Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 13 - ພຣະຄຳພີສັກສິ

1 ຍັງ​ມີ​ຄົນ​ຂອງ​ພຣະເຈົ້າ​ຄົນ​ໜຶ່ງ​ຈາກ​ຢູດາຍ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ໃຫ້​ໄປ​ທີ່​ເມືອງ​ເບັດເອນ. ເພິ່ນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ໃນ​ຂະນະທີ່​ກະສັດ​ເຢໂຣໂບອາມ ກຳລັງ​ຢືນ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນ.

2 ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’

3 ແລ້ວ​ລາວ​ໄດ້​ໃຫ້​ມີ​ໝາຍສຳຄັນ​ໃນ​ວັນ​ດຽວ​ກັນ​ວ່າ, “ນີ້​ເປັນ​ໝາຍສຳຄັນ​ວ່າ ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, ‘ແທ່ນບູຊາ​ນີ້​ຈະ​ແຕກ​ພັງ​ທະລາຍ​ລົງ ແລະ​ຂີ້ເຖົ່າ​ປົນ​ໄຂມັນ​ທີ່​ເທິງ​ແທ່ນ​ນີ້​ກໍ​ຈະ​ກະຈັດ​ກະຈາຍ​ໄປ.”’

4 ເມື່ອ​ກະສັດ​ເຢໂຣໂບອາມ​ໄດ້ຍິນ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ທີ່​ເບັດເອນ. ເພິ່ນ​ກໍ​ຊີ້​ໜ້າ​ຊາຍ​ຜູ້ນັ້ນ ແລະ​ສັ່ງ​ວ່າ, “ຈັບ​ຊາຍ​ຄົນ​ນີ້​ໄວ້.” ໃນ​ທັນໃດນັ້ນ ແຂນ​ຂອງ​ກະສັດ​ກໍ​ລ່ອຍ​ຈົນ​ພັບຄືນ​ບໍ່ໄດ້.

5 ແທ່ນບູຊາ​ກໍ​ແຕກ​ພັງ​ທະລາຍ​ລົງ​ຢ່າງ​ກະທັນຫັນ ແລະ​ຂີ້ເຖົ່າ​ປົນ​ໄຂມັນ​ກໍ​ຕົກລົງ​ດິນ ຊຶ່ງ​ເປັນ​ໄປ​ຕາມ​ໝາຍສຳຄັນ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄວ້​ກ່ອນ​ນັ້ນ.

6 ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.

7 ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຄົນ​ຂອງ​ພຣະເຈົ້າ​ວ່າ, “ເຊີນ​ເມືອ​ຮັບປະທານ​ອາຫານ​ໃນ​ວັງ​ນຳ​ເຮົາ​ເທີ້ນ ແລະ​ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ກະທຳ.”

8 ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ເອົາ​ຊັບສິນ​ຂອງທ່ານ​ເຄິ່ງ​ໜຶ່ງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ຈະ​ບໍ່​ຍອມ​ໄປ​ກັບ​ທ່ານ ຫລື​ກິນ​ແລະ​ດື່ມ​ຫຍັງ​ກັບ​ທ່ານ.

9 ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ບໍ່​ໃຫ້​ກິນ​ແລະ​ດື່ມ​ສິ່ງໃດ​ໝົດ ແລະ​ທັງ​ບໍ່​ໃຫ້​ກັບ​ເມືອ​ທາງ​ເສັ້ນເກົ່າ​ອີກ.”

10 ດັ່ງນັ້ນ ລາວ​ຈຶ່ງ​ບໍ່ໄດ້​ກັບຄືນ​ເມືອ​ຕາມ​ທາງ​ເສັ້ນເກົ່າ, ແຕ່​ກັບ​ໄປ​ທາງ​ເສັ້ນອື່ນ.


ຜູ້ທຳນວາຍ​ຜູ້ເຖົ້າ​ແຫ່ງ​ເບັດເອນ

11 ໃນ​ເວລາ​ນັ້ນ ຍັງ​ມີ​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ເບັດເອນ. ພວກ​ລູກຊາຍ ຂອງ​ເພິ່ນ​ໄດ້​ມາ​ບອກ​ເຖິງ​ເລື່ອງ​ທັງໝົດ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກະທຳ​ທີ່​ເມືອງ​ເບັດເອນ​ໃນ​ມື້​ນັ້ນ ຕະຫລອດ​ທັງ​ຖ້ອຍຄຳ​ທີ່​ເພິ່ນ​ໄດ້​ກ່າວ​ແກ່​ກະສັດ​ເຢໂຣໂບອາມ.

12 ຜູ້​ເປັນ​ພໍ່​ຖາມ​ວ່າ, “ເມື່ອ​ເພິ່ນ​ໜີໄປ​ນັ້ນ ເພິ່ນ​ໄປ​ທາງ​ໃດ?” ພວກ​ລູກ​ບອກ​ພໍ່​ວ່າ, “ທາງນັ້ນ.”

13 ແລ້ວ​ເພິ່ນ​ກໍ​ສັ່ງ​ພວກ​ລູກ​ວ່າ, “ໃຫ້​ຕຽມ​ອານ​ໃສ່​ຫລັງ​ລໍ​ໃຫ້​ພໍ່.” ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ເພິ່ນ​ໄດ້​ສັ່ງ ແລະ​ເພິ່ນ​ກໍ​ຂີ່​ລໍ​ອອກ​ໄປ.

14 ເພິ່ນ​ໄດ້​ໄປ​ຕາມ​ທາງ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄປ​ນັ້ນ ແລະ​ພົບ​ເພິ່ນ​ພວມ​ນັ່ງ​ຢູ່​ກ້ອງ​ຕົ້ນໂອກ​ຕົ້ນ​ໜຶ່ງ. ເພິ່ນ​ຖາມ​ວ່າ, “ທ່ານ​ນີ້​ບໍ​ເປັນ​ຄົນ​ຂອງ​ພຣະເຈົ້າ​ຈາກ​ຢູດາຍ?” ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນແລ້ວ.”

15 ເພິ່ນ​ກ່າວ​ເຊີນ​ວ່າ, “ເຊີນ​ໄປ​ທີ່​ເຮືອນ​ຮັບປະທານ​ອາຫານ​ກັບ​ຂ້າພະເຈົ້າ​ເທີ້ນ.”

16 ແຕ່​ລາວ​ຕອບ​ວ່າ, “ຂ້າພະເຈົ້າ​ເມືອ​ກັບ​ທ່ານ ແລະ​ຮັບ​ເອົາ​ການ​ຕ້ອນຮັບ​ຈາກ​ທ່ານ​ບໍ່ໄດ້​ດອກ. ຂ້າພະເຈົ້າ​ບໍ່​ຕ້ອງການ​ກິນ​ຫລື​ດື່ມ​ຫຍັງ​ກັບ​ທ່ານ​ຢູ່​ບ່ອນ​ນີ້

17 ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ບໍ່​ໃຫ້​ກິນ​ແລະ​ດື່ມ​ຫຍັງ ແລະ​ທັງ​ບໍ່​ໃຫ້​ກັບຄືນ​ເມືອ​ຕາມ​ທາງ​ເສັ້ນ​ເກົ່າ.”

18 ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.

19 ດັ່ງນັ້ນ ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ກັບເມືອ​ເຮືອນ​ຂອງ​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້ ຮ່ວມ​ຮັບປະທານ​ອາຫານ​ນຳ​ເພິ່ນ.

20 ໃນ​ຂະນະທີ່​ທັງສອງ​ພວມ​ນັ່ງ​ຮັບປະທານ​ອາຫານ​ຮ່ວມກັນ​ຢູ່​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ ແກ່​ຜູ້ທຳນວາຍ​ຜູ້ເຖົ້າ

21 ແລະ​ເພິ່ນ​ກໍ​ຮ້ອງ​ໃສ່​ຄົນ​ຂອງ​ພຣະເຈົ້າ​ຈາກ​ຢູດາຍ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ຍ້ອນ​ທ່ານ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ໄດ້​ສັ່ງ​ທ່ານ.

22 ແຕ່​ທ່ານ​ໄດ້​ກັບຄືນ​ໄປ ແລະ​ຮັບປະທານ​ອາຫານ​ໃນ​ບ່ອນ​ທີ່​ພຣະອົງ​ສັ່ງ​ຫ້າມ​ບໍ່​ໃຫ້​ກິນ. ຍ້ອນ​ເລື່ອງ​ນີ້​ທ່ານ​ຈະ​ຖືກ​ຂ້າ ແລະ​ສົບ​ຂອງທ່ານ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້ ໃນ​ຂຸມຝັງສົບ​ປະຈຳ​ຄອບຄົວ​ຂອງທ່ານ.”

23 ຫລັງຈາກ​ທັງສອງ​ກິນ​ອີ່ມ​ແລ້ວ ຜູ້ທຳນວາຍ​ຜູ້ເຖົ້າ​ກໍ​ຕຽມ​ອານ​ໃສ່​ຫລັງ​ລໍ ໃຫ້​ຄົນ​ຂອງ​ພຣະເຈົ້າ​ຂີ່​ໄປ.

24 ເມື່ອ​ໄປ​ຕາມ​ທາງ ໄດ້​ມີ​ສິງ​ໂຕໜຶ່ງ​ອອກ​ມາ​ກັດ​ເພິ່ນ​ຕາຍ. ຊາກສົບ​ຂອງ​ເພິ່ນ​ນອນ​ຢຽດ​ຢູ່​ກາງ​ຖະໜົນ ສ່ວນ​ລໍ​ກັບ​ສິງ​ກໍໄດ້​ຢືນ​ຢູ່​ໃກ້​ຂ້າງ​ເພິ່ນ​ໃນ​ທີ່ນັ້ນ.

25 ມີ​ຜູ້​ຄົນ​ໄດ້​ຜ່ານ​ໄປ ແລະ​ເຫັນ​ຊາກສົບ​ຂອງ​ເພິ່ນ​ໃນ​ຫົນທາງ ທັງ​ໂຕ​ສິງ​ກໍ​ຢືນ​ຢູ່​ຂ້າງ​ສົບ​ນັ້ນ ພວກເຂົາ​ຈຶ່ງ​ໄປ​ທີ່​ເມືອງ​ເບັດເອນ​ບ່ອນ​ທີ່​ຜູ້ທຳນວາຍ​ຜູ້ເຖົ້າ​ຢູ່ ແລະ​ໄດ້​ລາຍງານ​ຕາມ​ທີ່​ພວກ​ຕົນ​ໄດ້​ເຫັນ.

26 ເມື່ອ​ຜູ້ທຳນວາຍ​ຜູ້ເຖົ້າ​ໄດ້ຍິນ​ກ່ຽວກັບ​ເຫດການ​ນີ້ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນັ້ນ​ຄື​ຄົນ​ຂອງ​ພຣະເຈົ້າ​ທີ່​ບໍ່​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ. ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ສິງ​ມາ​ຄຸບ ແລະ​ກັດ​ເພິ່ນ​ຕາຍ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.”

27 ແລ້ວ​ເພິ່ນ​ກໍ​ເວົ້າ​ແກ່​ພວກ​ລູກຊາຍ​ຂອງຕົນ​ວ່າ, “ຕຽມ​ອານ​ໃສ່​ຫລັງ​ລໍ​ໃຫ້​ພໍ່​ແດ່.” ພວກເຂົາ​ກໍ​ປະຕິບັດ​ຕາມ

28 ແລະ​ເພິ່ນ​ກໍ​ຂີ່​ລໍ​ອອກ​ໄປ ແລະ​ພົບ​ຊາກສົບ​ຂອງ​ຜູ້ທຳນວາຍ​ນອນ​ຢຽດ​ໃນ​ຫົນທາງ ຊຶ່ງ​ມີ​ລໍ​ແລະ​ສິງ​ຢືນ​ຢູ່​ທີ່​ນັ້ນ. ສິງ​ບໍ່ໄດ້​ກັດກິນ​ຊາກສົບ ຫລື​ຕໍ່ສູ້​ລໍ​ແຕ່​ຢ່າງໃດ.

29 ຜູ້ທຳນວາຍ​ຜູ້ເຖົ້າ​ຍົກ​ເອົາ​ສົບ​ຂຶ້ນ​ໃສ່​ຫລັງ​ລໍ ແລະ​ນຳ​ກັບ​ເມືອ​ເມືອງ​ເບັດເອນ ເພື່ອ​ເຮັດ​ພິທີ​ໄວ້ທຸກ​ແລະ​ຝັງສົບ​ຜູ້ທຳນວາຍ​ຄົນ​ນັ້ນ.

30 ເພິ່ນ​ຝັງ​ໃສ່​ຂຸມຝັງສົບ​ປະຈຳ​ຄອບຄົວ​ຂອງ​ເພິ່ນ​ເອງ. ແລ້ວ​ເພິ່ນ​ກັບ​ພວກ​ລູກຊາຍ​ກໍ​ໄວ້ທຸກ​ໃຫ້ ແລະ​ກ່າວ​ລຳພັນ​ວ່າ, “ນ້ອງຊາຍ​ຂອງຂ້ອຍ​ເອີຍ ນ້ອງຊາຍ​ຂອງຂ້ອຍ​ເອີຍ!”

31 ຫລັງຈາກ​ການ​ຝັງສົບ​ແລ້ວໆ ຜູ້ທຳນວາຍ​ຜູ້ເຖົ້າ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ຂອງຕົນ​ວ່າ, “ເມື່ອ​ພໍ່​ຕາຍໄປ ໃຫ້​ຝັງສົບ​ພໍ່​ໃສ່​ຂຸມ​ນີ້ ແລະ​ເອົາ​ຊາກສົບ​ຂອງພໍ່​ນອນ​ໃກ້​ກັບ​ເພິ່ນ​ນີ້​ເດີ.”

32 ຄຳເວົ້າ​ທີ່​ລາວ​ໄດ້​ກ່າວ​ໄວ້​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ເພື່ອ​ຕໍ່ສູ້​ແທ່ນບູຊາ​ໃນ​ເມືອງ​ເບັດເອນ ແລະ​ຕໍ່ສູ້​ບ່ອນ​ຂາບໄຫວ້​ຕ່າງໆ ຢູ່​ໃນ​ເມືອງ​ຊາມາເຣຍ​ນີ້​ຈະ​ເກີດ​ເປັນ​ຈິງ​ແທ້.


ເຢໂຣໂບອາມ​ເຮັດ​ບາບ​ອັນ​ຮ້າຍແຮງ

33 ເຈົ້າ​ເຢໂຣໂບອາມ​ກະສັດ​ແຫ່ງ​ອິດສະຣາເອນ​ຍັງ​ບໍ່​ເລີກ​ການກະທຳ​ຊົ່ວ​ຂອງຕົນ, ເພິ່ນ​ຍັງ​ສືບຕໍ່​ເລືອກເອົາ​ພວກ​ປະໂຣຫິດ​ຈາກ​ຄອບຄົວ​ຂອງ​ຄົນ​ທຳມະດາ ໃຫ້​ຮັບໃຊ້​ທີ່​ແທ່ນບູຊາ ຊຶ່ງ​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ.

34 ບາບ​ທີ່​ເພິ່ນ​ໄດ້​ກະທຳ​ນັ້ນ ໄດ້​ນຳ​ເອົາ​ການທຳລາຍ​ແລະ​ຄວາມ​ຈິບຫາຍ ມາ​ສູ່​ຍາດວົງ​ຂອງ​ເພິ່ນເອງ​ຈາກ​ຜືນ​ແຜ່ນດິນ​ໂລກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan