Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 5 - ພຣະຄຳພີສັກສິ


ໂຊໂລໂມນ​ຕຽມ​ສ້າງ​ພຣະວິຫານ
( 2 ຂຄ 2:1-18 )

1 ເຈົ້າ​ຮີຣາມ ກະສັດ​ແຫ່ງ​ເມືອງ​ຕີເຣ​ໄດ້​ສົ່ງ​ບັນດາ​ຜູ້ຮັບໃຊ້​ໄປ​ຫາ​ກະສັດ​ໂຊໂລໂມນ ເພາະ​ເພິ່ນ​ໄດ້ຍິນ​ວ່າ​ເຈົ້າ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ເພິ່ນ ເພາະ​ເຈົ້າ​ຮີຣາມ​ກໍເປັນ​ມິດ​ກັບ​ກະສັດ​ດາວິດ​ເລື້ອຍ​ມາ.

2 ກະສັດ​ໂຊໂລໂມນ​ຈຶ່ງ​ສົ່ງ​ຄຳຕອບ​ໄປ​ບອກ​ກະສັດ​ຮີຣາມ​ດັ່ງນີ້:

3 “ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຍ້ອນ​ເກີດ​ສົງຄາມ​ຢູ່​ຢ່າງ​ບໍ່​ລົດລະ ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ຈຶ່ງ​ຕ້ອງ​ສູ້ຮົບ​ບັນດາ​ປະເທດ​ອ້ອມຮອບ​ນັ້ນ​ທີ່​ເປັນ​ສັດຕູ; ເພິ່ນ​ບໍ່​ສາມາດ​ສ້າງ​ວິຫານ​ເພື່ອ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້ ຈົນກວ່າ​ພຣະເຈົ້າຢາເວ​ໃຫ້​ເພິ່ນ​ຊະນະ​ສັດຕູ​ທັງຫລາຍ​ຂອງ​ເພິ່ນ.

4 ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ໃຫ້​ຄວາມ​ສະຫງົບສຸກ​ແກ່​ຊາຍແດນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ບໍ່ມີ​ສັດຕູ ແລະ​ບໍ່ມີ​ໂພຍໄພ​ໃດໆ​ມາ​ລົບກວນ.

5 ດັ່ງນັ້ນ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ສ້າງ​ວິຫານ ສຳລັບ​ພຣະນາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ວ່າ, ‘ລູກຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ເປັນ​ກະສັດ​ສືບແທນ​ເຈົ້າ​ນັ້ນ ຈະ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ເຮົາ.’

6 ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ສົ່ງ​ຄົນ​ຂອງທ່ານ​ໄປ​ທີ່​ພູ​ເລບານອນ ເພື່ອ​ຕັດ​ຕົ້ນແປກ​ໃຫ້​ຂ້າພະເຈົ້າ​ດ້ວຍ. ຄົນ​ຂອງ​ຂ້າພະເຈົ້າ​ຈະ​ເຮັດ​ວຽກ​ກັບ​ພວກເຂົາ ແລະ​ຂ້າພະເຈົ້າ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ຕາມ​ທີ່​ທ່ານ​ຄິດ​ລາຄາ. ທ່ານ​ກໍ​ຮູ້​ດີ​ແລ້ວ​ວ່າ ຄົນ​ຂອງ​ຂ້າພະເຈົ້າ​ບໍ່​ຊ່າງ​ຕັດ​ໄມ້​ໄດ້​ດີ​ດັ່ງ​ຄົນ​ຂອງ​ທ່ານ.”

7 ເມື່ອ​ກະສັດ​ຮີຣາມ​ໄດ້​ຮັບ​ຄຳຕອບ​ຈາກ​ກະສັດ​ໂຊໂລໂມນ ເພິ່ນ​ກໍ​ພໍໃຈ​ທີ່ສຸດ ແລະ​ກ່າວ​ວ່າ, “ວັນນີ້ ຂໍ​ສັນລະເສີນ​ພຣະເຈົ້າຢາເວ ທີ່​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ຜູ້​ສະຫລາດ ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊົນຊາດ​ອັນ​ໃຫຍ່​ນີ້​ແທນ​ເພິ່ນ.”

8 ແລ້ວ​ກະສັດ​ຮີຣາມ​ກໍ​ສົ່ງ​ຂໍ້ຄວາມ​ໄປ​ບອກ​ກະສັດ​ໂຊໂລໂມນ​ວ່າ, “ຂ້າພະເຈົ້າ​ໄດ້​ຮັບ​ຄຳຕອບ​ຈາກ​ທ່ານ​ແລ້ວ ຂ້າພະເຈົ້າ​ພ້ອມ​ທີ່​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ທ່ານ​ຂໍຮ້ອງ. ຂ້າພະເຈົ້າ​ຈະ​ຈັດຫາ​ໄມ້ແປກ ແລະ​ໄມ້​ສົນ​ໃຫ້.

9 ຄົນ​ຂອງ​ຂ້າພະເຈົ້າ​ຈະ​ນຳ​ໄມ້​ເຫຼົ່ານັ້ນ​ຈາກ​ພູ​ເລບານອນ​ລົງ​ສູ່​ທະເລ ແລະ​ມັດ​ເປັນ​ແພ​ລ່ອງ​ຕາມ​ທະເລ​ໄປ​ບ່ອນ​ທີ່​ທ່ານ​ໄດ້​ເລືອກໄວ້. ໃນ​ທີ່ນັ້ນ ຄົນ​ຂອງ​ຂ້າພະເຈົ້າ​ຈະ​ແກ້​ມັດ​ໄມ້​ອອກ ແລະ​ໃຫ້​ຄົນ​ຂອງທ່ານ​ຮັບຜິດຊອບ​ຕໍ່ໄປ. ສ່ວນ​ພາລະ​ຂອງທ່ານ ຂໍ​ທ່ານ​ລຳລຽງ​ອາຫານ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ.”

10 ດັ່ງນັ້ນ ກະສັດ​ຮີຣາມ​ຈຶ່ງ​ໄດ້​ຈັດ​ສົ່ງ​ໄມ້ແປກ ແລະ​ໄມ້​ສົນ​ທັງໝົດ​ໄປ​ໃຫ້​ຕາມ​ທີ່​ກະສັດ​ໂຊໂລໂມນ​ຕ້ອງການ.

11 ສ່ວນ​ກະສັດ​ໂຊໂລໂມນ​ກໍ​ສົ່ງ​ສະບຽງ​ອາຫານ​ໄປ​ລ້ຽງ​ຄົນ​ຂອງ​ກະສັດ​ຮີຣາມ​ທຸກ​ປີ​ມີ​ດັ່ງນີ້: ເຂົ້າເດືອຍ​ສີ່ພັນ​ໂຕນ ແລະ​ນໍ້າມັນ​ໝາກກອກເທດ​ສົດ​ສີ່ພັນ​ລິດ.

12 ພຣະເຈົ້າຢາເວ​ໄດ້​ໂຜດ​ສະຕິປັນຍາ​ໃຫ້​ແກ່​ກະສັດ​ໂຊໂລໂມນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ເພິ່ນ. ຄວາມ​ສະຫງົບສຸກ​ໄດ້​ເກີດ​ມີ​ຂຶ້ນ ລະຫວ່າງ​ກະສັດ​ຮີຣາມ​ແລະ​ກະສັດ​ໂຊໂລໂມນ ທັງສອງ​ຈຶ່ງ​ມີ​ຂໍ້​ຕົກລົງ​ຕໍ່ກັນ.

13 ກະສັດ​ໂຊໂລໂມນ​ໄດ້​ເກນເອົາ​ຄົນງານ​ສາມສິບພັນ​ຄົນ ຈາກ​ທົ່ວ​ທັງ​ອານາຈັກ​ອິດສະຣາເອນ

14 ແລະ​ແຕ່ງຕັ້ງ​ອາໂດນີຣາມ​ໃຫ້​ເປັນ​ຜູ້​ກຳກັບ​ພວກເຂົາ. ເພິ່ນ​ແບ່ງ​ຄົນງານ​ນີ້​ອອກ​ເປັນ​ສາມ​ພວກ​ຄື​ພວກລະ​ສິບພັນ​ຄົນ, ແຕ່ລະ​ພວກ​ໃຊ້​ເວລາ​ເຮັດ​ວຽກ​ຢູ່​ທີ່​ພູ​ເລບານອນ​ໜຶ່ງ​ເດືອນ ແລະ​ກັບຄືນ​ເມືອ​ຢູ່​ເຮືອນ​ສອງ​ເດືອນ.

15 ກະສັດ​ໂຊໂລໂມນ​ຍັງ​ມີ​ຄົນ​ຂົນ​ຫີນ​ເຈັດສິບພັນ​ຄົນ ແລະ​ຄົນ​ຕັດ​ຫີນ​ຢູ່​ແຖບ​ເນີນພູ​ແປດສິບພັນ​ຄົນ;

16 ນອກ​ນີ້​ອີກ ເພິ່ນ​ຍັງ​ໃຫ້​ມີ​ບັນດາ​ຫົວໜ້າ​ຄົນງານ ສາມພັນ​ສາມຮ້ອຍ​ຄົນ ເປັນ​ຜູ້ກຳກັບ​ວຽກການ​ຂອງ​ພວກເຂົາ.

17 ຕາມ​ຄຳສັ່ງ​ຂອງ​ກະສັດ​ໂຊໂລໂມນ ພວກເຂົາ​ໄດ້​ສະກັດ​ຫີນ​ກ້ອນ​ໃຫຍ່​ງາມດີ ເພື່ອ​ໃຊ້​ເປັນ​ຮາກຖານ​ຂອງ​ພຣະວິຫານ.

18 ຄົນງານ​ຂອງ​ກະສັດ​ໂຊໂລໂມນ ແລະ​ຄົນງານ​ຂອງ​ກະສັດ​ຮີຣາມ ພ້ອມ​ທັງ​ຄົນ​ທີ່​ມາ​ຈາກ​ເມືອງ​ບິບໂລ ໄດ້​ຈັດຕຽມ​ກ້ອນຫີນ​ແລະ​ໄມ້​ເພື່ອ​ສ້າງ​ວິຫານ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan