1 ກະສັດ 4 - ພຣະຄຳພີສັກສິບັນດາຂ້າຣາຊການຂອງໂຊໂລໂມນ 1 ເຈົ້າໂຊໂລໂມນເປັນກະສັດຂອງຊົນຊາດອິດສະຣາເອນທັງໝົດ 2 ແລະບັນດາຂ້າຣາຊການຊັ້ນຜູ້ໃຫຍ່ຂອງເພິ່ນມີດັ່ງນີ້: ອາຊາຣີຢາ ລູກຊາຍຂອງຊາດົກເປັນປະໂຣຫິດ. 3 ເອລີໂຮເຣັບແລະອາຮີຢາ ລູກຊາຍຂອງຊີຊາເປັນເລຂາທິການປະຈຳຣາຊວັງ. ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ບັນທຶກ. 4 ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການກອງທັບ. ຊາດົກແລະອາບີອາທາເປັນພວກປະໂຣຫິດ. 5 ອາຊາຣີຢາ ລູກຊາຍຂອງນາທານເປັນຫົວໜ້າຜູ້ປົກຄອງແຂວງຕ່າງໆ. ປະໂຣຫິດຊາບຸດ ລູກຊາຍຂອງນາທານເປັນທີ່ປຶກສາຂອງກະສັດ. 6 ອາຮີຊາເປັນຜູ້ກຳກັບບັນດາຄົນຮັບໃຊ້ຢູ່ໃນວັງ. ອາໂດນີຣາມ ລູກຊາຍຂອງອັບດາເປັນຜູ້ຄວບຄຸມແຮງງານ. 7 ກະສັດໂຊໂລໂມນໄດ້ແຕ່ງຕັ້ງຜູ້ປົກຄອງແຂວງສິບສອງຄົນໄວ້ຢູ່ໃນປະເທດອິດສະຣາເອນ. ພວກນີ້ເປັນພວກທີ່ຈັດສະບຽງອາຫານຈາກທ້ອງຖິ່ນຂອງຕົນ ສຳລັບກະສັດແລະສຳນັກຂອງເພິ່ນ. ແຕ່ລະຄົນຕ້ອງຮັບຜິດຊອບຈັດຫາສະບຽງອາຫານໃຫ້ກຸ້ມເດືອນໜຶ່ງຕໍ່ປີ. 8 ຕໍ່ໄປນີ້ ແມ່ນລາຍຊື່ຂອງພວກຂ້າຣາຊການສິບສອງຄົນ ແລະເຂດທ້ອງຖິ່ນທີ່ພວກເຂົາຮັບຜິດຊອບມີດັ່ງນີ້: ເບນເຮີ ຮັບຜິດຊອບເຂດເນີນພູເອຟຣາອິມ. 9 ເບັນເດເກ ຮັບຜິດຊອບເມືອງມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະເບັດຮານານ. 10 ເບັນເຮເສັດ ຮັບຜິດຊອບເມືອງອາຣຸບໂບດ, ໂສໂກ ແລະເຂດແດນເຮເຟທັງໝົດ. 11 ເບນາບີນາດາບ ຜູ້ທີ່ແຕ່ງງານກັບຕາຟາດ ລູກສາວຂອງກະສັດໂຊໂລໂມນ ຮັບຜິດຊອບອານາເຂດເມືອງໂດເຣທັງໝົດ. 12 ບາອານາ ລູກຊາຍຂອງອາຮີລຸດ ຮັບຜິດຊອບເມືອງຕາອານັກ, ເມກິດໂດ ແລະທົ່ວທັງອານາເຂດໃກ້ກັບເມືອງເບັດເຊອານໃກ້ເມືອງຊາເຣທານ ທາງທິດໃຕ້ເມືອງຢິດຊະເຣນ ແລະຈາກເມືອງເບັດເຊອານຈົນເຖິງອາເບັນເມໂຮລາແລະເມືອງໂຢກເມອາມ. 13 ເບັນເກເບ ຮັບຜິດຊອບເມືອງຣາໂມດກີເລອາດ ໝູ່ບ້ານຕ່າງໆໃນກີເລອາດທີ່ເປັນຂອງຕະກຸນຢາອີ ເຊື້ອສາຍຄົນໜຶ່ງຂອງມານາເຊ ແລະອານາເຂດອັກໂກບຢູ່ໃນບາຊານຫົກສິບເມືອງໃຫຍ່ ຊຶ່ງລ້ວນແຕ່ມີປ້ອມປ້ອງກັນອັນແໜ້ນໜາ ທັງມີກອນປະຕູເມືອງທີ່ເຮັດດ້ວຍທອງສຳຣິດ. 14 ອາຮີນາດາບ ລູກຊາຍຂອງອິດໂດ ຮັບຜິດຊອບເຂດທ້ອງຖິ່ນມະຫານາອິມ. 15 ອາຮີມາອາດ ຜູ້ທີ່ໄດ້ແຕ່ງງານກັບນາງບາເສມາດ ລູກສາວອີກຄົນໜຶ່ງຂອງກະສັດໂຊໂລໂມນ ຮັບຜິດຊອບເຂດແດນເນັບທາລີ. 16 ບາອານາ ລູກຊາຍຂອງຮູຊາຍ ຮັບຜິດຊອບອານາເຂດອາເຊ ແລະເມືອງເບອາໂລດ; 17 ເຢໂຮຊາຟັດ ລູກຊາຍຂອງປາຣູອາ ຮັບຜິດຊອບເຂດແດນອິດຊາຄາ. 18 ຊີເມອີ ລູກຊາຍຂອງເອລາ ຮັບຜິດຊອບເຂດແດນເບັນຢາມິນ. 19 ເກເບ ລູກຊາຍຂອງອູຣິ ຮັບຜິດຊອບອານາເຂດກີເລອາດຊຶ່ງເຈົ້າສີໂຫນກະສັດຂອງຊາວອາໂມ ແລະເຈົ້າໂອກກະສັດຂອງຊາວບາຊານໄດ້ເປັນຜູ້ປົກຄອງມາກ່ອນ. ນອກຈາກສິບສອງຄົນນີ້ ຍັງມີຜູ້ກວດຣາຊການຄົນໜຶ່ງທີ່ເບິ່ງແຍງໃນດິນແດນຢູດາຍ. ຣາຊການຂອງໂຊໂລໂມນຈະເລີນຮຸ່ງເຮືອງ 20 ປະຊາຊົນຊາວອິດສະຣາເອນແລະຊາວຢູດາມີຈຳນວນຫລວງຫລາຍ ດັ່ງເມັດຊາຍຕາມຝັ່ງທະເລ; ພວກເຂົາກິນແລະດື່ມຢ່າງຊົມຊື່ນຍິນດີ. 21 ອານາຈັກຂອງກະສັດໂຊໂລໂມນລວມເອົາທັງຊົນຊາດຕ່າງໆ ຕັ້ງແຕ່ແມ່ນໍ້າເອີຟຣັດໄປຈົນເຖິງດິນແດນຂອງປະເທດເອຢິບ. ພວກນີ້ເສຍສ່ວຍແລະຍອມຢູ່ໃຕ້ອຳນາດຕະຫລອດຊົ່ວຊີວິດຂອງເພິ່ນ. 22 ສະບຽງອາຫານທີ່ກະສັດໂຊໂລໂມນຕ້ອງການໃນແຕ່ລະມື້ມີດັ່ງນີ້: ແປ້ງລະອຽດຫົກໂຕນ, ອາຫານສິບສອງໂຕນ, 23 ງົວຕຸ້ຍພີສິບໂຕ, ງົວລ້ຽງຈາກທົ່ງນາຊາວໂຕ, ແກະໜຶ່ງຮ້ອຍໂຕ. ນອກຈາກນີ້ ຍັງມີກວາງ, ມັ່ງ, ໂອງ ແລະໄກ່ໂຕອ້ວນພີ. 24 ກະສັດໂຊໂລໂມນໄດ້ປົກຄອງດິນແດນທັງໝົດ ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ ຕັ້ງແຕ່ທິບສາໄປຈົນເຖິງເມືອງກາຊາທາງທິດຕາເວັນຕົກ. ກະສັດທຸກຄົນທີ່ປົກຄອງຢູ່ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ ຕ່າງກໍຍອມຢູ່ໃຕ້ອຳນາດຂອງກະສັດໂຊໂລໂມນ ແລະເພິ່ນເອງກໍຢູ່ຢ່າງສະຫງົບສຸກກັບປະເທດໃກ້ຄຽງທັງໝົດ. 25 ຕາບໃດທີ່ກະສັດໂຊໂລໂມນຍັງມີຊີວິດຢູ່ ປະຊາຊົນທົ່ວທັງຢູດາຍ ແລະອິດສະຣາເອນຕ່າງກໍຢູ່ກັນຢ່າງປອດໄພ, ແຕ່ລະຄອບຄົວກໍມີສວນອະງຸ່ນ ແລະສວນໝາກເດື່ອເທດເປັນຂອງຕົນເອງ. 26 ກະສັດໂຊໂລໂມນຍັງມີມ້າສຳລັບລົດຮົບສີ່ໝື່ນໂຕ ແລະມີທະຫານມ້າສິບສອງພັນຄົນ. 27 ພວກຜູ້ປົກຄອງສິບສອງຄົນຕ່າງກໍຮັບໜ້າທີ່ໃນແຕ່ລະເດືອນ ເພື່ອລຳລຽງສະບຽງອາຫານໃຫ້ກະສັດໂຊໂລໂມນແລະທຸກຄົນທີ່ກິນຢູ່ໃນວັງ. ພວກເຂົາຈັດສົ່ງທຸກສິ່ງໃຫ້ຕາມທີ່ເພິ່ນຕ້ອງການ. 28 ຜູ້ປົກຄອງແຕ່ລະຄົນຍັງໄດ້ແບ່ງປັນເຂົ້າເດືອຍ ແລະເຟືອງຂອງຕົນ ສຳລັບມ້າປະຈຳລົດຮົບ ແລະສຳລັບໃຫ້ສັດໃຊ້ໃນບ່ອນຕ່າງໆຕາມທີ່ຕ້ອງການ. 29 ພຣະເຈົ້າໄດ້ໂຜດປະທານສະຕິປັນຍາກັບຄວາມເຂົ້າໃຈຢ່າງພິເສດ ແລະຄວາມຮູ້ຢ່າງລົ້ນເຫລືອໃຫ້ແກ່ກະສັດໂຊໂລໂມນ. 30 ກະສັດໂຊໂລໂມນສະຫລາດກວ່າ ພວກນັກປາດຊາວຕາເວັນອອກ ຫລືພວກນັກປາດໃນປະເທດເອຢິບ. 31 ເພິ່ນເປັນຜູ້ສະຫລາດກວ່າຄົນທັງປວງ ຄືສະຫລາດກວ່າຊາວເອທານ, ຊາວເອຊະຣາ, ຊາວເຮມານ, ຊາວການໂກນ ແລະຊາວດາກດາ, ບັນດາລູກຊາຍຂອງມາໂຮນ ແລະຊື່ສຽງຂອງເພິ່ນກໍຊ່າລືໄປທົ່ວປະເທດໃກ້ຄຽງ. 32 ເພິ່ນໄດ້ແຕ່ງສຸພາສິດສາມພັນບົດ ແລະແຕ່ງເພງໜຶ່ງພັນຫ້າບົດ. 33 ເພິ່ນໄດ້ບັນລະຍາຍເຖິງເລື່ອງຕົ້ນໄມ້ແລະພືດຜົນຕ່າງໆ ນັບແຕ່ຕົ້ນແປກທີ່ພູເລບານອນ ຈົນເຖິງຕົ້ນຫູສົບທີ່ເກີດຂຶ້ນຕາມກຳແພງ; ເພິ່ນເວົ້າເຖິງເລື່ອງສັດ, ນົກ, ສັດເລືອຄານ ແລະປາ. 34 ບັນດາກະສັດທົ່ວທັງແຜ່ນດິນໂລກ ທີ່ໄດ້ຍິນເຖິງຄວາມສະຫລາດຂອງກະສັດໂຊໂລໂມນ ຕ່າງກໍໄດ້ສົ່ງຄົນມາຟັງສະຕິປັນຍາຂອງເພິ່ນ. |
@ 2012 United Bible Societies. All Rights Reserved.