Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 16 - ພຣະຄຳພີສັກສິ

1 ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢຮູ ລູກຊາຍ​ຂອງ​ຮານານີ​ໃຫ້​ບອກ​ກະສັດ​ບາອາຊາ​ວ່າ,

2 “ເຈົ້າ​ເປັນ​ຄົນ​ຕໍ່າຕ້ອຍ​ແຕ່​ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ. ບັດນີ້ ເຈົ້າ​ໄດ້​ເຮັດ​ບາບ​ເໝືອນກັນ​ກັບ​ເຢໂຣໂບອາມ ແລະ​ນຳພາ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ. ບາບ​ຂອງ​ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ.

3 ດັ່ງນັ້ນ ເຮົາ​ຈະ​ກຳຈັດ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ.

4 ຄົນ​ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໃນເມືອງ​ຈະ​ຖືກ​ໝາ​ກັດ​ກິນ ແລະ​ຄົນ​ໃດ​ທີ່​ຕາຍ​ຢູ່​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ.”

5 ສິ່ງ​ອື່ນໆ​ທີ່​ກະສັດ​ບາອາຊາ​ໄດ້​ກະທຳ​ຕະຫລອດ​ທັງ​ວິລະກຳ​ຕ່າງໆ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

6 ກະສັດ​ບາອາຊາ​ໄດ້​ຕາຍໄປ​ຢູ່​ກັບ​ບັນພະບຸລຸດ​ຂອງຕົນ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ທີ່​ນະຄອນ​ຕີຣະຊາ. ແລ້ວ​ເຈົ້າເອລາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

7 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ກະສັດ​ບາອາຊາ ແລະ​ຄອບຄົວ​ຂອງ​ເພິ່ນ, ໂດຍ​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ເຢຮູ​ລູກຊາຍ​ຂອງ​ຮານານີ​ນັ້ນ ເພາະ​ເຫດຜົນ​ສອງ​ປະການ​ດັ່ງນີ້: ປະການ​ທີ​ໜຶ່ງ ຍ້ອນ​ກະສັດ​ບາອາຊາ​ກັບ​ຄອບຄົວ​ຂອງ​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ແລະ​ຍົວະເຍົ້າ​ພຣະເຈົ້າຢາເວ​ໃຫ້​ໂກດຮ້າຍ​ໂດຍ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ ເໝືອນກັນ​ກັບ​ກະສັດ​ເຢໂຣໂບອາມ ແລະ​ຄອບຄົວ; ປະການ​ທີ​ສອງ ຍ້ອນ​ເພິ່ນ​ເອງ​ໄດ້​ສັງຫານ​ເຊື້ອສາຍ​ທັງໝົດ​ຂອງ​ເຈົ້າ​ເຢໂຣໂບອາມ.


ກະສັດ​ເອລາ​ແຫ່ງ​ອິດສະຣາເອນ

8 ໃນ​ຣາຊການ​ປີ​ທີ​ຊາວຫົກ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ; ເຈົ້າເອລາ ລູກຊາຍ​ຂອງ​ກະສັດ​ບາອາຊາ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຕີຣະຊາ​ເປັນ​ເວລາ​ສອງ​ປີ.

9 ແຕ່​ວ່າ​ຊິມຣີ ນາຍ​ທະຫານ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ຄວບຄຸມ​ລົດຮົບ​ໄດ້​ວາງ​ອຸບາຍ​ຕໍ່ສູ້​ເພິ່ນ. ໃນ​ມື້​ໜຶ່ງ​ທີ່​ນະຄອນ​ຕີຣະຊາ ກະສັດ​ເອລາ​ພວມ​ນັ່ງ​ດື່ມ​ເຫຼົ້າ​ຈົນ​ເມົາ​ຢູ່​ໃນ​ເຮືອນ​ຂອງ​ອາຣະຊາ ຜູ້ເບິ່ງແຍງ​ຮັກສາ​ວັງ.

10 ຊິມຣີ​ໄດ້​ເຂົ້າ​ມາ​ລອບຂ້າ​ກະສັດ​ເອລາ​ຢູ່​ໃນ​ເຮືອນ​ນັ້ນ ແລະ​ຕັ້ງ​ຕົວ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ​ເພິ່ນ. ເຫດການ​ນີ້​ໄດ້​ເກີດຂຶ້ນ ໃນ​ຣາຊການ​ປີ​ທີ​ຊາວເຈັດ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ.

11 ພໍ​ເມື່ອ​ຊິມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ແລ້ວ, ລາວ​ກໍ​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ບາອາຊາ. ຊາຍ​ທຸກຄົນ​ທີ່​ເປັນຍາດພີ່ນ້ອງ ແລະ​ໝູ່ເພື່ອນ​ຂອງ​ກະສັດ​ບາອາຊາ​ກໍ​ຖືກ​ຂ້າ​ໝົດ.

12 ຊິມຣີ​ໄດ້​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ບາອາຊາ ຊຶ່ງ​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ເຢຮູ.

13 ຍ້ອນ​ກະສັດ​ບາອາຊາ ແລະ​ເອລາ​ລູກຊາຍ​ຂອງຕົນ​ໄດ້​ຂາບໄຫວ້​ຮູບເຄົາຣົບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ໃຫ້​ໂກດຮ້າຍ.

14 ສິ່ງ​ອື່ນໆ​ທີ່​ກະສັດ​ເອລາ​ໄດ້​ກະທໍາ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.


ກະສັດ​ຊິມຣີ​ຂຶ້ນ​ຄອງ​ອິດສະຣາເອນ

15 ໃນ​ຣາຊການ​ປີ​ທີ​ຊາວເຈັດ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ, ຊິມຣີ​ໄດ້​ຂຶ້ນ​ປົກຄອງ​ຢູ່​ທີ່​ນະຄອນ​ຕີຣະຊາ ເໜືອ​ອານາຈັກ​ອິດສະຣາເອນ​ເປັນ​ເວລາ​ເຈັດ​ວັນ. ໃນ​ເວລາ​ນັ້ນ ກອງທັບ​ຂອງ​ຊາວ​ອິດສະຣາເອນ​ພວມ​ອ້ອມ​ເມືອງ​ກິບເບໂທນ​ໃນ​ຟີລິດສະຕິນ

16 ແລະ​ເມື່ອ​ໄດ້ຍິນ​ວ່າ ຊິມຣີ​ໄດ້​ວາງ​ອຸບາຍ​ຕໍ່ສູ້​ກະສັດ ແລະ​ໄດ້​ລອບ​ສັງຫານ​ກະສັດ​ແລ້ວ; ພວກເຂົາ​ທຸກຄົນ​ຈຶ່ງ​ປະກາດ​ແຕ່ງຕັ້ງ​ອົມຣີ ຜູ້​ບັນຊາການ​ກອງທັບ​ຂອງ​ພວກເຂົາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.

17 ອົມຣີ​ໄດ້​ຍົກທັບ​ອອກ​ແຕ່​ເມືອງ​ກິບເບໂທນ​ໄປ​ອ້ອມ​ນະຄອນ​ຕີຣະຊາ​ໄວ້.

18 ເມື່ອ​ຊິມຣີ​ເຫັນ​ວ່າ​ເມືອງ​ຖືກ​ຕີ​ແຕກ​ແລ້ວ, ເພິ່ນ​ຈຶ່ງ​ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ວັງ ແລະ​ໄດ້​ຈູດ​ຣາຊວັງ​ຖິ້ມ ແລະ​ຕາຍໄປ​ໃນ​ກອງ​ໄຟ​ນັ້ນ.

19 ເຫດການ​ເປັນ​ໄປ​ດັ່ງນີ້ ກໍ​ຍ້ອນ​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ, ໂດຍ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ຜູ້ປົກຄອງ​ຄົນ​ກ່ອນ.

20 ສິ່ງ​ອື່ນໆ​ທີ່​ກະສັດ​ຊິມຣີ​ໄດ້​ກະທຳ, ຕະຫລອດ​ທັງ​ການ​ວາງແຜນ​ກະບົດ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.


ກະສັດ​ອົມຣີ​ຂຶ້ນ​ຄອງ​ອິດສະຣາເອນ

21 ປະຊາຊົນ​ອິດສະຣາເອນ​ໄດ້​ແຕກແຍກ​ກັນ. ບາງຄົນ​ຢາກ​ຕັ້ງ​ຕິບນີ​ລູກຊາຍ​ຂອງ​ກີນາດ​ໃຫ້​ຂຶ້ນ​ເປັນ​ກະສັດ; ແຕ່​ບາງຄົນ​ຍັງ​ພໍໃຈ​ກັບ​ອົມຣີ​ຢູ່.

22 ແຕ່​ໃນທີ່ສຸດ ພວກ​ທີ່​ຕິດຕາມ​ອົມຣີ​ກໍໄດ້​ຊະນະ. ຕິບນີ​ໄດ້​ຕາຍໄປ ແລະ​ອົມຣີ​ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

23 ໃນ​ຣາຊການ​ປີ​ທີ​ສາມສິບເອັດ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ, ອົມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ; ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ​ສິບສອງ​ປີ. ຫົກ​ປີ​ທຳອິດ​ນັ້ນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຕີຣະຊາ.


ຊາມາເຣຍ​ເປັນ​ເມືອງເອກ​ແຫ່ງ​ໃໝ່

24 ແລະ​ຕໍ່ມາ ເພິ່ນ​ໄດ້​ຊື້​ເນີນພູ​ຊາມາເຣຍ​ເປັນ​ລາຄາ​ຫົກພັນ​ຫລຽນ​ເງິນ ຈາກ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຊເມ. ກະສັດ​ອົມຣີ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ອ້ອມ​ພູ​ນີ້ ແລະ​ທັງ​ສ້າງ​ເມືອງ​ຂຶ້ນ​ໃນ​ບ່ອນ​ນີ້. ເພິ່ນ​ໃສ່​ຊື່​ເມືອງ​ນີ້​ຕາມ​ຊື່​ຂອງ​ເຊເມ ເຈົ້າ​ຂອງ​ຄົນ​ເກົ່າ​ຂອງ​ເນີນພູ​ນີ້​ວ່າ ຊາມາເຣຍ.

25 ກະສັດ​ອົມຣີ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ຮ້າຍແຮງ​ກວ່າ​ຄົນອື່ນໆ​ທີ່​ປົກຄອງ​ກ່ອນ​ເພິ່ນ.

26 ເພິ່ນ​ໄດ້​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ໄດ້ເຮັດ, ເພິ່ນ​ໄດ້​ເຮັດ​ບາບ​ໂດຍ​ນຳພາ​ຊາວ​ອິດສະຣາເອນ​ໄປ​ຂາບໄຫວ້​ຮູບເຄົາຣົບ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ໂກດຮ້າຍ.

27 ສິ່ງ​ອື່ນໆ​ທີ່​ກະສັດ​ອົມຣີ​ໄດ້​ກະທຳ ພ້ອມທັງ​ຄວາມ​ສຳເລັດ​ທຸກຢ່າງ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

28 ກະສັດ​ອົມຣີ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ຊາມາເຣຍ. ແລ້ວ​ເຈົ້າ​ອາຮາບ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາຮາບ​ຂຶ້ນ​ຄອງ​ອິດສະຣາເອນ

29 ໃນ​ຣາຊການ​ປີ​ທີ​ສາມສິບແປດ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ອາຮາບ ລູກຊາຍ​ຂອງ​ກະສັດ​ອົມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວສອງ​ປີ.

30 ເຈົ້າ​ອາຮາບ​ລູກຊາຍ​ຂອງ​ກະສັດ​ອົມຣີ ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ຮ້າຍແຮງ​ກວ່າ​ຄົນ​ໃດໆ​ທີ່​ປົກຄອງ​ມາ​ກ່ອນ​ເພິ່ນ.

31 ການ​ທີ່​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ນັ້ນ​ຍັງ​ບໍ່​ພຽງພໍ; ເພິ່ນ​ໄດ້​ເຮັດ​ບາບ​ໄປ​ຫລາຍກວ່າ​ນັ້ນ​ອີກ ໂດຍ​ເອົາ​ນາງ​ເຢເຊເບນ​ມາ​ເປັນ​ເມຍ ນາງ​ເປັນ​ລູກສາວ​ຂອງ​ເອັດບາອານ​ກະສັດ​ແຫ່ງ​ຊີໂດນ ແລະ​ເພິ່ນ​ຂາບໄຫວ້​ພະບາອານ.

32 ເພິ່ນ​ໄດ້​ສ້າງ​ວິຫານ​ສຳລັບ​ພະບາອານ​ທີ່​ນະຄອນ​ຊາມາເຣຍ, ສ້າງ​ແທ່ນບູຊາ​ຂຶ້ນ ແລະ​ເອົາ​ແທ່ນບູຊາ​ມາ​ໄວ້​ໃນ​ວິຫານ.

33 ນອກຈາກນີ້ ເພິ່ນ​ຍັງ​ສ້າງ​ຮູບ​ເຈົ້າແມ່​ອາເຊຣາ. ເພິ່ນ​ຍົວະເຍົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ​ໃຫ້​ໂກດຮ້າຍ ຫລາຍກວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ຄົນອື່ນໆ​ທີ່​ໄດ້​ເຮັດ​ມາ.

34 ໃນ​ຣາຊການ​ຂອງ​ເພິ່ນ, ຮີເອນ​ຊາວ​ເມືອງ​ເບັດເອນ​ໄດ້​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່. ຂະນະທີ່​ຮີເອນ​ສ້າງ​ພື້ນຖານ​ຂອງ​ເມືອງ​ເຢຣິໂກ​ຂຶ້ນ​ນັ້ນ ອາບີຣາມ​ລູກຊາຍກົກ​ຂອງ​ເພິ່ນ​ກໍ​ຕາຍ ແລະ​ຂະນະທີ່​ເພິ່ນ​ສ້າງ​ປະຕູ​ເມືອງ​ຂຶ້ນ​ນັ້ນ, ເຊກຸບ​ລູກຊາຍຫລ້າ​ຂອງ​ເພິ່ນ​ກໍ​ຕາຍ​ອີກ. ເຫດການ​ນີ້​ແມ່ນ​ຖືກຕ້ອງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ບອກ​ໄວ້​ຜ່ານ​ທາງ​ໂຢຊວຍ​ລູກຊາຍ​ຂອງ​ນູນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan