Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 19 - ພຣະຄຳພີສັກສິ


ເອລີຢາ​ເທິງ​ພູເຂົາ​ຊີນາຍ

1 ກະສັດ​ອາຮາບ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເອລີຢາ​ໄດ້​ເຮັດ​ນັ້ນ​ສູ່​ນາງ​ເຢເຊເບນ​ເມຍ​ຂອງຕົນ​ຟັງ ແລະ​ບອກ​ເຖິງ​ເລື່ອງ​ທີ່​ເອລີຢາ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ທັງໝົດ​ພະບາອານ​ຢ່າງໃດ.

2 ດັ່ງນັ້ນ ນາງ​ເຢເຊເບນ​ຈຶ່ງ​ໃຊ້​ຄົນ​ອອກ​ໄປ​ບອກ​ເອລີຢາ​ວ່າ, “ມື້ອື່ນ​ເວລາ​ດຽວກັນ​ນີ້ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ເຈົ້າ ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ພະບາອານ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ເຮັດ​ໃຫ້​ຂ້ອຍ​ຕາຍ​ສາ​ເຖີດ.”

3 ເອລີຢາ​ເກີດ​ຢ້ານກົວ​ຫລາຍ ຈຶ່ງ​ໜີ​ເອົາ​ຊີວິດ​ລອດ ເພິ່ນ​ໄດ້​ເອົາ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ໄປ​ທີ່​ເມືອງ​ເບເອນເຊບາ​ໃນ​ອານາຈັກ​ຢູດາຍ. ແລ້ວ​ເອລີຢາ​ກໍໄດ້​ປະ​ຄົນ​ຮັບໃຊ້​ຂອງຕົນ​ໄວ້​ຢູ່​ໃນ​ເມືອງ​ນີ້

4 ສ່ວນ​ເພິ່ນ​ເອງ​ນັ້ນ​ຍ່າງ​ໄປ​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໝົດມື້. ເພິ່ນ​ຢຸດ​ນັ່ງ​ພັກ​ຢູ່​ໃຕ້​ຮົ່ມ​ໄມ້​ຕົ້ນໜຶ່ງ ແລະ​ຄິດ​ຢາກ​ຈະ​ຕາຍ. ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ເທີ້ນ ເພາະ​ຂ້ານ້ອຍ​ບໍ່ດີ​ໄປກວ່າ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ.”

5 ເພິ່ນ​ເອນ​ຕົວລົງ​ຢູ່​ໃຕ້​ຕົ້ນໄມ້​ນັ້ນ ແລະ​ນອນ​ຫລັບໄປ. ໃນທັນໃດ ມີ​ເທວະດາ​ຕົນ​ໜຶ່ງ​ມາ​ຊຸກ​ເພິ່ນ ແລະ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ກິນ​ອາຫານ​ສາ​ແມ.”

6 ເມື່ອ​ເພິ່ນ​ຫລຽວ​ໄປ​ຮອບໆ​ກໍ​ເຫັນ​ເຂົ້າຈີ່​ກ້ອນ​ໜຶ່ງ ແລະ​ໄຫ​ນໍ້າ​ຢູ່​ໃກ້​ກັບ​ຫົວ​ຂອງຕົນ. ເພິ່ນ​ຈຶ່ງ​ກິນ​ແລະ​ດື່ມ​ແລ້ວ​ນອນ​ລົງ​ອີກ.

7 ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກັບຄືນ​ມາ​ປຸກ​ເພິ່ນ​ອີກ​ເປັນ​ຄັ້ງ​ທີ​ສອງ ແລະ​ບອກ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ກິນ​ອາຫານ​ສາ ເພາະ​ການ​ເດີນທາງ​ຄັ້ງນີ້​ໜັກໜ່ວງ​ໂພດ​ສຳລັບ​ເຈົ້າ.”

8 ເອລີຢາ​ກໍ​ລຸກ​ຂຶ້ນ​ກິນ​ແລະ​ດື່ມ; ດ້ວຍ​ອາຫານ​ນັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ເຫື່ອແຮງ​ຍ່າງ​ໄດ້​ສີ່ສິບ​ວັນ ໄປ​ສູ່​ພູເຂົາ​ຊີນາຍ ພູ​ຂອງ​ພຣະເຈົ້າ.

9 ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ນອນ​ຄ້າງຄືນ​ຢູ່​ໃນ​ຖໍ້າ. ໃນທັນໃດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້ມາ​ເຖິງ​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”


ອົງພຣະ​ຜູ້​ເປັນເຈົ້າ​ປາກົດ​ແກ່​ເອລີຢາ

10 ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”

11 ພຣະອົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເທິງ​ຈອມ​ພູ​ນີ້ ແລ້ວ​ພຣະເຈົ້າຢາເວ​ຈະ​ກາຍ​ໄປ.” ກ່ອນ​ໜ້າ​ພຣະເຈົ້າຢາເວ​ສະເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູເຂົາ​ຍະ​ອອກ ແລະ​ເຮັດ​ໃຫ້​ກ້ອນຫີນ​ແຕກ​ເປັນ​ກ້ອນໆ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງຈາກ​ນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນີ້.

12 ຫລັງຈາກ​ແຜ່ນດິນ​ໄຫວ​ກໍ​ມີ​ໄຟ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ໄຟ​ນີ້. ແລະ​ຫລັງຈາກ​ໄຟ​ກໍ​ມີ​ສຽງ​ກະຊິບ​ເບົາໆ​ດັງ​ແວ່ວ​ມາ.

13 ເມື່ອ​ເອລີຢາ​ໄດ້ຍິນ​ສຽງ​ນີ້ ເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ເພິ່ນ​ປົກ​ໜ້າ​ໄວ້ ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖໍ້າ. ສຽງ​ນັ້ນ​ກ່າວ​ຕໍ່​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”

14 ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ໂດຍຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”

15 ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ກັບຄືນ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ດາມັສກັດ ແລ້ວ​ເຂົ້າ​ໄປ​ໃນເມືອງ ແລະ​ເອົາ​ນໍ້າມັນ​ເຈີມ​ຫົດສົງ​ຮາຊາເອນ ໃຫ້​ເປັນ​ກະສັດ​ແຫ່ງ​ຊີເຣຍ;

16 ເອົາ​ນໍ້າມັນ​ເຈີມ​ຫົດສົງ​ເຢຮູ​ລູກຊາຍ​ຂອງ​ນິມຊີ ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ເອົາ​ນໍ້າມັນ​ເຈີມ​ຫົດສົງ​ເອລີຊາ​ລູກຊາຍ​ຂອງ​ຊາຟັດ​ຊາວ​ອາເບັນ​ເມໂຮລາ ໃຫ້​ເປັນ​ຜູ້ທຳນວາຍ​ສືບແທນ​ເຈົ້າ.

17 ຜູ້ໃດ​ຜູ້ໜຶ່ງ​ທີ່​ໜີພົ້ນ​ຈາກ​ຖືກ​ຮາຊາເອນ​ຂ້າ ຈະ​ຖືກ​ເຢຮູ​ຂ້າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໜີພົ້ນ​ຈາກ​ຖືກ​ເຢຮູ​ຂ້າ ຈະ​ຖືກ​ເອລີຊາ​ຂ້າ.

18 ແຕ່​ຢ່າງໃດ​ກໍຕາມ ເຮົາ​ຈະ​ໃຫ້​ມີ​ເຈັດພັນ​ຄົນ ມີ​ຊີວິດ​ຢູ່​ໃນ​ອິດສະຣາເອນ ຄື​ພວກ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ ຫລື​ຈູບ​ຮູບເຄົາຣົບ​ຂອງ​ມັນ.”


ອົງພຣະ​ຜູ້​ເປັນເຈົ້າ​ເອີ້ນ​ເອົາ​ເອລີຊາ

19 ເອລີຢາ​ໄດ້​ຈາກ​ໄປ ແລະ​ພົບ​ເອລີຊາ​ລູກ​ຂອງ​ຊາຟັດ​ກຳລັງ​ໄຖ​ນາ; ໄດ້​ມີ​ງົວ​ສິບເອັດ​ຄູ່​ຍ່າງ​ອອກ​ກ່ອນ​ລາວ, ແຕ່​ລາວ​ເອງ​ໄດ້​ໃຊ້​ງົວ​ຄູ່​ທີ​ສິບສອງ​ໄຖ​ໄປ​ຕາມຫລັງ. ເອລີຢາ​ແກ້​ເສື້ອຄຸມ​ຂອງຕົນ​ອອກ ແລະ​ຫົ່ມ​ໃຫ້​ເອລີຊາ.

20 ແລ້ວ​ເອລີຊາ​ກໍໄດ້​ປະ​ງົວ​ຂອງຕົນ ແລະ​ແລ່ນ​ຕາມ​ຫລັງ​ເອລີຢາ​ໄປ ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄປ​ຈູບ​ສັ່ງລາ​ພໍ່​ແມ່​ຂອງ​ຂ້ານ້ອຍ​ສາ​ກ່ອນ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ກັບ​ທ່ານ.” ເອລີຢາ​ຕອບ​ວ່າ, “ບໍ່​ເປັນຫຍັງ​ດອກ ຄືນໄປ​ສາ ຂ້ອຍ​ຈະ​ບໍ່​ຫ້າມ​ເຈົ້າ.”

21 ແລ້ວ​ເອລີຊາ​ກໍໄດ້​ໄປ​ຂ້າ​ງົວ​ຄູ່ນັ້ນ​ຂອງຕົນ ແລະ​ເອົາ​ຊີ້ນ​ເຮັດ​ອາຫານ ໂດຍ​ໃຊ້​ໄຖ​ເປັນ​ຟືນ​ດັງ​ໄຟ. ລາວ​ແບ່ງ​ຊີ້ນ​ໃຫ້​ຄົນ​ທັງຫລາຍ ແລະ​ພວກເຂົາ​ກໍ​ກິນ. ແລ້ວ​ລາວ​ກໍ​ຈາກ​ໄປ ແລະ​ຕິດຕາມ​ເອລີຢາ ໂດຍ​ເປັນ​ຜູ້​ຮັບໃຊ້​ຂອງເພິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan