1 ກະສັດ 22 - ພຣະຄຳພີສັກສິຜູ້ທຳນວາຍມີກາອີຢາເຕືອນອາຮາບ ( 2 ຂຄ 18:2-27 ) 1 ຄວາມສະຫງົບສຸກໄດ້ເກີດຂຶ້ນ ລະຫວ່າງອິດສະຣາເອນແລະຊີເຣຍ ເປັນເວລາສາມປີ. 2 ຕໍ່ມາ ໃນປີທີສາມ ເຈົ້າເຢໂຮຊາຟັດກະສັດແຫ່ງຢູດາຍໄດ້ໄປຢ້ຽມຢາມກະສັດອາຮາບກະສັດແຫ່ງອິດສະຣາເອນ. 3 ກະສັດອາຮາບໄດ້ຖາມຂ້າຣາຊການຂອງເພິ່ນວ່າ, “ເປັນຫຍັງພວກເຮົາຈຶ່ງບໍ່ເຮັດສິ່ງໃດສິ່ງໜຶ່ງ ເພື່ອເອົາເມືອງຣາໂມດໃນກີເລອາດຄືນມາຈາກກະສັດແຫ່ງຊີເຣຍ? ເພາະມັນເປັນເມືອງຂອງພວກເຮົາ.” 4 ແລ້ວກະສັດອາຮາບກໍໄດ້ຖາມກະສັດເຢໂຮຊາຟັດວ່າ, “ທ່ານຈະໄປຕີເອົາເມືອງຣາໂມດກັບຂ້າພະເຈົ້າບໍ່?” ກະສັດເຢໂຮຊາຟັດຕອບວ່າ, “ຂ້າພະເຈົ້າພ້ອມສະເໝີ ເມື່ອທ່ານພ້ອມ. ປະຊາຊົນຂອງຂ້າພະເຈົ້າ ກໍຄືປະຊາຊົນຂອງທ່ານ ແລະມ້າຂອງຂ້າພະເຈົ້າ ກໍຄືມ້າຂອງທ່ານ. 5 ແຕ່ໃຫ້ປຶກສາພຣະເຈົ້າຢາເວກ່ອນ.” 6 ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນບັນດາຜູ້ທຳນວາຍທັງໝົດມາ ປະມານສີ່ຮ້ອຍຄົນ ແລະຖາມພວກເຂົາວ່າ, “ຂ້າພະເຈົ້າຄວນຈະໄປໂຈມຕີເອົາເມືອງຣາໂມດຫລືບໍ່?” ພວກເຂົາຕອບວ່າ, “ໂຈມຕີໂລດ ພຣະເຈົ້າຢາເວຈະໃຫ້ທ່ານໄຊຊະນະ.” 7 ແຕ່ກະສັດເຢໂຮຊາຟັດຖາມວ່າ, “ບໍ່ມີຜູ້ທຳນວາຍຂອງພຣະເຈົ້າຢາເວຄົນອື່ນອີກບໍ ທີ່ພວກເຮົາຈະປຶກສາໄດ້.” 8 ກະສັດອາຮາບຕອບວ່າ, “ຍັງມີຢູ່ອີກຄົນໜຶ່ງທີ່ຈະປຶກສາພຣະເຈົ້າຢາເວໄດ້ ຊື່ວ່າມີກາອີຢາ ລູກຊາຍຂອງອິມລາ, ແຕ່ຂ້າພະເຈົ້າກຽດຊັງລາວເພາະລາວບໍ່ເຄີຍທຳນວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ; ລາວທຳນວາຍແຕ່ເລື່ອງບໍ່ດີທັງນັ້ນ.” ກະສັດເຢໂຮຊາຟັດຕອບຄືນວ່າ, “ທ່ານບໍ່ຄວນເວົ້າຢ່າງນັ້ນ.” 9 ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນເອົາເຈົ້າໜ້າທີ່ປະຈຳວັງມາ ແລະບອກໃຫ້ລາວໄປນຳເອົາມີກາອີຢາ ລູກຊາຍຂອງອິມລາເຂົ້າມາພົບໃນທັນທີ. 10 ທັງສອງນຸ່ງເຄື່ອງກະສັດແລະນັ່ງຢູ່ເທິງບັນລັງຂອງພວກຕົນ ທີ່ລານຟາດເຂົ້ານອກປະຕູນະຄອນຊາມາເຣຍ ແລະຜູ້ທຳນວາຍທັງຫລາຍກໍກຳລັງທຳນວາຍຕໍ່ໜ້າເພິ່ນຢູ່ທີ່ນັ້ນ. 11 ຄົນໜຶ່ງໃນພວກເຂົາຊື່ວ່າ ເຊເດກີຢາລູກຊາຍຂອງເຄນາອານາໄດ້ເອົາເຫຼັກເຮັດເປັນເຂົາ ແລະບອກກະສັດອາຮາບວ່າ, “ອັນນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ ດ້ວຍສິ່ງເຫຼົ່ານີ້ ເຈົ້າຈະຕໍ່ສູ້ກັບຊາວຊີເຣຍແລະພວກເຂົາຈະພ່າຍແພ້ຢ່າງສິ້ນເຊີງ.” 12 ພວກຜູ້ທຳນວາຍຄົນອື່ນໆ ກໍເວົ້າຢ່າງດຽວກັນ. ພວກເຂົາເວົ້າວ່າ, “ຈົ່ງຍົກທັບໄປໂຈມຕີເມືອງຣາໂມດແລະທ່ານກໍຈະຊະນະ. ພຣະເຈົ້າຢາເວຈະໃຫ້ທ່ານໄດ້ໄຊຊະນະ.” 13 ຂະນະດຽວກັນ ເຈົ້າໜ້າທີ່ຜູ້ໄປນຳມີກາອີຢາມານັ້ນກໍໄດ້ກ່າວຕໍ່ລາວວ່າ, “ຜູ້ທຳນວາຍຄົນອື່ນໆໄດ້ທຳນວາຍເຖິງຄວາມສຳເລັດໃຫ້ກະສັດ ເຈົ້າກໍຄວນເຮັດແບບດຽວກັນ.” 14 ແຕ່ມີກາອີຢາຕອບວ່າ, “ໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່, ຂ້າພະເຈົ້າຈະຂໍເວົ້າແຕ່ຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້າພະເຈົ້າເວົ້າເທົ່ານັ້ນ.” 15 ເມື່ອມີກາອີຢາເຂົ້າມາປາກົດຕົວຕໍ່ໜ້າກະສັດອາຮາບແລ້ວ ກະສັດຈຶ່ງຖາມວ່າ, “ມີກາອີຢາ ກະສັດເຢໂຮຊາຟັດແລະເຮົາ ຄວນອອກໄປໂຈມຕີເມືອງຣາໂມດຫລືບໍ່?” ມີກາອີຢາຕອບວ່າ, “ໂຈມຕີໂລດ ແນ່ນອນທ່ານຈະຕີເອົາໄດ້. ພຣະເຈົ້າຢາເວຈະໃຫ້ທ່ານໄດ້ໄຊຊະນະ.” 16 ແຕ່ກະສັດອາຮາບຕອບຄືນວ່າ, “ເມື່ອເວົ້າກັບເຮົາໃນນາມຂອງພຣະເຈົ້າຢາເວ ຈົ່ງເວົ້າຄວາມຈິງແມ ເຮົາໄດ້ບອກເຈົ້າຈັກເທື່ອແລ້ວ.” 17 ມີກາອີຢາຕອບວ່າ, “ຂ້ານ້ອຍໄດ້ເຫັນກອງທັບອິດສະຣາເອນ ຖືກກະຈັດກະຈາຍໄປທົ່ວທັງພູດອຍ ດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ. ຝ່າຍພຣະເຈົ້າຢາເວກໍໄດ້ກ່າວວ່າ, ‘ຄົນເຫຼົ່ານີ້ບໍ່ມີຜູ້ນຳ; ຈົ່ງໃຫ້ພວກເຂົາກັບຄືນເມືອເຮືອນຢ່າງສັນຕິສຸກເຖີດ.”’ 18 ແລ້ວກະສັດອາຮາບກໍເວົ້າຕໍ່ກະສັດເຢໂຮຊາຟັດວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ລາວບໍ່ເຄີຍທໍານວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ ລາວທຳນວາຍແຕ່ເລື່ອງທີ່ບໍດີທັງນັ້ນ.” 19 ແລະມີກາອີຢາໄດ້ກ່າວວ່າ, “ສະນັ້ນ ຂໍຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເຖີດ ຂ້ານ້ອຍໄດ້ເຫັນພຣະເຈົ້າຢາເວນັ່ງຢູ່ເທິງພຣະບັນລັງຂອງພຣະອົງໃນສະຫວັນ ແລະເທວະດາທັງໝົດກໍກຳລັງຢືນຢູ່ອ້ອມຂ້າງພຣະອົງ. 20 ພຣະເຈົ້າຢາເວຖາມວ່າ, ‘ຜູ້ໃດຈະຫລອກລວງອາຮາບໃຫ້ໄປຖືກຂ້າທີ່ເມືອງຣາໂມດ?’ ເທວະດາບາງຕົນເວົ້າຢ່າງໜຶ່ງ ແລະອີກບາງຕົນເວົ້າອີກຢ່າງໜຶ່ງ 21 ຈົນກວ່າໄດ້ມີວິນຍານດວງໜຶ່ງກ້າວອອກໄປທາງໜ້າຫຍັບເຂົ້າໃກ້ພຣະເຈົ້າຢາເວ ແລະເວົ້າວ່າ, ‘ຂ້ານ້ອຍຈະຫລອກລວງລາວເອງ.’ 22 ພຣະເຈົ້າຢາເວຖາມວ່າ, ‘ດ້ວຍວິທິໃດ?’ ວິນຍານດວງນັ້ນໄດ້ຕອບຄືນວ່າ, ‘ຂ້ານ້ອຍຈະໄປເຮັດໃຫ້ພວກຜູ້ທຳນວາຍເວົ້າຕົວະ.’ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ຈົ່ງໄປຫລອກລວງລາວສາ ເຈົ້າຈະສຳເລັດ.”’ 23 ແລ້ວມີກາອີຢາກໍເວົ້າມ້ວນທ້າຍວ່າ, “ເຫດການກໍເປັນຢ່າງນີ້ແຫລະ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກຜູ້ທຳນວາຍເຫຼົ່ານັ້ນເວົ້າຕົວະຕໍ່ທ່ານ. ແຕ່ພຣະເຈົ້າຢາເວເອງໄດ້ປະກາດວ່າ, ‘ທ່ານຈະປະສົບກັບໄພພິບັດ.”’ 24 ແລ້ວຜູ້ທຳນວາຍເຊເດກີຢາລູກຊາຍຂອງເຄນາອານາກໍອອກໄປຫາມີກາອີຢາ ທັງຕົບໜ້າເພິ່ນ ແລະຖາມວ່າ, “ພຣະວິນຍານຂອງພຣະເຈົ້າຢາເວອອກຈາກຂ້ອຍໄປຫາເຈົ້າເມື່ອໃດ?” 25 ມີກາອີຢາຕອບວ່າ, “ເຈົ້າຈະຮູ້ເອງເມື່ອເຈົ້າໄປລີ້ຢູ່ໃນຫ້ອງທາງຫລັງສຸດຂອງເຮືອນເຈົ້ານັ້ນ.” 26 ແລ້ວກະສັດອາຮາບກໍສັ່ງໃຫ້ເຈົ້າໜ້າທີ່ຜູ້ໜຶ່ງຂອງຕົນວ່າ, “ໃຫ້ຈັບມີກາອີຢາໄປຫາອາໂມນຜູ້ປົກຄອງເມືອງ ແລະນຳລາວໄປຫາເຈົ້າຊາຍໂຢອາດ. 27 ບອກພວກເຂົາໃຫ້ຂັງລາວໃສ່ຄຸກໄວ້ໃຫ້ລາວກິນແຕ່ເຂົ້າກັບນໍ້າໜ້ອຍລົງ ຈົນກວ່າເຮົາຈະກັບມາຢ່າງປອດໄພ.” 28 ມີກາອີຢາຮ້ອງຂຶ້ນວ່າ, “ຖ້າທ່ານກັບຄືນມາຢ່າງປອດໄພ ກໍໝາຍຄວາມວ່າພຣະເຈົ້າຢາເວບໍ່ໄດ້ເວົ້າຜ່ານທາງຂ້ານ້ອຍ.” ແລະລາວເວົ້າຕື່ມວ່າ, “ທຸກໆຄົນ ຈົ່ງຟັງສິ່ງທີ່ຂ້າພະເຈົ້າໄດ້ເວົ້າມານີ້ເຖີດ.” ອາຮາບຕາຍ ( 2 ຂຄ 18:28-34 ) 29 ແລ້ວກະສັດອາຮາບແຫ່ງອິດສະຣາເອນ ແລະກະສັດເຢໂຮຊາຟັດແຫ່ງຢູດາຍ ກໍໄດ້ຍົກທັບໄປໂຈມຕີເມືອງຣາໂມດໃນກີເລອາດ. 30 ກະສັດອາຮາບກ່າວຕໍ່ກະສັດເຢໂຮຊາຟັດວ່າ, “ເມື່ອພວກເຮົາເຂົ້າສູ້ຮົບ ຂ້າພະເຈົ້າຈະປອມຕົວ ແຕ່ໃຫ້ທ່ານນຸ່ງເຄື່ອງກະສັດ.” ດັ່ງນັ້ນ ກະສັດແຫ່ງອິດສະຣາເອນຈຶ່ງໄດ້ປອມຕົວເຂົ້າສູ້ຮົບ. 31 ກະສັດແຫ່ງຊີເຣຍໄດ້ສັ່ງຜູ້ບັນຊາການລົດຮົບສາມສິບສອງຄົນ ບໍ່ໃຫ້ໂຈມຕີຜູ້ໃດ ນອກຈາກກະສັດແຫ່ງອິດສະຣາເອນແຕ່ເທົ່ານັ້ນ. 32 ດັ່ງນັ້ນ ເມື່ອພວກເຂົາໄດ້ເຫັນກະສັດເຢໂຮຊາຟັດ ພວກເຂົາທັງໝົດກໍຄິດວ່າແມ່ນກະສັດແຫ່ງອິດສະຣາເອນ ຈຶ່ງຫັນມາໂຈມຕີເພິ່ນ. ແຕ່ເພິ່ນໄດ້ຮ້ອງຂຶ້ນ 33 ຜູ້ບັນຊາການລົດຮົບຈຶ່ງຮູ້ວ່າ ເພິ່ນບໍ່ແມ່ນກະສັດແຫ່ງອິດສະຣາເອນ ພວກເຂົາຈຶ່ງຢຸດໂຈມຕີ. 34 ແຕ່ມີທະຫານຊີເຣຍຄົນໜຶ່ງຍິງລູກທະນູໄປຖືກກະສັດອາຮາບໂດຍບັງເອີນ ແທງເຂົ້າໃສ່ລະຫວ່າງບ່ອນຕໍ່ເສື້ອຫຸ້ມເກາະຂອງເພິ່ນ. ເພິ່ນຈຶ່ງຮ້ອງໃສ່ຜູ້ທີ່ຂັບລົດຮົບວ່າ, “ເຮົາໄດ້ຮັບບາດເຈັບ ຈົ່ງລ້ຽວລົດອອກຈາກສະໜາມຮົບ.” 35 ໃນຂະນະທີ່ການສູ້ຮົບພວມດຸເດືອດຢູ່ນັ້ນ ກະສັດອາຮາບຍັງຄໍ້າຕົວຢູ່ເທິງລົດຮົບປິ່ນໜ້າໄປທາງທະຫານຊີເຣຍ. ເລືອດຈາກບາດແຜຂອງເພິ່ນໄຫລຫລັ່ງລົງເຕັມຖັງລົດ. ພໍເຖິງຍາມແລງມາ ເພິ່ນກໍສິ້ນໃຈຕາຍ. 36 ເມື່ອໃກ້ຕາເວັນຕົກດິນໄດ້ມີຄຳສັ່ງອອກທົ່ວກອງທັບອິດສະຣາເອນວ່າ, “ໃຫ້ທຸກຄົນກັບຄືນເມືອປະເທດແລະບ້ານເມືອງຂອງຕົນສາ.” 37 ກະສັດອາຮາບໄດ້ຕາຍໄປ. ຊາກສົບຂອງເພິ່ນຖືກນຳໄປຝັງໄວ້ທີ່ນະຄອນຊາມາເຣຍ. 38 ພວກເຂົາລ້າງລົດຮົບຂອງເພິ່ນທີ່ສະນໍ້າຊາມາເຣຍ ບ່ອນທີ່ຝູງໝາໄດ້ເລຍເລືອດຂອງເພິ່ນ ແລະພວກໂສເພນີກໍໄດ້ອາບນໍ້າຢູ່ທີ່ນັ້ນ. ເຫດການທີ່ໄດ້ເກີດຂຶ້ນນັ້ນແມ່ນເປັນໄປຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ. 39 ສິ່ງອື່ນໆທີ່ກະສັດອາຮາບໄດ້ກະທຳພ້ອມທັງເລື່ອງທີ່ເພິ່ນເອ້ຣາຊວັງດ້ວຍງາຊ້າງ ແລະເມືອງຕ່າງໆທີ່ເພິ່ນໄດ້ສ້າງແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. 40 ເມື່ອເພິ່ນຕາຍໄປນັ້ນ ອາຮາຊີຢາລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ. ກະສັດເຢໂຮຊາຟັດແຫ່ງຢູດາຍ ( 2 ຂຄ 20:31–21:1 ) 41 ໃນຣາຊການປີທີສີ່ຂອງເຈົ້າອາຮາບກະສັດແຫ່ງອິດສະຣາເອນ ເຈົ້າເຢໂຮຊາຟັດລູກຊາຍຂອງອາສາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ 42 ເມື່ອອາຍຸໄດ້ສາມສິບຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຊາວຫ້າປີ. ແມ່ຂອງເພິ່ນຊື່ວ່າ ອາຊູບາ ລູກສາວຂອງຊິນຮີ. 43 ເໝືອນກັນກັບກະສັດອາສາພໍ່ຂອງເພິ່ນນັ້ນ ເພິ່ນໄດ້ເຮັດໃນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະເຈົ້າຢາເວ, ແຕ່ເພິ່ນບໍ່ໄດ້ທຳລາຍບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ແລະປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາແລະເຜົາເຄື່ອງຫອມຢູ່ທີ່ນັ້ນ. 44 ກະສັດເຢໂຮຊາຟັດໄດ້ເຮັດສັນຍາສັນຕິພາບກັບກະສັດແຫ່ງອິດສະຣາເອນ. 45 ສິ່ງອື່ນໆທີ່ກະສັດເຢໂຮຊາຟັດໄດ້ກະທຳ ພ້ອມທັງວິລະກຳແລະບັ້ນຮົບຕ່າງໆ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. 46 ເພິ່ນໄດ້ກຳຈັດພວກໂສເພນີທັງຊາຍແລະຍິງ ທີ່ຮັບໃຊ້ຕາມແທ່ນບູຊາຂອງຄົນຕ່າງຊາດ ຊຶ່ງຍັງເຫລືອຢູ່ຕັ້ງແຕ່ສະໄໝຂອງກະສັດອາສາ ພໍ່ຂອງເພິ່ນນັ້ນໃຫ້ໝົດສິ້ນໄປ. 47 ດິນແດນເອໂດມບໍ່ມີກະສັດ; ດິນແດນນີ້ໄດ້ປົກຄອງໂດຍຜູ້ສຳເລັດຣາຊການ ທີ່ກະສັດແຫ່ງຢູດາຍໄດ້ແຕ່ງຕັ້ງຂຶ້ນ. 48 ກະສັດເຢໂຮຊາຟັດໄດ້ສ້າງເຮືອກຳປັ່ນແຫ່ງຕາກຊິດເດີນທະເລ ເພື່ອຂີ່ໄປຂົນເອົາຄຳມາແຕ່ປະເທດໂອຟີ, ແຕ່ເຮືອກຳປັ່ນເຫຼົ່ານີ້ໄດ້ແຕກທີ່ເມືອງເອຊີໂອນເກເບ ແລະແລ່ນຕໍ່ໄປບໍ່ໄດ້. 49 ແລ້ວກະສັດອາຮາຊີຢາແຫ່ງອິດສະຣາເອນ ກໍໄດ້ສະເໜີໃຫ້ຄົນຂອງເພິ່ນແລ່ນເຮືອໄປກັບຄົນຂອງກະສັດເຢໂຮຊາຟັດ ແຕ່ກະສັດເຢໂຮຊາຟັດບໍ່ຮັບ. 50 ກະສັດເຢໂຮຊາຟັດໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ໃນອຸບມຸງແຫ່ງກະສັດ ທີ່ເມືອງຂອງດາວິດ. ເຈົ້າເຢໂຮຣາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. ກະສັດອາຮາຊີຢາແຫ່ງອິດສະຣາເອນ 51 ໃນຣາຊການປີທີສິບເຈັດຂອງເຈົ້າເຢໂຮຊາຟັດກະສັດແຫ່ງຢູດາຍ; ເຈົ້າອາຮາຊີຢາ ລູກຊາຍຂອງກະສັດອາຮາບໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາສອງປີ. 52 ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍປະພຶດຕາມແບບຢ່າງອັນຊົ່ວຊ້າ ຂອງກະສັດອາຮາບພໍ່ຂອງເພິ່ນ, ນາງເຢເຊເບນແມ່ຂອງເພິ່ນ ແລະກະສັດເຢໂຣໂບອາມລູກຊາຍຂອງເນບັດ ຜູ້ທີ່ໄດ້ນຳອານາຈັກອິດສະຣາເອນເຮັດບາບ. 53 ເພິ່ນໄດ້ຂາບໄຫວ້ແລະຮັບໃຊ້ພະບາອານ. ເຊັ່ນດຽວກັນກັບຜູ້ເປັນພໍ່ ເພິ່ນໄດ້ຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໃຫ້ໂກດຮ້າຍ. |
@ 2012 United Bible Societies. All Rights Reserved.