Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 2 - ພຣະຄຳພີສັກສິ


ກະສັດ​ດາວິດ​ແນະນຳ​ໂຊໂລໂມນ​ຄັ້ງ​ສຸດທ້າຍ

1 ເມື່ອ​ກະສັດ​ດາວິດ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ເອີ້ນ​ໂຊໂລໂມນ​ລູກ​ຂອງຕົນ​ມາ ແລະ​ແນະນຳ​ສັ່ງສອນ​ເປັນ​ຄັ້ງ​ສຸດທ້າຍ​ວ່າ,

2 “ເວລາ​ແຫ່ງ​ຄວາມຕາຍ​ຂອງ​ພໍ່​ໄດ້​ມາ​ເຖິງ​ແລ້ວ ຈົ່ງ​ກ້າຫານ​ແລະ​ເດັດດ່ຽວ

3 ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ​ໃຫ້​ເຮັດ; ຈົ່ງ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳເລັດຜົນ​ໃນ​ທຸກສິ່ງ​ທີ່​ເຈົ້າ​ເຮັດ.

4 ‘ຖ້າ​ເຈົ້າ​ປະຕິບັດ​ຕາມ ພຣະເຈົ້າຢາເວ​ຈະ​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້ ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ ລູກຫລານ​ຂອງ​ພໍ່​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕໍ່ໄປ ຕາບໃດ​ທີ່​ພວກເຂົາ​ຕັ້ງໜ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຢ່າງ​ສັດຊື່​ແລະ​ດ້ວຍ​ສຸດຈິດ​ສຸດໃຈ.’

5 ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ.

6 ເຈົ້າ​ຮູ້​ດີ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ; ເຈົ້າ​ຄົງ​ບໍ່​ປ່ອຍ​ໃຫ້​ລາວ​ຕາຍ​ຢ່າງ​ທຳມະດາ.

7 ແຕ່​ເຈົ້າ​ຈົ່ງ​ເຮັດ​ດີ​ຕໍ່​ພວກ​ລູກຊາຍ​ຂອງ​ບາກຊິນໄລ​ຊາວ​ກີເລອາດ ແລະ​ເບິ່ງແຍງ​ຮັກສາ​ພວກເຂົາ​ເພາະ​ພວກເຂົາ​ໄດ້​ເຮັດ​ດີ​ຕໍ່​ພໍ່ ເມື່ອ​ພໍ່​ໄດ້​ປົບໜີ​ຈາກ​ອັບຊາໂລມ​ອ້າຍ​ຂອງ​ເຈົ້າ.

8 ຍັງ​ມີ​ອີກ​ຜູ້ໜຶ່ງ​ຊື່​ວ່າ​ຊີເມອີ ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ​ຈາກ​ເມືອງ​ບາຮູຣິມ. ເມື່ອ​ພໍ່​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ມະຫານາອິມ ລາວ​ໄດ້​ປ້ອຍດ່າ​ພໍ່​ຢ່າງ​ເຈັບແສບ. ແຕ່​ເມື່ອ​ລາວ​ໄດ້​ພົບ​ພໍ່​ທີ່​ແມ່ນໍ້າ​ຈໍແດນ ພໍ່​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໂດຍ​ພຣະເຈົ້າຢາເວ​ວ່າ ພໍ່​ຈະ​ບໍ່​ຂ້າ​ລາວ.

9 ແຕ່​ເຈົ້າ​ບໍ່​ຕ້ອງ​ປ່ອຍ​ລາວ​ໄປ​ຢ່າງ​ບໍ່​ໃສ່​ໂທດ. ເຈົ້າ​ເປັນ​ຄົນມີ​ປັນຍາ ເຈົ້າ​ຮູ້​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ ຈົ່ງ​ພິຈາລະນາ​ໃຫ້​ລາວ​ຖືກ​ໂທດ​ປະຫານ.”


ກະສັດ​ດາວິດ​ຕາຍ

10 ກະສັດ​ດາວິດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ.

11 ເພິ່ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ; ທີ່​ເຮັບໂຣນ​ເພິ່ນ​ໄດ້​ປົກຄອງ​ເຈັດ​ປີ ແລະ​ທີ່​ນະຄອນ​ເຢຣູຊາເລັມ​ປົກຄອງ​ສາມສິບສາມ​ປີ.

12 ກະສັດ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ສືບແທນ​ກະສັດ​ດາວິດ​ພໍ່​ຂອງຕົນ ແລະ​ອຳນາດ​ໃນ​ຕຳແໜ່ງ​ກະສັດ​ຂອງ​ເພິ່ນ​ກໍ​ດຳລົງ​ຢູ່​ຢ່າງ​ໝັ້ນຄົງ.


ອາໂດນີຢາ​ຕາຍ

13 ແລ້ວ​ອາໂດນີຢາ​ລູກຊາຍ​ຂອງ​ນາງ​ຮັກກິດ​ກໍໄດ້​ໄປ​ຫາ​ຣາຊິນີ​ບັດເຊບາ. ແມ່​ຂອງ​ກະສັດ​ໂຊໂລໂມນ. ເພິ່ນ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ຢາມ​ຂ້ອຍ​ຄັ້ງ​ນີ້​ໃນ​ຖານ​ເປັນ​ມິດ​ບໍ?” ລາວ​ຕອບ​ວ່າ, “ແມ່ນແລ້ວ.”

14 ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ວ່າ, “ຂ້ອຍ​ຢາກ​ຂໍ​ຖາມ​ເຈົ້າ​ບາງ​ຢ່າງ​ແດ່​ໄດ້​ບໍ?” ຣາຊິນີ​ຖາມ​ວ່າ, “ຖາມ​ເລື່ອງ​ຫຍັງ?”

15 ລາວ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ແລ້ວ​ວ່າ ຂ້ອຍ​ຄວນ​ຈະ​ໄດ້​ເປັນ​ກະສັດ ແລະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ມີ​ຄວາມຫວັງ​ຢ່າງ​ນັ້ນ, ແຕ່​ເຫດການ​ກັບ​ກາຍ​ມາ​ເປັນ​ຢ່າງ​ອື່ນ ຄື​ນ້ອງຊາຍ​ຂອງ​ຂ້ອຍ​ໄດ້​ຂຶ້ນ​ເປັນ​ກະສັດ ເພາະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ.

16 ບັດນີ້​ຂ້ອຍ​ມີ​ຄຳ​ຂໍຮ້ອງ​ຢ່າງ​ໜຶ່ງ; ຢ່າ​ປະຕິເສດ​ຂ້ອຍ​ເລີຍ.” ຣາຊິນີ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?”

17 ລາວ​ຕອບ​ວ່າ, “ກະລຸນາ​ຂໍ​ນຳ​ກະສັດ​ໂຊໂລໂມນ ໃຫ້​ເອົາ​ນາງ​ອາບີຊາກ ຍິງສາວ​ຊາວ​ເມືອງ​ຊູເນມ​ມາ​ເປັນ​ເມຍ​ຂອງຂ້ອຍ ຂ້ອຍ​ຮູ້​ວ່າ​ເພິ່ນ​ຄົງ​ຈະ​ບໍ່​ປະຕິເສດ​ເຈົ້າ​ດອກ.”

18 ຣາຊິນີ​ຕອບ​ວ່າ, “ດີ​ແລ້ວ ຂ້ອຍ​ຈະ​ຖາມ​ກະສັດ​ໃຫ້​ເຈົ້າ.”

19 ດັ່ງນັ້ນ ຣາຊິນີ​ບັດເຊບາ​ຈຶ່ງ​ໄດ້​ໄປ​ຖາມ​ກະສັດ​ໃຫ້​ອາໂດນີຢາ. ກະສັດ​ລຸກ​ຢືນ​ຂຶ້ນ​ແລະ​ກົ້ມຂາບ​ແມ່. ແລ້ວ​ເພິ່ນ​ກໍ​ນັ່ງ​ລົງ​ເທິງ​ບັນລັງ ແລະ​ສັ່ງ​ຄົນ​ໃຫ້​ເອົາ​ຕັ່ງ​ມາ​ໃຫ້​ແມ່​ນັ່ງ​ເບື້ອງຂວາ​ຂອງຕົນ.

20 ຣາຊິນີ​ກ່າວ​ວ່າ, “ແມ່​ຢາກ​ຂໍຮ້ອງ​ລູກ​ສິ່ງ​ນ້ອຍໆ​ພຽງ​ສິ່ງ​ໜຶ່ງ; ຂໍ​ລູກ​ຢ່າ​ປະຕິເສດ​ແມ່​ເລີຍ.” ເພິ່ນ​ຖາມ​ວ່າ, “ແມ່​ຢາກ​ຂໍ​ຫຍັງ? ລູກ​ຈະ​ບໍ່​ປະຕິເສດ​ແມ່​ດອກ.”

21 ຣາຊິນີ​ຕອບ​ວ່າ, “ແມ່​ຂໍ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ເປັນ​ເມຍ​ຂອງ​ອາໂດນີຢາ ອ້າຍ​ຂອງ​ລູກ​ສາ​ເຖີດ.”

22 ກະສັດ​ຖາມ​ຄືນ​ວ່າ, “ເປັນຫຍັງ​ແມ່​ຈຶ່ງ​ຂໍຮ້ອງ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ລາວ​ເທົ່ານັ້ນ? ເປັນຫຍັງ​ແມ່​ບໍ່​ຂໍ​ໃຫ້​ລູກ​ຍົກ​ບັນລັງ​ໃຫ້​ລາວ. ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ ແລະ​ປະໂຣຫິດ​ອາບີອາທາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ກໍ​ຢູ່​ຝ່າຍ​ລາວ”

23 ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຂ້ານ້ອຍ​ບໍ່​ຂ້າ​ອາໂດນີຢາ​ຍ້ອນ​ລາວ​ກ້າ​ຂໍຮ້ອງ​ຢ່າງ​ນີ້ ກໍ​ໃຫ້​ພຣະເຈົ້າ​ສັງຫານ​ຂ້ານ້ອຍ​ສາ​ເຖີດ

24 ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່, ພຣະອົງ​ໄດ້​ແຕ່ງຕັ້ງ​ຂ້ານ້ອຍ​ໃຫ້​ນັ່ງ​ເທິງ​ບັນລັງ​ຂອງ​ກະສັດ​ດາວິດ ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ໝັ້ນຄົງ; ພຣະອົງ​ໄດ້​ຮັກສາ​ພຣະສັນຍາ ໂດຍ​ຍົກ​ອານາຈັກ​ໃຫ້​ແກ່​ຂ້ານ້ອຍ ແລະ​ລູກຫລານ​ຂອງ​ຂ້ານ້ອຍ. ສະນັ້ນ ອາໂດນີຢາ​ຈະ​ຕ້ອງ​ຕາຍ​ໃນ​ວັນນີ້.”

25 ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ຂ້າ​ອາໂດນີຢາ.


ອາບີອາທາ​ຖືກ​ໄລ່​ແລະ​ໂຢອາບ​ຖືກ​ປະຫານ

26 ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”

27 ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄລ່​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ. ເຫດການ​ກໍ​ເປັນຈິງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທີ່​ເມືອງ​ຊີໂລ ກ່ຽວກັບ​ປະໂຣຫິດ​ເອລີ​ແລະ​ພວກ​ລູກຫລານ​ຂອງ​ເພິ່ນ.

28 ເມື່ອ​ໂຢອາບ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ. (ເຖິງ​ແມ່ນ​ວ່າ​ລາວ​ບໍ່ໄດ້​ສະໜັບ​ສະໜູນ​ອັບຊາໂລມ, ແຕ່​ລາວ​ໄດ້​ສະໜັບ​ສະໜູນ​ອາໂດນີຢາ.) ດັ່ງນັ້ນ ລາວ​ຈຶ່ງ​ປົບໜີໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຈັບ​ແຈ​ຂອງ​ແທ່ນບູຊາ.

29 ເມື່ອ​ກະສັດ​ໂຊໂລໂມນ​ຮູ້​ຂ່າວ​ວ່າ ໂຢອາບ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຫໍເຕັນ​ຂອງ​ພຣະເຈົ້າຢາເວ​ທີ່​ຂ້າງ​ແທ່ນບູຊາ ເພິ່ນ​ຈຶ່ງ​ໃຊ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໄປ​ຖາມ​ໂຢອາບ​ວ່າ ເປັນຫຍັງ​ລາວ​ຈຶ່ງ​ປົບ​ມາ​ທີ່​ແທ່ນບູຊາ​ນີ້. ໂຢອາບ​ຕອບ​ວ່າ, ລາວ​ປົບໜີ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ​ເພາະ​ຢ້ານ​ກະສັດ​ໂຊໂລໂມນ. ສະນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ໄປ​ຂ້າ​ໂຢອາບ;

30 ເບນາອີຢາ​ໄດ້​ໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ເວົ້າ​ຕໍ່​ໂຢອາບ​ວ່າ, “ກະສັດ​ສັ່ງ​ເຈົ້າ​ໃຫ້​ອອກ​ມາ.” ໂຢອາບ​ຕອບ​ວ່າ, “ບໍ່ ຂ້ອຍ​ຈະ​ຕາຍ​ຢູ່​ທີ່​ນີ້.” ເບນາອີຢາ​ຈຶ່ງ​ກັບຄືນ​ໄປ​ບອກ​ກະສັດ​ຕາມ​ທີ່​ໂຢອາບ​ໄດ້​ເວົ້າ.

31 ກະສັດ​ໂຊໂລໂມນ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ໂຢອາບ​ໄດ້​ເວົ້າ ຂ້າ​ລາວ​ແລະ​ຝັງ​ລາວ​ເສຍ. ແລ້ວ​ຄອບຄົວ​ພໍ່​ເຮົາ​ແລະ​ເຮົາ​ເອງ ກໍ​ຈະ​ບໍ່ໄດ້​ຮັບຜິດຊອບ​ໃນ​ການຄາດຕະກຳ​ທີ່​ໂຢອາບ​ໄດ້​ເຮັດ ເມື່ອ​ລາວ​ໄດ້​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ.

32 ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.

33 ໂທດ​ຂ້າ​ຄົນ​ນີ້​ກໍ​ຈະ​ຕົກ​ຖືກ​ໂຢອາບ​ກັບ​ລູກຫລານ​ຂອງ​ລາວ​ຕະຫລອດໄປ. ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ລູກຫລານ​ຂອງ​ກະສັດ​ດາວິດ ຂຶ້ນ​ຄອງ​ບັນລັງ​ສືບແທນ​ເພິ່ນ​ຕໍ່ໄປ.”

34 ດັ່ງນັ້ນ ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ຈຶ່ງ​ຂຶ້ນໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຂ້າ​ໂຢອາບ ແລ້ວ​ຝັງ​ລາວ​ໄວ້​ໃນ​ທີ່ດິນ​ຂອງ​ລາວ​ເອງ​ໃກ້​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

35 ກະສັດ​ໄດ້​ແຕ່ງຕັ້ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ແທນ​ອາບີອາທາ.


ຊີເມອີ​ຕາຍ

36 ຕໍ່ມາ ກະສັດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຊີເມອີ ແລະ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ສ້າງ​ເຮືອນ​ຢູ່​ເອງ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ຢູ່​ທີ່​ນັ້ນ​ແລະ​ຢ່າ​ໜີ​ອອກ​ຈາກ​ເມືອງ​ໄປ​ໃສ.

37 ຖ້າ​ເຈົ້າ​ໜີ​ອອກ​ໄປ​ກາຍ​ຫ້ວຍ​ກິດໂຣນ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່ ແລະ​ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບ​ຜິດ​ເອງ.”

38 ຊີເມອີ​ຕອບ​ວ່າ, “ກະສັດ​ກ່າວ​ມາ​ນັ້ນ​ແມ່ນ​ດີ​ແລ້ວ ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ທີ່​ທ່ານ​ໄດ້​ກ່າວ.” ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ດົນນານ.

39 ສາມ​ປີ​ຕໍ່ມາ ມີ​ທາດຮັບໃຊ້​ຂອງ​ຊີເມອີ​ສອງ​ຄົນ​ໄດ້​ປົບໜີໄປ​ຫາ​ເຈົ້າ​ອາກີເຊ ລູກຊາຍ​ຂອງ​ມາອາກາ​ກະສັດ​ແຫ່ງ​ເມືອງກາດ. ເມື່ອ​ຊີເມອີ​ຮູ້​ວ່າ​ທັງສອງ​ຢູ່​ເມືອງກາດ

40 ລາວ​ຈຶ່ງ​ຂີ່​ລໍ​ໄປ​ຫາ​ກະສັດ​ອາກີເຊ​ທີ່​ເມືອງກາດ ເພື່ອ​ໄປ​ຊອກ​ຫາ​ທາດຮັບໃຊ້​ຂອງຕົນ. ລາວ​ໄດ້​ພົບ​ພວກເຂົາ​ແລະ​ນຳ​ກັບຄືນ​ມາ.

41 ເມື່ອ​ກະສັດ​ໂຊໂລໂມນ​ໄດ້ຍິນ​ວ່າ​ຊີເມອີ​ເຮັດ​ດັ່ງນັ້ນ

42 ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ຊີເມອີ​ໃຫ້​ມາ​ຫາ ແລະ​ຖາມ​ວ່າ, “ເຮົາ​ໄດ້​ໃຫ້​ເຈົ້າ​ສາບານ​ໂດຍ​ພຣະເຈົ້າຢາເວ​ແລ້ວ​ວ່າ ບໍ່​ໃຫ້​ເຈົ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ. ເຮົາ​ໄດ້​ເຕືອນ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ອອກ​ໄປ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່, ເຈົ້າ​ກໍ​ຕົກລົງ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ເຈົ້າ​ຈະ​ເຊື່ອຟັງ​ເຮົາ?

43 ເຫດໃດ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ຄຳສາບານ​ຕໍ່​ພຣະເຈົ້າຢາເວ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ?

44 ເຈົ້າ​ກໍ​ຮູ້​ດີ​ເຖິງ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ກະສັດ​ດາວິດ​ພໍ່​ຂອງເຮົາ. ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ທີ່​ເຈົ້າ​ໄດ້​ເຮັດ​ດັ່ງນີ້.

45 ແຕ່​ພຣະອົງ​ຈະ​ອວຍພອນ​ເຮົາ ແລະ​ຈະ​ເຮັດ​ໃຫ້​ອານາຈັກ​ຂອງ​ກະສັດ​ດາວິດ​ໝັ້ນຄົງ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະຫລອດໄປ.”

46 ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ນຳ​ເອົາ​ຊີເມອີ​ອອກ​ໄປ​ຂ້າ. ບັດນີ້ ກະສັດ​ໂຊໂລໂມນ​ໄດ້​ຄວບຄຸມ​ອຳນາດ​ທັງໝົດ​ເປັນ​ທີ່​ສຳເລັດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan