ່ອນ​ຂຸດ​ຫີນ ເພື່ອ​ວ່າ​ໃນ​ຂະນະທີ່​ກຳລັງ​ທຳການ​ກໍ່ສ້າງ​ຢູ່​ນັ້ນ ຈະ​ບໍ່ໄດ້​ມີ​ສຽງດັງ​ຂອງ​ຄ້ອນຕີ, ຂວານ ຫລື​ເຄື່ອງມື​ຕ່າງໆ​ທີ່​ເປັນ​ເຫຼັກ.

8 ທາງເຂົ້າ​ຫ້ອງ​ຊັ້ນລຸ່ມ ທີ່​ຕໍ່​ຕົວ​ພຣະວິຫານ​ອອກ​ໄປ​ສູ່​ທາງ​ໃຕ້​ຂອງ​ພຣະວິຫານ​ນີ້ ມີ​ຂັ້ນໄດ​ຂຶ້ນ​ໄປ​ຫາ​ຊັ້ນ​ທີ​ສອງ ແລະ​ຊັ້ນ​ທີ​ສາມ.

9 ສະນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສ້າງ​ພຣະວິຫານ​ສຳເລັດ​ລົງ. ເພິ່ນ​ໃຊ້​ໄມ້ແປກ​ເຮັດ​ຂື່​ແລະ​ເພດານ.

10 ຊານ​ຂອງ​ຫ້ອງ​ສາມ​ຊັ້ນ​ແຕ່ລະ​ຊັ້ນ ທີ່​ຕໍ່​ຕົວ​ພຣະວິຫານ​ອອກ​ໄປ​ສູງ​ສອງ​ແມັດ​ຊາວ​ເຊັນ ຊຶ່ງ​ສ້າງ​ຕິດ​ຝາ​ຂອງ​ພຣະວິຫານ​ໂດຍ​ໃຊ້​ໄມ້ແປກ​ເປັນ​ໄມ້​ຂາງ.

11 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ກະສັດ​ໂຊໂລໂມນ​ວ່າ,

12 “ຖ້າ​ເຈົ້າ​ປະຕິບັດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ ເຮົາ​ຈະ​ປະຕິບັດ​ຕໍ່​ເຈົ້າ​ຕາມ​ຄຳສັນຍາ​ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ.

13 ເຮົາ​ຈະ​ຢູ່​ກັບ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງເຮົາ ໃນ​ວິຫານ​ທີ່​ເຈົ້າ​ກຳລັງ​ສ້າງ​ຢູ່​ນີ້ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຈັກເທື່ອ.”

14 ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ໄດ້​ສ້າງ​ພຣະວິຫານ​ສຳເລັດ​ຮຽບຮ້ອຍ.


ເຄື່ອງ​ທີ່​ໃຊ້​ຕົບແຕ່ງ​ພາຍໃນ​ພຣະວິຫານ
( 2 ຂຄ 3:8-14 )

15 ຝາ​ຂ້າງ​ໃນ​ຂອງ​ພຣະວິຫານ ຕັ້ງແຕ່​ພື້ນ​ຈົນ​ຈຸ​ເພດານ​ແມ່ນ​ເຮັດ​ດ້ວຍ​ແປ້ນ​ໄມ້ແປກ ແລະ​ພື້ນ​ກໍ​ປູ​ດ້ວຍ​ໄມ້​ສົນ.

16 ຫ້ອງ​ທາງ​ໃນ​ເອີ້ນ​ວ່າ ຫ້ອງ​ສັກສິດ​ທີ່ສຸດ​ໄດ້​ສ້າງ​ຢູ່​ທາງຫລັງ​ພຣະວິຫານ​ຊຶ່ງ​ຍາວ​ໄດ້​ເກົ້າ​ແມັດ ແລະ​ຂັ້ນ​ດ້ວຍ​ແປ້ນ​ໄມ້ແປກ​ຕັ້ງແຕ່​ພື້ນ​ຈົນ​ຈຸ​ເພດານ.

17 ຫ້ອງ​ທີ່​ຢູ່​ຕໍ່ໜ້າ​ຫ້ອງ​ສັກສິດ​ທີ່ສຸດ​ຍາວ​ສິບແປດ​ແມັດ.

18 ສ່ວນ​ແປ້ນ​ໄມ້ແປກ​ກໍ​ຖືກ​ແກະສະຫລັກ​ລວດລາຍ​ເປັນ​ຮູບ​ໝາກນໍ້າເຕົ້າ​ແລະ​ຮູບ​ດອກໄມ້; ຝາ​ຂ້າງ​ໃນ​ທັງໝົດ​ແມ່ນ​ແອ້ມ​ດ້ວຍ​ໄມ້ແປກ​ເພື່ອ​ບໍ່​ໃຫ້​ເຫັນ​ຫີນ.

19 ຫ້ອງ​ຊັ້ນ​ໃນ​ທາງຫລັງ​ພຣະວິຫານ ແມ່ນ​ໄດ້​ສ້າງ​ໃຫ້​ເປັນ​ບ່ອນ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.

20 ຫ້ອງ​ຊັ້ນໃນ​ນີ້​ຍາວ​ເກົ້າ​ແມັດ ກວ້າງ​ເກົ້າ​ແມັດ ສູງ​ເກົ້າ​ແມັດ ແລະ​ໂອບ​ດ້ວຍ​ຄຳ​ນໍ້າໜຶ່ງ. ສ່ວນ​ແທ່ນບູຊາ​ກໍ​ແອ້ມ​ດ້ວຍ​ໄມ້ແປກ.

21 ທາງ​ຂ້າງ​ໃນ​ຂອງ​ພຣະວິຫານ​ແມ່ນ​ໄດ້​ໃຊ້​ຄຳ​ໂອບ ແລະ​ມີ​ໂສ້​ຄຳ​ຂວາງ​ຂັ້ນ​ທາງ​ເຂົ້າ​ຫ້ອງ​ຊັ້ນໃນ​ຂອງ​ພຣະວິຫານ ຊຶ່ງ​ຫ້ອງ​ນີ້​ກໍໄດ້​ໃຊ້​ຄຳ​ໂອບ​ເຊັ່ນດຽວ​ກັນ.

22 ທົ່ວ​ທັງ​ພາຍໃນ​ຂອງ​ພຣະວິຫານ​ໄດ້​ໃຊ້​ຄຳ​ໂອບ ລວມທັງ​ແທ່ນບູຊາ​ໃນ​ຫ້ອງ​ສັກສິດ​ທີ່ສຸດ​ນັ້ນ​ດ້ວຍ.

23 ເພິ່ນ​ສ້າງ​ເຄຣຸບ ສອງ​ຕົນ​ດ້ວຍ​ໄມ້​ໝາກກອກເທດ ແລະ​ປະ​ໄວ້​ໃນ​ຫ້ອງ​ສັກສິດ​ທີ່ສຸດ, ແຕ່ລະ​ຕົນ​ສູງ​ສີ່​ແມັດ​ສີ່ສິບ​ເຊັນ.

24-26 ເຄຣຸບ​ທັງສອງ​ຕົນ​ນີ້​ມີ​ຮູບຮ່າງ​ຂະໜາດ​ດຽວກັນ. ແຕ່ລະຕົນ​ມີ​ປີກ​ສອງ​ປີກ ແຕ່ລະປີກ​ຍາວ​ສອງ​ແມັດ​ຊາວ​ເຊັນ ເພື່ອ​ວ່າ​ໃຫ້​ໄລຍະ​ແຕ່​ສົ້ນ​ປີກ​ເບື້ອງ​ໜຶ່ງ​ໄປ​ຫາ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ ຍາວ​ສີ່​ແມັດ​ສີ່ສິບ​ເຊັນ.

27 ເພິ່ນ​ວາງ​ເຄຣຸບ​ທັງສອງ​ນີ້​ໄວ້​ຄຽງຂ້າງ​ກັນ​ໃນ​ຫ້ອງ​ສັກສິດ​ທີ່ສຸດ ເພື່ອ​ປີກ​ຂອງ​ສັດ​ທັງສອງ​ຕົນ​ນີ້​ຈະ​ຈຸ​ໃສ່​ກັນ ກົງ​ກັບ​ໃຈກາງ​ຂອງ​ຫ້ອງ ແລະ​ໃຫ້​ປີກ​ອີກ​ຂ້າງ​ໜຶ່ງ​ນັ້ນ​ຈຸ​ຝາ.

28 ເຄຣຸບ​ທັງສອງ​ຕົນ​ນີ້​ແມ່ນ​ໄດ້​ໃຊ້​ຄຳ​ໂອບ.

29 ຝາ​ຫ້ອງ​ໂຖງ​ກັບ​ຫ້ອງ​ຊັ້ນໃນ​ທັງໝົດ​ໃນ​ພຣະວິຫານ​ໄດ້​ແກະສະຫລັກ​ເປັນ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້.

30 ແມ່ນແຕ່​ພື້ນ​ຂອງ​ພຣະວິຫານ​ກໍ​ໃຊ້​ຄຳ​ປູ.

31 ປະຕູ​ສອງ​ຊັ້ນ​ເຮັດ​ດ້ວຍ​ໄມ້​ໝາກກອກເທດ ຊຶ່ງ​ເປັນ​ປະຕູ​ຂັ້ນ​ທາງ​ເຂົ້າ​ຫ້ອງ​ສັກສິດ​ທີ່ສຸດ; ຈອມ​ປະຕູ​ກໍ​ເປັນ​ຮູບ​ໂຄ້ງ​ປາຍ​ແຫລມ.

32 ເພິ່ນ​ໄດ້​ສ້າງ​ບານປະຕູ​ທັງສອງ​ນີ້​ດ້ວຍ​ໄມ້​ໝາກກອກເທດ​ແກະສະຫລັກ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້. ປະຕູ, ເຄຣຸບ ແລະ​ຮູບ​ຕົ້ນ​ຕານ ລ້ວນແຕ່​ໃຊ້​ຄຳ​ໂອບ​ທັງໝົດ.

33 ສ່ວນ​ຂອບ​ປະຕູ​ທາງ​ເຂົ້າ​ຫ້ອງ​ໂຖງ​ນັ້ນ​ເປັນ​ຮູບ​ສີ່​ຫລ່ຽມ​ຍາວ ແລະ​ເຮັດ​ດ້ວຍ​ໄມ້​ໝາກກອກເທດ.

34 ມີ​ປະຕູ​ພັບ​ສອງ​ອັນ​ເຮັດ​ດ້ວຍ​ໄມ້​ສົນ

35 ແລະ​ເອ້​ດ້ວຍ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້ ຊຶ່ງ​ບັນດາ​ຊ່າງ​ໄດ້​ໃຊ້​ຄຳ​ໂອບ​ເທົ່າ​ກັນ​ໝົດ.

36 ຢູ່​ຕໍ່ໜ້າ​ພຣະວິຫານ ເພິ່ນ​ໄດ້​ສ້າງ​ເດີ່ນ​ອ້ອມ​ດ້ວຍ​ກຳແພງ ລຽນ​ຫີນ​ສາມ​ກ້ອນ​ເປັນ​ຊັ້ນ​ໜຶ່ງ ແລະ​ທຸກ​ຊັ້ນ​ໃດ ກໍໄດ້​ສອດ​ໄມ້ຂາງ​ທີ່​ເປັນ​ໄມ້ແປກ​ໃສ່.

37 ກະສັດ​ໂຊໂລໂມນ​ໄດ້​ສ້າງ​ພື້ນຖານ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ເດືອນ​ທີ​ສອງ ອັນ​ກົງ​ກັບ​ເດືອນ​ຊີເຟ ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເພິ່ນ.

38 ການ​ສ້າງ​ພຣະວິຫານ​ໄດ້​ສຳເລັດ​ລົງ​ຢ່າງ​ຮຽບຮ້ອຍ ຕາມ​ແຜນການ​ທີ່​ໄດ້​ກະ​ໄວ້ ໃນ​ເດືອນ​ທີ​ແປດ​ອັນ​ກົງກັບ​ເດືອນ​ບູເລ ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ໂຊໂລໂມນ. ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ເຈັດ​ປີ​ໃນ​ການ​ສ້າງ​ພຣະວິຫານ​ນີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan