1 ກະສັດ 17 - ພຣະຄຳພີສັກສິເອລີຢາ ແລະໄພແຫ້ງແລ້ງ 1 ຍັງມີຜູ້ທຳນວາຍຄົນໜຶ່ງຊື່ວ່າເອລີຢາ ໄທເມືອງຕີຊະເບໃນເຂດກີເລອາດໄດ້ບອກກະສັດອາຮາບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນອົງຊົງພຣະຊົນຢູ່ທີ່ຂ້ານ້ອຍຮັບໃຊ້ຢູ່ນີ້; ໃນສອງຫລືສາມປີຂ້າງໜ້າຈະບໍ່ມີນໍ້າໝອກຫລືນໍ້າຝົນ ຈົນກວ່າຂ້ານ້ອຍຈະສັ່ງໃຫ້ມີ.” 2 ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງເອລີຢາ, ກ່າວວ່າ, 3 “ຈົ່ງອອກຈາກບ່ອນນີ້ໄປທາງທິດຕາເວັນອອກ ແລະໄປລີ້ຢູ່ທີ່ຫ້ວຍເກຣິດທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. 4 ໃນຫ້ວຍຈະມີນໍ້າໃຫ້ເຈົ້າດື່ມ ແລະເຮົາຈະສົ່ງໂຕການຳເອົາອາຫານມາໃຫ້ເຈົ້າກິນຢູ່ທີ່ນັ້ນ.” 5 ເອລີຢາຈຶ່ງປະຕິບັດຕາມຖ້ອຍຄຳທີ່ພຣະເຈົ້າຢາເວບອກ ແລະເພິ່ນໄດ້ໄປພັກຢູ່ທີ່ນໍ້າຫ້ວຍເກຣິດ ຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. 6 ຝູງກາກໍໄດ້ນຳເອົາເຂົ້າຈີ່ກັບຊີ້ນມາໃຫ້ເພິ່ນໃນຕອນເຊົ້າ ແລະນຳເອົາເຂົ້າຈີ່ກັບຊີ້ນມາໃນຕອນແລງ ແລະເພິ່ນໄດ້ດື່ມນໍ້າຈາກຫ້ວຍ. 7 ຫລັງຈາກນັ້ນມາບໍ່ດົນ ນໍ້າໃນຫ້ວຍກໍແຫ້ງເພາະຝົນບໍ່ຕົກ. ເອລີຢາກັບແມ່ໝ້າຍຊາວຊາເຣຟັດ 8 ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງເອລີຢາ, ກ່າວວ່າ, 9 “ບັດນີ້ ຈົ່ງໄປທີ່ເມືອງຊາເຣຟັດຢູ່ໃກ້ກັບເມືອງຊີໂດນ ແລະພັກຢູ່ທີ່ນັ້ນ. ເຮົາໄດ້ສັ່ງໃຫ້ແມ່ໝ້າຍຜູ້ໜຶ່ງຢູ່ໃນເມືອງນີ້ ເປັນຜູ້ລ້ຽງເຈົ້າ.” 10 ດັ່ງນັ້ນ ເອລີຢາຈຶ່ງອອກເດີນທາງໄປທີ່ເມືອງຊາເຣຟັດ; ແລະເມື່ອມາຮອດປະຕູເມືອງ ເພິ່ນກໍເຫັນແມ່ໝ້າຍຜູ້ໜຶ່ງກຳລັງເກັບຟືນຢູ່. ເພິ່ນຈຶ່ງກ່າວແກ່ນາງວ່າ, “ຂ້ອຍຂໍດື່ມນໍ້າແດ່”, 11 ແຕ່ໃນຂະນະທີ່ນາງກຳລັງໄປເອົານໍ້ານັ້ນ ເພິ່ນເອີ້ນໃສ່ນາງວ່າ, “ເອົາເຂົ້າຈີ່ຈັກປ່ຽງມານຳແດ່ເດີ.” 12 ນາງຕອບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານອົງຊົງພຣະຊົນຢູ່ ຂ້ານ້ອຍຂໍສາບານວ່າ ຂ້ານ້ອຍບໍ່ມີເຂົ້າຈີ່ເລີຍ. ຂ້ານ້ອຍມີແຕ່ແປ້ງກຳດຽວໃນຖ້ວຍ ແລະນໍ້າມັນໝາກກອກເທດໜ້ອຍໜຶ່ງໃນໄຫ. ຂ້ານ້ອຍມາທີ່ນີ້ເພື່ອເກັບເອົາຟືນຈັກສອງ ຫລືສາມດົ້ນເມືອເຮືອນ ເພື່ອຄົວສິ່ງທີ່ມີເຫຼືອຢູ່ເລັກນ້ອຍສຳລັບຂ້ານ້ອຍແລະລູກຊາຍ. ອາຫານຄາບນີ້ຈະເປັນຄາບສຸດທ້າຍຂອງພວກຂ້ານ້ອຍ ແລ້ວຕໍ່ໄປພວກຂ້ານ້ອຍກໍຈະຫິວຕາຍ.” 13 ແຕ່ເອລີຢາກ່າວແກ່ນາງວ່າ, “ຢ່າກັງວົນເລີຍ ຈົ່ງໄປຈັດແຈ່ງອາຫານຂອງເຈົ້າສາ. ແຕ່ກ່ອນອື່ນໝົດໃຫ້ເຈົ້າເຮັດເຂົ້າຈີ່ກ້ອນນ້ອຍໆ ຕາມທີ່ເຈົ້າມີນັ້ນມາໃຫ້ຂ້ອຍກິນກ່ອນ ແລະເຫຼືອນັ້ນຈຶ່ງເຮັດໃຫ້ເຈົ້າກັບລູກຊາຍຂອງເຈົ້າກິນ. 14 ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວໄວ້ວ່າ: ຖ້ວຍນີ້ຈະບໍ່ຂາດແປ້ງເຂົ້າແລະໄຫນີ້ຈະບໍ່ຂາດນໍ້າມັນ ກ່ອນມື້ທີ່ພຣະເຈົ້າຢາເວຈະສົ່ງຝົນລົງມາ.” 15 ແມ່ໝ້າຍໄດ້ໄປເຮັດຕາມທີ່ເອລີຢາໄດ້ບອກ ແລະເຂົາທຸກຄົນກໍມີອາຫານພຽງພໍເປັນເວລາຫລາຍວັນ. 16 ທຸກຢ່າງເປັນໄປຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວຜ່ານທາງເອລີຢາ ຄືຖ້ວຍບໍ່ໄດ້ຂາດແປ້ງເຂົ້າ ແລະໄຫກໍບໍ່ໄດ້ຂາດນໍ້າມັນ. 17 ຢູ່ມາ ລູກຊາຍຂອງແມ່ໝ້າຍໄດ້ເປັນໄຂ້ ອາການປ່ວຍຂອງລາວໜັກລົງທຸກຂະນະ ຈົນໃນທີ່ສຸດລາວໄດ້ຕາຍໄປ. 18 ຜູ້ເປັນແມ່ຈຶ່ງເວົ້າກັບເອລີຢາວ່າ, “ທ່ານຜູ້ເປັນຄົນຂອງພຣະເຈົ້າ ເປັນຫຍັງທ່ານຈຶ່ງເຮັດກັບຂ້ານ້ອຍແບບນີ້? ທ່ານມານີ້ເພື່ອທົບທວນໃຫ້ຫວນລະນຶກເຖິງບາບຂອງຂ້ານ້ອຍແຕ່ເກົ່າກ່ອນ ແລະເປັນເຫດໃຫ້ລູກຊາຍຂອງຂ້ານ້ອຍຕາຍດ້ວຍ?” 19 ແຕ່ເພິ່ນໄດ້ກ່າວຕໍ່ຍິງນັ້ນວ່າ, “ຈົ່ງເອົາລູກຂອງເຈົ້າມາໃຫ້ຂ້ອຍ.” ເພິ່ນຮັບເອົາລູກຈາກມືຂອງແມ່ໝ້າຍອູ້ມຂຶ້ນໄປເທິງຫ້ອງນອນ ບ່ອນທີ່ເພິ່ນພັກຢູ່ ແລະວາງເດັກນ້ອຍຜູ້ນີ້ລົງເທິງຕຽງ. 20 ແລ້ວເພິ່ນກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ເປັນຫຍັງພຣະອົງຈຶ່ງໄດ້ເຮັດຕໍ່ແມ່ໝ້າຍຄົນນີ້ຢ່າງຮ້າຍແຮງແທ້ ນາງເປັນຜູ້ທີ່ເບິ່ງແຍງຂ້ານ້ອຍຢ່າງດີ ແລະດຽວນີ້ພຣະອົງໄດ້ຂ້າລູກຊາຍຂອງນາງ.” 21 ເອລີຢານອນຢຽດເທິງຮ່າງກາຍຂອງເດັກນ້ອຍນີ້ສາມເທື່ອ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດຊ່ວຍເດັກຄົນນີ້ໃຫ້ມີຊີວິດຄືນມາແດ່ທ້ອນ.” 22 ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງເອລີຢາ; ເດັກນ້ອຍກໍເລີ່ມຫາຍໃຈ ແລະມີຊີວິດຄືນມາອີກ. 23 ເອລີຢານຳເອົາເດັກນ້ອຍລົງມາຫາແມ່ຂອງລາວທີ່ຊັ້ນລຸ່ມ ແລະເວົ້າວ່າ, “ນີ້ເດ ລູກຊາຍຂອງເຈົ້າຍັງມີຊີວິດຢູ່.” 24 ແມ່ໝ້າຍໄດ້ກ່າວຕໍ່ເອລີຢາວ່າ, “ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານເປັນຄົນຂອງພຣະເຈົ້າ; ແລະຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຜ່ານທາງທ່ານຢ່າງແທ້ຈິງ.” |
@ 2012 United Bible Societies. All Rights Reserved.