Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 15 - ພຣະຄຳພີສັກສິ


ກະສັດ​ອາບີຢາ​ແຫ່ງ​ຢູດາຍ
( 2 ຂຄ 13:1–14:1 )

1 ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ເຈົ້າ​ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

2 ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ມາອາກາ ລູກສາວ​ຂອງ​ເຈົ້າ​ອັບບີຊາໂລມ.

3 ກະສັດ​ອາບີຢາ​ໄດ້​ເຮັດ​ບາບ​ເໝືອນກັນ​ກັບ​ພໍ່​ຂອງ​ເພິ່ນ ແລະ​ບໍ່ໄດ້​ສັດຊື່​ຢ່າງ​ໝົດຈິດ​ໝົດໃຈ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ດັ່ງ​ກະສັດ​ດາວິດ​ປູ່ທວດ​ຂອງຕົນ.

4 ແຕ່​ເພື່ອ​ເຫັນ​ແກ່​ກະສັດ​ດາວິດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ໃຫ້​ອາບີຢາ​ມີ​ລູກຊາຍ​ຄົນ​ໜຶ່ງ ແລະ​ໃຫ້​ລູກຊາຍ​ຄົນ​ນີ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ສືບຕໍ່​ຈາກ​ເພິ່ນ ເພື່ອ​ຮັກສາ​ນະຄອນ​ເຢຣູຊາເລັມ​ໄວ້​ໃຫ້​ໝັ້ນຄົງ​ຕໍ່ໄປ.

5 ພຣະເຈົ້າຢາເວ​ໄດ້​ກະທຳ​ຢ່າງ​ນີ້ ເພາະ​ກະສັດ​ດາວິດ​ໄດ້​ເຮັດ​ໃຫ້​ພຣະອົງ​ພໍໃຈ ແລະ​ບໍ່ໄດ້​ຂືນ​ຄຳສັ່ງ​ໃດໆ​ຂອງ​ພຣະອົງ, ນອກຈາກ​ເລື່ອງ​ຂອງ​ອູຣິຢາ​ຊາວ​ຮິດຕີ​ເທົ່ານັ້ນ.

6 ເສິກ​ລະຫວ່າງ​ກະສັດ​ເຣໂຫໂບອາມ ແລະ​ກະສັດ​ເຢໂຣໂບອາມ​ໄດ້​ເກີດຂຶ້ນ​ຢ່າງ​ລຽນຕິດ ຕະຫລອດ​ຊົ່ວ​ຣາຊການ​ຂອງ​ກະສັດ​ອາບີຢາ.

7 ສິ່ງ​ອື່ນໆ​ທີ່​ກະສັດ​ອາບີຢາ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

8 ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາສາ​ແຫ່ງ​ຢູດາຍ
( 2 ຂຄ 15:16–16:6 )

9 ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ, ເຈົ້າ​ອາສາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ;

10 ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສີ່ສິບເອັດ​ປີ. ແມ່ເຖົ້າ​ຂອງ​ເພິ່ນ​ຊື່​ວ່າ​ມາອາກາ ລູກສາວ​ຂອງ​ເຈົ້າ​ອັບບີຊາໂລມ.

11 ກະສັດ​ອາສາ​ໄດ້​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ, ດັ່ງ​ທີ່​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ​ມາ.

12 ເພິ່ນ​ໄດ້​ຂັບໄລ່​ບັນດາ​ໂສເພນີ​ທັງ​ຊາຍ​ແລະ​ຍິງ ທີ່​ຮັບໃຊ້​ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງຊາດ ອອກ​ໜີໄປ​ໝົດ​ຈາກ​ດິນແດນ. ເພິ່ນ​ຍັງ​ໄດ້​ກຳຈັດ​ຮູບເຄົາຣົບ​ທັງໝົດ​ຖິ້ມ ຊຶ່ງ​ພວກ​ຜູ້ປົກຄອງ​ຄົນ​ກ່ອນ​ໄດ້​ສ້າງ​ໄວ້.

13 ເພິ່ນ​ໄດ້​ປົດ​ນາງ​ມາອາກາ ແມ່ເຖົ້າ​ຂອງ​ເພິ່ນ ອອກ​ຈາກ​ຕຳແໜ່ງ​ການ​ເປັນ​ແມ່​ຂອງ​ຣາຊີນີ; ເພາະ​ນາງ​ໄດ້​ສ້າງ​ຮູບເຄົາຣົບ​ອັນ​ຊົ່ວຊ້າ​ລາມົກ​ຂອງ​ເຈົ້າແມ່​ອາເຊຣາ. ກະສັດ​ອາສາ​ໄດ້​ທັບມ້າງ​ຮູບເຄົາຣົບ ແລະ​ຈູດ​ມັນ​ຖິ້ມ​ທີ່​ຮ່ອມພູ​ກິດໂຣນ.

14 ເຖິງ​ແມ່ນ​ວ່າ ກະສັດ​ອາສາ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຊາວ​ຕ່າງຊາດ​ທັງໝົດ​ຖິ້ມ​ກໍຕາມ, ແຕ່​ເພິ່ນ​ກໍ​ຍັງ​ສັດຊື່​ຕໍ່​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງເພິ່ນ.

15 ເພິ່ນ​ເອົາ​ສິ່ງຂອງ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ອຸທິດແ​ຖວາຍ ພ້ອມ​ດ້ວຍ​ເຄື່ອງໃຊ້​ເປັນ​ຄຳ ແລະ​ເປັນ​ເງິນ​ທີ່​ເພິ່ນ​ເອງ​ໄດ້​ອຸທິດ​ຖວາຍ​ນັ້ນ ໄປ​ໄວ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

16 ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ ແລະ​ເຈົ້າ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ.

17 ກະສັດ​ບາອາຊາ​ໄດ້​ບຸກຮຸກ​ອານາຈັກ​ຢູດາຍ ແລະ​ເລີ່ມ​ລົງມື​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຣາມາ​ໃຫ້​ເຂັ້ມແຂງ ເພື່ອ​ບໍ່​ໃຫ້​ຄົນ​ຂອງ​ກະສັດ​ອາສາ​ເຂົ້າ ແລະ​ອອກ​ໄປມາ​ໃນ​ອານາຈັກ​ຢູດາຍ​ໄດ້.

18 ສະນັ້ນ ກະສັດ​ອາສາ​ຈຶ່ງ​ເອົາ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຢູ່​ໃນ​ຣາຊວັງ ໃຫ້​ພວກ​ຂ້າຣາຊການ​ບາງຄົນ​ຂອງ​ເພິ່ນ​ເດີນທາງ​ໄປ​ເມືອງ​ດາມັສກັດ ເພື່ອ​ມອບ​ໃຫ້​ເຈົ້າ​ເບັນຮາດາດ​ກະສັດ​ແຫ່ງ​ຊີເຣຍ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຕາບຣິມໂມນ ແລະ​ຫລານຊາຍ​ຂອງ​ເຮຊີໂອນ ພ້ອມ​ດ້ວຍ​ຖ້ອຍຄຳ​ດັ່ງນີ້:

19 “ຂໍ​ໃຫ້​ພວກເຮົາ​ເປັນ​ພັນທະມິດ​ກັນ ຕາມ​ທີ່​ພໍ່​ຂອງ​ພວກເຮົາ​ເຄີຍ​ໄດ້​ເປັນ​ມາ​ນັ້ນ. ເງິນ​ແລະ​ຄຳ​ເຫຼົ່ານີ້​ເປັນ​ຂອງຂວັນ​ສຳລັບ​ທ່ານ. ຂໍ​ໃຫ້​ທ່ານ​ເລີກ​ເປັນ​ພັນທະມິດ​ກັບ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖອນ​ກອງທັບ​ຂອງ​ລາວ​ອອກ​ໄປ​ຈາກ​ເຂດແດນ​ຂອງ​ຂ້າພະເຈົ້າ.”

20 ກະສັດ​ເບັນຮາດາດ​ໄດ້​ຕົກລົງ​ຕາມ​ຂໍ້​ສະເໜີ​ຂອງ​ກະສັດ​ອາສາ. ເພິ່ນ​ໄດ້​ສົ່ງ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ພ້ອມດ້ວຍ​ພວກ​ທະຫານ​ໄປ​ໂຈມຕີ​ເມືອງ​ຕ່າງໆ ໃນ​ອານາຈັກ​ອິດສະຣາເອນ. ພວກເຂົາ​ຢຶດເອົາ​ຫົວເມືອງຕ່າງໆ​ໄດ້ ມີ​ດັ່ງນີ້: ເມືອງ​ອີໂຢນ, ດານ, ອາເບັນເບັດ​ມາອາກາ, ເຂດ​ທີ່​ຢູ່​ໃກ້​ທະເລ​ສາບ​ຄາລີເລ ແລະ​ເຂດແດນ​ທັງໝົດ​ຂອງ​ເນັບທາລີ.

21 ເມື່ອ​ກະສັດ​ບາອາຊາ​ໄດ້​ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ກໍ​ຢຸດ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຣາມາ ແລະ​ເດີນທາງ​ໄປ​ເມືອງ​ຕີຣະຊາ.

22 ຕໍ່ມາ ກະສັດ​ອາສາ​ໄດ້​ອອກ​ຄຳສັ່ງ​ໄປ​ທົ່ວ​ອານາຈັກ​ຢູດາຍ​ຮຽກຮ້ອງ​ທຸກຄົນ​ໂດຍ​ບໍ່ມີ​ການ​ຍົກເວັ້ນ ເພື່ອ​ຊ່ວຍ​ຂົນ​ເອົາ​ຫີນ ແລະ​ໄມ້​ທີ່​ກະສັດ​ບາອາຊາ​ໃຊ້​ສ້າງ​ເມືອງ​ນັ້ນ​ອອກ​ໜີໄປ. ກະສັດ​ອາສາ​ໄດ້​ໃຊ້​ອຸປະກອນ​ເຫຼົ່ານີ້ ສ້າງ​ປ້ອມ​ປ້ອງກັນ​ເມືອງ​ມີຊະປາ ແລະ​ເມືອງ​ເກບາ​ຢູ່​ໃນ​ເຂດແດນ​ເບັນຢາມິນ.

23 ສິ່ງ​ອື່ນໆ​ທີ່​ກະສັດ​ອາສາ​ໄດ້​ກະທຳ, ວິລະກຳ​ຕ່າງໆ ແລະ​ການ​ສ້າງເມືອງ​ທັງຫລາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ. ແຕ່​ເມື່ອ​ກະສັດ​ອາສາ​ເຖົ້າແກ່ ເພິ່ນ​ເປັນ​ພະຍາດ​ທີ່​ຕີນ​ຈົນ​ກາຍເປັນ​ລ່ອຍ.

24 ກະສັດ​ອາສາ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ເຢໂຮຊາຟັດ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ນາດາບ​ແຫ່ງ​ອິດສະຣາເອນ

25 ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ນາດາບ​ລູກຊາຍ​ຂອງ​ກະສັດ​ເຢໂຣໂບອາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ເປັນ​ເວລາ​ສອງ​ປີ.

26 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ດັ່ງ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ​ມາ.

27 ກະສັດ​ບາອາຊາ​ລູກຊາຍ​ຂອງ​ອາຮີຢາ ຄົນ​ຂອງ​ເຜົ່າ​ອິດຊາຄາ​ໄດ້​ວາງແຜນ​ຂ້າ​ນາດາບ ໃນ​ຄາວ​ທີ່​ເພິ່ນ​ກັບ​ພວກ​ທະຫານ​ຂອງ​ເພິ່ນ​ໄດ້​ຍົກທັບ​ມາ​ອ້ອມ​ເມືອງ​ກິບເບໂທນ​ໃນ​ຟີລິດສະຕິນ.

28 ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ. ດັ່ງນັ້ນ ເຈົ້າ​ບາອາຊາ​ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ ແທນ​ກະສັດ​ນາດາບ.

29 ພໍ​ເມື່ອ​ເຈົ້າ​ບາອາຊາ​ໄດ້​ຂຶ້ນ​ເປັນ​ກະສັດ​ແລ້ວ, ເພິ່ນ​ກໍໄດ້​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ເຢໂຣໂບອາມ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ກ່າວ​ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ອາຮີຢາ​ຊາວ​ເມືອງ​ຊີໂລ ວ່າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ຈະ​ຖືກ​ຂ້າ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່.

30 ເຫດການ​ເປັນ​ເຊັ່ນນີ້ ເພາະ​ກະສັດ​ເຢໂຣໂບອາມ​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໂກດຮ້າຍ​ໂດຍ​ເຮັດ​ບາບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ.

31 ສິ່ງ​ອື່ນໆ​ທີ່​ກະສັດ​ນາດາບ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

32 ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ ແລະ​ເຈົ້າ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຕະຫລອດ​ເວລາ​ທີ່​ທັງສອງ​ຍັງ​ຄອງ​ອຳນາດ​ຢູ່.


ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ

33 ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ, ບາອາຊາ​ລູກຊາຍ​ຂອງ​ອາຮີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ປະເທດ​ອິດສະຣາເອນ ນະຄອນ​ຕີຣະຊາ​ເປັນ​ເວລາ​ຊາວສີ່​ປີ.

34 ແຕ່​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ ດັ່ງ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ມາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan