1 ກະສັດ 18 - ພຣະຄຳພີສັກສິເອລີຢາແລະຜູ້ທຳນວາຍພະບາອານ 1 ຕໍ່ມາ ໃນປີທີສາມຂອງການແຫ້ງແລ້ງ ພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາວ່າ, “ຈົ່ງໄປສະເໜີຕົວຕໍ່ອາຮາບ ແລະເຮົາຈະສົ່ງຝົນລົງມາ.” 2 ດັ່ງນັ້ນ ເອລີຢາຈຶ່ງອອກເດີນທາງໄປ. ການອຶດຢາກໃນນະຄອນຊາມາເຣຍຮ້າຍແຮງທີ່ສຸດ. 3 ກະສັດອາຮາບໄດ້ສັ່ງໃຫ້ໂອບາດີຢາ ຜູ້ກຳກັບເບິ່ງແຍງຣາຊວັງເຂົ້າມາຫາຕົນ. (ໂອບາດີຢາເປັນຜູ້ທີ່ນະມັດສະການພຣະເຈົ້າຢາເວຢ່າງເຄັ່ງຄັດທີ່ສຸດ 4 ໃນສະໄໝຍານາງເຢເຊເບນໄດ້ຂ້າຜູ້ທຳນວາຍຂອງພຣະເຈົ້າຢາເວ ໂອບາດີຢາໄດ້ເອົາພວກຜູ້ທຳນວາຍ ໜຶ່ງຮ້ອຍຄົນ ໄປເຊື່ອງໄວ້ຢູ່ໃນຖໍ້າບ່ອນລະຫ້າສິບຄົນ ແລະໄດ້ນຳເອົາອາຫານ ແລະນໍ້າໄປລ້ຽງພວກເຫຼົ່ານີ້.) 5 ກະສັດອາຮາບໄດ້ສັ່ງໂອບາດີຢາວ່າ, “ຈົ່ງອອກໄປຊອກຫາບໍ່ນໍ້າ ແລະຫ້ວຍຮ່ອງຢູ່ໃນດິນແດນ. ໃຫ້ພວກເຈົ້າຄົ້ນຫາຫຍ້າໃຫ້ພຽງພໍ ເພື່ອລ້ຽງຝູງມ້າ ແລະຝູງລໍຂອງພວກເຮົາໃຫ້ມີຊີວິດຢູ່. ບາງທີພວກເຮົາບໍ່ຈຳເປັນຕ້ອງຂ້າຝູງສັດເຫຼົ່ານີ້ເລີຍກໍໄດ້.” 6 ແລ້ວພວກເຂົາກໍຕົກລົງກັນວ່າ ຜູ້ໃດຈະໄປສຳຫລວດດິນແດນສ່ວນໃດແດ່ ແລະຕ່າງກໍອອກໄປຄົນລະທິດທາງ. 7 ຂະນະທີ່ໂອບາດີຢາໄດ້ເດີນທາງໄປນັ້ນ ທັນໃດລາວກໍພົບເອລີຢາ; ລາວຈື່ເພິ່ນໄດ້ຈຶ່ງກາບລົງຄຳນັບ ແລະຖາມເພິ່ນວ່າ, “ທ່ານທີ່ເຄົາຣົບ ທ່ານແມ່ນເອລີຢານາຍຂອງຂ້ານ້ອຍແທ້ບໍ?” 8 ເພິ່ນຕອບວ່າ, “ແມ່ນແລ້ວ ຂ້ອຍແມ່ນເອລີຢາ ຈົ່ງໄປບອກກະສັດນາຍຂອງເຈົ້າວ່າ ເອລີຢາຢູ່ທີ່ນີ້.” 9 ໂອບາດີຢາຕອບວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ ທ່ານຈຶ່ງຢາກໃຫ້ຂ້ານ້ອຍໄດ້ຮັບອັນຕະລາຍ ໂດຍໃຫ້ກະສັດອາຮາບສັງຫານຂ້ານ້ອຍຖິ້ມ? 10 ໂດຍພຣະເຈົ້າຢາເວພຣະເຈົ້າຂອງທ່ານອົງຊົງພຣະຊົນຢູ່ ຂ້ານ້ອຍຂໍສາບານວ່າ, ກະສັດໄດ້ໃຫ້ຄົນຊອກຄົ້ນຫາທ່ານໃນທຸກປະເທດທົ່ວໂລກ. ຖ້າຜູ້ປົກຄອງປະເທດຄົນໃດລາຍງານວ່າ ທ່ານບໍ່ໄດ້ຢູ່ໃນປະເທດຂອງເຂົາ ກະສັດອາຮາບກໍໄດ້ບອກໃຫ້ຜູ້ປົກຄອງຄົນນັ້ນສາບານວ່າຕົນເອງບໍ່ໄດ້ພົບທ່ານ. 11 ບັດນີ້ ທ່ານຢາກໃຫ້ຂ້ານ້ອຍໄປຫາເພິ່ນ ແລະບອກເພິ່ນວ່າທ່ານຢູ່ທີ່ນີ້ຊັ້ນບໍ? 12 ພໍຂ້ານ້ອຍຈາກໄປແລ້ວຈະເປັນຢ່າງໃດເດ ຖ້າພຣະວິນຍານຂອງພຣະເຈົ້າຢາເວພາທ່ານໜີໄປບ່ອນທີ່ຄົນບໍ່ຮູ້ຈັກ? ເມື່ອຂ້ານ້ອຍບອກກະສັດອາຮາບວ່າທ່ານຢູ່ທີ່ນີ້, ແຕ່ເພິ່ນບໍ່ພົບທ່ານ ເພິ່ນກໍຈະສັງຫານຂ້ານ້ອຍເສຍ. ທ່ານຄົງຮູ້ແລ້ວວ່າ ຂ້ານ້ອຍເປັນຜູ້ທີ່ນະມັດສະການພຣະເຈົ້າຢາເວຢ່າງເຄັ່ງຄັດຕັ້ງແຕ່ນ້ອຍມາ. 13 ທ່ານເຄີຍໄດ້ຍິນບໍວ່າ ເມື່ອຣາຊິນີເຢເຊເບນໄດ້ຂ້າຜູ້ທຳນວາຍຂອງພຣະເຈົ້າຢາເວ ຂ້ານ້ອຍໄດ້ເອົາຜູ້ທຳນວາຍຂອງພຣະເຈົ້າຢາເວໜຶ່ງຮ້ອຍຄົນ ໄປເຊື່ອງໄວ້ຢູ່ໃນຖໍ້າບ່ອນລະຫ້າສິບຄົນ ແລະໄດ້ນຳເອົາອາຫານກັບນໍ້າໄປລ້ຽງພວກເພິ່ນ. 14 ແຕ່ບັດນີ້ ເປັນຫຍັງທ່ານຈຶ່ງສັ່ງໃຫ້ຂ້ານ້ອຍໄປບອກກະສັດວ່າທ່ານຢູ່ທີ່ນີ້? ເພິ່ນຈະຂ້າຂ້ານ້ອຍເປັນແນ່.” 15 ເອລີຢາຕອບວ່າ, “ໂດຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງພຣະຊົນຢູ່, ອົງທີ່ຂ້ອຍຮັບໃຊ້ຢູ່ນີ້ ຂ້ອຍຂໍສັນຍາວ່າຂ້ອຍຈະຕ້ອງໄປສະເໜີຕົວຕໍ່ກະສັດອາຮາບໃນວັນນີ້.” 16 ດັ່ງນັ້ນ ໂອບາດີຢາຈຶ່ງໄປບອກກະສັດອາຮາບໃຫ້ຮູ້, ສ່ວນກະສັດອາຮາບກໍມາພົບກັບເອລີຢາ. 17 ພໍເຫັນເອລີຢາ ເພິ່ນກໍກ່າວວ່າ, “ເຈົ້າຢູ່ນີ້ເອງ ເຈົ້າຜູ້ສ້າງຄວາມເດືອດຮ້ອນຫລາຍທີ່ສຸດໃນອານາຈັກອິດສະຣາເອນ.” 18 ເອລີຢາຕອບວ່າ, “ຂ້ານ້ອຍບໍ່ແມ່ນຜູ້ສ້າງຄວາມເດືອດຮ້ອນແກ່ອິດສະຣາເອນ ແຕ່ແມ່ນທ່ານແລະພໍ່ຂອງທ່ານເອງຕ່າງຫາກ ເພາະທ່ານບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະໄດ້ຂາບໄຫວ້ຮູບເຄົາຣົບຂອງພະບາອານ. 19 ບັດນີ້ ທ່ານຈົ່ງສັ່ງໃຫ້ປະຊາຊົນອິດສະຣາເອນທຸກຄົນໄປພົບຂ້ານ້ອຍເທິງພູເຂົາກາເມນ ພ້ອມທັງພວກຜູ້ທຳນວາຍຂອງພະບາອານສີ່ຮ້ອຍຫ້າສິບຄົນ ແລະພວກຜູ້ທຳນວາຍຂອງເຈົ້າແມ່ອາເຊຣາສີ່ຮ້ອຍຄົນ ທີ່ຣາຊີນີເຢເຊເບນເຄີຍຮ່ວມໂຕະອາຫານນຳ.” 20 ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນເອົາຊາວອິດສະຣາເອນທຸກຄົນ ແລະພວກຜູ້ທຳນວາຍຂອງພະບາອານທັງໝົດຂຶ້ນໄປພົບກັນທີ່ເທິງພູເຂົາກາເມນ. 21 ເອລີຢາໄດ້ຂຶ້ນໄປຢືນຢູ່ຕໍ່ໜ້າປະຊາຊົນ ແລະກ່າວວ່າ, “ພວກທ່ານຈະໃຊ້ເວລາອີກນານເທົ່າໃດຈຶ່ງຈະຕັດສິນໃຈ? ຖ້າພຣະເຈົ້າຢາເວແມ່ນພຣະເຈົ້າ ຈົ່ງນະມັດສະການພຣະອົງ; ຖ້າພະບາອານແມ່ນພຣະເຈົ້າ ຈຶ່ງຂາບໄຫວ້ພະບາອານ.” ແຕ່ປະຊາຊົນບໍ່ຕອບເພິ່ນຢ່າງໃດໝົດ. 22 ແລ້ວເອລີຢາກໍກ່າວຕໍ່ໄປວ່າ, “ຂ້າພະເຈົ້າຜູ້ດຽວທີ່ເປັນຜູ້ທຳນວາຍຂອງພຣະເຈົ້າຢາເວທີ່ຍັງເຫລືອຢູ່, ແຕ່ສ່ວນພວກຜູ້ທຳນວາຍຂອງພະບາອານນັ້ນມີສີ່ຮ້ອຍຫ້າສິບຄົນ. 23 ຈົ່ງເອົາງົວເຖິກສອງໂຕມາ ແລະໃຫ້ພວກເຂົາເລືອກເອົາໂຕໜຶ່ງໄປຕັດເປັນຕ່ອນ ແລ້ວເອົາມາວາງໄວ້ເທິງກອງຟືນ ແຕ່ບໍ່ໃຫ້ດັງໄຟໃສ່. ສ່ວນຂ້າພະເຈົ້າກໍຈະເອົາງົວອີກໂຕໜຶ່ງໄປຕັດເປັນຕ່ອນແລ້ວມາວາງໄວ້ເທິງກອງຟືນ ແຕ່ບໍ່ດັງໄຟໃສ່ຄືກັນ. 24 ແລ້ວຂໍໃຫ້ພວກຜູ້ທຳນວາຍພະບາອານພາວັນນາອະທິຖານຫານາມຊື່ພະຂອງພວກເຂົາ. ສ່ວນຂ້າພະເຈົ້າກໍຈະພາວັນນາອະທິຖານຫານາມຊື່ພຣະເຈົ້າຢາເວ ແລ້ວພຣະຕົນໃດທີ່ຕອບໂດຍສົ່ງໄຟລົງມາ ກໍແມ່ນພຣະຕົນນັ້ນແຫລະ ເປັນພຣະເຈົ້າ.” ປະຊາຊົນຈຶ່ງຮ້ອງຂຶ້ນວ່າ, “ສິ່ງທີ່ທ່ານເວົ້ານັ້ນເປັນສິ່ງທີ່ດີ.” 25 ແລ້ວເອລີຢາກໍໄດ້ກ່າວຕໍ່ພວກຜູ້ທຳນວາຍພະບາອານວ່າ, “ໃຫ້ພວກທ່ານເລືອກເອົາງົວເຖິກໄປຈັດແຈ່ງກ່ອນ, ເພາະພວກທ່ານມີຫລາຍຄົນດ້ວຍກັນ. ຈົ່ງພາວັນນາອະທິຖານຫານາມຊື່ພະຂອງພວກທ່ານ ແຕ່ຢ່າດັງໄຟໃສ່.” 26 ພວກເຂົາຈຶ່ງເອົາງົວເຖິກທີ່ນຳມາໃຫ້ພວກຕົນນັ້ນໄປຈັດແຈ່ງ ແລະພາວັນນາອະທິຖານຫານາມຊື່ພະບາອານຈົນເຖິງທ່ຽງ. ພວກເຂົາຮ້ອງຂຶ້ນວ່າ, “ໂອ ພະບາອານເອີຍ ຈົ່ງຕອບພວກຂ້ານ້ອຍດ້ວຍ.” ພວກເຂົາຟ້ອນອ້ອມແທ່ນບູຊາທີ່ພວກເຂົາກໍ່ຂຶ້ນນັ້ນ ແຕ່ບໍ່ມີສຽງຕອບໃດໆເລີຍ. 27 ພໍເຖິງຕອນທ່ຽງ, ເອລີຢາກໍເລີ່ມເຍາະເຍີ້ຍພວກເຂົາວ່າ, “ຮ້ອງໃຫ້ດັງກວ່ານີ້ແມ ເພິ່ນເປັນພະຕົນໜຶ່ງ ເພິ່ນອາດກຳລັງຝັນຢູ່ ຫລືກຳລັງຫຍຸ້ງຢູ່ ກຳລັງເດີນທາງຢູ່ ຫລືບາງທີເພິ່ນອາດຍັງນອນຫລັບຢູ່ ພວກທ່ານຈະຕ້ອງປຸກເພິ່ນໃຫ້ລຸກຂຶ້ນ.” 28 ດັ່ງນັ້ນ ພວກເຂົາຈຶ່ງຮ້ອງສຽງດັງກວ່າເກົ່າ ແລະເອົາມີດກັບດາບມາປາດໂຕເອງຈົນເລືອດໄຫລອອກ ຕາມພິທີທາງສາສະໜາຂອງພວກເຂົາ. 29 ພວກເຂົາໄດ້ເຮັດດັ່ງນີ້ໄປຈົນເຖິງເວລາຖວາຍບູຊາຕອນແລງ, ແຕ່ບໍ່ມີຄຳຕອບແລະບໍ່ມີສຽງໃດໆເລີຍ. 30 ແລ້ວເອລີຢາກໍບອກປະຊາຊົນວ່າ, “ຫຍັບເຂົ້າມາໃກ້ໆຂ້າພະເຈົ້າພີ້.” ແລະທຸກຄົນກໍເຂົ້າມາອ້ອມເພິ່ນ. ເພິ່ນໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວ ຊຶ່ງຖືກທຳລາຍລົງນັ້ນຂຶ້ນໃໝ່. 31 ເພິ່ນໄດ້ເອົາຫີນສິບສອງກ້ອນ ຄືກ້ອນໜຶ່ງສຳລັບແຕ່ລະເຜົ່າໃນສິບສອງເຜົ່າ ຕາມຊື່ລູກຊາຍຂອງຢາໂຄບຜູ້ທີ່ພຣະເຈົ້າຢາເວໃສ່ຊື່ໃຫ້ວ່າ ອິດສະຣາເອນ. 32 ເພິ່ນໄດ້ສ້າງແທ່ນບູຊາໃນນາມຂອງພຣະເຈົ້າຢາເວດ້ວຍກ້ອນຫີນເຫຼົ່ານີ້. ເພິ່ນຂຸດຮ່ອງອ້ອມແທ່ນບູຊາໃຫ້ໃຫຍ່ພໍດີບັນຈຸນໍ້າໄດ້ເກືອບສິບສີ່ລິດ. 33 ແລ້ວເພິ່ນກໍເອົາຟືນມາລຽນໃສ່ເທິງແທ່ນບູຊາ, ແລ້ວສັ່ງວ່າ, “ຕັດງົວເປັນຕ່ອນໆ ແລະຢອງໄວ້ເທິງກອງຟືນນັ້ນ. ຈົ່ງຕັກນໍ້າໃສ່ໄຫໃຫ້ເຕັມທັງສີ່ໜ່ວຍ ແລະຖອກລົງເທິງເຄື່ອງບູຊາ ແລະເທິງກອງຟືນ.” ພວກເຂົາກໍເຮັດຕາມ. 34 ແລ້ວເພິ່ນກໍສັ່ງວ່າ, “ຈົ່ງເຮັດຄືເກົ່າອີກຄັ້ງໜຶ່ງ” ແລະພວກເຂົາກໍເຮັດຕາມອີກ; ເພິ່ນສັ່ງອີກວ່າ, “ຈົ່ງເຮັດຄືເກົ່າອີກເທື່ອທີສາມ” ແລະພວກເຂົາກໍເຮັດຕາມອີກ. 35 ນໍ້າໄດ້ໄຫລລົງອ້ອມແທ່ນບູຊາຈົນເຕັມຮ່ອງທີ່ຂຸດໄວ້. 36 ພໍເຖິງຍາມຖວາຍບູຊາຕອນແລງ ຜູ້ທຳນວາຍເອລີຢາກໍຍ່າງເຂົ້າໄປໃກ້ແທ່ນບູຊາ ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ; ບັດນີ້ ຂໍພຣະອົງພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າຂອງຊາດອິດສະຣາເອນ ແລະຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ຂ້ານ້ອຍໄດ້ເຮັດສິ່ງເຫຼົ່ານີ້ທັງໝົດຕາມຄຳສັ່ງຂອງພຣະອົງ. 37 ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຕອບຂ້ານ້ອຍດ້ວຍ ຂໍພຣະອົງຕອບຂ້ານ້ອຍເພື່ອປະຊາຊົນເຫຼົ່ານີ້ຈະຮູ້ວ່າ ພຣະອົງແມ່ນພຣະເຈົ້າຢາເວ ອົງເປັນພຣະເຈົ້າ ແລະຮູ້ວ່າພຣະອົງກຳລັງນຳພວກເຂົາກັບຄືນມາຫາພຣະອົງ.” 38 ແລ້ວພຣະເຈົ້າຢາເວກໍໄດ້ສົ່ງໄຟລົງມາໄໝ້ເຄື່ອງບູຊາ, ໄໝ້ຟືນ, ໄໝ້ກ້ອນຫີນ, ເຜົາໄໝ້ດິນ ແລະດູດນໍ້າໃນຮ່ອງຈົນແຫ້ງ. 39 ເມື່ອປະຊາຊົນເຫັນດັ່ງນີ້ ພວກເຂົາຈຶ່ງກົ້ມຂາບລົງແລະຮ້ອງຂຶ້ນວ່າ, “ພຣະເຈົ້າຢາເວອົງນີ້ເປັນພຣະເຈົ້າ ພຣະເຈົ້າຢາເວອົງນີ້ເປັນພຣະເຈົ້າ.” 40 ເອລີຢາຈຶ່ງສັ່ງວ່າ, “ຈົ່ງຈັບພວກຜູ້ທຳນວາຍຂອງພະບາອານ ຢ່າໃຫ້ຜູ້ໃດລອດໜີໄປໄດ້.” ດັ່ງນັ້ນ ປະຊາຊົນຈຶ່ງຈັບພວກເຂົາທຸກຄົນໄວ້ ແລ້ວເອລີຢາກໍໄດ້ນຳພວກເຂົາລົງໄປໃນຫ້ວຍກີໂຊນ ແລະຂ້າພວກເຂົາເສຍ. ໄພແຫ້ງແລ້ງສິ້ນສຸດລົງ 41 ແລ້ວເອລີຢາກໍກ່າວຕໍ່ກະສັດອາຮາບວ່າ, “ບັດນີ້ ຈົ່ງໄປກິນແລະດື່ມສາ ຂ້ານ້ອຍໄດ້ຍິນສຽງຝົນມາແລ້ວ.” 42 ຂະນະທີ່ກະສັດອາຮາບຂຶ້ນໄປກິນແລະດື່ມນັ້ນ ເອລີຢາໄດ້ປີນຂຶ້ນໄປເທິງຍອດພູກາເມນ ຄຸເຂົ່າກົ້ມຂາບລົງດິນ ແລະກົ້ມໜ້າລົງຫວ່າງກາງຫົວເຂົ່າ. 43 ແລ້ວເພິ່ນກໍກ່າວແກ່ຄົນຮັບໃຊ້ຂອງຕົນວ່າ, “ຈົ່ງໄປເບິ່ງທາງທະເລພຸ້ນດູ.” ຄົນຮັບໃຊ້ກໍໄປເບິ່ງ ແລະກັບມາບອກວ່າ, “ຂ້ານ້ອຍບໍ່ໄດ້ເຫັນຫຍັງໝົດ.” ເອລີຢາສັ່ງໃຫ້ລາວໄປເບິ່ງເຈັດເທື່ອ. 44 ໃນເທື່ອທີເຈັດ ຄົນຮັບໃຊ້ໄດ້ກັບມາບອກເພິ່ນວ່າ, “ຂ້ານ້ອຍໄດ້ເຫັນກ້ອນເມກນ້ອຍໆ ກ້ອນໜຶ່ງສໍ່າຝາມືຂຶ້ນມາຈາກທະເລ.” ເອລີຢາຈຶ່ງສັ່ງຄົນຮັບໃຊ້ວ່າ, “ຈົ່ງໄປບອກກະສັດອາຮາບໃຫ້ເພິ່ນຂຶ້ນຂີ່ລົດມ້າ ແລະກັບຄືນເມືອກ່ອນຝົນຈະຕົກຮຳ.” 45 ຢູ່ມາຄາວໜຶ່ງ ເມກອັນໜາຕຶບກໍປົກຄຸ້ມຟ້າສະຫວັນ, ລົມເລີ່ມພັດມາ ແລະຝົນຫ່າໃຫຍ່ກໍເລີ່ມຕົກ. ກະສັດອາຮາບໄດ້ຂຶ້ນລົດມ້າກັບຄືນໄປສູ່ເມືອງຢິດຊະເຣນ. 46 ຣິດອຳນາດຂອງພຣະເຈົ້າຢາເວໄດ້ລົງມາຄວບຄຸມເອລີຢາ ເພິ່ນເອົາເສື້ອມັດແອວໃຫ້ແໜ້ນ ແລະແລ່ນແຊງຂຶ້ນໜ້າກະສັດອາຮາບມາຕະຫລອດທາງ ຈົນເຖິງເມືອງຢິດຊະເຣນ. |
@ 2012 United Bible Societies. All Rights Reserved.