1 ກະສັດ 3 - ພຣະຄຳພີສັກສິໂຊໂລໂມນພາວັນນາອະທິຖານຂໍສະຕິປັນຍາ ( 2 ຂຄ 1:3-12 ) 1 ກະສັດໂຊໂລໂມນໄດ້ເປັນພັນທະມິດກັບກະສັດແຫ່ງເອຢິບ ໂດຍການແຕ່ງງານກັບລູກສາວຂອງເພິ່ນ. ກະສັດໂຊໂລໂມນໄດ້ພານາງໄປຢູ່ໃນເມືອງຂອງດາວິດ ຈົນເພິ່ນສ້າງຣາຊວັງ, ວິຫານຂອງພຣະເຈົ້າຢາເວ ແລະກຳແພງອ້ອມນະຄອນເຢຣູຊາເລັມສຳເລັດ. 2 ສ່ວນວິຫານເພື່ອພຣະນາມຂອງພຣະເຈົ້າຢາເວກໍຍັງບໍ່ທັນໄດ້ສ້າງເທື່ອ. ດັ່ງນັ້ນ ປະຊາຊົນຈຶ່ງຍັງຖວາຍເຄື່ອງບູຊາຕາມສະຖານບູຊາເທິງທີ່ສູງຕ່າງໆ. 3 ກະສັດໂຊໂລໂມນຮັກພຣະເຈົ້າຢາເວ ແລະປະຕິບັດຕາມຄຳແນະນຳຂອງກະສັດດາວິດພໍ່ຂອງຕົນ; ແຕ່ເພິ່ນຍັງໄດ້ຂ້າສັດແລະຖວາຍບູຊາຕາມແທ່ນບູຊາຕ່າງໆ ທີ່ເທິງພູເຊັ່ນດຽວກັນ. 4 ໃນຄັ້ງໜຶ່ງ ກະສັດໂຊໂລໂມນໄດ້ໄປທີ່ເມືອງກີເບໂອນເພື່ອຖວາຍເຄື່ອງບູຊາ ເພາະແທ່ນບູຊາໃນເມືອງນີ້ມີຊື່ສຽງສຳຄັນຫລາຍ. ໃນເວລາຜ່ານມາ ເພິ່ນເຄີຍຖວາຍເຄື່ອງເຜົາບູຊາໃນບ່ອນນີ້ເປັນພັນໆເທື່ອແລ້ວ. 5 ໃນຄືນນັ້ນ ພຣະເຈົ້າຢາເວໄດ້ປາກົດຕໍ່ເພິ່ນທາງຄວາມຝັນ ແລະຖາມເພິ່ນວ່າ, “ເຈົ້າຢາກໄດ້ຫຍັງຈາກເຮົາ?” 6 ໂຊໂລໂມນຕອບວ່າ, “ພຣະອົງໄດ້ສຳແດງຄວາມຮັກອັນຍິ່ງໃຫຍ່ຕໍ່ກະສັດດາວິດພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງເລື້ອຍມາ. ພໍ່ຂອງຂ້ານ້ອຍເປັນຄົນດີ, ຈົງຮັກພັກດີ ແລະສັດຊື່ຕໍ່ຄວາມສຳພັນທີ່ມີກັບພຣະອົງ. ພຣະອົງສືບຕໍ່ສຳແດງຄວາມຮັກອັນຍິ່ງໃຫຍ່ແລະໝັ້ນຄົງຕໍ່ເພິ່ນ ໂດຍໃຫ້ເພິ່ນມີລູກຊາຍເປັນຜູ້ປົກຄອງສືບແທນເພິ່ນໃນວັນນີ້. 7 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດສືບແທນພໍ່ຂອງຂ້ານ້ອຍຄືດາວິດ ເຖິງແມ່ນວ່າຂ້ານ້ອຍຍັງໜຸ່ມ ແລະບໍ່ຮູ້ຈັກວ່າຈະປົກຄອງຢ່າງໃດ. 8 ຂ້ານ້ອຍຢູ່ທ່າມກາງປະຊາຊົນທີ່ພຣະອົງໄດ້ເລືອກໄວ້ໃຫ້ເປັນພວກຂອງພຣະອົງ ຄືພວກສຳຄັນຫລາຍທີ່ມີຈຳນວນຫລວງຫລາຍຈົນນັບບໍ່ໄດ້. 9 ສະນັ້ນ ຂໍພຣະອົງໂຜດໃຫ້ສະຕິປັນຍາແກ່ຂ້ານ້ອຍ ເພື່ອຈະປົກຄອງປະຊາຊົນຂອງພຣະອົງຢ່າງຍຸດຕິທຳ ແລະເພື່ອຈະຮູ້ຈັກຄວາມແຕກຕ່າງລະຫວ່າງຄວາມດີແລະຄວາມຊົ່ວ. ຖ້າບໍ່ດັ່ງນັ້ນແລ້ວ ຂ້ານ້ອຍຈະປົກຄອງປະຊາຊົນທີ່ສຳຄັນຫລາຍຂອງພຣະອົງນີ້ໄດ້ຢ່າງໃດ?” 10 ອົງພຣະຜູ້ເປັນເຈົ້າພໍໃຈນຳກະສັດໂຊໂລໂມນທີ່ໄດ້ຂໍຮ້ອງຢ່າງນີ້ 11 ພຣະອົງກ່າວແກ່ເພິ່ນວ່າ, “ຍ້ອນເຈົ້າບໍ່ໄດ້ຂໍຊີວິດຍືນຍາວ ບໍ່ໄດ້ຂໍຄວາມຮັ່ງມີ ຫລືຂໍຊີວິດຂອງເຫຼົ່າສັດຕູ, ແຕ່ເຈົ້າຂໍສະຕິປັນຍາໃນການປົກຄອງຢ່າງເປັນທຳ 12 ເຮົາຈະເຮັດຕາມສິ່ງທີ່ເຈົ້າໄດ້ຂໍມາ. ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະຄວາມເຂົ້າໃຈເໜືອກວ່າຄົນໃດໆທີ່ເຄີຍມີມາກ່ອນ ແລະຈະບໍ່ມີຜູ້ໃດມີສະຕິປັນຍາຄືເຈົ້າອີກຈັກເທື່ອ. 13 ເຮົາຍັງຈະໃຫ້ເຈົ້າໃນສິ່ງທີ່ເຈົ້າບໍ່ຂໍດ້ວຍ ຄືຕະຫລອດຊົ່ວຊີວິດຂອງເຈົ້າ ເຈົ້າຈະຮັ່ງມີ ແລະມີກຽດເໜືອກວ່າກະສັດຄົນໃດໆ. 14 ຖ້າເຈົ້າເຊື່ອຟັງເຮົາ ແລະຖືຮັກສາບັນດາກົດບັນຍັດທັງຂໍ້ຄຳສັ່ງຂອງເຮົາ ດັ່ງດາວິດພໍ່ຂອງເຈົ້າໄດ້ປະຕິບັດມາ ເຮົາຈະໃຫ້ເຈົ້າມີຊີວິດຍືນຍາວ.” 15 ກະສັດໂຊໂລໂມນຮູ້ເມື່ອຂຶ້ນແລະຮູ້ຈັກແຈ້ງວ່າ, ພຣະເຈົ້າໄດ້ກ່າວແກ່ຕົນທາງຄວາມຝັນ. ແລ້ວເພິ່ນກໍກັບຄືນມາທີ່ນະຄອນເຢຣູຊາເລັມ ແລະໄປຢືນຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເພື່ອຄວາມສາມັກຄີທຳ. ຫລັງຈາກນັ້ນ ເພິ່ນກໍໄດ້ຈັດງານກິນລ້ຽງສຳລັບພວກຂ້າຣາຊການທຸກຄົນຂອງເພິ່ນ. ໂຊໂລໂມນຕັດສິນຄະດີທີ່ຍາກ 16 ມື້ໜຶ່ງ ມີຍິງໂສເພນີສອງຄົນໄດ້ເຂົ້າມາສະເໜີຕົວຕໍ່ກະສັດໂຊໂລໂມນ. 17 ຜູ້ທີໜຶ່ງໄດ້ເວົ້າວ່າ, “ຂ້າແດ່ພະຣາຊາ ຍິງຄົນນີ້ແລະຂ້ານ້ອຍຢູ່ເຮືອນຫລັງດຽວກັນ. ຂ້ານ້ອຍໄດ້ອອກລູກຢູ່ໃນເຮືອນເປັນຜູ້ຊາຍໃນຂະນະທີ່ນາງກໍຢູ່ທີ່ນັ້ນ. 18 ຫລັງຈາກທີ່ຂ້ານ້ອຍອອກລູກມາໄດ້ສອງວັນແລ້ວ ວັນທີສາມຍິງຄົນນີ້ກໍອອກລູກເປັນຜູ້ຊາຍຄືກັນ. ບໍ່ມີຜູ້ໃດຢູ່ໃນເຮືອນ ນອກຈາກພວກຂ້ານ້ອຍພຽງແຕ່ສອງຄົນເທົ່ານັ້ນ. 19 ແລ້ວຄືນໜຶ່ງ ຍິງຜູ້ນີ້ກໍໄດ້ນອນເຕັງລູກຂອງຕົນ ຈົນລູກຫາຍໃຈບໍ່ອອກແລະຕາຍໄປ. 20 ໃນຕອນກາງຄືນນັ້ນ ນາງໄດ້ລຸກຂຶ້ນມາ ແລະອູ້ມເອົາລູກຂອງຂ້ານ້ອຍອອກຈາກຂ້າງຂອງຂ້ານ້ອຍເອົາໄປໃສ່ບ່ອນນອນຂອງນາງ ໃນຂະນະທີ່ຂ້ານ້ອຍນອນຫລັບຢູ່. ແລ້ວເອົາລູກຊາຍຂອງນາງທີ່ຕາຍແລ້ວນັ້ນ ມາວາງໃສ່ບ່ອນນອນຂອງຂ້ານ້ອຍ. 21 ເຊົ້າມື້ໃໝ່ມາ ເມື່ອຂ້ານ້ອຍລຸກຂຶ້ນມາວ່າຈະເອົານົມໃຫ້ລູກກິນ ກໍເຫັນວ່າລູກຕາຍເສຍແລ້ວ. ເມື່ອຂ້ານ້ອຍເບິ່ງລູກນັ້ນຄັກໆ ກໍເຫັນວ່າບໍ່ແມ່ນລູກຂອງຂ້ານ້ອຍ.” 22 ແຕ່ຍິງຜູ້ທີສອງໄດ້ເວົ້າຂຶ້ນວ່າ, “ລູກຜູ້ຍັງມີຊີວິດຢູ່ນີ້ແມ່ນລູກຂອງຂ້ອຍ ແລະຜູ້ຕາຍແມ່ນລູກຂອງເຈົ້າ.” ຍິງຜູ້ທຳອິດຕອບວ່າ, “ລູກຜູ້ຕາຍແມ່ນລູກຂອງເຈົ້າ ຜູ້ຍັງມີຊີວິດຢູ່ນີ້ແມ່ນລູກຂອງຂ້ອຍ.” ທັງສອງໄດ້ຖົກຖຽງກັນຢູ່ຕໍ່ໜ້າກະສັດ. 23 ແລ້ວກະສັດໂຊໂລໂມນກໍເວົ້າວ່າ, “ແຕ່ລະຄົນໃນພວກເຈົ້າຕ່າງກໍທວງເອົາວ່າ ລູກຜູ້ຍັງມີຊີວິດຢູ່ນີ້ແມ່ນລູກຂອງຕົນ ແລະຜູ້ຕາຍແມ່ນລູກຂອງຜູ້ອື່ນ.” 24 ດັ່ງນັ້ນ ເພິ່ນຈຶ່ງສັ່ງຄົນໄປເອົາດາບມາ ພໍເມື່ອເຂົາເອົາດາບມາແລ້ວ 25 ເພິ່ນກໍສັ່ງວ່າ, “ຈົ່ງຕັດເດັກນ້ອຍຜູ້ຍັງມີຊີວິດຢູ່ນັ້ນອອກເປັນສອງຕ່ອນ ແລະປັນໃຫ້ຍິງທັງສອງຄົນນີ້ຜູ້ລະຕ່ອນ.” 26 ຜູ້ເປັນແມ່ແທ້ມີຈິດໃຈເຕັມໄປດ້ວຍຄວາມຮັກຕໍ່ລູກຊາຍຂອງຕົນ ຈຶ່ງໄດ້ເວົ້າກັບກະສັດວ່າ, “ຂ້າແດ່ພະຣາຊາ ກະລຸນາຢ່າຂ້າເດັກນີ້ເລີຍ ເອົາໃຫ້ນາງສາ.” ແຕ່ຍິງຄົນອື່ນໄດ້ບອກວ່າ, “ຢ່າເອົາມັນໃຫ້ຜູ້ໃດເລີຍ ຕັດເປັນສອງຕ່ອນສາ.” 27 ແລ້ວກະສັດໂຊໂລໂມນກໍສັ່ງວ່າ, “ຢ່າຂ້າເດັກນ້ອຍນັ້ນ ເອົາໃຫ້ຍິງຜູ້ທີໜຶ່ງນັ້ນສາ ເພາະນາງເປັນແມ່ທີ່ແທ້ຈິງຂອງເດັກ.” 28 ເມື່ອປະຊາຊົນອິດສະຣາເອນໄດ້ຍິນຄຳຕັດສິນຂອງກະສັດໂຊໂລໂມນແລ້ວ ພວກເຂົາທຸກຄົນຕ່າງກໍໃຫ້ຄວາມນັບຖືຢ່າງສູງສົ່ງ ແລະຢ່າງເຕັມຈິດເຕັມໃຈແກ່ເພິ່ນ ເພາະພວກເຂົາຮູ້ວ່າ ພຣະເຈົ້າໃຫ້ເພິ່ນໄດ້ຮັບສະຕິປັນຍາເພື່ອຕັດສິນຄະດີຢ່າງຍຸດຕິທຳ. |
@ 2012 United Bible Societies. All Rights Reserved.