Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 14 - ພຣະຄຳພີສັກສິ


ລູກຊາຍ​ຂອງ​ເຢໂຣໂບອາມ​ຕາຍ

1 ໃນ​ເວລາ​ນັ້ນ ອາບີຢາ​ລູກຊາຍ​ຂອງ​ກະສັດ​ເຢໂຣໂບອາມ​ໄດ້​ເຈັບປ່ວຍ.

2 ເພິ່ນ​ຈຶ່ງ​ກ່າວ​ຕໍ່​ເມຍ​ຂອງຕົນ​ວ່າ, “ໃຫ້​ເຈົ້າ​ປອມຕົວ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈື່​ເຈົ້າ​ໄດ້ ແລະ​ໄປ​ທີ່​ເມືອງ​ຊີໂລ​ບ່ອນ​ທີ່​ຜູ້ທຳນວາຍ​ອາຮີຢາ​ອາໄສ​ຢູ່​ຄື​ຜູ້​ທີ່​ໄດ້​ບອກ​ຂ້ອຍ​ວ່າ ຂ້ອຍ​ຕ້ອງ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.

3 ໃຫ້​ເຈົ້າ​ເອົາ​ເຂົ້າຈີ່​ສິບ​ກ້ອນ, ເຂົ້າໜົມ​ບາງ​ຢ່າງ ແລະ​ໄຫ​ນໍ້າເຜິ້ງ​ໄປ​ໃຫ້. ໃຫ້​ເຈົ້າ​ຖາມ​ລາວ​ວ່າ ແມ່ນ​ຫຍັງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ລູກຊາຍ​ຂອງ​ພວກເຮົາ ແລະ​ລາວ​ຈະ​ບອກ​ໃຫ້​ເຈົ້າ​ຮູ້.”

4 ດັ່ງນັ້ນ ຜູ້​ເປັນ​ເມຍ​ຈຶ່ງ​ໄປ​ຫາ​ອາຮີຢາ​ທີ່​ເມືອງ​ຊີໂລ. ສ່ວນ​ອາຮີຢາ​ກໍ​ເຖົ້າແກ່​ຫລາຍ​ຈົນ​ຕາ​ບໍ່​ເຫັນ​ຮຸ່ງ.

5 ພຣະເຈົ້າຢາເວ​ໄດ້​ບອກ​ອາຮີຢາ​ວ່າ, “ເມຍ​ຂອງ​ເຢໂຣໂບອາມ​ກຳລັງ​ເດີນທາງ​ມາ​ຫາ ເພື່ອ​ຖາມ​ກ່ຽວກັບ​ເລື່ອງ​ລູກຊາຍ​ຂອງ​ນາງ​ທີ່​ປ່ວຍ​ຢູ່​ນັ້ນ.” ແລ້ວ​ພຣະອົງ​ກໍໄດ້​ບອກ​ຄຳ​ເວົ້າ​ແກ່​ອາຮີຢາ. ເມື່ອ​ເມຍ​ຂອງ​ກະສັດ​ເຢໂຣໂບອາມ​ມາຮອດ ນາງ​ກໍ​ທຳທ່າ​ເຮັດ​ເປັນ​ຄົນອື່ນ.

6 ແຕ່​ເມື່ອ​ອາຮີຢາ​ໄດ້ຍິນ​ສຽງ​ບາດ​ຕີນ​ຂອງ​ນາງ​ມາຮອດ​ທີ່​ປະຕູ​ແລ້ວ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເຂົ້າ​ມາ​ທາງ​ໃນ​ພີ້ ຂ້ອຍ​ຮູ້​ວ່າ​ເຈົ້າ​ເປັນ​ເມຍ​ຂອງ​ເຢໂຣໂບອາມ ເປັນຫຍັງ​ຈຶ່ງ​ທຳທ່າ​ເປັນ​ຄົນອື່ນ? ຂ້ອຍ​ມີ​ຂ່າວ​ຮ້າຍ​ທີ່​ຈະ​ບອກ​ເຈົ້າ.

7 ໃຫ້​ເຈົ້າ​ໄປ​ບອກ​ເຢໂຣໂບອາມ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ດັ່ງນີ້: ‘ເຮົາ​ໄດ້​ເລືອກເອົາ​ເຈົ້າ​ຈາກ​ທ່າມກາງ​ປະຊາຊົນ ແລະ​ເຮັດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ.

8 ເຮົາ​ໄດ້​ເອົາ​ອານາຈັກ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເຈົ້າ. ແຕ່​ເຈົ້າ​ບໍ່ໄດ້​ເປັນ​ດັ່ງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ລາວ​ເປັນ​ຜູ້​ສັດຊື່​ຕໍ່​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ, ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ເຮັດ​ຕາມ​ທີ່​ເຮົາ​ເຫັນ​ດີ​ເທົ່ານັ້ນ.

9 ສ່ວນ​ເຈົ້າ​ນັ້ນ ເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ​ພວກ​ທີ່​ປົກຄອງ​ເມືອງ​ມາ​ກ່ອນ. ເຈົ້າ​ໄດ້​ປະຕິເສດ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ສ້າງ​ຮູບເຄົາຣົບ ແລະ​ຫລໍ່​ຮູບ​ພະຕ່າງໆ​ເພື່ອ​ຂາບໄຫວ້.

10 ດ້ວຍເຫດນີ້ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ຍາດວົງ​ຂອງ​ເຈົ້າ ແລະ​ຈະ​ຂ້າ​ຜູ້ຊາຍ​ທຸກຄົນ​ທີ່​ເປັນ​ເຊື້ອສາຍ​ຂອງ​ເຈົ້າ ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ຄົນ​ທຳມະດາ​ກໍຕາມ ເຮົາ​ຈະ​ກຳຈັດ​ຄອບຄົວ​ຂອງ​ເຈົ້າ​ອອກ​ໄປ​ໃຫ້​ໝົດ. ພວກເຂົາ​ຈະ​ຖືກ​ກວາດ​ອອກ​ໄປ​ດັ່ງ​ກວາດ​ຂີ້​ສັດ.

11 ຄົນ​ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໃນເມືອງ​ກໍ​ຈະ​ຖືກ​ໝາ​ກັດ​ກິນ ແລະ​ຄົນ​ໃດ​ທີ່​ຕາຍ​ຢູ່​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ. ສຳລັບ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.”’

12 ແລ້ວ​ອາຮີຢາ​ກໍ​ກ່າວ​ແກ່​ເມຍ​ຂອງ​ເຢໂຣໂບອາມ​ຕໍ່ໄປ​ວ່າ, “ບັດນີ້​ຈົ່ງ​ກັບ​ເມືອ​ສາ. ພໍ​ເຈົ້າ​ຍ່າງ​ກ້າວ​ເຂົ້າ​ໄປ​ໃນ​ເມືອງ ລູກຊາຍ​ຂອງ​ເຈົ້າ​ກໍ​ຈະ​ຕາຍ.

13 ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ໄວ້ທຸກ​ໃຫ້​ລາວ ແລະ​ຝັງສົບ​ລາວ​ໄວ້. ມີ​ແຕ່​ລາວ​ຄົນ​ດຽວ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ທີ່​ຈະ​ຖືກ​ຝັງ​ໄວ້​ຢ່າງດີ ເພາະ​ແມ່ນ​ລາວ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ພໍໃຈ​ນຳ.

14 ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ຂຶ້ນ​ປົກຄອງ​ອານາຈັກ​ອິດສະຣາເອນ ຜູ້​ທີ່​ຈະ​ເຮັດ​ໃຫ້​ເຊື້ອວົງ​ຂອງ​ເຢໂຣໂບອາມ​ສິ້ນສຸດ​ໄປ.

15 ພຣະເຈົ້າຢາເວ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ແລະ​ຊົນຊາດ​ນີ້​ຈະ​ສັ່ນສະເທືອນ​ເໝືອນ​ຕົ້ນອໍ້​ຢູ່​ໃນ​ນໍ້າ. ພຣະອົງ​ຈະ​ຖອນ​ຮາກ​ປະຊາຊົນ​ແຫ່ງ​ຊາດ​ອິດສະຣາເອນ​ອອກ​ແຕ່​ດິນແດນ​ອັນ​ດີ​ນີ້ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ; ແລະ​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ເລີຍ​ຟາກ​ແມ່ນໍ້າ​ເອີຟຣັດ​ໄປ ຍ້ອນ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ໄດ້​ສ້າງ​ຮູບເຄົາຣົບ​ຂອງ​ເຈົ້າແມ່​ອາເຊຣາ.

16 ພຣະອົງ​ຈະ​ປະຖິ້ມ​ຊາດ​ອິດສະຣາເອນ ເພາະ​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ບາບ ແລະ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ໃຫ້​ເຮັດ​ບາບ.”

17 ແລ້ວ​ເມຍ​ຂອງ​ກະສັດ​ເຢໂຣໂບອາມ​ກໍໄດ້​ກັບຄືນ​ເມືອ​ເມືອງ​ຕີຣະຊາ. ພໍ​ນາງ​ຍ່າງ​ເຂົ້າ​ໄປ​ໃນ​ເຮືອນ ລູກຊາຍ​ຂອງ​ນາງ​ກໍ​ຕາຍ.

18 ປະຊາຊົນ​ອິດສະຣາເອນ​ພາກັນ​ໄວ້ທຸກ​ໃຫ້ ແລະ​ຝັງສົບ​ລາວ​ໄວ້. ທຸກຢ່າງ​ໄດ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ເຢໂຣໂບອາມ​ຕາຍ

19 ສິ່ງ​ອື່ນໆ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ກະທຳ ຄື​ສົງຄາມ​ທີ່​ເພິ່ນ​ໄດ້​ເຮັດ ແລະ​ການປົກຄອງ​ທີ່​ເພິ່ນ​ໄດ້​ດຳເນີນການ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

20 ກະສັດ​ເຢໂຣໂບອາມ​ໄດ້​ປົກຄອງ​ເປັນ​ເວລາ​ຊາວສອງ​ປີ. ເພິ່ນ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້ ແລ້ວ​ນາດາບ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ເຣໂຫໂບອາມ​ແຫ່ງ​ຢູດາຍ
( 2 ຂຄ 11:5–12:15 )

21 ເມື່ອ​ກະສັດ​ເຣໂຫໂບອາມ​ລູກຊາຍ​ຂອງ​ກະສັດ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ເພິ່ນ​ມີ​ອາຍຸ​ສີ່ສິບເອັດ​ປີ ແລະ​ປົກຄອງ​ເປັນ​ເວລາ​ສິບເຈັດ​ປີ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ, ນະຄອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ຈາກ​ເຂດແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ. ແມ່​ຂອງ​ກະສັດ​ເຣໂຫໂບອາມ​ຊື່​ວ່າ​ນາອາມາ ຊາວ​ອຳໂມນ.

22 ປະຊາຊົນ​ຢູດາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ໜັກກວ່າ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ໃຫ້​ພຣະອົງ​ໂກດຮ້າຍ.

23 ພວກເຂົາ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ, ຕັ້ງ​ເສົາ​ຫີນ​ສັກສິດ​ຂຶ້ນ ແລະ​ສ້າງ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຂຶ້ນ​ຢູ່​ເທິງ​ພູ ແລະ​ຢູ່​ກ້ອງ​ຕົ້ນໄມ້.

24 ຮ້າຍ​ໄປກວ່າ​ນີ້ອີກ ຍັງ​ມີ​ຊາຍ​ແລະ​ຍິງ​ເປັນ​ໂສເພນີ ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຕ່າງຊາດ​ນີ້. ປະຊາຊົນ​ຢູດາ​ໄດ້​ປະພຶດ​ໃນ​ສິ່ງ​ທີ່​ໜ້າລະອາຍ​ແບບ​ຕ່າງໆ​ນາໆ ເໝືອນ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີໄປ​ໃນ​ຕອນ​ທີ່​ຊາວ​ອິດສະຣາເອນ ບຸກໜ້າ​ເຂົ້າ​ມາ​ໃນ​ດິນແດນ.

25 ໃນ​ຣາຊການ​ປີ​ທີ​ຫ້າ​ຂອງ​ກະສັດ​ເຣໂຫໂບອາມ ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ.

26 ເພິ່ນ​ໄດ້​ເອົາ​ຊັບສົມບັດ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຣາຊວັງ​ໄປ ລວມທັງ​ໂລ້​ຄຳ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ນັ້ນ.

27 ດັ່ງນັ້ນ ກະສັດ​ເຣໂຫໂບອາມ​ຈຶ່ງ​ໄດ້​ເຮັດ​ໂລ້​ທອງສຳຣິດ​ໄວ້​ແທນ, ແລ້ວ​ມອບ​ໃຫ້​ພວກ​ນາຍ​ທະຫານ​ປະຈຳວັງ​ເກັບ​ຮັກສາ​ໄວ້.

28 ເທື່ອໃດ​ທີ່​ກະສັດ​ເຣໂຫໂບອາມ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ, ເທື່ອນັ້ນ​ທະຫານ​ກໍ​ຖື​ໂລ້​ໄປ​ນຳ ແລະ​ເອົາ​ມາ​ຄືນໄວ້​ໃນ​ຫ້ອງ​ທະຫານ​ຍາມ​ຄື​ເກົ່າ.

29 ສິ່ງ​ອື່ນໆ​ທີ່​ກະສັດ​ເຣໂຫໂບອາມ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

30 ຕະຫລອດ​ເວລາ​ເຫຼົ່ານີ້ ກະສັດ​ເຣໂຫໂບອາມ ແລະ​ກະສັດ​ເຢໂຣໂບອາມ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ.

31 ກະສັດ​ເຣໂຫໂບອາມ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. (ແມ່​ຂອງ​ເພິ່ນ​ເປັນ​ຊາວ​ອຳໂມນ​ຊື່​ວ່າ ນາອາມາ). ແລ້ວ​ເຈົ້າ​ອາບີຢາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan