1 ກະສັດ 21 - ພຣະຄຳພີສັກສິນາໂບດຖືກຂ້າຍ້ອນສວນອະງຸ່ນ 1 ນາໂບດຊາວຢິດຊະເຣນ ມີສວນອະງຸ່ນຕອນໜຶ່ງຢູ່ໃກ້ກັບວັງຂອງກະສັດອາຮາບແຫ່ງຊາມາເຣຍ. 2 ມື້ໜຶ່ງ ກະສັດອາຮາບໄດ້ກ່າວຕໍ່ນາໂບດວ່າ, “ເອົາສວນອະງຸ່ນຂອງເຈົ້າໃຫ້ເຮົາສາ ເພາະມັນຕິດກັບວັງຂອງເຮົາ ແລະເຮົາຈະໃຊ້ດິນຕອນນີ້ເຮັດເປັນສວນຜັກ. ເຮົາຈະເອົາສວນອະງຸ່ນທີ່ດີກວ່ານີ້ປ່ຽນກັບເຈົ້າ ຫລືຖ້າເຈົ້າຍິນດີຂາຍ ເຮົາກໍຈະຈ່າຍເງິນໃຫ້ເຈົ້າໃນລາຄາທີ່ດີ.” 3 ແຕ່ນາໂບດຕອບວ່າ, “ສວນນີ້ເປັນມໍຣະດົກຕົກທອດມາຈາກປູ່ຍ່າຕາຍາຍຂອງຂ້ານ້ອຍ. ພຣະເຈົ້າຢາເວຫ້າມຂ້ານ້ອຍບໍ່ໃຫ້ຍົກສວນນີ້ແກ່ທ່ານ.” 4 ກະສັດອາຮາບໄດ້ກັບເມືອວັງທັງໂສກເສົ້າແລະໂກດຮ້າຍຍ້ອນຄຳເວົ້າຂອງນາໂບດຊາວຢິດຊະເຣນ. ເພິ່ນນອນປິ່ນໜ້າເຂົ້າໃສ່ຝາເທິງຕຽງທັງບໍ່ຍອມກິນຫຍັງເລີຍ. 5 ນາງເຢເຊເບນເມຍຂອງເພິ່ນຈຶ່ງຖາມວ່າ, “ເປັນຫຍັງອ້າຍຈຶ່ງຫງ່ວມເຫງົາ ແລະບໍ່ກິນຫຍັງເລີຍ?” 6 ເພິ່ນຕອບວ່າ, “ຍ້ອນນາໂບດຊາວຢິດຊະເຣນໄດ້ເວົ້າໃຫ້ອ້າຍ. ອ້າຍຂໍຊື້ສວນອະງຸ່ນຈາກລາວ ຫລືຖ້າລາວຍິນຍອມອ້າຍກໍຈະເອົາສວນອະງຸ່ນໃໝ່ປ່ຽນ, ແຕ່ລາວຕອບວ່າ, ‘ຂ້ານ້ອຍຈະບໍ່ເອົາສວນອະງຸ່ນຂອງຂ້ານ້ອຍໃຫ້ທ່ານ.”’ 7 ນາງເຢເຊເບນຕອບວ່າ, “ອ້າຍເປັນກະສັດບໍ່ແມ່ນບໍ? ລຸກຂຶ້ນຈາກຕຽງດຽວນີ້ ເຮັດໃຫ້ໃຈສະບາຍແລະກິນເຂົ້າສາ. ນ້ອງຈະເອົາສວນອະງຸ່ນຂອງນາໂບດຊາວຢິດຊະເຣນໃຫ້ອ້າຍດອກ.” 8 ດັ່ງນັ້ນ ນາງຈຶ່ງຂຽນຈົດໝາຍບາງສະບັບເຊັນຊື່ຂອງກະສັດອາຮາບລົງ ຕີຕາປະທັບຂອງເພິ່ນໃສ່ ແລ້ວກໍສົ່ງຈົດໝາຍນີ້ໄປຫາພວກຂ້າຣາຊການພ້ອມທັງປະຊາຊົນຊັ້ນຜູ້ນຳໃນເມືອງຢິດຊະເຣນ. 9 ໃນຈົດໝາຍນັ້ນມີຖ້ອຍຄຳວ່າ, “ຈົ່ງປະກາດຖືສິນອົດອາຫານໜຶ່ງວັນ ເອີ້ນປະຊາຊົນໃຫ້ມາໂຮມກັນ ແລະໃຫ້ນາໂບດນັ່ງຢູ່ເທິງບ່ອນທີ່ມີກຽດ. 10 ເອົານັກເລງສອງຄົນມາຢືນຢູ່ຕໍ່ໜ້າຟ້ອງວ່າ ລາວໄດ້ປ້ອຍດ່າພຣະເຈົ້າແລະກະສັດ. ແລ້ວເອົາລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ.” 11 ພວກຂ້າຣາຊການ ແລະພວກປະຊາຊົນຊັ້ນຜູ້ນຳໃນເມືອງຢິດຊະເຣນ ກໍໄດ້ປະຕິບັດຕາມຄຳສັ່ງຂອງນາງເຢເຊເບນ. 12 ພວກເຂົາໄດ້ປະກາດໃຫ້ຖືສິນອົດອາຫານໜຶ່ງວັນ, ເອີ້ນປະຊາຊົນມາໂຮມກັນ ແລະໃຫ້ນາໂບດນັ່ງຢູ່ເທິງບ່ອນທີ່ມີກຽດ. 13 ນັກເລງສອງຄົນໄດ້ມາຟ້ອງທ່າມກາງປະຊາຊົນວ່າ, “ນາໂບດໄດ້ປ້ອຍດ່າພຣະເຈົ້າແລະກະສັດ.” ດັ່ງນັ້ນ ພວກເຂົາຈຶ່ງນຳລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ. 14 ຕໍ່ມາ ພວກເຂົາກໍສົ່ງຂ່າວໄປບອກນາງເຢເຊເບນວ່າ, “ນາໂບດຖືກຂ້າແລ້ວ.” 15 ພໍນາງເຢເຊເບນໄດ້ຮັບຂ່າວ ນາງຈຶ່ງບອກກະສັດອາຮາບວ່າ, “ນາໂບດຊາວຢິດຊະເຣນຕາຍແລ້ວ. ສະນັ້ນ ຈົ່ງໄປຢຶດສວນອະງຸ່ນທີ່ນາໂບດບໍ່ຍອມຂາຍໃຫ້ອ້າຍນັ້ນເປັນກຳມະສິດສາ.” 16 ກະສັດອາຮາບກໍໄປຢຶດສວນອະງຸ່ນຂອງນາໂບດຊາວຢິດຊະເຣນເປັນກຳມະສິດຂອງຕົນທັນທີ. 17 ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຜູ້ທຳນວາຍເອລີຢາ ໄທເມືອງຕີຊະເບວ່າ, 18 “ຈົ່ງໄປຫາກະສັດອາຮາບທີ່ນະຄອນຊາມາເຣຍ. ເຈົ້າຈະພົບລາວຢູ່ໃນສວນອະງຸ່ນຂອງນາໂບດ ຊຶ່ງລາວກຳລັງຈະຢຶດເປັນກຳມະສິດ. 19 ຈົ່ງບອກລາວວ່າ, ອັນນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວກ່າວ: ‘ຫລັງຈາກຂ້າຊາຍຜູ້ນີ້ແລ້ວ ເຈົ້າຍັງຈະຢຶດຊັບສິນຂອງລາວອີກຊັ້ນບໍ?’ ພຣະເຈົ້າຢາເວຍັງກ່າວອີກວ່າ, ‘ຝູງໝາໄດ້ເລຍເລືອດຂອງນາໂບດຢູ່ບ່ອນໃດ ຝູງໝາກໍຈະເລຍເລືອດຂອງເຈົ້າຢູ່ບ່ອນນັ້ນເຊັ່ນດຽວກັນ.”’ 20 ເມື່ອກະສັດອາຮາບເຫັນເອລີຢາ ເພິ່ນກໍເວົ້າວ່າ, “ເຈົ້າໄລ່ທັນເຮົາແລ້ວຊັ້ນບໍ ສັດຕູຂອງເຮົາເອີຍ?” ເອລີຢາຕອບວ່າ, “ແມ່ນແລ້ວ ທ່ານໄດ້ອຸທິດຕົວຢ່າງໝົດສິ້ນ ກະທຳໃນສິ່ງທີ່ຜິດຕໍ່ສາຍຕາຂອງພຣະເຈົ້າຢາເວ. 21 ສະນັ້ນ ພຣະອົງຈຶ່ງກ່າວຕໍ່ທ່ານວ່າ, ‘ເຮົາຈະນຳເອົາຄວາມຈິບຫາຍມາສູ່ເຈົ້າ ເຮົາຈະທຳລາຍເຈົ້າໃຫ້ພິນາດໄປ ແລະຂ້າຜູ້ຊາຍທຸກຄົນໃນຄອບຄົວຂອງເຈົ້າ ບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະຢູ່ໃນອິດສະຣາເອນ. 22 ເຮົາຈະເຮັດໃຫ້ຄອບຄົວຂອງເຈົ້າຈະເປັນດັ່ງຄອບຄົວຂອງເຢໂຣໂບອາມລູກຊາຍຂອງເນບັດ ແລະດັ່ງຄອບຄົວຂອງບາອາຊາລູກຊາຍຂອງອາຮີຢາ, ເພາະເຈົ້າໄດ້ຍົວະເຍົ້າເຮົາໃຫ້ໂກດຮ້າຍ ໂດຍນຳພາພວກອິດສະຣາເອນເຮັດບາບ.’ 23 ແລະກ່ຽວກັບນາງເຢເຊເບນນັ້ນ ພຣະເຈົ້າຢາເວກ່າວວ່າ, ‘ຝູງໝາຈະກັດກິນຮ່າງກາຍຂອງນາງໃນເມືອງຢິດຊະເຣນ.’ 24 ຍາດຕິພີ່ນ້ອງຄົນໃດຂອງເຈົ້າທີ່ຕາຍໃນເມືອງກໍຈະຖືກໝາກັດກິນ ແລະຄົນໃດທີ່ຕາຍນອກເມືອງກໍຈະຖືກແຮ້ງເຈາະກິນ.” 25 ບໍ່ເຄີຍມີຜູ້ໃດທີ່ອຸທິດຕົວເອງຢ່າງໝົດສິ້ນ ເຮັດໃນສິ່ງທີ່ຜິດຕໍ່ສາຍຕາຂອງພຣະເຈົ້າຢາເວ ດັ່ງກະສັດອາຮາບ. ທຸກສິ່ງທີ່ເພິ່ນໄດ້ເຮັດນັ້ນກໍເພາະນາງເຢເຊເບນເມຍຂອງເພິ່ນ ເປັນຜູ້ຍຸແຍ່ໃຫ້ເຮັດ. 26 ເພິ່ນເຮັດບາບຢ່າງໜ້າລະອາຍທີ່ສຸດໂດຍຂາບໄຫວ້ຮູບເຄົາຣົບດັ່ງຊາວອາໂມ. ພວກນີ້ແມ່ນພວກທີ່ພຣະເຈົ້າຢາເວໄດ້ຂັບໄລ່ໃຫ້ອອກໜີໄປ ເມື່ອພວກອິດສະຣາເອນໄດ້ບຸກໜ້າເຂົ້າມາ. 27 ເມື່ອເອລີຢາເວົ້າຈົບ ກະສັດອາຮາບກໍຈີກເສື້ອຂອງຕົນແກ້ອອກ ແລະນຸ່ງຜ້າກະສອບເຂົ້າ. ເພິ່ນບໍ່ຍອມກິນຫຍັງ ແລະນອນຢູ່ແຕ່ໃນຜ້າກະສອບເຂົ້າທັງໂສກເສົ້າ ແລະເປັນທຸກໃຈ. 28 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ເອລີຢາຊາວຕີຊະເບວ່າ, 29 “ເຈົ້າເຫັນແລ້ວບໍ່ແມ່ນບໍວ່າ ອາຮາບໄດ້ຖ່ອມຕົວຕໍ່ໜ້າເຮົາຢ່າງໃດ? ຍ້ອນລາວໄດ້ຖ່ອມຕົວຢ່າງນີ້ ເຮົາຈະບໍ່ນຳເອົາຄວາມພິນາດມາສູ່ລາວ ໃນຕະຫລອດຊົ່ວຊີວິດຂອງລາວ; ແຕ່ເຮົາຈະນຳເອົາຄວາມພິນາດມາສູ່ຄອບຄົວຂອງອາຮາບໃນສະໄໝລູກຊາຍຂອງລາວ.” |
@ 2012 United Bible Societies. All Rights Reserved.