Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 20 - ພຣະຄຳພີສັກສິ


ເສິກ​ກັບ​ຊີເຣຍ

1 ເຈົ້າ​ເບັນຮາດາດ ກະສັດ​ແຫ່ງ​ຊີເຣຍ​ໄດ້​ຮວບຮວມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ແລະ​ມີ​ພວກ​ກະສັດ​ສາມສິບສອງ​ຄົນ ມີ​ຄົນອື່ນ​ອີກ​ສະໜັບ​ສະໜູນ​ໂດຍ​ໃຫ້​ຝູງມ້າ​ແລະ​ລົດຮົບ ໄດ້​ຍົກທັບ​ຂຶ້ນ​ໄປ​ອ້ອມ​ນະຄອນ​ຊາມາເຣຍ​ໄວ້​ແລະ​ໄດ້​ເຂົ້າ​ໂຈມຕີ​ເອົາ​ເມືອງ.

2 ເພິ່ນ​ໄດ້​ໃຊ້​ພວກ​ຜູ້ນຳຂ່າວ​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ພົບ​ກະສັດ​ອາຮາບ ກະສັດ​ແຫ່ງ​ອິດສະຣາເອນ ແລະ​ບອກ​ວ່າ, “ກະສັດ​ເບັນຮາດາດ​ຮຽກຮ້ອງ​ໃຫ້​ທ່ານ​ຍອມ​ຈຳນົນ

3 ແລະ​ມອບ​ເງິນ, ຄຳ, ພວກເມຍ ແລະ​ພວກ​ລູກ​ຜູ້​ແຂງແຮງ​ທີ່ສຸດ​ຂອງທ່ານ​ໃຫ້​ເພິ່ນ.”

4 ກະສັດ​ອາຮາບ​ຕອບ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ເບັນຮາດາດ​ເຈົ້ານາຍ​ຂອງເຮົາ​ວ່າ ເຮົາ​ຕົກລົງ; ໃຫ້​ເພິ່ນ​ເອົາ​ຕົວ​ເຮົາ​ແລະ​ທຸກສິ່ງ​ທີ່​ເຮົາ​ມີ​ໄປ​ສາ.”

5 ຕໍ່ມາ ພວກ​ຜູ້ນຳຂ່າວ​ກໍ​ກັບຄືນ​ມາ​ຫາ​ກະສັດ​ອາຮາບ​ອີກ ພ້ອມ​ດ້ວຍ​ຄຳ​ຮຽກຮ້ອງ​ຢ່າງ​ອື່ນ​ຈາກ​ກະສັດ​ເບັນຮາດາດ​ວ່າ, “ເຮົາ​ໄດ້​ໃຊ້​ຄົນ​ມາ​ບອກ​ທ່ານ​ໃຫ້​ມອບ​ເງິນ, ຄຳ, ພວກເມຍ ແລະ​ພວກ​ລູກ​ຂອງທ່ານ​ໃຫ້​ເຮົາ

6 ເຖິງຢ່າງນັ້ນ​ກໍຕາມ ບັດນີ້ ເຮົາ​ຈະ​ສົ່ງ​ພວກ​ທະຫານ​ຂອງເຮົາ​ເຂົ້າ​ໄປ​ຄົ້ນ​ໃນ​ຣາຊວັງ ແລະ​ໃນ​ເຮືອນ​ນາຍ​ທະຫານ​ຂອງທ່ານ ເພື່ອ​ຢຶດເອົາ​ສິ່ງຂອງ​ທຸກໆ​ຢ່າງ​ທີ່​ພວກເຂົາ ເຫັນ​ວ່າ​ມີຄ່າ. ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ພວກ​ນາຍ​ທະຫານ​ຈະ​ມາ​ໃນ​ຣາຊວັງ​ຂອງທ່ານ.”

7 ແລ້ວ​ກະສັດ​ອາຮາບ​ກໍໄດ້​ເອີ້ນ​ພວກຜູ້ນຳ​ຂອງ​ປະເທດ​ມາ ແລະ​ບອກ​ວ່າ, “ພວກທ່ານ​ເຫັນ​ແລ້ວ​ວ່າ​ຊາຍ​ຄົນ​ນີ້​ຢາກ​ທຳລາຍ​ເຮົາ. ລາວ​ໄດ້​ສົ່ງ​ຜູ້ນຳຂ່າວ​ມາ​ຂໍ​ເອົາ​ບັນດາ​ເມຍ ແລະ​ລູກໆ​ຂອງເຮົາ, ເງິນ​ແລະ​ຄຳ​ຂອງເຮົາ ແລະ​ເຮົາ​ເອງ​ກໍ​ຍອມ​ໃຫ້​ແລ້ວ.”

8 ພວກຜູ້ນຳ​ກັບ​ປະຊາຊົນ​ຕອບ​ວ່າ, “ຢ່າ​ຟັງຄວາມ​ລາວ ແລະ​ຢ່າ​ຍອມ​ແພ້​ລາວ.”

9 ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ຕອບ​ພວກ​ຜູ້ນຳຂ່າວ​ຂອງ​ກະສັດ​ເບັນຮາດາດ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຜູ້​ເປັນ​ເຈົ້ານາຍ​ຂອງເຮົາ​ວ່າ ເຮົາ​ເອງ​ຍິນຍອມ​ເຮັດ​ຕາມ​ຄຳ​ຮຽກຮ້ອງ​ຄັ້ງ​ທີ​ໜຶ່ງ, ແຕ່​ເຮົາ​ເຮັດ​ຕາມ​ຄຳ​ຮຽກຮ້ອງ​ຄັ້ງນີ້​ບໍ່ໄດ້.” ພວກ​ຜູ້ນຳຂ່າວ​ໄດ້​ກັບ​ໄປ​ລາຍງານ​ກະສັດ​ເບັນຮາດາດ ແລ້ວ​ກໍ​ກັບຄືນ​ມາ​ໃໝ່

10 ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”

11 ກະສັດ​ອາຮາບ​ຕອບ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ເບັນຮາດາດ​ວ່າ, ທະຫານ​ທີ່​ເກັ່ງກ້າ​ແທ້​ນັ້ນ​ອວດອ້າງ​ຫລັງຈາກ​ແລ້ວເສິກ ບໍ່ແມ່ນ​ອວດອ້າງ​ກ່ອນ​ເຮັດ​ເສິກ.”

12 ກະສັດ​ເບັນຮາດາດ​ໄດ້​ຮັບ​ຄຳຕອບ​ຈາກ​ກະສັດ​ອາຮາບ ໃນ​ຕອນ​ທີ່​ເພິ່ນ​ກັບ​ໝູ່ເພື່ອນ​ຂອງເພິ່ນ​ພ້ອມທັງ​ພວກ​ກະສັດ​ຄົນອື່ນໆ ກຳລັງ​ນັ່ງ​ດື່ມ​ເຫຼົ້າ​ໃນ​ຜ້າເຕັນ. ເພິ່ນ​ຈຶ່ງ​ສັ່ງ​ພວກ​ທະຫານ​ໃຫ້​ຕຽມຕົວ​ໂຈມຕີ​ເມືອງ ແລະ​ພວກເຂົາ​ກໍ​ເຂົ້າ​ປະຈຳ​ໜ້າທີ່​ຢ່າງ​ພຽບພ້ອມ.

13 ໃນຂະນະ​ດຽວກັນ​ນັ້ນ ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ຫາ​ກະສັດ​ອາຮາບ ແລະ​ບອກ​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ວ່າ ຢ່າ​ຢ້ານ​ກອງທັບ​ໃຫຍ່​ນັ້ນ​ເລີຍ ວັນ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

14 ກະສັດ​ອາຮາບ​ຖາມ​ວ່າ, “ຜູ້ໃດ​ຈະ​ເປັນ​ຜູ້​ເຮັດ​ໃນ​ການ​ໂຈມຕີ​ຄັ້ງນີ້?” ຜູ້ທຳນວາຍ​ຕອບ​ວ່າ, “ພຣະເຈົ້າຢາເວ​ບອກ​ວ່າ ແມ່ນ​ພວກ​ທະຫານ​ໜຸ່ມ​ທີ່​ຢູ່​ໃຕ້​ການ​ບັງຄັບບັນຊາ​ຂອງ​ຜູ້ປົກຄອງ​ທ້ອງຖິ່ນ​ຈະ​ເປັນ​ຜູ້​ເຮັດ.” ກະສັດ​ຖາມ​ວ່າ, “ຜູ້ໃດ​ຈະ​ເປັນ​ຜູ້​ບັນຊາການ​ກອງທັບ​ໃຫຍ່?” ຜູ້ທຳນວາຍ​ຕອບ​ວ່າ, “ທ່ານເອງ.”

15 ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ສັ່ງ​ໃຫ້​ບັນດາ​ທະຫານ​ໜຸ່ມ​ທຸກຄົນ ທີ່​ຢູ່​ພາຍໃຕ້​ການ​ບັງຄັບບັນຊາ​ຂອງ​ຜູ້ປົກຄອງ​ທ້ອງຖິ່ນ​ມາ ທັງໝົດ​ມີ​ສອງຮ້ອຍ​ສາມສິບສອງ​ຄົນ. ແລ້ວ​ເພິ່ນ​ກໍ​ເອີ້ນ​ເອົາ​ພວກ​ທະຫານ​ອິດສະຣາເອນ​ມາ​ຄືກັນ​ຮວມ​ທັງໝົດ​ມີ​ເຈັດພັນ​ຄົນ.

16 ການ​ໂຈມຕີ​ໄດ້​ເລີ່ມ​ຂຶ້ນ​ໃນ​ຕອນທ່ຽງ ໃນ​ຂະນະທີ່​ກະສັດ​ເບັນຮາດາດ​ກັບ​ພັນທະມິດ​ຂອງ​ເພິ່ນ​ສາມສິບສອງ​ຄົນ​ກຳລັງ​ດື່ມ​ເຫຼົ້າ​ເມົາ​ຢູ່​ໃນ​ຜ້າເຕັນ.

17 ພວກ​ທະຫານ​ໜຸ່ມ​ໄດ້​ມຸ່ງໜ້າ​ເຂົ້າ​ໄປ​ກ່ອນ. ພວກ​ສອດແນມ​ທີ່​ກະສັດ​ເບັນຮາດາດ​ສົ່ງ​ອອກ​ໄປ​ໄດ້​ກັບຄືນ​ມາ​ລາຍງານ​ເພິ່ນ​ວ່າ, “ໄດ້​ມີ​ທະຫານ​ໝວດ​ໜຶ່ງ​ກຳລັງ​ມາ​ແຕ່​ເມືອງ​ຊາມາເຣຍ.”

18 ເພິ່ນ​ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ຈັບ​ພວກເຂົາ​ທັງ​ເປັນ ບໍ່​ວ່າ​ພວກເຂົາ​ມາ​ສູ້ຮົບ ຫລື​ມາ​ເຈລະຈາ​ສັນຕິພາບ​ກໍຕາມ.”

19 ພວກ​ທະຫານ​ໜຸ່ມ​ໄດ້​ນຳພາ​ການ​ບຸກໂຈມຕີ ໂດຍ​ມີ​ກອງທັບ​ອິດສະຣາເອນ​ຕິດຕາມ​ໄປ​ດ້ວຍ.

20 ແຕ່ລະຄົນ​ຕ່າງ​ກໍໄດ້​ຂ້າ​ຄູ່​ຕໍ່ສູ້​ຂອງຕົນ. ຝ່າຍ​ພວກ​ຊີເຣຍ​ນັ້ນ​ໄດ້​ປົບໜີໄປ ແລະ​ພວກ​ອິດສະຣາເອນ​ກໍ​ໄລ່​ຕິດຕາມ​ພວກເຂົາ​ໄປ​ຢ່າງ​ບໍ່​ລົດລະ ແຕ່​ກະສັດ​ເບັນຮາດາດ​ໄດ້​ຂີ່​ມ້າ​ປົບໜີໄປ ໂດຍ​ມີ​ທະຫານ​ມ້າ​ບາງຄົນ​ຕິດຕາມ​ໄປ​ນຳ.

21 ກະສັດ​ອາຮາບ​ໄດ້​ຍົກທັບ​ອອກ​ໄປ, ຢຶດເອົາ ມ້າ​ແລະ​ລົດຮົບ ແລະ​ຕີ​ຊາວ​ຊີເຣຍ​ໃຫ້​ພ່າຍແພ້​ຢ່າງໜັກ.

22 ຫຼັງຈາກ​ນັ້ນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ໃຫ້​ທ່ານ​ກັບຄືນ​ເມືອ​ຮວບຮວມ​ເອົາ​ກຳລັງ​ຂອງທ່ານ ແລະ​ວາງແຜນ​ຢ່າງ​ລະມັດ​ລະວັງ ເພາະ​ກະສັດ​ຊີເຣຍ​ຈະ​ກັບຄືນ​ມາ​ໂຈມຕີ​ອີກ​ໃນ​ລະດູ​ໃບໄມ້ປົ່ງ​ໃນ​ປີ​ຕໍ່ໄປ.”


ພວກ​ຊີເຣຍ​ມາ​ໂຈມຕີ​ຄັ້ງ​ທີ​ສອງ

23 ບັນດາ​ຂ້າຣາຊການ​ຂອງ​ກະສັດ​ເບັນຮາດາດ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ບັນດາ​ພະ​ຂອງ​ຊາວ​ອິດສະຣາເອນ​ເປັນ​ພຣະເຈົ້າ​ແຫ່ງ​ພູຜາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເອົາ​ຊະນະ​ພວກເຮົາ, ແຕ່​ຖ້າ​ພວກເຮົາ​ຕໍ່ສູ້​ພວກເຂົາ​ໃນ​ທີ່​ຮາບພຽງ ພວກເຮົາ​ຈະ​ເອົາ​ຊະນະ​ພວກເຂົາ​ໄດ້​ຢ່າງ​ແນ່ນອນ.

24 ບັດນີ້​ຂໍ​ທ່ານ​ຈົ່ງ​ປົດ​ພວກ​ກະສັດ​ສາມສິບສອງ​ຄົນ​ນີ້​ອອກ​ຈາກ​ຕຳແໜ່ງ​ຜູ້​ບັນຊາການ ແລະ​ແຕ່ງຕັ້ງ​ພວກ​ຜູ້​ບັນຊາການ​ສະໜາມຮົບ​ແທນ.

25 ຈົ່ງ​ລະດົມ​ເອົາ​ທະຫານ​ໃຫ້​ຫລາຍ​ເທົ່າກັບ​ຈຳນວນ​ທີ່​ໄດ້​ໜີໄປ​ຈາກ​ທ່ານ ສ່ວນ​ມ້າ​ແລະ​ລົດຮົບ​ກໍ​ໃຫ້​ມີ​ຈຳນວນ​ເທົ່າເກົ່າ. ແລ້ວ​ພວກເຮົາ​ກໍ​ຈະ​ສູ້ຮົບ​ພວກ​ອິດສະຣາເອນ​ໃນ​ບ່ອນ​ຮາບພຽງ ແລະ​ໃນ​ຄັ້ງ​ນີ້ ພວກເຮົາ​ຈະ​ເອົາ​ຊະນະ​ພວກເຂົາ​ໃຫ້​ໄດ້.” ກະສັດ​ເບັນຮາດາດ​ໄດ້​ຕົກລົງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ພວກເຂົາ.

26 ພໍ​ເຖິງ​ລະດູ​ໃບໄມ້ປົ່ງ ເພິ່ນ​ກໍ​ລະດົມ​ເອົາ​ທະຫານ​ຂອງ​ເພິ່ນ ແລະ​ຍົກທັບ​ໄປ​ເມືອງ​ອາເຟັກ​ເພື່ອ​ໂຈມຕີ​ຊາວ​ອິດສະຣາເອນ.

27 ຝ່າຍ​ຊາວ​ອິດສະຣາເອນ​ກໍ​ເກນ​ເອົາ​ທະຫານ​ປະກອບ​ອາວຸດ​ໃຫ້ ແລະ​ຕຽມເອົາ​ສະບຽງ​ອາຫານ ແລ້ວ​ຍົກທັບ​ອອກ​ໄປ​ຕັ້ງ​ຄ້າຍ​ເປັນ​ສອງ​ໝວດ​ປິ່ນໜ້າ​ໃສ່​ພວກ​ຊີເຣຍ. ເມື່ອ​ປຽບທຽບ​ພວກ​ອິດສະຣາເອນ​ໃສ່​ກັບ​ພວກ​ຊີເຣຍ​ທີ່​ກະຈັດ​ກະຈາຍ​ໄປ​ທົ່ວ​ທົ່ງນາ​ແລ້ວ ພວກ​ອິດສະຣາເອນ​ກໍ​ເບິ່ງ​ຄື​ຝູງແບ້​ນ້ອຍໆ​ສອງ​ຝູງ.

28 ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”

29 ພວກ​ຊີເຣຍ​ແລະ​ພວກ​ອິດສະຣາເອນ​ຢູ່​ໃນ​ຄ້າຍ ປິ່ນໜ້າ​ໃສ່​ກັນ​ເປັນ​ເວລາ​ເຈັດມື້. ໃນ​ມື້​ທີ​ເຈັດ​ທັງສອງ​ຝ່າຍ​ໄດ້​ເລີ່ມ​ຕໍ່ສູ້​ກັນ ຊາວ​ອິດສະຣາເອນ​ໄດ້​ຂ້າ​ທະຫານ​ລາບ​ຊີເຣຍ​ເປັນ​ຈຳນວນ​ໜຶ່ງຮ້ອຍ​ພັນ​ຄົນ.

30 ສ່ວນ​ພວກ​ທີ່​ລອດຕາຍ​ນັ້ນ​ໄດ້​ປົບໜີໄປ​ເມືອງ​ອາເຟັກ, ແຕ່​ພວກ​ນີ້​ໄດ້​ຖືກ​ກຳແພງ​ເຈື່ອນ​ທັບ​ຕາຍ​ຊາວເຈັດ​ພັນ​ຄົນ. ກະສັດ​ເບັນຮາດາດ​ໄດ້​ປົບໜີໄປ​ໃນ​ເມືອງ​ນັ້ນ​ເຊັ່ນດຽວ​ກັນ ແລະ​ເຂົ້າ​ໄປ​ລີ້​ຢູ່​ທາງ​ຫລັງ​ຫ້ອງ​ຂອງ​ເຮືອນ​ຫລັງ​ໜຶ່ງ.

31 ພວກ​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ເຂົ້າ​ມາ​ບອກ​ວ່າ, “ພວກ​ຂ້ານ້ອຍ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ມີ​ໃຈ​ເມດຕາ. ດັ່ງນັ້ນ ຈົ່ງ​ໃຫ້​ພວກ​ຂ້ານ້ອຍ​ເອົາ​ຜ້າ​ກະສອບ​ຮັດ​ແອວ ແລະ​ເອົາ​ເຊືອກ​ຄ້ອງຄໍ​ໄປ​ຫາ​ເພິ່ນ ແລະ​ບາງທີ​ເພິ່ນ​ຈະ​ໄວ້​ຊີວິດ​ຂອງທ່ານ​ກໍໄດ້.”

32 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຜ້າ​ກະສອບ​ເຂົ້າ​ຮັດ​ແອວ ແລະ​ເອົາ​ເຊືອກ​ຄ້ອງຄໍ​ໄປ​ຫາ​ກະສັດ​ອາຮາບ ແລະ​ກ່າວ​ວ່າ, “ກະສັດ​ເບັນຮາດາດ​ຂໍຮ້ອງ​ທ່ານ​ໃຫ້​ໄວ້​ຊີວິດ​ເພິ່ນ.” ກະສັດ​ອາຮາບ​ຕອບ​ວ່າ, “ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ບໍ? ດີ​ແລ້ວ ເພິ່ນ​ກໍ​ເປັນ​ດັ່ງ​ນ້ອງຊາຍ​ຄົນ​ໜຶ່ງ​ຂອງເຮົາ​ນັ້ນເອງ.”

33 ພວກ​ຂ້າຣາຊການ​ຂອງ​ກະສັດ​ເບັນຮາດາດ​ຄອຍຖ້າ​ຫາ​ໂອກາດ​ຢູ່. ເມື່ອ​ກະສັດ​ອາຮາບ​ເວົ້າ​ຂຶ້ນ​ວ່າ, “ນ້ອງຊາຍ” ພວກເຂົາ​ຈຶ່ງ​ກ່າວ​ທັນທີ​ວ່າ, “ດັ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ແລ້ວ ເບັນຮາດາດ​ແມ່ນ​ນ້ອງຊາຍ​ຂອງທ່ານ.” ກະສັດ​ອາຮາບ​ສັ່ງ​ວ່າ, “ຈົ່ງ​ພາ​ລາວ​ມາ​ຫາ​ເຮົາ” ເມື່ອ​ກະສັດ​ເບັນຮາດາດ​ມາ​ຮອດ​ແລ້ວ ກະສັດ​ອາຮາບ​ກໍ​ເຊີນ​ເພິ່ນ​ຂຶ້ນ​ຂີ່​ລົດມ້າ​ໄປ​ນຳ.

34 ກະສັດ​ເບັນຮາດາດ​ກ່າວ​ແກ່​ເພິ່ນ​ວ່າ, “ຂ້າພະເຈົ້າ​ຈະ​ເອົາ​ເມືອງ​ທີ່​ພໍ່​ຂອງ​ຂ້າພະເຈົ້າ ຢຶດເອົາ​ຈາກ​ພໍ່​ຂອງທ່ານ​ນັ້ນ​ຄືນ​ໃຫ້​ທ່ານ ເພື່ອ​ທ່ານ​ຈະ​ໄດ້​ສ້າງ​ສູນ​ການຄ້າ​ຂອງທ່ານ​ໄວ້​ໃນ​ເມືອງ​ດາມັສກັດ ດັ່ງ​ທີ່​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ສ້າງ​ໄວ້​ທີ່​ເມືອງ​ຊາມາເຣຍ.” ກະສັດ​ອາຮາບ​ຕອບ​ວ່າ, “ເພາະ​ເງື່ອນໄຂ​ນີ້ ຂ້າພະເຈົ້າ​ຈະ​ປ່ອຍ​ທ່ານ​ໄປ.” ເພິ່ນ​ເຮັດ​ຂໍ້​ຕົກລົງ​ກັບ​ກະສັດ​ເບັນຮາດາດ ແລ້ວ​ກໍ​ປ່ອຍ​ເພິ່ນ​ໄປ.


ຜູ້ທຳນວາຍ​ກ່າວໂທດ​ອາຮາບ

35 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ໃຊ້​ລູກ​ຜູ້ທຳນວາຍ​ຄົນ​ໜຶ່ງ ໄປ​ບອກ​ເພື່ອນ​ຂອງຕົນ​ທີ່​ເປັນ​ຜູ້ທຳນວາຍ​ໃນ​ກຸ່ມ​ດຽວກັນ​ວ່າ, “ເຈົ້າ​ຈົ່ງ​ຕົບ​ໜ້າ​ຂອງຂ້ອຍ​ແມ,” ແຕ່​ລາວ​ບໍ່​ຍອມ​ເຮັດ.

36 ສະນັ້ນ ລາວ​ຈຶ່ງ​ບອກ​ວ່າ, “ຍ້ອນ​ເຈົ້າ​ຂັດຂືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພໍ​ເຈົ້າ​ຈາກ​ຂ້ອຍ​ໄປ ສິງ​ຈະ​ກັດ​ເຈົ້າ​ຈົນຕາຍ.” ພໍ​ລາວ​ຈາກ​ໄປ ສິງ​ໂຕໜຶ່ງ​ກໍ​ມາ​ກັດ​ລາວ​ຈົນ​ຕາຍ.

37 ແລ້ວ​ຜູ້ທຳນວາຍ​ຄົນ​ເກົ່າ​ນີ້​ກໍ​ໄປ​ຫາ​ຊາຍ​ຄົນ​ໜຶ່ງ​ອີກ ແລະ​ສັ່ງ​ວ່າ, “ຕົບ​ໜ້າ​ຂ້ອຍ​ດູ.” ຊາຍ​ຜູ້​ນີ້​ກໍ​ປະຕິບັດ​ຕາມ; ລາວ​ຕົບ​ໜ້າ​ຜູ້ທຳນວາຍ​ຄົນ​ນີ້​ບາດ​ໜຶ່ງ​ໝົດແຮງ ຈົນ​ຜູ້ທຳນວາຍ​ເຈັບປວດ.

38 ຜູ້ທຳນວາຍ​ຈຶ່ງ​ເອົາ​ຜ້າ​ພັນ​ໜ້າ​ໄວ້, ປອມຕົວ​ໄປ​ຢືນ​ຢູ່​ແຄມ​ຖະໜົນ ແລະ​ຄອຍ​ຖ້າ​ໃຫ້​ກະສັດ​ອິດສະຣາເອນ​ຜ່ານ​ມາ.

39 ພໍ​ກະສັດ​ອິດສະຣາເອນ​ຜ່ານ​ມາ ຜູ້ທຳນວາຍ​ຄົນ​ນີ້​ກໍ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ເມື່ອ​ຂ້ານ້ອຍ​ຕໍ່ສູ້​ໃນ​ສະໜາມຮົບ ມີ​ທະຫານ​ຄົນ​ໜຶ່ງ​ພາ​ຊະເລີຍ​ມາ​ຫາ​ຂ້ານ້ອຍ ແລະ​ສັ່ງ​ວ່າ, ‘ຈົ່ງ​ເຝົ້າ​ຮັກສາ​ຊາຍ​ຄົນ​ນີ້; ຖ້າ​ລາວ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເປັນ​ຄ່າ​ໃຊ້​ທົດແທນ ຫລື​ເອົາ​ເງິນ​ສົດ​ສາມພັນ​ຫລຽນ​ໃຊ້​ແທນ.’

40 ແຕ່​ຂ້ານ້ອຍ​ຫຍຸ້ງຢູ່ກັບ​ວຽກ​ອື່ນໆ ແລະ​ຊະເລີຍ​ກໍ​ໜີໄປ.” ກະສັດ​ຕອບ​ວ່າ, “ເຈົ້າ​ຈະ​ຖືກ​ລົງໂທດ ເພາະ​ເຈົ້າ​ກ່າວໂທດ​ໃສ່​ເຈົ້າເອງ.”

41 ແລ້ວ​ຜູ້ທຳນວາຍ​ກໍ​ດືງ​ຜ້າ​ພັນ​ໜ້າ​ອອກ ທັນໃດນັ້ນ ກະສັດ​ກໍ​ຈື່​ໄດ້​ວ່າ ລາວ​ເປັນ​ຜູ້ທຳນວາຍ​ຄົນ​ໜຶ່ງ.

42 ຜູ້ທຳນວາຍ​ຈຶ່ງ​ກ່າວ​ຕໍ່​ກະສັດ​ວ່າ, “ນີ້​ຄື​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ‘ເພາະ​ເຈົ້າ​ປ່ອຍ​ຄົນ​ທີ່​ເຮົາ​ສັ່ງ​ໃຫ້​ຂ້າ​ຖິ້ມ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເອງ​ທົດແທນ​ຄືນ ແລະ​ກອງທັບ​ຂອງເຈົ້າ​ກໍ​ຈະ​ຖືກ​ທຳລາຍ ທີ່​ເຈົ້າ​ໄດ້​ປ່ອຍ​ໃຫ້​ກອງທັບ​ຂອງ​ລາວ​ໜີໄປ.”’

43 ສ່ວນ​ກະສັດ​ກໍໄດ້​ກັບຄືນ​ສູ່​ນະຄອນ​ຊາມາເຣຍ ດ້ວຍ​ຄວາມ​ກັງວົນ​ແລະ​ເປັນທຸກໃຈ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan